ກອງປະຊຸມສຳມະນາດ້ານວິຊາການ ກ່ຽວກັບການປ້ອງກັນ ໄພທຳມະຊາດຂອງເສັ້ນທາງ ຢູ່ ສປປ ລາວ
ໃນວັນທີ 13 ກຸມພາ 2013 ທີ່ຫ້ອງປະຊຸມເບີ 01 ກະຊວງ ຍທຂ ໄດ້ຈັດກອງປະຊຸມສຳມະນາດ້ານວິຊາການ ກ່ຽວກັບການປ້ອງກັນໄພທຳມະຊາດຂອງເສັ້ນທາງ ຢູ່ ສປປ ລາວ ໂດຍສະເພາະການປ້ອງກັນຕະລິ່ງທາງເຈື່ອນ ແລະການກໍ່ສ້າງອຸມົງທາງ. ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ອິສະມິ ບີໂຕ (Isamu BITO) ກະຊວງ ໂຄງລ່າງທີ່ດິນ, ຂົນສົ່ງ ແລະທ່ອງທ່ຽວ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍທ່ານຫົວໜ້າ ແລະຮອງຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ, ກົມແຜນການ ແລະການຮ່ວມມື., ກົມຂົວທາງ, ສະພາວິທະຍາສາດ ແລະເຕັກໂນໂລຊີ, ກອງທຶນທາງ, ມະຫາວິທະຍາໄລແຫ່ງຊາດ (ຄະນະວິທະຍາກຳສາດ), ຫົວໜ້າ ແລະຄະນະພະແນກ ຍທຂ ນະຄອນຫຼວງວຽງຈັນ, ແຂວງ ຜູ້ຊີ້ນຳຊີ້ນຳວຽກງານຂົວ-ທາງ ແລະຫົວໜ້າຂະແໜງຄຸ້ມຄອງທາງບົກ-ທາງນ້ຳ ຂອງພະແນກ ຍທຂ. ຜູ້ອຳນວຍການ ຫລື ຜູ້ຕາງໜ້າລັດວິສາຫະກິດເລກ 8, ເລກ 20, ກໍ່ສ້າງຄົມມະນາຄົມ, ສຳຫຼວດ-ອອກແບບ ຄົມມະນາຄົມ ສຳຫຼວດ- ອອກແບບ ແລະວິໄຈວັດສະດຸກໍ່ສ້າງ ບ່ອນລະ 01 ທ່ານ ເຂົ້າຮ່ວມປະມານ 70 ກວ່າທ່ານ.
ໃນກອງປະຊຸມສຳມະນາໃນຄັ້ງນີ້ ຍັງມີການປຶກສາຫາລືກ່ຽວກັບ ປື້ມຄູ່ມືການປູກພຶດຕ້ານ ເຈື່ອນ ຕາມຕະລິ່ງທາງ ຢູ່ສປປ ລາວ ມີ 4 ພາກດ້ວຍກັນຄື:
1. ພາກທົ່ວໄປ;
2. ປະເພດການເຈື່ອນພັງຂອງຕະລິ່ງ;
3. ໂຄງປະກອບການປູກພຶດຕ້ານເຈື່ອນ ຕາມຕະລິ່ງທາງ;
4. ການວາງແຜນ ແລະ ການກໍ່ສ້າງສຳລັບການປູກພຶດຕ້ານເຈື່ອນຕາມຕະລິ່ງທາງ.
1)