ກອງປະຊຸມສັບປະດາວັນເຄຫາສະຖານໂລກ ພາຍໃຕ້ຄຳຂວັນເຮືອນຢູ່ສຳລັບທຸກຄົນ ອານາຄົດຂອງຕົວເມືອງທີ່ດີກວ່າ

 

 

ກອງປະຊຸມສັບປະດາ, ວັນເຄຫາສະຖານໂລກ ພາຍໃຕ້ຄຳຂວັນ: ເຮືອນຢູ່ສຳລັບທຸກຄົນ, ອານາຄົດຂອງຕົວເມືອງທີ່ດີກວ່າ, ໄດ້ຈັດຂື້ນໃນວັນທີ 8 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ອປ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ; ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນວຽງຈັນ ແລະ ທ່ານ ອາວີ ຊາກາ ຫົວໜ້າອົງການ UN Habitat ​ປະ​ຈຳ ​ສ​ປ​ປ ລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນເດືອນຕຸລາຂອງທຸກໆປີ ໄດ້ມີການເຕົ້າໂຮມກັນ ເພື່ອສະເຫລີມສະຫລອງ ວັນເຄຫະສະຖານໂລກ ຮ່ວມກັບບັນດາປະຊາຊາດໃນທົ່ວໂລກ ຊຶ່ງເປົ້າໝາຍຕົ້ນຕໍແມ່ນ ເພື່ອຍົກລະດັບຄວາມຮັບຮູ້ ແລະຄວາມເຂົ້າໃຈຂອງປວງຊົນ ຕໍ່ກັບການພັດທະນາທີ່ຢູ່ອາໄສ, ການພັດທະນາຕົວເມືອງທີ່ຍືນຍົງ ແລະພ້ອມນີ້ກໍ່ເພື່ອປຸກລະດົມກຳລັງແຮງທາງດ້ານການເມືອງ ແລະນະໂຍບາຍ ໃນການແກ້ໄຂບັນຫາເຮືອນຢູ່ອາໃສ, ການສະເຫລີມສະຫລອງໃນປີ 2020 ນີ້ ແມ່ນພາຍໃຕ້ຄຳຂວັນທີ່ວ່າ “ເຮືອນຢູ່ສຳລັບທຸກຄົນ: ອານາຄົດຂອງຕົວເມືອງທີ່ດີກວ່າ”. ອີງຕາມການລາຍງານຂອງອົງການສະຫະປະຊາຊາດ ເຫັນວ່າ ໃນປັດຈຸບັນນີ້ ພົນລະເມືອງຂອງຕົວເມືອງຢູ່ໃນໂລກ ຫລາຍກວ່າ 20% ຫລື ປະມານ 1,8 ຕື້ຄົນ ຍັງຂາດທີ່ຢູ່ອາໄສທີ່ໝັ້ນຄົງຖາວອນ, ຊຶ່ງໃນນັ້ນ 1 ຕື້ຄົນ ແມ່ນອາໄສຢູ່ໃນຊຸມຊົນແອອັດ ຫລື ສະລຳ ແລະ ຫລາຍກ່ວາ 100 ລ້ານຄົນ ແມ່ນບຸກຄົນທີ່ບໍ່ມີເຮືອນຢູ່ (Homeless), ຄາດຄະເນວ່າໃນປີ 2030 ຈຳນວນຕົວເລກຜູ້ທີ່ຂາດທີ່ຢູ່ອາໄສ ອາດຈະເພີ່ມຂຶ້ນເຖິງ 3 ຕື້ຄົນ. ສະຖານະການຄືດັ່ງກ່າວນີ້ ໄດ້ຮຽກຮ້ອງໃຫ້ບັນດາປະເທດຢູ່ໃນໂລກ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການສະໜອງເຮືອນຢູ່ທີ່ໝັ້ນຄົງຖາວອນ, ມີຄວາມປອດໄພ, ເຂົ້າເຖິງລະບົບໂຄງລ່າງ, ການບໍລິການພື້ນຖານ ແລະ ພ້ອມດຽວກັນນັ້ນ ກໍຕ້ອງໄດ້ຄົ້ນຄິດສ້າງທີ່ຢູ່ອາໃສທີ່ມີລາຄາເໝາະສົມສຳລັບທຸກກຸ່ມຄົນ.

ສຳລັບ ສປປ ລາວ ເຖິງວ່າຈະຖືກຈັດເປັນປະເທດທີ່ຍັງມີລາຍໄດ້ຕ່ຳປານກາງ, ແຕ່ກໍເປັນໜື່ງໃນບັນດາປະເທດ ທີ່ຖືໄດ້ວ່າບໍ່ມີຜູ້ຄົນທີ່ຂາດທີ່ຢູ່ອາໄສຈຳນວນຫລາຍ ແລະ ບໍ່ມີຄຸ້ມຊຸມຊົນແອອັດ ຫລືສະລຳ ທີ່ຢູ່ໃນເງື່ອນໄຂສະພາບແວດລ້ອມຊຸດໂຊມ ດັ່ງທີ່ພົບເຫັນໃນຂົງເຂດອື່ນຂອງພາກພື້ນ ແລະໃນໂລກ ໂດຍສະເພາະແມ່ນປະເທດກຳລັງພັດທະນາ. ເຖິງແນວໃດກໍ່ຕາມ ຍ້ອນການຂະຫຍາຍຕົວຂອງຕົວເມືອງທີ່ວ່ອງໄວ ແລະ ການພັດທະນາທີ່ຢູ່ອາໄສ ທີ່ຍັງບໍ່ມີຄວາມຍືນຍົງໃນໄລຍະທີ່ຜ່ານມາ, ເຖິງວ່າປະຊາຊົນລາວ ທີ່ອາໄສຢູ່ເຂດນອກຕົວເມືອງ ຍັງມີສະພາບແວດລ້ອມທຳມະຊາດ ແລະທັດສະນິຍະພາບຂອງບ່ອນຕັ້ງຖິ່ນຖານທີ່ດີກ່ວາ, ປະຊາຊົນທີ່ອາໄສໃນເຂດຕົວເມືອງ ແມ່ນມີທ່າອ່ຽງທີ່ຈະປະເຊີນກັບລາຄາທີ່ຢູ່ອາໄສທີ່ນັບມື້ນັບແພງຂື້ນ ແລະມີຂະໜາດທີ່ ນັບມື້ນັບແຄບລົງ, ນອກນັ້ນ, ເຖິງວ່າຍັງບໍ່ທັນມີຂໍ້ມູນຊັດເຈນ ຈາກການສຶກສາຄົ້ນຄ້ວາສະເພາະ, ແຕ່ຄົງຈະປະຕິເສດບໍ່ໄດ້ວ່າ ບັນຫາການຂະຫຍາຍຂອງຕົວເມືອງ ທີ່ແຜ່ລາມໂດຍບໍ່ມີການຄວບຄຸມຢ່າງ ຮອບດ້ານຢູ່ໃນບັນດາຕົວເມືອງໃຫຍ່ຂອງປະເທດໃນປັດຈຸບັນ ແມ່ນມີຕົ້ນເຫດມາຈາກການນຳໃຊ້ ທີ່ດິນ ແລະ ການພັດທະນາທີ່ຢູ່ອາໄສ ທີ່ຍັງບໍ່ສອດຄ່ອງກັບຂໍ້ກຳນົດ ແລະ ກົດລະບຽບ ຂອງແຜນຜັງຕົວເມືອງທີ່ໄດ້ວາງອອກ. ພ້ອມນັ້ນ, ພວກເຮົາກໍສາມາດເວົ້າໄດ້ວ່າ ບັນຫາການຈະລາຈອນແອອັດໃນໄລຍະເລັ່ງດ່ວນ, ການເກີດນ້ຳຂັງ ແລະນ້ຳຖ້ວມຢູ່ໃນຕົວເມືອງ ລວມເຖິງຄວາມຕ້ອງການໃຫ້ມີງົບປະມານມະຫາສານ ເພືີ່ອກໍ່ສ້າງໂຄ່ງລ່າງພື້ນຖານ ສະໜອງໃຫ້ແກ່ຊຸມຊົນ ເປັນຕົ້ນແມ່ນຖະໜົນຫົນທາງ, ລະບົບນ້ຳປະປາ, ລະບົບລະບາຍນ້ຳເປື້ອນ, ການສະໜອງພະລັງງານ  ແມ່ນອາດສາມາດຫລຸດຜົນກະທົບລົງໄດ້ ຖ້າມີການວາງແຜນ ແລະ ການຈັດຕັ້ງປະຕີບັດໂຄງການການພັດທະນາທີ່ຢູ່ອາໄສ ແລະ ເຮືອນຢູ່ ທີ່ສາມາດຕອບສະໜອງກັບຄວາມຕ້ອງການຂອງທຸກກຸ່ມຄົນ, ສິ່ງສຳຄັນອີກອັນໜຶ່ງ, ຈາກການສັງເກດຕົວເລກຈຳນວນຫລັງຄາເຮືອນ ທີ່ຖືກກໍ່ສ້າງຢູ່ໃນຕົວເມືອງໃນແຕ່ລະປີ ພວກເຮົາສາມາດເຊື່ອໝັ້ນໄດ້ວ່າ ທ່າແຮງທາງດ້ານການເງິນຂອງຂະແໜງການດ້ານນີ້ສາມາດຊ່ວຍປະກອບສ່ວນ ແກ້ໄຂບັນຫາຂອງຕົວເມືອງ ໃນລະດັບທ້ອງຖິ່ນ ແລະ ລະດັບຊາດຢ່າງເຕັມສະມັດຕະພາບ. ສິ່ງທ້າທາຍຕົ້ນຕໍ ທີ່ຈະເປັນຂໍກະແຈ ໃຫ້ພວກເຮົາໄຂເຂົ້າໄປນຳໃຊ້ທ່າແຮ່ງດັ່ງກ່າວນັ້ນ ແມ່ນຄວາມສາມາດໃນການຊອກຫາມາດຕະການ ແລະ ແນວທາງດຳເນີນການ ເພື່ອຫັນໃຫ້ຂະບວນການກໍ່ສ້າງ ແບບກຸ້ມຕົນເອງພໍໃຜພໍມັນ ມາເປັນແບບທີ່ມີການຈັດຕັ້ງ ແລະ ເປັນລະບົບຕາມກົດໝາຍ.

ເພື່ອເປັນການສ້າງເງື່ອນໄຂ ໃຫ້ແກ່ການຮ່ວມມື, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ທັງເປັນກົນໄກໃນການດືງດູດເອົາການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວິຊາການ ທີ່ເປັນຮູບປະທຳໃນການສືບຕໍ່ປະກອບສ່ວນ ເຂົ້າໃນການຄຸ້ມຄອງການກາຍເປັນຕົວເມືອງ ແລະ ການພັດທະນາຕົວເມືອງໃຫ້ມີຄວາມ ໜ້າຢູ່ ແລະ ຍືນຍົງ ຊ່ວຍຍູ້ໜູນການຂະຫຍາຍໂຕທາງດ້ານເສດຖະກິດ-ສັງຄົມຂອງຊາດ ໃຫ້ໄປຕາມທິດສີຂຽວ ແລະ ການພັດທະນາແບບຍືນຍົງ.

Additional information