ຍີ່ປຸ່ນ ຊ່ວຍເຫຼືອກ່ຽວກັບ ການຄຸ້ມຄອງຈະລາຈອນ ທາງອາກາດຮູບແບບໃໝ່
ຄະນະປະທານກອງປະຊຸມ
ຄະນະຜູ້ແທນກອງປະຊຸມ ຈາກ ສປປ ລາວ
ຄະນະຜູ້ແທນກອງປະຊຸມ ຈາກ ສສ ຫວຽດນາມ
ຄະນະຜູ້ແທນກອງປະຊຸມ ຈາກ ຣາຊະອານາຈັກ ກຳປູເຈຍ
ໃນວັນທີ 16-17 ພຶດສະພາ 2013 ນີ້ ຢູ່ທີ່ສູນການຮ່ວມມືສາກົນ ແລະຝຶກອົບຮົມ ຫລັກ 5 ລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມ ປະເມີນຜົນກາງສະໄໝ ໂຄງການພັດທະນາລະບົບວິທະຍຸການບິນ ແລະການຄຸ້ມຄອງ ການຈະລາຈອນທາງອາກາດຮູບແບບໃໝ່ ລະຫວ່າງ ລາວ, ຫວຽດນາມ, ກຳປູເຈຍ ແລະຍີ່ປຸ່ນ ຄັ້ງທີ 2, ໂດຍການເປັນປະທານຂອງທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ ມີຜູ້ຕາງໜ້າຈາກການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ 84 ທ່່ານ. ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໃນໂອກາດນີ້ດ້ວຍ, ທ່ານໄດ້ຢັ້ງຢືນທັດສະນະຂອງກະຊວງ ຍທຂ ແລະ ໃຫ້ຄວາມສຳຄັນຕໍ່ຄວາມປອດໄພການບິນ ໂດຍໄດ້ຊີ້ນຳໃຫ້ ກົມການພົນລະເຮືອນ ສ້າງແຜນພັດທະນາລະບົບວິທະຍຸການບິນ ແລະການຄຸ້ມຄອງການຈະລາຈອນທາງອາກາດ ຮູບແບບໃໝ່ ແລະ ໃຫ້ມີການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ເຊິ່ງແຜນພັດທະນາດັ່ງກ່າວ ໄດ້ຖືກຮັບຮອງຈາກລັດຖະບານ ໃນເດືອນ ຕຸລາ ປີ 2012 ໂດຍມີກຳນົດການຈັດຕັ້ງປະຕິບັດຢູ່ສອງໄລຍະ ຄື: ໄລຍະທີໜຶ່ງ: ແຕ່ປີ 2013 ເຖິງປີ 2015 ແລະ ໄລຍະທີສອງ: ແຕ່ປີ 2016 ເຖິງ 2020. ເພື່ອສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ ໃຫ້ບັນລຸເປົ້າໝາຍ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ໂຄງການສ້າງຄວາມເຂັ້ມແຂງ ທາງດ້ານບຸກຄະລາກອນ ໃນການຂ້າມຜ່ານສູ່ລະບົບວິທະຍຸການບິນ ແລະ ການຄຸ້ມຄອງການຈະລາຈອນທາງອາກາດຮູບແບບໃໝ່ ແກ່ສາມປະເທດ ຄື: ສປປ ລາວ, ຫວຽດນາມ ແລະກຳປູເຈຍ, ນັບແຕ່ປີ 2011-2015 (5ປີ) ມີໜ້າວຽກສຳຄັນ ດັ່ງນີ້:
- ດ້ານດານອອກແບບແຜນທີ່ວົງຈອນຂື້ນ-ລົງ ສະໜາມບິນດ້ວຍດາວທຽມ;
- ດ້ານການກໍ່ສ້າງອາຈານສອນ ວິຊາຄຸ້ມຄອງການຈະລາຈອນທາງອາກາດ ແລະ ວິທະຍຸການບິນ;
- ດ້ານການສ້າງລະບົບຄຸ້ມຄອງຄວາມປອດໄພການຈະລາຈອນທາງອາກາດ ໂຄງການນີ້ ມີມູນຄ່າ 5 ລ້ານໂດລາສະຫະລັດ. ກອງປະຊຸມຄັ້ງນີ້ ສາມປະເທດ ຍັງໄດ້ສ້າງແຜນປະຕິບັດງານຮ່ວມກັນ ແຕ່ປີ 2013-2015 ເຊິ່ງເນັ້ນໜັກໃສ່ :
- ການຜັນຂະຫຍາຍເສັ້ນທາງບິນ, ການສ້າງວົງຈອນການບິນຂື້ນ-ລົງ ສະໜາມບິນດ້ວຍດາວທຽມ ໃນສະໜາມບິນອື່ນນອກຈາກວຽງຈັນ ແລະ ປາກເຊ, ພ້ອມນີ້ຍັງໄດ້ຄົ້ນ ຄ້ວາເຖິງການນຳໃຊ້ເຮືອບິນ ເພື່ອບິນກວດສອບຄວາມຖືກຕ້ອງ ແລະຄວາມຊັດເຈນ ຂອງການອອກແບບວົງຈອນບິນ;
- ສືບຕໍ່ກໍ່ສ້າງອາຈານສອນລະດັບສູງ;
- ການຈັດຕັ້ງປະຕິບັດລະບົບຄຸ້ມຄອງຄວາມປອດໄພການບິນ ຂອງກອງວິຊາການຄຸ້ມຄອງການຈະລາຈອນທາງອາກາດ.