ເຜີຍແຜ່ ຜົນສຳເລັດຂອງກອງປະຊຸມ ສຸດຍອດອາຊີ-ເອີລົບ (ASEM) ຄັ້ງທີ 9
ໃນວັນທີ 24 ມັງກອນ 2013 ທີ່ຫ້ອງປະຊຸມເບີ 1 ໄດ້ຮັບຟັງການເຜີຍແຜ່ ຜົນສຳເລັດຂອງກອງປະຊຸມສຸກຍອດອາຊີ-ເອີລົບ (ASEM) ຄັ້ງທີ 9, ໂດຍໃຫ້ກຽດເຜີຍແຜ່ໂອ້ລົມ ຂອງ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ, ເປັນກຽດເຂົ້າຮ່ວມຮັບຟັງມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຜູ້ຊ່ວຍວຽກລັດຖະມົນຕີວ່າການ ແລະ ຊ່ວຍວ່າການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ, ອົງການ, ສະຖາບັນ, ສະພາວິທະຍາສາດ ແລະເຕັກໂນໂລຊີ, ກອງວິຊາການ, ສູນຝຶກ, ຜູ້ອຳນວຍການ ແລະຮອງອຳນວຍການ ບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ຍທຂ ແລະຄະນະຮັບຜິດຊອບອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງ ປະເທດ ໄດ້ເລົ່າປະຫວັດຄວາມເປັນມາຂອງກອງປະຊຸມອາຊີ-ເອີລົບ (ອາເຊັມ) (Asia Europe MeeTing ຫຼື ASEM) 1. ຕົ້ນກຳເນີດຂອງອາເຊັມ, 2. ວີວັດທະນາການຂອງອາເຊັມ, 3. ຂະແໜງການຮ່ວມມືປະກອບມີ 3 ເສົາຄ້ຳຄື: ການຮ່ມມືທາງດ້ານການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, 4. ຈຸດພິເສດຂອງອາເຊັມ ແລະ 5. ກົນໄກການຮ່ວມມືຂອງອາເຊັມ. ທ່ານຍັງກ່າວອີກວ່າ ຜົນສຳເລັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ມີຜົນສຳເລັດຫລາຍຄື:
1. ຄວາມສຳເລັດໃນການປ້ອງກັນຄວາມສະຫງົບ,
2. ຄວາມສຳເລັດຈາກເນື້ອໃນທີ່ເລີກເຊີ່ງ, ມີວິໄສທັດ ແລະເປັນຂິດໝາຍປະຫວັດສາດ,
3. ຄວາມສຳເລັດຈາກການເຂົ້າຮ່ວມຢ່າງຫຼວງຫລາຍ,
4. ຄວາມສຳເລັດຈາກການອຳນວຍຄວາມສະດວກດ້ານໂຄງລ່າງ,
5. ຄວາມສຳເລັດຈາກພິທີການອັນສະຫງ່າງາມ,
6. ຄວາມສຳເລັດຈາກການ ອອກຄຳເຫັນທີ່ຫ້າວຫັນ.
7. ຄວາມສຳເລັດຈາກການພົບປະ 2 ຝ່າຍ ລະຫວ່າງຄະນະຜູ້ແທນກັບເຈົ້າພາບ,
8. ຄວາມສຳເລັດຈາກຄວາມຮູ້ສຶກປີຕິຊົມຊື່ນ ຂອງຄະນະຜູ້ແທນ ແລະ
9. ຄວາມສຳເລັດລວມ ຂອງການເປັນປະທານອາເຊັມ ຂອງ ສປປ ລາວ.
ໝາກຜົນຂອງກອງປະຊຸມປີ່ນອ້ອມ ມີກອງປະຊຸມ ການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີລົບ ຄັ້ງທີ 7 (ASEP-7), ກອງປະຊຸມພາກປະຊົນອາຊີ-ເອີລົບ ຄັ້ງທີ 9 (AEPE-9), ກອງປະຊຸມພາກທຸລະກິດ ອາຊີ-ເອີລົບ ຄັ້ງທີ 13 (AEBF-13).