ກອງປະຊຸມເຜີຍແຜ່ຜົນການເກັບກຳຂໍ້ມູນ ແລະ ກະກຽມອອກແບບລະອຽດສຳລັບໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ
ໃນຕອນເຊົ້າຂອງວັນທີ 19 ກັນຍາ 2018 ຢູ່ທີ່ສະຖາບັນຝຶກອົບຮົມ ຍທຂ (ຫຼັກ19) ໄດ້ເປີດກອງປະຊຸມເຜີຍແຜ່ຜົນການ ເກັບກຳຂໍ້ມູນ ແລະ ກະກຽມອອກແບບລະອຽດ (Inception Workshop) ສຳລັບໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ Scaling up Nutrition and WASH Infrastructure Project (SUNWIP). ໃຫ້ກຽດເປັນປະ ທານຮ່ວມໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ຍທຂ, ທ່ານ. Leo Faber ເອກອັກຄະ ລາດສະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ. ໃຫ້ກຽດເຂົ້າຮ່ວມມີ ທ່ານ Jens Luetkenherm ເອກອັກຄະ ລາດສະທູດ ສະຫະພັນເຢຍລະມັນ ປະຈຳ ສປປ ລາວ, ທ່ານ Jan Wiegelmqnm ຫົວໜ້າຫ້ອງການຜູ້ຕາງໜ້າ ທະນາຄານພັດທະນາເຢຍລະມັນ (KfW) ປະຈຳ ສປປ ລາວ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງແຂວງສະຫວັນນະເຂດ, ທ່ານ ຮອງເຈົ້າແຂວງແຂວງຄຳມ່ວນ, ບັນດາທ່ານຫົວໜ້າກົມ, ທ່ານຮອງຫົວໜ້າກົມ, ທ່ານຫົວໜ້າ ພະແນກ, ທ່ານຮອງຫົວໜ້າພະແນກອ້ອມຂ້າງກະຊວງ ຍທຂ, ທ່ານຜູ້ແທນຈາກສູນກາງ, ບັນດາແຂວງ, ບັນດາເມືອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການ SUNWIP ຈະປະກອບສ່ວນໂດຍກົງເຂົ້່າໃນການບັນລຸເປົ້່າໝາຍ ຍຸດທະສາດແຫ່ງຊາດ ວ່າດ້ວຍໂພສະນາການ ຂອງ ສປປລາວ ຮອດປີ 2025 ແລະ ແຜນປະຕິບັດງານ 2016-2020 ແລະ ຍັງຈະປະກອບສ່ວນເຂົ້່າໃນການ ບັນລຸເປົ້່າ ໝາຍແຫ່ງການພັດທະນາທີ່ຍືນຍົງ SDG 2 ທີ່ວ່າ “ຍຸດຕິຄວາມ ອຶດຫິວ, ບັນລຸໄດ້ການຄ້ຳປະກັນສະບຽງອາຫານ ແລະ ປັບປຸງໂພສະນາການໃຫ້ດີຂື້ນ” ແລະ SDG 6 “ຮັບປະກັນໃຫ້ທຸກຄົນໄດ້ເຂົ້າ ເຖີງການນຳໃຊ້ ນ້ຳທີ່ສະອາດ ແລະ ສຸຂາພິ ບານ ທີ່ສະອາດ ເເລະ ປອດໄພ”. ຈຸດປະສົງຂອງໂຄງການແມ່ນເພື່ອປັບປຸງການເຂົ້າເຖິງນ້ຳທີ່ສະອາດ ແລະ ປອດໄພໃຫ້ແກ່ ປະຊາຊົນ ຕະຫຼອດປີ ແລະ ການສົ່ງເສີມຄວາມຮູ້ໃນການນຳໃຊ້ນ້ຳ ໃຫ້ຖືກສຸຂະອະນາໄມ ເເລະ ເພື່ອ ສຸຂະອະນາ ໄມທີ່ດີຂື້ນ, ຊື່ງສາມາດຫຼຸດຜ່ອນ ຜົນທະທົບ ເເລະ ປ້ອງການພະຍາດຖ້ອງທ້ອງ ແລະ ເພີ່ມຜົນປະໂຫຍດໃຫ້ມີໂພຊະນາ ການທີ່ດີຂື້ນ.
ກອງປະຊຸມໃນຄັ້ງນີ້ ທ່ານຜູ້ແທນຈາກສູນກາງ, ບັນດາແຂວງ, ບັນດາເມືອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ປະ ກອບຄຳຄິດຄຳເຫັນ, ບົດຮຽນ ແລະ ຂໍ້ສະເໜີອັນດີ ໂດຍສະເພາະແມ່ນ ບັນດາຄະນະຊ່ຽວຊານໂຄງການ ທີ່ໄດ້ສະເໜີແຜນ ແລະ ຂໍ້ມູນຕ່າງໆ ກ່ຽວກັບໂຄງການ ໃຫ້ໄດ້ຮູ້ເຖິງ ຄວາມສຳຄັນ ແລະ ຄວາມຈຳເປັນຂອງການຈັດຕັ້ງປະຕິບັດໂຄງການ ຫຼາຍກ່ວາເກົ່າ.
ກອງປະຊຸມໃນຄັ້ງນີ້ບັນລຸໄດ້ໝາກຜົນອັນຈົບງາມຕາມຄາດໝາຍທີ່ໄດ້ວາງໄວ້ເປັນຢ່າງດີ.