ຂ່າວພາຍໃນກະຊວງ

ກອງປະຊຸມ ເປີດກວ້າງ ແລະ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ (ລາວ-ຈີນ)

 

ກອງປະຊຸມ ເປີດກວ້າງ ແລະ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ (ລາວ-ຈີນ) ແຂວງວຽງຈັນ, ໄດ້ຈັດຂື້ນໃນວັນທີ 3-5 ພະຈິກ 2020 ທີ່ໂຮງແຮມອາມາລິນ, ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີ ກະຊວງ ຍທຂ, ມີຫ້ອງການ, ບັນດາກົມ, ກອງອ້ອມຂ້າງກະຊວງ ຍທຂ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ ສາທາລະນະສຸກ, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ຫ້ອງວ່າການປົກຄອງ ແຂວງວຽງຈັນ, ພະແນກ ຍທຂ ນະຄອນຫຼວງວຽງຈັນ, ພະແນກ ຍທຂ ແຂວງວຽງຈັນ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຫ້ອງການ ຍທຂ 5 ເມືອງ ຕາມແລວທາງດ່ວນ ແລະ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ເມືອງຕາມແລວທາງດ່ວນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ປະຈຸບັນການພັດທະນາຕາໜ່າງເສັ້ນທາງ ນັບມື້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມນີ້ທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ເມືອງວັງວຽງ (ລາວ-ຈີນ) ແຂວງວຽງຈັນ ທີມີຄວາມຍາວ 109 ກມ, ແມ່ນເປັນທາງດ່ວນສຳປະທານ ເສັ້ນທຳອິດໃນ ສປປ ລາວ, ໄດ້ເລີ່ມຕົ້ນກໍ່ສ້າງໃນປີ 2018 ແລະ ຈະເປີດນຳໃຊ້ໃນເດືອນ ທັນວາ 2020 ນີ້, ດັ່ງນັ້ນ, ນິຕິກຳເພື່ອຄຸ້ມຄອງການນຳໃຊ້ທາງດ່ວນດັ່ງກ່າວ ຈຶ່ງມີຄວາມຈໍາເປັນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານທາງດ່ວນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້, ຄວບຄຸມການຈາລະຈອນ ລວມທັງການນຳໃຊ້ຍານພາຫະນະຕາມທາງດ່ວນ ເພື່ອຮັບປະກັນໃຫ້ຄວາມສະດວກ, ວ່ອງໄວ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງຫຼຸດຜ່ອນອຸປະຕິເຫດ, ປົກປ້ອງຊີວິດ ແລະ ຊັບສິນ. ພ້ອມນີ້, ກໍ່ເຮັດໃຫ້ການນຳໃຊ້ທາງໃນນະຄອນຫຼວງວຽຈັນ ແລະ ແຂວງວຽງຈັນໄດ້ກົມກຽວກັນ.

ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ (ລາວ-ຈີນ) ແຂວງວຽງຈັນ, ແມ່ນຮ່າງຂໍ້ຕົກລົງສະບັບໃໝ່, ໂດຍກະຊວງ ຍທຂ ໄດ້ແຕ່ງຕັ້ງຄະນະຄົ້ນຄວ້າ ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ແລະ ໄດ້ຮ່າງສໍາເລັດໂດຍພື້ນຖານ, ໃນການຈັດກອງປະຊຸມຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ໃສ່ຮ່າງຂໍ້ຕົກລົງ, ເພື່ອໃຫ້ເນື້ອໃນລະອຽດ, ຄົບຖ້ວນ, ສົມເຫດສົມຜົນ ແລະ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ. ຫຼັງຈາກນັ້ນ ຈະໄດ້ນຳເອົາຄຳສະເໜີ ແລະ ຄຳເຫັນ ຈາກບັນດາທ່ານ ໄປພິຈາລະນາ, ເພື່ອປັບປຸງໃຫ້ສົມບູນ ແລະ ນຳສະເໜີຄະນະນຳ ກະຊວງ ຍທຂ ພິຈາລະນາຮັບຮອງ, ພ້ອມທັງເປັນພື້ນຖານໃຫ້ແກ່ການສ້າງຮ່າງດຳລັດວ່າດ້ວຍ ທາງດ່ວນໃນຂັ້ນຕໍ່ໄປ.

ກອງປະຊຸມປະກອບຄຳເຫັນ ຮ່າງວິໄສທັດ, ຍຸດທະສາດການພັດທະນານໍ້າປະປາ ແລະ ສຸຂາພິບານ

ກອງປະຊຸມປະກອບຄຳເຫັນ ຮ່າງວິໄສທັດປີ 2035, ຍຸດທະສາດການພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານ ໄລຍະປີ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025 ໄດ້ໄຂຂື້ນໃນວັນທີ 4 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ນ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ບັນດາທ່ານ ຫົວໜ້າກົມ, ຫ້ອງການ, ຮອງກົມ, ກອງ, ສະຖາບັນ, ບັນດາຜູ້ຕາງໜ້າ ກະຊວງທີ່ກ່ຽວຂ້ອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຍທຂ ແຂວງ, ນະຄອນຫຼວງ, ຫົວໜ້າຫ້ອງການ ບໍລິຫານ ແລະ ຄຸ້ມຄອງຕົວເມືອງ ວຽງຈັນ ແລະ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງ ທົ່ວປະເທດ;

 ກອງປະຊຸມປະກອບຄຳເຫັນໃສ່ຮ່າງ ວິ​ໄສ​ທັດ ​ຮອດ​ປີ 2035, ຍຸດ​ທະ​ສາດ​ການ​ພັດ​ທະ​ນາວຽກງານ   ນໍ້າປະປາ ແລະ ​ສຸຂາພິບານ ໄລຍະ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025 ແມ່ນເພື່ອເປັນບ່ອນອີງໃຫ້ແກ່ ແຜນພັດທະນາເສດຖະກິດ-ສັງຄົມ ທັງ​ເປັນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ Xຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແຫ່ງຊາດ 5 ປີ ຄັ້ງ​ທີ VIII (2016-2020)ໃຫ້ປາກົດຜົນເປັນຈິງ ແລະ ມີ​ການ​ຂະ​ຫຍາຍ​ຕົວ​ ຢ່າງ​ຕໍ່​ເນື່ອງ,ຕາມ​ທິດສີ​ຂຽວແລະຍືນ​ຍົງ. ເພື່ອປະຕິບັດຍຸດທະສາດດັ່ງກ່າວ ໄດ້ກຳນົດທິດ​ທາງ ແລະ ຄາດໝາຍ​ສູ້​ຊົນຂອງແຜນພັດ​ທະ​ນາ​​ຂະແໜງນ້ຳ​ປະ​ປາ ແລະ ສຸຂາພິບານ 5 ປີ ແຕ່ນີ້ຮອດປີ 2025ໂດຍໄດ້ກຳນົດເປົ້າໝາຍ ແລະ ຄາດໝາຍສູ້ຊົນ ໃຫ້ປະຊາຊົນໄດ້​​ຊົມໃຊ້ນ້ຳປະປາ ທີ່ສະອາດ ປອດໄພ 85%ແລະ 95%ໃຫ້ປະຊາຊົນ ສາມາດເຂົ້າເຖິງວິດຖ່າຍ ແລະ ສຸຂະອະນາໄມຢ່າງພຽງພໍ ແລະ ຍຸດຕິການຖ່າຍແບບຊະຊາຍ.

 

ໂດຍກໍານົດ ​​​ແຜນ​ງານໂຄງ​ການ ແລະ ກິດຈະກໍາ ​ບ​ລິ​ມະ​ສິດ ໃນການນຳໃຊ້ ບຸກຄະລາກອນ ແລະ ທຶນຮອນເຂົ້າໃສ່ການຈັດຕັ້ງປະຕິບັດໃຫ້​​ກົດຜົນເປັນຈິງ ຢ່າງມີປະສິດທິຜົນສູງ. ນໍ້າປະປາ ແລະ ສຸຂາພິບານ ແມ່ນຂະແໜງການໜຶ່ງທີ່ນອນຢູ່ໃນເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ອົງການສະຫະປະຊາຊາດ ໄດ້ກຳນົດວຽກງານດັ່ງກ່າວຢູ່ໃນເປົ້າໝາຍທີ 6 ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ(SDGs) 6.1: ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ແພງ ຢ່າງທົ່ວເຖິງ ແລະ ເທົ່າທຽມກັ; (SDGs) 6.2: ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງວິດຖ່າຍ ແລະ ສຸຂະອະນາໄມ ຢ່າງພຽງພໍ ແລະ ເທົ່າທຽມກັນ ແລະ ຍຸດຕິການຖ່າຍແບບຊະຊາຍ, ເອົາໃຈໃສ່ເປັນພິເສດຕໍ່ຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ແລະ ຜູ້ທີ່ມີຄວາມສ່ຽງ ແລະ (SDGs)  6.3: ພາຍໃນປີ 2030 ປັບປຸງຄຸນນະພາບນໍ້າ ໂດຍການຫຼຸດຜ່ອນມົນລະພິດ, ກຳຈັດການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຫຼຸດຜ່ອນການປ່ອຍສານເຄມີ ແລະ ວັດຖຸທີ່ເປັນອັນຕະລາຍຫຼຸດຜ່ອນປະລິມານນ້ຳເປື້ອນທີ່ບໍ່ໄດ້ຮັບການບຳບັດ ໃຫ້ໄດ້ເຄິ່ງໜຶ່ງ ແລະ ເພີ່ມທະວີການນຳນ້ຳທີ່ໃຊ້ແລ້ວ ກັບມາໃຊ້ຄືນໃໝ່ຢ່າງປອດໄພ ໃຫ້ຫຼາຍຂຶ້ນ. ຮອດປີ 2030 ຈະຕ້ອງບໍ່ປະປ່ອຍໃຫ້ປະຊາຊົນຜູ້ໃດຜູ້ໜຶ່ງຢູ່ເບື້ອງຫຼັງ ແລະ ສຳລັບ ສປປ ລາວ ແມ່ນຮອດປີ 2020 ຈະຕ້ອງໃຫ້ປະຊາຊົນໃນຕົວເມືອງເຂົ້າເຖິງ ນໍ້າປະປາ 80% ແລະ ສຸຂາພິບານ ໃນລະດັບດຽວກັນ ແລະ ຮອດ ປີ 2030 ໃຫ້ເຂົ້າເຖິງ ນໍ້າປະປາ ຫຼື ນໍ້າສະອາດ 90% ຂຶ້ນໄປ.

ການສຸມ​ໃສ່​ພັດ​ທະ​ນາໂຄງລ່າງພື້ນຖານວຽກງານ ນໍ້າປະປາ ແລະ ສຸຂາພິບານ ແລະ ພັດທະນາ​ຄວາມ​ອາດ​ສາ​ມາດແມ່ນປັດໄຈ ສຳຄັນຕົ້ນຕໍ ທີ່ຄໍ້າປະກັນການພັດທະນາແບບຍືນຍົງ ໃຫ້​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ​​ນະ​ໂຍ​ບາຍ, ວິໄສທັດ, ຍຸດທະສາດ ແລະ ການສ້າງ​ລະ​ບຽບ​ກົດ​ໝາຍ, ສ້າງບັນ​ດາ​ປື້ມຄູ່​ມື, ສ້າງມາດ​ຕະ​ຖານເຕັກ​ນິກໃນການກໍ່ສ້າງ, ການສ້ອມແປງ ແລະ ອື່ນໆ. ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ສາມາດບັນລຸຕາມຈຸດປະສົງ ແລະ ຄາດໝາຍຢ່າງມີປະສິດທິຜົນສູງ ສະເໜີບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ປະກອບຄຳຄິດຄຳເຫັນຢ່າງສ້າງສັນ ໃສ່ຮ່າງ ວິ​ໄສ​ທັດ ​ຮອດ​ປີ 2035, ຍຸດ​ທະ​ສາດ​ການ​ພັດ​ທະ​ນາວຽກງານ   ນໍ້າປະປາ ແລະ ​ສຸຂາພິບານ ໄລຍະ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025.

 

 

ພິທີເຊັນສັນຍາ ໂຄງການກໍ່ສ້າງນໍ້າປະປາ ແລະສຸຂາພິບານ ເມືອງສະໜາມໄຊແຂວງອັດຕະປື ແລະໂຄງການກໍ່ສ້າງ ປັບປຸງ ແລະຂະຫຍາຍລະບົບນໍ້າປະປາ ເຂດເຊໂນ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ

ພິທີເຊັນສັນຍາ ໂຄງການກໍ່ສ້າງນໍ້າປະປາ ແລະສຸຂາພິບານ ເມືອງສະໜາມໄຊແຂວງອັດຕະປື ແລະໂຄງການກໍ່ສ້າງ ປັບປຸງ ແລະຂະຫຍາຍລະບົບນໍ້າປະປາ ເຂດເຊໂນ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ, ໄດ້ຈັດຂື້ນໃນວັນທີ 26 ຕຸລາ 2020 ໃນເວລາ 15 : 00 ໂມງ, ທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງ ແຂວງອັດຕະປື, ມີຫົວໜ້າຫ້ອງການ, ຫົວໜ້າກົມນໍ້າປະປາ, ບັນດາຫົວໜ້າກົມທີ່ກ່ຽວຂ້ອງ, ຫົວໜ້າພະແນກ ຍທຂ ແຂວງອັດຕະປື, ຫົວໜ້າ ຍທຂ ແຂວງສະຫວັນນະເຂດ, ຮອງເຈົ້າເມືອງສະໜາມໄຊ ແຂວງອັດຕະປື, ພ້ອມນີ້ກໍ່ຍັງມີບັນດາທ່ານຈາກກົມນໍ້າປະປາ, ຍທຂ ແຂວງສະຫວັນນະເຂດ, ຍທຂ ແຂວງອັດຕະປື, ຂາກກະຊວງ ແຜນການ ແລະການລົງທືນ, ກະຊວງການເງິນ, ກະຊວງສາທາລະນະສຸກ, ພ້ອມດ້ວຍອ້າຍນ້ອງພະນັກງານທີ່ກ້ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການເຊັນສັນຍາ ໂຄງການກໍ່ສ້າງນໍ້າປະປາ ແລະສຸຂາພິບານ ເມືອງສະໜາມໄຊແຂວງອັດຕະປື (ພາຍໃຕ້ໂຄງການ ນໍ້າປະປາ ແລະສຸຂະພິບານ ADB Loan 3041-Lao) ເຊັນສັນຍາໂຄງການກໍ່ສ້າງ ປັບປຸງ ແລະຂະຫຍາຍລະບົບນໍ້າປະປາ ເຂດເຊໂນ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ (ພາຍໃຕ້ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະໂພຊະນາການ SUNWIP)

          ສຳລັບຄວາມເປັນມາຂອງໂຄງການສຸຂາພິບານຕົວເມືອງນ້ອຍ, ແຫຼ່ງເງິນກູ້ຢືມຈາກທະນາຄານພັດທະນາອາຊີ ADB Loan 3041-Lao, ທະນາຄານດັ່ງກ່າວໄດ້ອານຸມັດເງິນກູ້ຢືມຈໍານວນ 35 00 ລ້ານໂດລາສະຫະລັດ, ເຊິ່ງໄດ້ເຊັນສັນຍາກັນໃນວັນທີ 11 ຕຸລາ 2013, ໂຄງການດັ່ງກ່າວໄດ້ເລີ່ມເຊັນສັນຍາໃນວັນທີ 26 ຕຸລາ 2020, ມື້ເລີ່ມຕົ້ນລົງມືການກໍ່ສ້າງໃນວັນທີ 25 ພະຈິກ 2020, ໄລຍະການກໍ່ສ້າງ 24 ເດືອນ, ຄາດຄະແນມື້ສໍາເລັດວຽກ 100% ຕາມແຜນການທີ່ກຳນົດໄວ້ ໃນວັນທີ 25 ພະຈິກ 2022, ມື້ສິ້ນສຸດໄລຍະຄໍ້າປະກັນ 1 ປີ ໃນວັນທີ 25 ພະຈິກ 2023, ມູນຄ່າຂອງການກໍ່ສ້າງທັງໝົດ 2.556.848,14 ໂດລາສະຫະລັດ (ລາຄານີ້ບໍ່ລວມພາສີ ແລະອາກອນ ນໍ່ເຂົ້າວັດສະດຸກໍ່ສ້າງ, ແຕ່ລວມມູນຄ່າເພີ້ມ VAT 10%), ບໍລິສັດຮັບເໝົາກໍ່ສ້າງແມ່ນບໍລິສັດ ໄຊຍາກໍ່ສ້າງ ແລະສ້ອມແປງ ຄົບວົງຈອນ ຈໍາກັດຜູ້ດຽວ.

ສຳລັບການຈັດຕັ້ງປະຕິບັດວຽກກໍ່ສ້າງລະບົບນໍ້າປະປາ ສໍາລັບໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະໂພສະນາການມີ 4 ເມືອງ, ຢູ່ແຂວງສະຫວັນນະເຂດຄື: ເມືອງນອງ, ເມືອງເຊໂປນ, ເມືອງອາດສະພອນ ແລະອຸທຸມພອນ ແລະ 2 ເມືອງ ຢູ່ແຂວງຄຳມ່ວນຄື: ເມືອງຫີນບູນ ແລະເມືອງຍົມມະລາດ, ແຫຼ່ງທືນ: EU-KFW: ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະໂພສະນາການ ແມ່ນໄດ້ຮັບທືນຊ່ວຍເຫຼືອລ້າຈາກ ສະຫະພາບເອີຣົບ, ໂດຍຜ່ານທະນາຄານພັດທະນາເຢຍລະມັນ KFW, ໂຄງການ SUNWIP ໄດ້ເຊັນສັນຍາທາງດ້ານການເງິນລະຫວ່າງ KFW ແລະກະຊວງ ການເງິນ ແລະສັນຍາມອບໝາຍໜ້າວຽກລະຫວ່າງ ກະຊວງ ການເງິນ, ກະຊວງ ຍທຂ ໂດຍເປັນພະຍານຂອງ KFW ໃນວັນທີ 9 ມີນາ 2018, ໂຄງການ SUNWIP ໄດ້ເຊັນສັນຍາ ທີ່ປຶກສາໃນວັນທີ 25 ເມສາ 2018, ບໍລິສັດທີ່ປຶກສາແມ່ນ ບໍລິສັດ SCE, ການກໍ່ສ້າງຂອງໂຄງການໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະ 1 ແລະ 2 ໄດ້ສໍາເລັດການເຊັນສັນຍາໃນວັນທີ 31 ທັນວາ 2019, ໄລຍະ 3 ໄດ້ເຊັນສັນຍາໃນວັນທີ 26 ຕຸລາ 2020 ແມ່ນຢູ່ເຂດ ເຊໂນ, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງມີ 2 Lots ຄື: SVK 03 Lo13: ກໍ່ສ້າງ ແລະປັບປຸງລະບົບບໍ່ບາດານເຂດເຊໂນ ເທດສະບານເມືອງອຸທຸມພອນ, SVK 03 Lo14: ການກໍ່ສ້າງປັບປຸງລະບົບນໍ້າປະປາ, ພ້ອມກັບການວາງລະບົບທໍ່ນໍ້າປະປາຢູ່ເທດສະບານ ເມືອງອຸທຸມພອນ ເຂດເຊໂນ, ພາຍຫຼັງເຊັນສັນຍາແມ່ນຈະເລີ່ມລົງມືກໍ່ສ້າງ ແລະອອກແຈ້ງການສັ່ງວຽກ ພາຍໃນ 28 ວັນ, ກຳນົດເວລາກໍ່ສ້າງແມ່ນ 10 ເດືອນ, ໄລຍະຄໍ້າປະກັນ 1 ປີ (ພາຍຫຼັງມອບຮັບໂຄງການ), ມູນຄ່າການກໍ່ສ້າງທັງໝົດ (ບໍ່ລວມພາສີນໍາເຂົ້າ ແລະອາກອນມູນຄ່າເພີ່ມ), Lot 13, ມູນຄ່າການກໍ່ສ້າງ8.064.052.500 ກີບ, ບໍລິສັດຮັບເໝົາກໍ່ສ້າງແມ່ນບໍລິສັດ ພູນທະວີກໍ່ສ້າງ + SMS ບາດານ + ຕ່າຍ ບາດານ, Lot 14 ມູນຄ່າການກໍ່ສ້າງ 15.165.257.435 ກີບ, ບໍລິສັດຮັບເໝົາກໍ່ສ້າງ ບໍລິສັດຈະເລີນໄຊ + ບໍລິສັດ ສະຫວັນຄໍາ ກໍ່ສ້າງ.

ຝຶກອົບຮົມການນຳໃຊ້ໂປຣແກຣມ ຂໍ້ມູນສຳລັບການປະເມີນຜົນ ແລະ ລາຍງານ ເຫດການທີ່ເກີດຂຶ້ນຕາມເສັ້ນທາງ

 

ຝຶກອົບຮົມການນຳໃຊ້ໂປຣແກຣມ ຂໍ້ມູນສຳລັບການປະເມີນຜົນ ແລະ ລາຍງານ ເຫດການທີ່ເກີດຂຶ້ນຕາມເສັ້ນທາງ Data for Road Incident Visualization Evaluation and Reporting (DRIVER), ໄດ້ຈັດຂື້ນໃນວັນທີ 19-20 ກຸມພາ 2020 ພາຍໃນການເປັນປະທານຂອງທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ກະຊວງ ຍທຂ, ທ່ານ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕຳຫຼວດຈະລາຈອນ, ມີບັນດາຜູ້ຕາງໜ້າ ກອງ ຮ້ອຍຕຳຫຼວດ ຈະລາຈອນ 10 ຕົວເມືອງ (ນະຄອນຫຼວງວຽງຈັນ, ວຽງຈັນ) ເຂົ້າຮ່ວມ.

ການເກີດອຸປະຕິເຫດຕາມເສັ້ນທາງ ເປັນບັນຫາສໍາຄັນ ທີ່ທົ່ວໂລກຈະຕ້ອງໄດ້ເອົາໃຈໃສ່ເປັນພິເສດ, ອີງຕາມບົດລາຍງານ ສະຖານະພາບ ດ້ານຄວາມປອດໄພທາງຫຼວງ ສົກປີ 2018 ຂອງອົງການອະນາໄມໂລກ World Health Organization (WHO) ໃຫ້ຮູ້ວ່າ ໃນແຕ່ລະປີ ທົ່ວໂລກມີຄົນເສັຍຊີວິດຈາກການເກີດອຸປະຕິເຫດຕາມເສັ້ນທາງ ເຖິງ 1,35 ລ້ານຄົນ ຕໍ່ປີ ຫຼື ເທົ່າກັບ 8 ຄົນຕໍ່ວັນ, ນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບອີກປະມານ 20-50 ລ້ານຄົນ ຕໍ່ປີ ແລະ ສາຍເຫດຂອງການເກີດອຸປະຕິເຫດ ເປັນອັນດັບ 1 ແມ່ນຢູ່ໃນກຸ່ມອາຍຸ 5-29 ປີ, ໂດຍປັດໃຈ ທີ່ພາໃຫ້ເກີດ ອຸປະຕິເຫດ 66% ແມ່ນ ຄົນ, 26% ແມ່ນ ສະພາບແວດລ້ອມຂອງເສັ້ນທາງ ແລະ 8% ແມ່ນ ຍານພາຫະນະ, ໃນລະຫວ່າງ ວັນທີ 19-20 ກຸມພາ 2020, ກອງປະຊຸມລັດຖະມົນຕີ ດ້ານຄວາມປອດໄພທາງຫຼວງ ຄັ້ງທີ່ 3, ຈັດຂຶ້ນທີ່ ສະຕປະເທດ ຊູແອັດ ແລະ ໄດ້ຮັບຮອງເອົາ ຖະແຫຼງການ ສະຕັອກໂຮມ ໃນການບັນລຸເປົ້າໝາຍ ເພື່ອເຮັດໃຫ້ທົ່ວໂລກມີສະຖຽນລະພາບ ດ້ານຄວາມປອດໄພ ແລະ ຫຼຸດຜ່ອນຈຳນວນຜູ້ເສຍຊີວິດ ຈາກການເກີດອຸປະຕິເຫດຕາມເສັ້ນທາງ ໃຫ້ໄດ້ 50% ຮອດປີ 2030, ໂດຍອີງໃສ່ 5 ​ເສົາ​ຄໍ້າ​ ຄື: (1) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານຈັດການ ວຽກງານຄວາມປອດໄພທາງຫຼວງ (Road Safety Management); (2) ສ້າງເສັ້ນທາງທີ່ສົມບູນແບບ ເພື່ອການເດີນທາງທີ່ມີຄວາມປອດໄພສູງ (Safer Road and Mobility); (3) ກໍານົດມາດຕະຖານເຕັກນິກ ສໍາລັບການນໍາໃຊ້ຍານພາຫະນະໃຫ້ມີຄວາມປອດໄພ (Safer Vehicle); ​(4) ສ້າງແຜນງານ, ນິຕິກໍາ, ປູກຈິດສໍານຶກການຂັບຂີ່ປອດໄພ ແລະ ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ (Safer Road User); ​(5) ຜັນຂະຫຍາຍ ການຊ່ວຍເຫຼືອປະຖົມພະຍາບານຜູ້ບາດເຈັບ ໃຫ້ທົ່ວເຖິງທຸກພື້ນທີ່ (Post-Crash Responds).

ສຳລັບ ຢູ່ ສປປ ລາວ ໃນແຕ່ລະປີ ມີອັດຕາເພີ່ມສູງຂື້ນ ຈາກຕົວເລກສະຖິຕິທີ່ມີຈໍານວນຜູ້ເສຍຊີວິດ ສະເລ່ຍ 553 ຄົນ ໃນປີ 2002-2010 ແລະ 980 ຄົນ ໃນປີ 2010-2019 ເພີ່ມຂື້ນ 44% ເຮັດໃຫ້ເພີ່ມຂື້ນສາມເທົ່າຕົວ, ໃນຂະນະດຽວກັນນັ້ນ ມີຈໍານວນຍານພາຫະນະເພີ່ມຂື້ນ 2,5 ເທົ່າຕົວ. ມາຮອດປີ 2019 ທົ່ວປະເທດມີອຸປະຕິເຫດເກີດຂື້ນ 6.616 ຄັ້ງ, ບາດເຈັບ 1.516 ຄົນ, ເສຍຊີວິດ 1.134 ຄົນ ຍານພາຫະນະເປ່ເພ 276 ຄັນ ສະເລ່ຍແລ້ວແຕ່ລະມື້ມີອຸປະຕິເຫດເກີດຂື້ນ ປະມານ 15-17 ຄັ້ງ, ມີຜູ້ເສຍຊີວິດ 3-4 ຄົນ, ບາດເຈັບ 4-5 ຄົນ ແລະ ຍານພາຫະນະເປ່ເພ 24 ຄັນ.  ໃນຈໍານວນຍານພາຫະນະທີ່ເກີດອຸປະຕິເຫດສ່ວນຫຼາຍ ແມ່ນລົດຈັກ, ຮອງລົງມາແມ່ນລົດເກັງ, ກະບະ, ຈໍາໂບ້-ຕຸກໆ ແລະ ປະເພດອື່ນໆ. ຜູ້ທີ່ຖືກເຄາະຮ້າຍສ່ວນຫຼວງຫຼາຍ ແມ່ນຢູ່ໃນເກນອາຍຸ 19-31 ປີ, ໃນນັ້ນອັດຕາທີ່ສູງກວ່າໝູ່ ແມ່ນອາຍຸລະຫວ່າງ 25-30 ປີ; ສ່ວນເວລາທີ່ມັກເກີດອຸປະຕິເຫດ ແມ່ນຢູ່ໃນລະຫວ່າງ 17:00-22:00 ໂມງ ແລະ 1:00 ໂມງ ກາງຄືນ. ມູນຄ່າການເສຍຫາຍ ທາງດ້ານເສດຖະກິດ-ສັງຄົມ ຕໍ່ຜູ້ເສຍຊີວິດ 1,134 ຄົນ (ປີ 2019) ປະມານ 1,474 ຕື້ ກີບ, ໃນປະຈຸບັນ, ການເກັບກຳສະຖິຕິອຸປະຕິເຫດຕາມເສັ້ນທາງ ໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ໄດ້ລວມສູນ,   ນຳໃຊ້ລະບົບ ຈົດ-ກ່າຍ (Paper Based) ເປັນຕົ້ນ ຂໍ້ມູນຈາກ ຕຳຫຼວດ ຈະລາຈອນ, ໂຮງໝໍ, ໜ່ວຍກູ້ໄພ ແລະ ບໍລິສັດປະກັນໄພ, ໂດຍສະເພາະບາງຂໍ້ມູນ ຍັງບໍ່ຄົບຖ້ວນ ຕາມມາດຖານຂອງ ອົງການສະຫະປະຊາຊາດ ໃນການສັງລວມ-ເກັບກຳຂໍ້ມູນສະຖິຕິອຸບປະຕິເຫດ. ດັ່ງນັ້ນ, ໃນໄລຍະຜ່ານມາ ຜູ້ໃຫ້ທຶນ ກໍຄື ທະນາຄານໂລກ ເຫັນເຖິງຄວາມໝາຍຄວາມສຳຄັນໃນການເກັບກຳຂໍ້ມູນ ຈຶ່ງໄດ້ຮ່ວມມືກັບ ລັດຖະບານ ປະເທດ ຟີລິປປິນ ໃນການພັດທະນາ ແລະ ແນະນຳ ໃຫ້ນຳໃຊ້ລະບົບດັ່ງກ່າວ ເພື່ອມາ ວິເຄາະ, ວິໄຈ ແລະ ນຳເອົາຜົ້ນໄດ້ຮັບນັ້ນ ມາປັບປຸງ, ແກ້ໄຂ ແລະ ປ້ອງກັນ ບໍ່ໃຫ້ອຸບປະຕິເຫດເກີດຂື້ນອີກ, ໃນການຈັດຝຶກອົບຮົມຄັ້ງນີ້ເພື່ອ ​ຢາກ​ໄດ້​ຂໍ້​ມູນ​ ສະ​ຖິ​ຕິ ອຸ​ປະ​ຕິ​ເຫດ ແບບ​ລວມ​ສູນ, ສາ​ມາດ​ເຊື່ອມ​ຕໍ່​ເຂົ້າ​ກັບ ພາກ​ສ່ວນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ເຊັ່ນ: ກະ​ຊວງ ປກ​ສ, ກະ​ຊວງ ຍ​ທ​ຂ, ກະ​ຊວງ ສາ​ທາລະ​ນະ​ສຸກ, ສະ​ມາ​ຄົມ​ຫນ່ວຍ​ກູ້​ໄພ ຫລື ບໍ​ລິ​ສັດ ປະ​ກັນ​ໄພ ໂດຍ​ນຳ​ເອົາ​ຂໍ້​ມູນ ສະ​ຖິ​ຕິ​ອຸ​ປະ​ຕິ​ເຫດ ດັ່ງ​ກ່າວ ມາວິ​ໄຈ, ວິ​ເຄາະ ແລະ ສາ​ມາດ​ປັ​ບ​ປຸງ, ແກ້​ໄຂ ແລະ ປ້ອງ​ກັນ ຈຸດ​ທີ່​ມັກ​ເກີດ​ອຸ​ປະ​ຕິ​ເຫດ​ຕາມ​ເສັ້ນທາງ ບໍ່​ໃຫ້​ມັນ​ເກີດ​​ຕື່ມ​ອີກ, ຄາດໝາຍຂອງການຝຶກອົບຮົມ ແມ່ນຂໍ້ມູນສະຖິຕິ ອຸປະຕິເຫດ ສາມາດລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຊ່ວຍປ້ອງກັນ ແລະ ຫຼຸດຜ່ອນ ອັດຕາການເກີດອຸບປະຕິເຫດ ຕາມສະຖານທີ່ຈຸດອັນຕະລາຍ ທີ່ມັກເກີດອຸປະຕິເຫດໄດ້ ແລະ ພັດທະນາ ຂີດຄວາມສາມາດ ທາງດ້ານການພັດທະນາບຸກຄະລາກອນ ໃນການນຳໃຊ້, ການເຂົ້າເຖິງເທັກໂນໂລຍີ້ ຂໍ້ມູນຂ່າວສານ ດ້ວຍລະບົບຄອມພິວເຕີ.

 

Additional information