ກະຊວງ ຍທຂ ລະນຶກວັນກຳມະກອນສາກົນ ຄົບຮອບ 127 ປີ (1/5/1886 -1/5/213)
ກະຊວງ ຍທຂ ໄດ້ຈັດປາຖະກະຖາ ເພື່ອທົບທວນເຖິງມູນເຊື້ອ ການຕໍ່ສູ້ຂອງຊົນຊັ້ນກຳມະກອນ ຫລື ວັນກຳມະກອນສາກົນ ຄົບຮອບ 127 ປີ ໃຫ້ກຽດປາຖະກະຖາໃນຄັ້ງນີ້ ແມ່ນ ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງ ສະຫະພັນກຳມະບານລາວ, ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ນ. ວິໄລຄຳ ໂພສາລາດ ຄະນະພັກກະຊວງ, ຫົວໜ້າສະຖາບັນ ໂຍທາທິການ ແລະຂົນສົ່ງ, ຜູ້ຊີ້ນຳວຽກ ງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ທ່ານ ລັນ ແສງອາພອນ ຄະນະພັກກະຊວງ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ, ທ່ານ ນ. ຈັນທະລາ ແກ້ວວົງພັນ, ປະທານກຳມະບານ ກະຊວງ ຍທຂ, ຮອງຫົວໜ້າກອງຄຸ້ມຄອງການຈະລາຈອນທາງອາກາດ, ມີຄະນະບໍລິຫານງານກຳມະບານກະຊວງ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ພ້ອມດ້ວຍບັນດາ ສະມາຊິກກຳມະບານເຂົ້າຮ່ວມທັງໝົດ 142 ທ່ານ. ການປາຖະກະຖາໃນຄັ້ງນີ້ ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງ ສະຫະພັນກຳມະບານລາວ ໄດ້ເລົ່າປະຫວັດຄວາມເປັນມາແຫ່ງການກຳເນີດເຕີບໃຫຍ່ຂອງຊົນຊັ້ນກຳມະກອນສາກົນ ແລະ ພາລະກຳປະຫວັດສາດຂອງຂະບວນ ກຳມະກອນສາກົນ ທີ່ໂດດເດັ່ນ ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX. ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ເພື່ອເລັ່ງທວງໃຫ້ຊົນຊັ້ນນາຍທຶນ ເອົາໃຈໃສ່ປະຕິບັດນະໂຍບາຍໃນດ້ານຕ່າງໆ ຕໍ່ເຂົາເຈົ້າຢ່າງສົມເຫດສົມຜົນ. ທ່ານຮອງປະທານໄດ້ກ່າວອີກວ່າ: ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກຳມະກອນລາວໃນຕໍ່ໜ້າຈະຕ້ອງສຸມໃສ່ວຽກງານດັ່ງນີ້ : 1. ເພີ່ມທະວີການກໍ່ສ້າງຊົນຊັ້ນກຳມະກອນລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍເຂັ້ມແຂງໂດຍເອົາໃຈໃສ່ ໃນວຽກງານໂຄສະນາ-ສຶກສາອົບຮົມ. 2. ເອົາໃຈໃສ່ສ້າງ ແລະ ພັດທະນາຊົນຊັ້ນກຳມະກອນລາວ ໃນໄລຍະໃໝ່ ຕິດພັນກັບການປັບປຸງກໍ່ສ້າງ ການຈັດຕັ້ງສະຫະພັນກຳມະບານລາວ. 3. ປົກປ້ອງສິດຜົນປະໂຫຍດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນ ແລະຊາວຜູ້ອອກແຮງງານ. 4. ເອົາໃຈໃສ່ສ້າງ ແລະພັດທະນາສີມືແຮງງານ, ພັດທະນາຄວາມຮູ້, ຄວາມສາມາດໃນທຸກດ້ານ ໃຫ້ແກ່ກຳມະກອນລາວຢ່າງບໍ່ຢຸດຢັ້ງ. 5. ຢາກສ້າງໃຫ້ຊົນຊັ້ນກຳມະກອນ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຄະນະພັກທຸກຂັ້ນກໍຕ້ອງເພີ່ມທະວີຊີ້ນຳ-ນຳພາຢ່າງແທດເຖິງ ການຈັດຕັ້ງຂອງລັດ ແລະ ສັງຄົມໃນຂັ້ນຕ່າງໆ. 6. ຈັດຕັ້ງຂະບວນການແຂ່ງຂັນ 2 ດີ 5 ເປັນເຈົ້າການຢ່າງຕໍ່ເນື່ອງ. 7. ເພີ່ມທະວີການພົວພັນ ແລະ ຮ່ວມມືກັບຕ່າງປະເທດ.