ຍທຂ ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດວຽກແກ້ໄຂສຸກເສີນແລະ ກວດກາວຽກສຸກເສີນຕາມເສັ້ນທາງຫຼວງໃນຂອບເຂດທົ່ວປະເທດ ແລະ ລາຄາຫົວໜ່ວຍແຕ່ລະປະເພດກໍ່ສ້າງ, ລາຄາວັດສະດຸກໍ່ສ້າງແຕ່ລະເຂດ ແລະແຕ່ລະຈຸດສຸມຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII

ທ່ານ ປອ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດວຽກແກ້ໄຂສຸກເສີນ ແລະ ກວດກາວຽກສຸກເສີນຕາມເສັ້ນທາງຫຼວງໃນຂອບເຂດທົ່ວປະເທດ ຊຶ່ງການສ້ອມແປງບັນດາເສັ້ນທາງທີ່ເປ່ເພຈາກໄພພິບັດ, ຜ່ານມາລັດຖະບານ ກໍຄື ກະຊວງ ຍທຂ ໄດ້ຊີ້ນໍາໃຫ້ສ້ອມແປງສຸກເສີນເລັ່ງດ່ວນ ເພື່ອບໍ່ໃຫ້ການຄົມມະນາຄົມຂົນສົ່ງຖືກຕັດຂາດ ​ແລະ ຮັບປະກັນ​ການ​​ໃຫ້ການ​ຈັນ​ຈອນ​​ໄດ້​ສະດວກ ​ແລະ ຮັບປະກັນ​ຄວາມ​ປອດ​​ໄພ. ຕໍ່​ກັບ​ຄຳ​ຖາມ​ຂອງ ທ່ານ ນາງ ສຸວັນເພັງ ສສຊ ເຂດ 13 ແຂວງສະຫວັນນະເຂດ ຖາມ: ການສ້ອມແປງບັນດາເສັ້ນທາງທີ່ເປ່ເພຈາກໄພພິບັດ, ຜ່ານມາລັດຖະບານ ກໍຄື ກະຊວງ ຍທຂ ໄດ້ຊີ້ນໍາໃຫ້ສ້ອມແປງສຸກເສີນເລັ່ງດ່ວນ ເພື່ອບໍ່ໃຫ້ການຄົມມະນາຄົມຂົນສົ່ງຖືກຕັດຂາດ ແຕ່ບໍ່ຮູ້ວ່າມີຂັ້ນຕອນ, ວິທີການ, ມາດຕະການໃນການຈັດຕັ້ງປະຕິບັດຄືແນວໃດ? ໄດ້ຈັດລຽງບູລິມະສິດແລ້ວບໍວ່າບ່ອນໃດຈະແປງເລັ່ງດ່ວນ, ບ່ອນໃດຈະແປງຫລັງລະດູຝົນ?. ການຕິດຕາມກວດກາດ້ານຄຸນນະພາບ, ບໍລິມາດວຽກ, ການຄິດໄລ່ມູນຄ່າລາຄາ ເຮັດຄືແນວໃດ? ເຫັນວ່າແມ່ນການປະຕິບັດບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ບໍ່ຖືກກັບວິໄນແຜນການ, ເຊິ່ງອົງການປົກຄອງທ້ອງຖິ່ນກໍ່ເຫັນວ່າຢ້ານມີຄວາມຜິດເວລາມີການກວດສອບ, ກວດກາ,  ສະເໜີກະຊວງ ຍທຂ ຊີ້ແຈງ.

ຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດວຽກສຸກເສີນ

ໃນໄລຍະຜ່ານມາ ລັດຖະມົນຕີກະຊວງ ຍທຂ ໄດ້ອອກຄໍາສັ່ງກ່ຽວກັບການຈັດຕັ້ງ ຕິດຕາມ, ແກ້ໄຂ ແລະ ກວດກາວຽກສຸກເສີນຕາມເສັ້ນທາງຫຼວງໃນຂອບເຂດທົ່ວປະເທດ ໃນລະດູຝົນແຕ່ລະປີ 2019 ສະບັບເລກທີ 15435/ຍທຂ, ລົງວັນທີ 3/7/2019.

1.    ການກະກຽມຮັບມືກັບວຽກສຸກເສີນ

ການແບ່ງຄວາມຮັບຜິດຊອບ ແມ່ນໄດ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງລະຫວ່າງອົງການຄຸ້ມຄອງວຽກງານທາງຫຼວງ, ຊຶ່ງ ທາງຫຼວງແຫ່ງຊາດແມ່ນໄດ້ມອບໃຫ້ ຫົວໜ້າກົມຂົວທາງ ສົມທົບກັບ ຫົວໜ້າພະແນກ ຍທຂ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຈັດແບ່ງຄວາມຮັບຜິດຊອບກັນເພື່ອລົງຊີ້ນໍາ ແລະ ຕິດຕາມການຈັດຕັ້ງແກ້ໄຂວຽກສຸກເສີນທີ່ອາດເກີດຂື້ນຕາມທາງຫຼວງແຫ່ງຊາດໃນລະດູຝົນຢ່າງໃກ້ຊິດ ແລະ ທົ່ວເຖິງໃນຂອບເຂດທົ່ວປະເທດ. ການຕິດຕາມຕົວຈິງ ແມ່ນ ໃຫ້ຈັດຕັ້ງຜູ້ຮັບຜິດຊອບຢູ່ແຕ່ລະຕອນທາງ ໂດຍປະກອບມີ: ວິຊາການຂອງໂຄງການສ້ອມ​ແປງທາງຫຼວງ​ແຫ່ງ​ຊາດ, ວິຊາການຂອງພະແນກ ຍທຂ ບັນດາແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການ ຍທຂ ເມືອງ, ໂດຍມອບ​ໃຫ້ໂຄງການສ້ອມ​ແປງທາງຫຼວງ​ແຫ່ງ​ຊາດທີ່​ປະຈຳ​ຢູ່​ບັນດາ​ແຂວງ, ນະຄອນຫຼວງວຽງ​ຈັນ ​ເປັນ​ເຈົ້າ​ການ​ປະສານ​ສົມທົບກັບຄະນະ​ກຳມະ
ການ​ປະມູນ​ຂັ້ນ ​ແຂວງ ​ແລະ ນະຄອນຫຼວງ​ວຽງ​ຈັນ ທີ່ຖືກແຕ່ງ​ຕັ້ງ​ນັ້ນ ດຳ​ເນີນ​ການ​ເຈລະຈາ​ລາຄາ​ຫົວໜ່ວຍ​ວຽກສຸກ​ເສີນ(ການຍົກຍ້າຍດິນເຈື່ອນ, ຫີນເຈື່ອນ ແລະ ຕົ້ນໄມ້ລົ້ມທັບທາງ; ສ້ອມແປງຂົວ, ທໍ່ ຫຼື ປະກອບຂົວ, ທໍ່ໃໝ່; ສ້ອມແປງຮ່ອງລະບາຍນໍ້າ ຫຼື ສ້ອມແປງ ໜ້າທາງ, ຄັນທາງ ຈຸດທີ່ເປ່ເພເສຍຫາຍໃຫ້ໄປມາໄດ້ສະດວກ; ກໍ່ສ້າງທາງເວັ້ນ ຫຼື ນໍາໃຊ້ເຮືອບັກ ໃນກໍລະນີເຫັນວ່າມີຄວາມຈໍາເປັນ ເພື່ອແກ້ໄຂການສັນຈອນຕິດຄັດ) ກັບບໍລິສັດທີ່​ຮັບຜິດຊອບ​ວຽກສ້ອມແປງຢູ່​ແຕ່​ລະ​ສັນຍາ​ ໃນຕອນທາງທີ່​ຂື້ນ​ກັບ​ໂຄງການ​ຕົນ​ຮັບຜິດຊອບ ​ໂດຍ​ອີງ​ໃສ່ລາຄາ​ຫົວໜ່ວຍ​ທີ່​ເຄີຍ​ຈັດ​ຕັ້ງ​ປະຕິບັດໃນໄລຍະຜ່ານ​ມາຂອງ​ແຕ່​ລະ​ຕອນ​ທາງ​ຢ່າງ​ສົມ​ເຫດ​ສົມ​ຜົນ. ບໍລິສັດ​ຜູ້​ຮັບ​ເໝົາ​ທີ່​ໄດ້​ຖືກ​ຄັດ​ເລືອກຕ້ອງ​ກຽມພ້ອມດ້ານພາຫະນະ ແລະ ວັດສະດຸທີ່ຈໍາເປັນ ເພື່ອເຝົ້າຕິດຕາມ ​ແລະ ​ແກ້​ໄຂວຽກສຸກເສີນທີ່ອາດຈະເກີດຂື້ນ ຢູ່ແຕ່ລະຕອນທາງ, ເພື່ອຮັບປະກັນການສັນຈອນຕາມທາງຫຼວງແຫ່ງຊາດ ໄປມາໄດ້ຢ່າງໂລ່ງລ່ຽນ ແລະ ປອດໄພ​ໂດຍ​ໄວ.

ທາງຫຼວງທ້ອງຖີ່ນ (ທາງຫຼວງແຂວງ, ທາງຫຼວງເມືອງ ແລະ ທາງເທດສະບານ): ການຈັດຕັ້ງປະຕິບັດໄດ້ສະເໜີມອບໃຫ້ທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນຜູ້ຊີ້ນໍາ ພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການ ຍທຂ ເມືອງ ເປັນເຈົ້າການຈັດຕັ້ງເຝົ້າຕິດຕາມ ແລະ ແກ້ໄຂສຸກເສີນທີ່ເກີດຂື້ນໃຫ້ທັນການ ສໍາລັບເສັ້ນທາງໃນຕົວເມືອງ ໃຫ້ສຸມໃສ່ແກ້ໄຂຮ່ອງນໍ້າ, ລະບົບລະບາຍນໍ້າແຄມທາງ ແລະ ການແກ້ໄຂສ້ອມແປງໜ້າທາງທີ່ເປ່ເພເປັນຂຸມໃຫ້ທັນການ, ຮັບປະກັນໄດ້ສະພາບການສັນຈອນຕາມທາງຫຼວງທ້ອງຖີ່ນ ແລະ ທາງເທດສະບານ ໃຫ້ໄປມາໄດ້ຢ່າງໂລ່ງລ່ຽນ ແລະ ປອດໄພ. ມອບ​ໃຫ້​ພະ​ແນ​ກ ຍທຂ ​ແຂວງ, ນະ​ຄອນ​ຫຼວງ​ວຽງ​ຈັນ ປະສານ​ສົມທົບ​ກັບຄະນະ​ກຳມະການ​ປະມູນ​ຂັ້ນ​ແຂວງ, ນະຄອນຫຼວງວຽງ​ຈັນ ດຳ​ເນີນ​ການ​ປະມູນ​ເອົາ​ຜູ້​ຮັບ​ເໝົາ​ໄວ້​ລ່ວງ​ໜ້າ ​ເພື່ອ​ຮັບຜິດຊອບ​ທາງ​ຫຼວງ​ສາຍ​ຫຼັກ​ຂອງ​ແຂວງ, ຮັບປະກັນ​ໃຫ້​ຕອນ​ທາງ​ດັ່ງກ່າວ​ ມີ​ຜູ້​ຮັບຜິດຊອບ​ແກ້​ໄຂ​ວຽກ​ສຸກ​ເສີນ​ທີ​ອາດ​ຈະເກີດຂື້ນ ໃຫ້​ທ່ວງທັນ​ກັບ​ເວລາ.

2.    ການຈັດ​ຕັ້ງ​ແກ້​ໄຂ, ກວດກາ, ຢັ້ງຢືນບໍລິມາດ ແລະ ມູນຄ່າ.

ທາງ​ຫຼວງ​ແຫ່ງ​ຊາດ: ມອບໃຫ້ ຫົວໜ້າກົມຂົວທາງ ເປັນເຈົ້າການສົມທົບກັບ ພະແນກ ຍທຂ ບັນດາແຂວງ, ນະຄອນຫຼວງວຽງຈັນ ຊີ້ນໍາໂຄງການສ້ອມ​ແປງທາງຫຼວງ​ແຫ່ງ​ຊາດ ເປັນ​ເຈົ້າ​ການ​ໃນ​ການ​ຕິດຕາມ​ກວດກາສະພາບ​ການ​ຕ່າງໆ​ ​ໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ​ຢ່າງ​ເປັນ​ປົກກະຕິ, ລາຍ​ງານ, ຂໍ​ທິດ​ຊີ້​ນຳ​ຈາກ ຫົວໜ້າ​ກົມ​ຂົວ​ທາງ ​ແລະ ລັດຖະມົນຕີ ກະຊວງ ຍທຂ ​​ເພື່ອແກ້​ໄຂ​ວຽກສຸກ​ເສີນທີ່​ເກີດ​ຂື້ນ​​ໃຫ້​ທັນ​ເວລາ, ປະສານ​ສົມທົບ​ກັບ​ພະ​ແນ​ກ ຍທຂ ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ​ແລະ ຫ້ອງການ ຍທຂ ​ເມືອງ ພ້ອມ​ທັງ​ຄະນະ​ກຳມະການ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ໄພພິບັດ​ຂັ້ນ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ​ໃນ​ການ​ກວດກາ, ເກັບກໍາ ແລະ ຢັ້ງຢືນບໍລິ​ມາດວຽກສຸກ​ເສີນ​ທີ່​​ເກີດ​ຂື້ນ.

ທາງ​ຫຼວງ​ທ້ອງ​ຖິ່ນ: ມອບ​ໃຫ້ ພະ​ແນ​ກ ຍທຂ ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ​ແລະ ຫ້ອງ ການ ຍທຂ ​ເມື​ອງ ​ເປັນ​ເຈົ້າ​ການ​ໃນ​ການ​ຕິດຕາມ​ກວດກາ ສະພາບ​ການ​ຕ່າງໆ​ທີ່​ເກີດ​ຂື້ນ​ຕາມ​ທາງ​ຫຼວງ​ທ້ອງ​ຖິ່ນ ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຢ່າງ​ເປັນ​ປົກກະຕິ, ລາຍ​ງານ ​ແລະ ຂໍ​ທິດ​ຊີ້​ນຳ​ຈາກ ຫົວໜ້າ​ພະ​ແນ​ກ ຍທຂ ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ​ແລະ ທ່ານ ເຈົ້າ​ແຂວງ, ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ​ເພື່ອ​ແກ້​ໄຂ​ວຽກສຸກ​ເສີນ​ໃຫ້​ທັນ​ເວລາ, ປະສານ​ສົມທົບ​ກັບ​ ຄະນະກໍາມະການ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ໄພພິບັດ​ຂັ້ນ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ​ໃນ​ການ​ກວດກາ, ເກັບກໍາ ແລະ ຢັ້ງຢືນບໍລິ​ມາດວຽກສຸກ​ເສີນ​ທີ່​​ເກີດ​ຂື້ນ.

3.    ການຄິດໄລ່ລາຄາຫົວໜ່ວຍ ແລະ ມູນຄ່າ

     ລາຄາຫົວໜ່ວຍ ແມ່ນ ຜ່ານການປະມູນໄວ້ລ່ວງໜ້າກ່ອນເຫດສຸກເສີນຈະເກີດ, ໂດຍສະເພາະແມ່ນບັນດາທາງສາຍຫຼັກເຊັ່ນ ທາງຫຼວງແຫ່ງຊາດ ແລະ ທາງຫຼວງແຂວງ. ລາຄາກາງທີ່ໃຊ້ໃນການປະມູນ ແມ່ນ ໄດ້ຖືເອົາລາຄາຫົວໜ່ວຍຂອງກະຊວງ ແລະ ລາຄາ ທີ່ເຄີຍນໍາໃຊ້ໃນແຂວງກ່ຽວຂ້ອງເປັນບ່ອນອີງ.

4.    ການລາຍງານ

ທາງຫຼວງແຫ່ງຊາດ ມອບໃຫ້ກົມຂົວທາງ ເປັນເຈົ້າການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານໃຫ້ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີຜູ້ຖືກມອບໝາຍ ເພື່ອຂໍຄໍາເຫັນແກ້ໄຂໂດຍໄວ.

ທາງຫຼວງທ້ອງຖິ່ນ ມອບໃຫ້ພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານໃຫ້ ທ່ານເຈົ້າແຂວງ, ທ່ານເຈົ້າຄອງ, ຮອງເຈົ້າແຂວງ, ຮອງເຈົ້າຄອງ ຜູ້ຊີ້ນໍາ ເພື່ອຂໍຄໍາເຫັນແກ້ໄຂໂດຍໄວ.

ກະຊວງ ຍທຂ ເປັນຜູ້ສັງລວມຄວາມເສຍຫາຍທັງໝົດ (ການແກ້ໄຂສຸກເສີນ ແລະ ຄວາມຕ້ອງການແກ້ໄຂຟື້ນຟູຫຼັງລະດູຝົນເພື່ອໃຫ້ເສັ້ນທາງກັບຄືນສູ່ສະພາບປົກກະຕິ)ລາຍງານໃຫ້ ລັດຖະບານ ຊາບເປັນແຕ່ໄລຍະ.

5.    ງົບປະມານ

ການຊໍາລະວຽກແກ້ໄຂສຸກເສີນທີ່ເກີດຂື້ນຕາມທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ທັງໝົດ ແມ່ນນໍາສະເໜີລັດຖະບານພິຈາລະນາອະນຸມັດຕາມລະບຽບການ ແລະ ຂັ້ນຕອນ ທີ່ກະຊວງ ແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ກໍານົດ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າ ການແກ້ໄຂວຽກສຸກເສີນ ເປັນວຽກສ້ອມແປງທີ່ຕ້ອງໄດ້ປະຕິບັດຢ່າງຮີບດ່ວນ ເມື່ອມີເຫດການສຸກເສີນເກີດຂື້ນ ເພື່ອແກ້ໄຂສະພາບເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະ ເປີດເສັ້ນທາງໃຫ້ແກ່ການສັນຈອນ ໂດຍໄວ, ຊຶ່ງບໍ່ສາມາດປະກອບເອກະສານ, ດໍາເນີນການສະເໜີຫາລັດຖະບານ ເພື່ອພິຈາລະນາ ແລະ ຮັບຮອງຈາກສະພາແຫ່ງຊາດ ຕາມຂັ້ນຕອນ.

 

Additional information