ພິທີເຊັນສັນຍາ ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານ ໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ ແຂວງຫຼວງພະບາງ
ວັນທີ 22 ມັງກອນ 2013 ຢູ່ທີ່ຫ້ອງປະຊຸມເບີ 2 ກະຊວງ ຍທຂ ໄດ້ຈັດພິທີເຊັນສັນຍາ “ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ, ແຂວງຫຼວງພະບາງ ລະຫວ່າງ ທ່ານ ນ. ຈຸນໂກະ ໂຍໂກຕະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານ ພົບສະຫວາດ ແສນດວງເດດ ຫົວໜ້າຫ້ອງການ ຍທຂ ເມືອງນ້ຳບາກ, ແຂວງຫຼວງພະບາງ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ Yosuke Tsuruho, ລັດຖະມົນຕີຊ່ວຍວ່າການ ກະຊວງໂຄງລ່າງທີ່ດີນ, ຂົນສົ່ງ ແລະທ່ອງທ່ຽວ ແຫ່ງປະເທດຍີ່ປຸ່ນ, ທ່ານ ຄຳດົວ ເຢຍກົວນໍເຮີວາງ ຮອງເລຂາພັກແຂວງ ຫຼວງພະບາງ ພ້ອມດ້ວຍພະນັກງານ ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ເສັ້ນທາງແຕ່ບ້ານໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ, ແຂວງຫຼວງພະບາງ ມີຄວາມຍາວປະທານ 3 ກິໂລແມັດ ມູນຄ່າການກໍ່ສ້າງ 111,192 USA ແມ່ນມີສະພາບບໍ່ດີ ແລະ ຫຍຸ້ງຍາກໃນການເດີນທາງໄປມາ, ບ້ານນ້ຳລາ ແລະບ້ານໂຄ້ງ ຢູ່ເມືອງນ້ຳບາກ ເປັນບ້ານທີ່ມີຊື່ສຽງເລື່ອງການຜະລິດໝາກກ້ຽງເພື່ອສົ່ງຂາຍ ແລະປະຊາຊົນສ່ວນໃຫຍ່ແມ່ນຊາວໄຮ່, ຊາວສວນ. ດັ່ງນັ້ນ ຖ້າຫາກຖະໜົນເຊື່ອມຕໍ່ລະຫວ່າງໝູ່ບ້ານດັ່ງກ່າວ ຫາກໄດ້ຮັບການແກ້ໄຂ ແລະຍົກລະດັບໃຫ້ດີຂື້ນ ຈະຊ່ວຍອຳນວຍຄວາມສະດວກ ໃນການໄປມາຫາສູ່ກັນລະຫວ່າງປະຊາຊົນ ຈຳນວນ 2,453 ຄົນຈາກ 2 ບ້ານ ແລະປະຊາຊົນຢູ່ເຂດໃກ້ຄຽງອີກປະມານ 10,500 ຄົນ ກໍຈະໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ. ນອກນັ້ນຍັງມີຜົນດີຕໍ່ການຕິດຕໍ່ພົວພັນກັບພາຍນອກ, ການຂົນສົ່ງສິນຄ້າກະສີກຳອອກສູ່ຕະຫລາດຢ່າງສະດວກ, ການນຳສົ່ງຄົນເຈັບໄປໂຮງໝໍເມືອງ, ການໄປໂຮງຮຽນ ແລະການສັນຈອນປະເພດອື່ນໆ, ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອໂຄງການຍົກລະດັບເສັ້ນທາງເຂົ້າໝູ່ບ້ານ ໂດຍຜ່ານໂຄງການ GGP ແລ້ວທັງໝົດ 17 ໂຄງການ ເຊິ່ງມີມູນຄ່າປະມານ 1,249,803 ໂດລາສະຫະລັດ.