ພິທີເຊັນສັນຍາກໍ່ສ້າງທາງ 1G (ຊ່ວງທາງແຂວງສາລະວັນ) ແຕ່ຊາຍແດນແຂວງສະຫວັນນະເຂດ ຫາ ບ້ານນາດອນຂວາງ
ໃນວັນທີ 18 ພຶດສະພາ 2013 ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງທາງ 1G ແຕ່ຊາຍແດນແຂວງສະຫວັນນະເຂດ ຫາ ບ້ານນາດອນຂວາງ ແຂວງສາລະວັນ ຍາວ 64,47 ກມ ລະຫວ່າງ ເຈົ້າແຂວງສາລະວັນ ກັບ ກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ, ທີ່ໂຮງແຮມລາວພລາຊ່າ ນະຄອນຫລວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຄຳບຸ່ນ ດ້ວງປັນຍາ ກຳມະການສູນກາງພັກ, ເຈົ້າແຂວງ ແຂວງສາລະວັນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ທ່ານ ດຣ ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງ ແຜນການ ແລະການລົງທຶນ, ທ່ານ ຄຳຜາຍ ສີລາຊາ ຫົວໜ້າກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ແລະວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ. ທ່ານ ແສງດາລິດ ຂັດຕິຍະສັກ ຫົວໜ້າພະແນກ ຍທຂ ແຂວງສາລະວັນ ກໍໄດ້ຂື້ນງາຍງານ ຄວາມເປັນມາຂອງໂຄງການ, ເສັ້ນທາງ 1G (ແຍກທາງ 15A ບ້ານນາດອນຂວາງ-ຊາຍແດນແຂວງສາລະວັນ/ແຂວງສະຫວັນນະເຂດ) ເປັນເສັ້ນທາງຫລວງແຫ່ງຊາດ ໄດ້ຮັບການກໍ່ສ້າງຂື້ນໃນສະໃໝສົງຄາມ ຊຸມປີ 1950 ໜ້າທາງໃນປະຈຸບັນບາງຊ້ວງປູດ້ວຍດິນເຕີລິດ, ບາງຊ້ວງປູດ້ວຍຫີນມາກາດາມເປັນຊັ້ນໆ ທີ່ມີຂະໜາດແຕກຕ່າງກັນ, ນອກນີ້ຍັງມີຂົວນ້ອຍ, ໃຫຍ່ຫລາຍແຫ່ງຕາມເສັ້ນທາງນີ້ ແຕ່ວ່າ, ໄດ້ຖືກທຳລາຍໃນສະໃໝສົງຄາມ ບໍ່ສາມາດນຳໃຊ້ໄດ້ ທີ່ເຫັນວ່າໂດດເດັ່ນ ແລະເປັນຂົວໃຫຍ່ກວ່າໝູ່ ຍາວປະທານ 200 ແມັດ ແມ່ນຂົວຂ້າມແມ່ນ້ຳເຊໂດນ ຕັ້ງຢູ່ບ້ານດ່ານ ເມືອງ ແລະ ແຂວງສາລະວັນ, ຂົວນີ້ແມ່ນອອກແບບໂດຍທ່ານ ປະທານສຸພານຸວົງ (ຂົວສຸພານຸວົງ) ເສັ້ນທາງດັ່ງກ່າວນີ້ມີທີ່ຕັ້ງກວມເອົາ ສອງແຂວງ ຄື: ແຂວງສະຫວັນນະເຂດ ແລະແຂວງສາລະວັນ ມີຄວາມຍາວທັງໝົດປະມານ 118.149 ກມ ໃນນີ້ຂື້ນກັບແຂວງສະຫວັນນະເຂດ ຍາວ 53.675 ກມ ແລະຂື້ນກັບແຂວງສາລະວັນ ຍາວ 64.47 ກມ ມີຈຸດເລີ້ມຕົ້ນຢູ່ສາມແຍກທາງເລກ 9 ກິໂລແມັດທີ 161 ບ້ານເວີນຫົງຄຳ ເມືອງພີນ ແຂວງສະຫວັນນະເຂດ ຈຸດສຸດທ້າຍຂອງເສັ້ນທາງຢູ່ສາມແຍກທາງເລກ 15A ເປັນເສັ້ນທາງເຊື່ອມຕໍ່ໃສ່ທາງຫລວງແຫ່ງຊາດເລກທີ 13 ໃຕ້ ຢູ່ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ແລະອີກເບື້ອງໜຶ່ງເຊື່ອມຕໍ່ໃສ່ທາງເລກ 15B ອອກສູ່ແຂວງກວາງຈີ້ ສສ ຫວຽດນາມ. ເສັ້ນທາງ 1G ນີ້ ເປັນເສັ້ນທາງຍຸດທະສາດເຊື່ອມຕໍ່ ລະຫວ່າງສອງແຂວງສະຫວັນນະເຂດ ແລະແຂວງສາລະວັນ ພ້ອມທັງຮັບໃຊ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສາມາດເຂົ້າເຖິງເຂດຫ່າງໄກສອກຫລີກ ເພີ່ມຂີດຄວາມສາມາດ ແລະກາລະໂອກາດ ທາງດ້ານການໄປ-ມາ ລະຫວ່າງທ້ອງຖິ່ນເມືອງ-ແຂວງ-ສູນກາງ ແລະປະເທດເພື່ອນບ້ານໄກຄຽງ ສາມາດຮອງຮັບການພັດທະນາ ແລະການສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ການຄ້າ ແລະການລົງທຶນດ້ານອຸດສາຫະກຳ ກະສິກຳ ແລະການທ່ອງທ່ຽວ. ສຳລັບມາດຕະຖານການອອກແບບກໍ່ສ້າງທາງ ເປັນປະເພດທາງຊັ້ນ IV ປູຢາງ 2 ຊັ້ນ ໜ້າທາງກວ້າງ 8ມ ໜ້າທາງລົດແລ່ນ 7ມ ແລະບ່າທາງປູຢາງ 2 ຊັ້ນ ກວ້າງເບື້ອງລະ 0,50ມ ສຳລັບເຂດຜ່ານຊຸມຊົນ ໄດ້ອອກແບບກ້ວາງ 11ມ. ງົບປະມານໃນການກໍ່ສ້າງ 548,676,126,922 ຕື້ກີບ ໄລຍະເວລາການກໍ່ສ້າງ 48 ເດືອນ ຫລື 4 ປີ ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ ມີສຳນັກງານຕັ້ງຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.