ພິທີວາງສີລາລຶກ ເປີດໂຄງການ ກໍ່ສ້າງຂົວມິດຕະພາບລາວ-ມຽນມາ
ໃນຕອນເຊົ້າຂອງວັນທີ 16 ກຸມພາ 2013 ຢູ່ທີ່ຊຽງກົກ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ມີພິທີວາງສີລາລຶກ ແລະເປີດການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ-ມຽນມາ. ເປັນກຽດເຂົ້າຮ່ວມ ພິທີໃນຄັ້ງນີ້ ໂດຍມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຈໍ ລິນ ລັດຖະມົນຕີວ່າການ ກະຊວງ ກໍ່ສ້າງ ສສ ມຽນມາ, ທ່ານ ພິມມະສອນ ເລືອງຄຳມາ ເຈົ້າ ແຂວງ ແຂວງຫຼວງນ້ຳທາ ພ້ອມດ້ວຍ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ໄຊສົງຄາມ ມະໂນທຳ ຫົວໜ້າໂຄງການ, ໃນນາມຕາງໜ້າໃຫ້ກົມຂົວທາງ ໄດ້ຂື້ນກ່າວລາຍ ງານກ່ຽວກັບໂຄງການດັ່ງນີ້: ເພື່ອຕອບສະໜອງຕາມຄວາມມຸ້ງມາດປາດຖະໜາຂອງ ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ມຽນມາ ທີ່ຕ້ອງການໃຫ້ມີການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ແນໃສ່ສົ່ງເສີມ ສາຍພົວພັນ ແລະ ການຮ່ວມມືທີ່ມີມາແຕ່ດົນນານໃຫ້ໄດ້ຮັບການພັດທະນາໃຫ້ດີຍິ່ງຂື້ນ, ໃນໄລຍະຜ່ານມາ ຜູ້ນຳສູງ ສຸດຂອງສອງປະເທດ ຈຶ່ງໄດ້ມີວິໃສທັດຮ່ວມກັນກຳນົດໃຫ້ຄົ້ນຄ້ວາກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ຊຽງກົກ, ສປປລາວ ແລະ ແກ້ງລາບ, ສສ ມຽນມາ, ຊຶ່ງຕັ້ງຢູ່ຈຸດທີ່ມີຄວາມໝາຍສຳຄັນບົນເສັ້ນທາງເຊື່ອມຕໍ່ດ້ານຄົມມະນາຄົມ -ຂົນສົ່ງ ຊຶ່ງບໍ່ສະເພາະແຕ່ລະຫວ່າງ ສປປ ລາວ ແລະ ສສ ມຽນມາ, ແຕ່ຍັງລວມທັງບັນດາປະເທດໃນອະນຸ ພາກພື້ນ. ຈາກນັ້ນ, ຄະນະວິຊາການທັງສອງຝ່າຍໂດຍສະເພາະແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກະຊວງ ກໍ່ສ້າງ ສສ ມຽນມາ ກໍໄດ້ລົງສຳຫຼວດພື້ນທີ່ກໍ່ສ້າງ ແລະ ປະຊຸມປຶກສາຫາລືຮ່ວມກັນຫຼາຍຫຼົບ ຫຼາຍຕ່າວ ເພື່ອເຮັດໃຫ້ຂົວດັ່ງກ່າວ ໄດ້ຮັບການກໍ່ສ້າງຕາມແຜນການ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ ແມ່ນໝາກຜົນຂອງການຮວ່ມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ມຽນມາ, ຊຶ່ງໃນລະຫວ່າງການຢ້ຽມຢາມ ສປປ ລາວ ຂອງພະນະທ່ານ ເທັນ ເຊັນ, ປະທານາທິບໍດີແຫ່ງ ສສ ມຽນມາ ຕາມການເຊື້ອເຊີນຂອງພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 22 ມີນາ 2012, ທັງສອງຝ່າຍໄດ້ລົງນາມ ໃນສັນຍາລະຫວ່າງລັດຖະບານວ່າດ້ວຍ ການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ- ມຽນມາ. ຫຼັງຈາກນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ເວົ້າລວມ, ເວົ້າສະເພາະແມ່ນກົມຂົວທາງ ໄດ້ຮວ່ມມືກັບວິຊາການ ກົມໂຍທາທິການ, ກະຊວງກໍ່ສ້າງ ຂອງມຽນມາ ດຳເນີນການສຳຫຼວດ ແລະ ອອກແບບຮວ່ມກັນ ມາແຕ່ເດືອນ ພຶດສະພາ 2012 ເປັນຕົ້ນມາ. ມາເຖິງປະຈຸບັນນີ້ ການອອກແບບຂົວ ໄດ້ສຳເລັດແລ້ວ ແລະ ການກໍ່ສ້າງຂົວແຫ່ງນີ້ ແມ່ນພອ້ມແລ້ວ.
ສະເພາະລາຍລະອຽດທີ່ຕັ້ງຂົວມິດຕະພາບລາວ-ມຽນມາ ມີທີ່ຕັ້ງຢູ່ບ້ານຫ້ວຍກຸ່ມ ປະມານ 15 ກິໂລແມັດ ຫ່າງຈາກ ບ້ານຊຽງກົກໄປທາງທິດເໜືອ, ຂື້ນກັບເມືອງລອງ, ແຂວງຫຼວງນ້ຳທາ ສປປ ລາວ ແລະ ປະມານ 500 ແມັດ ທາງໃຕ້ ຂອງບ້ານຊຽງລາບ, ເມືອງທ່າຂີ້ເຫຼັກ, ລັດສານ, ສສ ມຽນມາ. ຂົວດັ່ງກ່າວ ຫ່າງຈາກ ນະຄອນຫຼວງວຽງຈັນ 698 ກິໂລແມັດ, ຫ່າງຈາກ ນະຄອນຫຼວງນາປີຕໍ 940 ກິໂລແມັດ, ຫ່າງຈາກ ນະຄອນຫຼວງຮ່າໂນຍ 1,020 ກິໂລແມັດ ແລະຫ່າງຈາກ ຊາຍແດນມຽນມາ-ອິນເດຍ-ບັງກະລາເດັດ 1,868 ກິໂລແມັດ.
ຂົວມິດຕະພາບລາວ-ມຽນມາ ມີຄວາມຍາວທັງໝົດ 691.6 ແມັດ, ກວ້າງ 10.9 ແມັດ, ມີທາງລົດແລ່ນ 2 ຄອງ, ກວ້າງ 8.5 ແມັດ, ທາງຍ່າງ 2 ເບື້ອງ ເບື້ອງລະ 1.2 ແມັດ. ເປັນຂົວທີ່ມີຂາງປະສົມ ເຊິ່ງມີຂາງເຫຼັກຍາວ 360 ແມັດ ສູງ 12 ແມັດ ຢູ່ທາງກາງ (ຢູ່ວັງ) ແລະ ຂາງເບຕົງອັດແຮງ ຍາວ 331.6 ແມັດ ຢູ່ທາງຝັ່ງ. ຂົວແຫ່ງນີ້ແມ່ນໄດ້ອອກແບບໃຫ້ຮັບນ້ຳໜັກ ລົດບັນທຸກ 10 ລໍ້ ໄດ້ 75 ໂຕນ, ຮັບແຮງສັ່ນ ຂອງແຜ່ນດິນໄຫວ ໄດ້ໃນລະດັບ 7.0 ເຮັກເຕີ ລົງມາ ແລະ ກຳປັ່ນ 500 ໂຕນສາມາດລອດຜ່ານໄປໄດ້.
ໂຄງການນີ້ມີມູນຄ່າ 18 ລ້ານໂດລາ, ເຊິ່ງຈະນຳໃຊ້ງົບປະມານພາຍໃນ ຂອງລັດຖະບານ ສປປລາວ ແລະ ລັດຖະບານ ສສ ມຽນມາ. ຂົວນີ້ ຈະກໍ່ສ້າງໃຫ້ສຳເລັດພາຍໃນໄລຍະເວລາ 30 ເດືອນ, ເລີ່ມແຕ່ມື້ນີ້ ວັນທີ 16 ກຸມພາ 2013 ເປັນຕົ້ນໄປ ຫາ ວັນທີ 15 ສິງຫາ 2015.
ພາຍຫຼັງສຳເລັດໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ, ຂົວດັ່ງກ່າວຈະກາຍເປັນສັນຍາລັກແຫ່ງສາຍ ພົວພັນການຮ່ວມມື ແລະ ຄວາມສາມັກຄີ ລະຫວ່າງປະຊາຊົນ ຂອງສອງປະເທດລາວ ແລະ ມຽນມາ, ໂດຍຈະເຊື່ອມຕໍ່ທາງຫຼວງເລກທີ 17 ຂອງລາວ ເຂົ້າກັບ ທາງຫຼວງເລກທີ 4 ຂອງມຽນມາ, ແນໃສ່ສ້າງເງື່ອນໄຂອຳນວຍ ຄວາມສະດວກໃນການໄປມາຫາສູ່ ແລະ ຄ້າຂາຍນຳກັນ, ຊຶ່ງເອົາຜົນປະໂຫຍດອັນໃຫ່ຍຫຼວງມາໃຫ້ປະຊາຊົນທັງສອງຊາດ, ລວມທັງບັນດາປະເທດໃນອະນຸພາກພື້ນ ໂດຍສະເພາະລະຫວ່າງ ລາວ, ມຽນມາ, ຫວຽດນາມ ແລະ ສປຈີນ, ແລະ ອາດຂະຫຍາຍໄປສູ່ອິນເດຍ ແລະ ບັງກາລາເດັດ ອີກດ້ວຍ, ໂດຍຜ່ານທາງຫຼວງ ເລກທີ 17, 13 ແລະ 2E ຂອງລາວ ແລະ ທາງຫຼວງເລກ 4 ຂອງມຽນມາ.