ກອງປະຊູມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 35 ຈັດຂື້ນທີ່ແຂວງ ຫລວງພະບາງ ສປປ ລາວ
ໂດຍພາຍໃຕ້ການເປັນເຈົ້າພາບຂອງ ສປປ ລາວ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂື້ນຢ່າງເປັນທາງການ ທີ່ແຂວງຫລວງພະບາງ ແຕ່ວັນທີ 28-30/5 /2013 ທີ່ຜ່ານມາ.ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນີວົງ, ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ມີບັນດາຜູ້ແທນທີ່ມາຈາກ 12 ປະເທດ ທັງມາຈາກກຸ່ມປະເທດອາຊຽນ ແລະ ມາຈາກປະເທດຄູ່ຮ່ວມເຈລະຈາເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາບັນດາບັນຫາທີ່ກໍານົດໄວ້ ໃນວາລະກອງປະຊຸມດັ່ງນີ້:
- ມະຕິຕົກລົງຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 22 ທີ່ ປະເທດ ບຣູນາຍດາຣູຊາລາມ;
- ແຜນການຈັດຕັ້ງປະຕິບັດການເຂົ້າສູ່ປະຊາຄົມອາຊຽນ ແລະການຈັດຕັ້ງປະຕິບັດ ແຜນດໍາເນີນງານບຣູນາຍ;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການຂົນສົ່ງທາງອາກາດ;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການຂົນສົ່ງທາງບົກ ຄັ້ງທີ 22;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການຂົນສົ່ງທາງທະເລ;
- ການລາຍງານຜົນຂອງກອງປະຊຸມສະພາປະສານງານ ການຂົນສົ່ງຜ່ານແດນຄັ້ງທີ 4;
- ການຮ່ວມມືດ້ານການຂົນສົ່ງ ກັບຄູ່ຮ່ວມເຈລະຈາ ແລະບັນຫາອື່ນໆ.