ກອງປະຊຸມຄັ້ງທີ່ I ຂອງຄະນະປະສານງານຂັ້ນສູງ (1st JCC Meeting)
- Details
- Published on ສຸກ, 12 ກຸມພາ 2021 02:09
ກອງປະຊຸມຄັ້ງທີ່ I ຂອງຄະນະປະສານງານຂັ້ນສູງ (1st JCC Meeting) ຈັດຂື້ນໂດຍໂຄງການ ພັດທະນາຄວາມສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວ (JICA-BMM Project).
ໃນວັນທີ 05 ກຸມພາ 2021, ທີ່ນະຄອນຫຼວງວຽງຈັນ. ຕົວແທນຈາກພະແນກຄຸ້ມຄອງທາງຫຼວງ, ພ້ອມກັບໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ຮ່ວມກັບທີມ ຊ່ຽວຊານໄຈກາ (JICA Experts) ໄດ້ປະຊຸມກັນຢູ່ ກອງປະຊຸມຄັ້ງທີ່ I ຂອງຄະນະປະສານງານຂັ້ນສູງ(1st JCC Meeting) ຂອງໂຄງການພັດທະນາຄວາມສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວ (JICA- BMM Project), ເພື່ອເປີດຕົວໂຄງການ 3 ປີຢ່າງເປັນທາງການ.
ໃນກອງປະຊຸມ ຮ່ວມເປັນປະທານໂດຍ ທ່ານນາງ ອາກິໂກ ຊານນາດາ (Akiko SANADA), ຜູ້ຕາງໜ້າ ອາວຸໂສ ຈາກໄຈກາ (JICA) ແລະ ທ່ານ ລິດຕາ ຂັດທິຍະ, ຫົວໜ້າກົມ, ພະແນກຄຸ້ມຄອງທາງຫວຼງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກອງປະຊຸມຄັ້ງທີ I ຂອງຄະນະປະສານງານຂັ້ນສູງ (1st JCC Meeting) ຂອງໂຄງການພັດທະ ນາຄວາມສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວ (JICA- BMM Project) ໄດ້ຈັດຂື້ນເພື່ອປຶກສາຫາລືກ່ຽວ ກັບການປະຕິບັດຕໍ່ໂຄງການ ແລະ ວິທີການໂດຍລວມ, ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບປະເດັນຫຼັກໆ ທີ່ເກີດຂື້ນ ຫຼື ພົວພັນກັບໂຄງການ.
ຈຸດປະສົງໂດຍລວມຂອງໂຄງການພັດທະນາຄວາມສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວ (JICA- BMM Project)ເພື່ອ: ປັບປຸງຄວາມອາດສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວຂອງບັນດາອົງ ການຄູ່ຮ່ວມງານ ແລະ ຊ່ຽວຊານໄຈກາ (JICA Experts) ເຮັດວຽກຮ່ວມກັນເພື່ອເຮັດໃຫ້ສຳເລັດຕາມຜົນໄດ້ຮັບ ຂອງໂຄງການລວມທັງການປັບປຸງ (i) ຄວາມສາມາດໃນການບົ່ງມະຕິ ແລະ ກວດກາຂົວ, (ii) ຄວາມສາມາດໃນ ການສ້ອມແປງ ແລະ ບຳລຸງຮັກສາຂົວ (iii) ຄວາມສາມາດໃນການວາງແຜນ ແລະ ງົບປະມານຢ່າງເປັນລະບົບຜ່ານ ການດຳເນີນງານຂອງລະບົບການຄຸ້ມຄອງຂົວ.
ໂຄງການພັດທະນາຄວາມສາມາດໃນການຄຸ້ມຄອງ ແລະ ບຳລຸງຮັກສາຂົວ (JICA-BMM Project) ຍັງໄດ້ໃຫ້ຄວາມສຳຄັນແກ່ ໂຄງການການຮ່ວມມືກັບ ພາກລັດ - ເອກະຊົນ- ວິຊາການທັງໃນລາວ ແລະ ຍີ່ປຸ່ນ, ໂດຍຜ່ານການມີສ່ວນຮ່ວມຂອງ ຊ່ຽວຊານໄຈກາ (JICA Experts) ເຊັ່ນດຽວກັນກັບມະຫາວິທະຍາໄລແຫ່ງຊາດ ລາວ (NUOL) ແລະ ມະຫາວິທະຍາໄລນາກາຊາກິ (Nagasaki University)ໃນປະເທດຍີ່ປຸ່ນໃນຖານະເປັນຜູ້ ປະຕິບັດຫລັກຂອງໂຄງການ .
ຫຼັງຈາກຊ່ຽວຊານໄຈກ້າ (JICA Experts) ໄດ້ນຳສະເໜີກ່ຽວກັບ ບົດລາຍງານເບື້ອງຕົ້ນ, ໄດ້ສົນທະນາ ສຸມໃສ່ການຮ່ວມມືລະຫວ່າງພາກລັດ- ເອກະຊົນ- ວິຊາການ. ທ່ານຮອງ ສາດສະດາຈານ ຄຳປະເສີດ ເທບວົງສາ, ຜູ້ຕາງໜ້າ ຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ (NUOL), ໄດ້ກ່າວຄຳຂອບໃຈຕໍ່ການຮ່ວມມືຂອງ ພາກລັດ - ເອກະຊົນ - ວິຊາການ ເພື່ອສົ່ງເສີມໃຫ້ວິສະວະກອນໜຸ່ມໃຫ້ມີສ່ວນຮ່ວມໃນກິດຈະກຳຂອງໂຄງການ ແລະ ດັ່ງນັ້ນ ເພື່ອຄວາມຍືນຍົງຂອງຜົນໄດ້ຮັບຂອງໂຄງການ. ທ່ານນາງ ສາຍຄຳ ທຳມະໂນສຸດ, ຮອງຫົວໝ້າ ສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ (PTTI) ຍັງໄດ້ໃຫ້ຄວາມສຳຄັນຕໍ່ການເຄື່ອນໄຫວກິດຈະກຳຂອງ ໂຄງການ ແລະ ຜົນໄດ້ຮັບທົ່ວປະເທດລາວ ເຖີງຢ່າງໃດກໍ່ຕາມກໍ່ເປັນຜົນສຳເລັດຂອງການຮ່ວມມືລະຫວ່າງ ພາກລັດ - ເອກະຊົນ - ວິຊາການ.
ໃນຂະນະທີ່ມີການແຜ່ລະບາດຂອງໂຄວິດ (Covid- 19) ໃນທົ່ວໂລກ, ການສົນທະນາທີ່ມີຄວາມໝາຍ ເຫລົ່ານັ້ນແມ່ນໄດ້ຈັດຜ່ານທາງອອນລາຍ ໂດຍການເຊື່ອມຕໍ່ກັບສຳນັກງານໃຫ່ຍຂອງໄຈກາ(JICA-Head Quarter) ແລະ ຊ່ຽວຊານໄຈກາ (JICA Experts)ຢູ່ປະເທດຍີ່ປຸ່ນ ໃນຂະນະດງວກັນໃນປະເທດຍີ່ປຸ່ນກໍ່ໄດ້ປະຕິ ບັດມາດຕະການປ້ອງກັນທີ່ຈຳເປັນເຊັ່ນ: ການໃສ່ໜ້າກາກ ແລະ ການໃຊ້ເຈວລ້າງມືຂ້າເຊື້ອ.