ການເຂົ້າຢ້ຽມອຳລາຂອງ ທ່ານ Masato TOGAWA
ໃນຕອນບ່າຍ ຂອງວັນທີ 14 ກຸມພາ 2013 ທີ່ຜ່ານມາ, ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕອນຮັບການເຂົ້າຢ້ຽມອຳລາຂອງທ່ານ Masato TOGAWA, ຫົວໜ້າອົງການສາກົນເພື່ອການຮ່ວມມືແຫ່ງປະເທດຍີ່ປຸ່ນ (JICA) ປະຈຳ ສປປ ລາວ ທີ່ໝົດວາລະການປະຕິບັດໜ້າທີ່. ໃນໂອກາດນີ້, ທ່ານ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕີລາຄາສູງ ໃນການປະຕິບັດໜ້າທີ່ຂອງທ່ານ Masato TOGAWA ໃນຕະຫຼອດສາມປີທີ່ຜ່ານມາ, ທ່ານໄດ້ປະຕິບັດວຽກງານຢ່າງຕັ້ງໜ້າປະກອບ ສ່ວນຊຸກຍູ້ປະຕິບັດໂຄງການຮ່ວມມືໃນຂະແໜງການໂຍທາທິຫານ ແລະ ຂົນສົ່ງ ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການ ເພີ້ມພູນຄູນສ້າງສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃຫ້ນັບມື້ນັບມີປະສິດທິຜົນສູງຂື້ນ. ຈາກນັ້ນທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງກໍໄດ້ມອບໃບຍ້ອງຍໍ ໃຫ້ແກ່ທ່ານ Masato TOGAWA ເພື່ອເປັນການສັນລະເສີນຕໍ່ຜົນງານດັ່ງກ່າວພ້ອມດຽວກັນນັ້ນ, ທ່ານ Masato TOGAWA ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ແລະ ກະຊວງໂຍທາທິການ ແລະຂົນສົ່ງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມສະດວກ ໃນການປະຕິບັດໜ້າທີ່ຂອງທ່ານຢູ່ສປປລາວ ແລະ ຢືນຢັນຈະສຶບຕໍ່ສົ່ງເສີມສາຍພົວພັນ ແລະການຮ່ວມມືລະຫວ່າງສອງຊາດ ໃຫ້ດີຍີ່ງໆຂື້ນ. ໃນໂອກາດພົບປະນີ້, ທັງສອງຝ່າຍ ຍັງໄດ້ເຊັນບັດບັນທຶກຮ່ວມກັນ ກ່ຽວກັບການຊ່ວຍເຫຼືອລ້າທາງດ້ານເຕັກນິກ ສຳລັບໂຄງການຂົນສົ່ງ ທີ່ມີມົນລະພິດຕ່ຳ ຢູ່ ສປປ ລາວ, ຊຶ່ງການຄົ້ນຄ້ວາ ແລະ ລິເລີ້ມການສົ່ງເສີມນຳໃຊ້ພາຫະນະຂົນສົ່ງທີ່ມີມົນລະພິດຕ່ຳ ເປັນຕົ້ນແມ່ນລົດໄຟຟ້າ ເປັນການຮັກສາສະພາບແວັດລ້ອມ ໂດຍສະເພາະໃນຕົວເມືອງນະຄອນຫຼວງວຽງຈັນ.