ຍຸດທະສາດພັດທະນາຂະແໜງ ຍທຂ 2016-2025 ແຜນພັດທະນາ 2016-2020 ແລະ ວິໃສທັດຮອດ 2030
- Details
- Published on ອັງຄານ, 21 ກຸມພາ 2017 15:21
ໃນວັນທີ 21/2/2017 ເຊິ່ງເປັນມື້ທຳອິດຂອງກອງປະຊຸມ ວຽກງນໂຍທາທິການ ແລະ ຂົນສົ່ງ ປະຈຳປີ 2016. ທ່ານ ລັດຕະນະມະນີ ຄູນນີວົງ, ຮອງລັດຖະມົນຕີ ໄດ້ສະເໜີ ວິໃສທັດຂອງຂະແໜງ ຍທຂ ຮອດປີ 2030, ຍຸດທະສາດການພັດທະນາຂະແໜງການ 10 ປີ 2016-2025 ແລະ ແຜນພັດທະນາຂະແໜງ ຍທຂ 5 ປີ 2016-2020. ເພື່ອຮັບ ປະກັນການຈັດຕັ້ງປະຕິບັດຕາມຄໍາຂວັນ ຂອງຂະແໜງ ຍທຂ ທີ່ວ່າ “ພັດທະນາ ໂຍທາທິການ ແລະ ຂົນສົ່ງ ໃຫ້ທະລຸໂລ່ງ, ເຊື່ອມໂຍງ, ປະສິດທິຜົນ, ປອດໄພ, ຮັບໃຊ້ປະຊາຊົນ” ໃຫ້ປະກົດຜົນເປັນຈິງ.
ໃນບາງຕອນທ່ານຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິ່ງແຜນນະໂຍບາຍ, ການອອກນິຕິກໍາ ແລະ ກົນໄກການຈັດຕັ້ງປະຕິບັດກ່ຽວກັບການຄຸ້ມຄອງລົດບັນທຸກໜັກນຳໜັກເກີນ. ໂດຍສະເພາະແມ່ນໄດ້ສະເໜີລັດຖະບານຕິດຕັ້ງ ສະຖານີ ຕິດຊັ່ງນໍ້າໜັກຢູ່ບ່ອນຕ່າງໆຄືນໃໝ່ ໂດຍນຳໃຊ້ລະບົບຊິງຊັ່ງແບບທັນສະໄໝ. ໃຫ້ທ້ອງຖິ່ນມີສ່ວນຮ່ວມໃນການຈັດຕັ້ງ ປະຕິບັດ ໂດຍໃຫ້ເປັນຜູ້ປະຕິບັດປັບໃໝ່ນໍ້າໜັກເກີນ, ສ່ວນກະຊວງເປັນຜູ້ຄຸ້ມຄອງຕິດຕາມ. ພ້ອມດຽວກັນນີ້ກໍຈະໄດ້ຮີບຮ້ອນປັບປຸງນິຕິກໍາໃຕ້ກົດໝາຍຈໍານວນໜຶ່ງຄືນໃໝ່ໃຫ້ຮັດກຸມຂື້ນກ່ວາເກົ່າ ໂດຍສະເພາະກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ. ພ້ອມທັງໄດ້ສະເໜີກົນໄກການຈັດຕັ້ງປະຕິບັດ ການຄຸ້ມຄອງລົດບັນທຸກນ້ຳໜັກເກີນຄືນໃໝ່ໃນທົ່ວ ປະເທດ ໂດຍສົມທົບກັບທຸກພາກສວ່ນທີ່ກ່ຽວຂ້ອງໃນເວລາຈັດຕັ້ງປະຕິບັດວຽກງານຕົວຈິງ.
ສໍາລັບການຄຸ້ມຄອງການຂົນສົ່ງໂດຍສານ ແລະ ສະຖານີລົດຂົນສົ່ງໂດຍສານນັ້ນ ທ່ານສະເໜີວ່າ ໃຫ້ບັນດາພະແນກ ຍທຂ ແຂວງ ແລະ ນະຄອນຫຼວງ ປຶກສາຫາລືກັນກ່ຽວກັບການແລ່ນລົດ ລະຫວ່າງ ແຂວງ ຫາ ແຂວງ ເພາະໄດ້ມີລະ ບຽບການແລ້ວ, ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດລະບຽບ ການກໍານົດສາຍທາງ ສໍາລັບລົດປະຈໍາທາງ ແລະ ບໍ່ປະຈໍາ ທາງ ແລະ ເຂັ້ມງວດໃນການຈອດລົດ. ພ້ອມດຽວກັນນີ້ ກະຊວງ ຍທຂ ກໍຕ້ອງສຸ່ມໃສ່ການຕິດຕາມ ແລະ ກວດກາ, ເປັນເຈົ້າກາກວດກາ ແລະ ເກັບກໍາຂໍ້ມູນ ຄວາມຖືກຕ້ອງຕາມກົດໝາຍຂອງການສ້າງຕັ້ງສະຖານີ, ຖ້າບ່ອນໃດເຮັດ ບໍ່ຖືກຕ້ອງ ກໍຕ້ອງໃຫ້ຢຸດຕິ.
ການຄຸ້ມຄອງການຂຶ້ນທະບຽນພາຫະນະ, ການພິມໃບທະບຽນ ແລະ ໃບຂັບຂີ່, ຕ້ອງຫັນເປັນທັນສະໄໝໂດຍປະສານ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງວຽກງານການຄຸ້ມຄອງຂື້ນທະບຽນ, ການພິມໃບທະບຽນ ແລະ ການຂັບຂີ່, ເຊື່ອມ ຕໍ່ ແລະ ເປັນເອກະພາບກັບ ກະຊວງການເງິນ, ກະຊວງອຸດສະຫະກຳ-ການຄ້າ ແລະ ກະຊວງປ້ອງກັນຄວາມສະຫງົບ. ເພື່ອສ້າງລະບົບການຄຸ້ມຄອງວຽກງານດັ່ງກ່າວໃຫ້ມີຄວາມເປັນເອກະພາບກັນ ແລະ ລວມສູນໃນຂອບເຂດທົ່ວປະເທດ, ສ້າງຄວາມເຂັ້ມແຂງພາຍໃນ, ສ້າງຄວາມສະດວກ, ວ່ອງໄວ, ປະຢັດ ແລະ ສາມາດລົບລ້າງຫາງສຽງຂອງສັງຄົມ ກ່ຽວກັບຄວາມຊັກຊ້າ, ຄວາມບໍ່ສະດວກ ແລະ ບໍ່ໂປ່ງໃສໃນຜ່ານມາໃຫ້ໝົດໄປເທື່ອລະກ້າວ.
ການແກ້ໄຂບັນຫາການຈາລະຈອນແອອັດ ແລະ ອຸປະຕິເຫດຕາມທ້ອງຖະໜົນ. ຈະຕ້ອງຕິດພັນກັບການວາງແຜນ ແລະ ຄຸ້ມຄອງຜັງເມືອງ ແລະ ສິ່ງປຸກສ້າງທີ່ຖືກຕ້ອງ, ມີຄວາມກົມກຽວຢ່າງເປັນລະບົບຄົບຊຸດ ແລະ ມີການປະສານງານ ກັບທຸກພາກສ່ວນກ່ຽວຂ້ອງ ລວມທັງການນໍາໃຊ້ທີ່ດິນ. ພ້ອມກັນນີ້ກໍ່ສ້າງລະບົບ, ກົນໄກ ຕິດຕາມກວດກາມາດຕະຖານ ເຕັກນິກພາຫະນະລົດຂົນສົ່ງໂດຍສານ ແລະ ເຂັ້ມງວດກວດກາຕໍ່ຜູ້ຂັບລົດໂດຍສານ. ເປັນເຈົ້າການຄົ້ນຄ້ວາສັງລວມ ແລະ ສະເໜີລັດຖະບານ ເພື່ອຜ່ານຮ່າງແຜນຍຸດທະສາດການຂົນສົ່ງແບບຍືນຍົງ ທີ່ເປັນມິດຕໍ່ສີ່ງແວດລ້ອມຂອງ ສປປ ລາວ (EST) ຮອດປີ 2025 ແລະ ວິໄສທັດຮອດປີ 2030. ພ້ອມກັນນີ້ກໍຕ້ອງເປັນເຈົ້າການສົມທົບກັບ ພະແນກ ຍທຂ ທ້ອງຖິ່ນ ແລະ ພາກສ່ວນ ປກສ ແກ້ໄຂສະພາບຄວາມແອອັດ ແລະ ອຸປະຕິເຫດທາງຖະໜົນ ທັງແບບສະເພາະໜ້າ ແລະ ຍືນຍົງ, ພ້ອມທັງມີການຕິດຕາມ, ກວດກາ ແລະ ປະເມີນຜົນ ໃນແຕ່ລະໄລຍະ.