ຂ່າວພາຍໃນກະຊວງ
ກອງປະຊຸມເປີດກວ້າງເພື່ອທາບທາມຄໍາເຫັນ ໃສ່ຮ່າງດໍາລັດວ່າດ້ວຍເຂດສະຫງວນຂອງທາງຫຼວງ
- Details
- Published on ຈັນ, 21 ກັນຍາ 2020 03:10
ກອງປະຊຸມ ເປີດກ້ວາງທາບທາມຄຳເຫັນ ໃສ່ຮ່າງດໍາລັດວ່າດ້ວຍເຂດສະຫງວນຂອງທາງຫຼວງ ໄດ້ຈັດຂື້ນໃນວັນທີ 17 ກັນຍາ 2020 ທີຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໂດຍການເປັນປະທານຂອງ ທ່ານ ປອ ສັນຕິສຸກ ສິມມາວົງ ຮອງລັດຖະມົນຕີກະຊວງ ຍທຂ, ມີຫ້ອງການ, ກົມ, ກອງ, ສະຖາບັນ, ພະແນກ ຍທຂ ແຂວງທົ່ວປະເທດ, ສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງ ຍຸຕິທຳ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ຄາດໝາຍຕາມແຜນແມ່ນຈະໄດ້ເອົາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ມີຖຸນາ 2020 ນີ້, ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຍັງສືບຕໍ່ແຜ່ລະບາດຈົນເຖິງປະຈຸບັນ ຈຶ່ງເຮັດໃຫ້ການຄົ້ນຄ້ວາຮ່າງດໍາລັດສະບັບດັ່ງກ່າວ ຢຸດສະງັກໄປໃນໄລຍະຫນຶ່ງ ລວມທັງບໍ່ສາມາດຈັດກອງປະຊຸມເປີດກ້ວາງຂຶ້ນໄດ້, ດັ່ງທີ່ທຸກທ່ານຮູ້ແລ້ວວ່າຮ່າງດໍາລັດ ສະບັບນີ້ ເປັນດໍາລັດທີ່ສ້າງຂຶ້ນໃໝ່ ຕາມຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ-ສັງຄົມ ແລະ ມີຄວາມສຳຄັນຫລາຍ ຕໍ່ກັບການຄຸ້ມຄອງເຂດສະຫງວນຂອງທາງຫຼວງໃນປະຈຸບັນ, ໂດຍປະຕິບັດຕາມຂັ້ນຕອນ ແລະ ລະບຽບການຜ່ານຮ່າງດຳລັດ, ກະຊວງ ຍທຂ, ຈຶ່ງໄດ້ກໍານົດຈັດກອງປະຊຸມເປີດກວ້າງ ຂຶ້ນໃນລະຫວ່າງວັນທີ 17-18/9/2020 ແລະ ພາຍຫລັງສໍາເລັດກອງປະຊຸມເປີດກວ້າງໃນຄັ້ງນີ້ແລ້ວກໍ່ຈະໄດ້ນຳສະເໜີກະຊວງຍຸຕິທຳ ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ.
ປັດຈຸບັນ ຄຽງຄູ່ກັບການຂະຫຍາຍໂຕທາງດ້ານເສດຖະກິດ ແລະ ສັງຄົມ ວຽກງານການຄຸ້ມຄອງເຂດສະຫງວນຂອງທາງຫຼວງ ເປັນວຽກງານໜຶ່ງທີ່ເປັນຄວາມທ້າທາຍຂອງຂະແໜງໂຍທາທິການ ແລະ ຂົນສົ່ງ, ໃນການຄຸ້ມຄອງ ແລະ ຈັດສັນໃຫ້ມີຄວາມເປັນລະບຽບສວຍງາມ ແລະ ສອດຄ່ອງກັບກົດໝາຍເຊັ່ນ: ການປຸກສ້າງເຮືອນຊານ ທີ່ຢູ່ອາໄສຂອງປະຊາຊົນ, ນໍາໃຊ້ເປັນພື້ນທີ່ການຜະລິດ, ຮ້ານຄ້າຂາຍ, ຂຸດດິນ, ຖົມດິນ, ການຕັ້ງເສົາໄຟຟ້າ, ການຕັ້ງປ້າຍໂຄສະນາ, ການຕັ້ງເສົາໂທລະສັບ, ການວາງລະບົບສາຍໄຍແກ້ວ, ການວາງລະບົບທໍ່ນໍ້າປະປາ ແລະ ອື່ນໆ, ນອກຈາກນີ້, ລັກສະນະພູມີປະເທດຂອງພວກເຮົາ ໂດຍສະເພາະເຂດພູດອຍ ກໍ່ເປັນບັນຫາໜຶ່ງທີ່ທ້າທາຍໃນການກໍານົດເຂດສະຫງວນໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ບັນຫາການບຸກລຸກເຂດສະຫງວນທາງແບບເຄິ່ງຖາວອນ ແລະ ແບບຖາວອນ ກໍ່ນັບມື້ເກີດຂຶ້ນຢ່າງຫລວງຫລາຍ, ພວກເຮົາຍັງບໍ່ທັນສາມາດຄຸ້ມຄອງວຽກງານດັ່ງກ່າວໄດ້ດີ ແລະ ຍັງມີຄວາມຫຍຸ້ງຍາກຫລາຍດ້ານ ເນື່ອງຈາກວ່າ ພວກເຮົາມີກົດໝາຍແລ້ວ ແຕ່ຍັງບໍ່ທັນມີນິຕິກຳໃຕ້ກົດໝາຍເປັນອັນລະອຽດເພື່ອຄຸ້ມຄອງ, ສະນັ້ນ, ຈຶ່ງມີຄວາມຈໍາເປັນສ້າງດໍາລັດສະບັບນີ້ຂຶ້ນ ເພື່ອເປັນເຄື່ອງມືຄຸ້ມຄອງວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ດໍາລັດວ່າດ້ວຍເຂດສະຫງວນທາງຫຼວງ ຄະນະຮ່າງດຳລັດຂອງກະຊວງ ຍທຂ ໄດ້ຮ່າງສໍາເລັດໂດຍພື້ນຖານ ເປັນທີ່ຮຽບຮ້ອຍແລ້ວ. ໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປີດກ້ວາງ ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງດຳລັດສະບັບນີ້ ໃຫ້ອຸດົມສົມບູນ ໄປດ້ວຍເນື້ອໃນ, ຫຼັງຈາກນັ້ນ, ຈະໄດ້ນໍາເອົາຄໍາສະເໜີ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຫຼາຍພາກສ່ວນໄປພິຈາລະນາ ເພື່ອປັບປຸງໃຫ້ເປັນອັນລະອຽດ, ຄົບຖ້ວນ ແລະ ສົມບູນ, ແທດເໝາະກັບການຂະຫຍາຍຕົວທາງດ້ານເສດຖະກິດ ໃນປະຈຸບັນ ແລະ ເຊື່ອມໂຍງກັບສາກົນ.
ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດ ແລະ ເຮັດໃຫ້ຮ່າງດໍາລັດດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໝົດທຸກຄົນ ຈົ່ງໄດ້ພ້ອມກັນສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ຂອງຕົນເອງ ແລະ ຮັບຜິດຊອບສູງ ເຂົ້າໃນການຄົ້ນ ຄ້ວາ ປະກອບຄໍາຄິດຄໍາເຫັນໃຫ້ເລິກເຊິ່ງ, ມີເຫດມີຜົນ, ກົງໄປກົງມາ ແລະ ແທດເໝາະກັບຄວາມເປັນຈິງ ເພື່ອເຮັດໃຫ້ຮ່າງດໍາລັດສະບັບນີ້ ອຸດົມສົມບູນໄປດ້ວຍເນື້ອໃນ ແລະ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງ, ກວດກາ ກ່ຽວກັບວຽກງານເຂດສະຫງວນທາງຫຼວງ, ກອງປະຊຸມ ຈະດໍາເນີນໄປເປັນເວລາ 2 ວັນ ສຸດທີ່ມີຄວາມສໍາຄັນ ແລະ ເລັ່ງດ່ວນ ໃນການພັດທະນາວຽກຂອງຂະແໜງ ຍທຂ, ພັດທະນາປະ ເທດຊາດ ແລະ ການຄຸ້ມຄອງຂອງຊັບສິນຂອງລັດ.
ກອງປະຊຸມຝຶກອົບຮົມແມ່ຍິງກັບການຄຸ້ມຄອງນຳພາ
- Details
- Published on ສຸກ, 18 ກັນຍາ 2020 06:08
ກອງປະຊຸມຝຶກອົບຮົມ “ແມ່ຍິງກັບການຄຸ້ມຄອງນຳພາ” ໄດ້ຈັດຂື້ນໃນວັນທີ 16 ກັນຍາ 2020 ທີ່ສະຖາບັນຝຶກອົບຮົມ ຍທຂ, ໂດຍການເປັນປະທານຂອງທ່ານ ສີລິພອນ ອິນທິລາດ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ທ່ານ ນາງ ຈັນຖະໜອມ ສຸລີໂຍ ຮອງຫົວໜ້າຫ້ອງການ, ມີບັນດາກົມ, ກອງ, ຫ້ອງການ, ສະຖາບັນ ພາກສ່ວນລະ 1 ທ່ານ ເຂົ້າຮ່ວມໃນການຝຶກອົບຮົມໃນຄັ້ງນີ້.
ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ-ເດັກນ້ອຍ ແມ່ນວຽກງານໜື່ງທີ່ສຳຄັນ ແລະນອນໃນຍຸດທະສາດການພັດທະນາ ຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານ ເຊິ່ງສະແດງອອກຢູ່ບ່ອນວ່າໄດ້ມີການແຕ່ງຕັ້ງຄະນະກຳມະການລະດັບຊາດກ່ຽວກັບວຽກງານດັ່ງກ່າວ, ໂດຍແມ່ນ ທ່ານ ປອ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຊີ້ນຳໂດຍກົງ, ສະນັ້ນ, ຫົວຂໍ້ທີ່ຈະຈັດຝຶກອົບຮົມໃນຄັ້ງນີ້ ຖືວ່າເປັນບົດຮຽນທີ່ສຳຄັນຫຼາຍໃນການພັດທະນາແມ່ຍິງຂອງ ກະຊວງ ຍທຂ ໃຫ້ກາຍເປັນພະນັກງານຫຼັກແຫຼ່ງຄຸ່ມຄອງ-ນໍາພາໃນອານາຄົດ ຕາມແນວທາງນະໂຍບາຍຂອງລັດຖະບານ; ເນື້ອໃນຫົວຂໍຝຶກອົບຮົມໃນຄັ້ງນີ້ປະກອບມີ: ຮັບຟັງການລາຍງານ ການຈັດຕັ້ງປະຕິບັດແຜນຍຸດທະສາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ-ນ້ອຍ; ຮຽນຮູ້ທັກສະ ແລະ ຄຸນລັກສະນະການເປັນພະນັກງານນຳພາທີ່ດີ ແລະເນື້ອໃນອື່ນໆ ຕາມຫົວຂໍ້ທີ່ໄດ້ລະບຸໄວ້ໃນກອງປະຊຸມ; ແລະ ພິເສດ ຈະໄດ້ຮັບຟັງການບັນລະຍາຍກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເພດຍິງ ທີ່ຕິດພັນກັບການກຳນົດຕໍາແໜ່ງງານຈາກ ທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີ ກະຊວງ ພາຍໃນ. ກອງປະຊຸມໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 16–18 ກັນຍາ 2020.
ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ມອບເຮືອໃຫ້ແກ່ຫ້ອງການ ຍທຂ ເມືອງ
- Details
- Published on ສຸກ, 18 ກັນຍາ 2020 11:05
ໃນອາທິດທີຜ່ານມາ ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ໄດ້ຈັດພິທີມອບເຮືອ ພ້ອມດ້ວຍອຸປະກອນ 12 ລຳ ໃຫ້ແກ່ຫ້ອງການ ຍທຂ ເມືອງ ຈຳນວນ 4 ເມືອງ ແລະ ບ້ານທີ່ຢູ່ລຽບຕາມສາຍທາງເລກ 13ໃຕ້ ຈຳນວນ 8 ບ້ານ ຄື: ຫ້ອງການ ຍທຂ ເມືອງທ່າພະບາດ, ຫ້ອງການ ຍທຂ ເມືອງປາກຊັນ, ຫ້ອງການ ຍທຂ ເມືອງປາກກະດິງ, ຫ້ອງການ ຍທຂ ເມືອງຫີນບູນ ແລະ ບັນດາອຳນາດການປົກຄອງບ້ານ ປ່າໄລ່, ນ້ຳໂລ້, ໂພນສະຫວັນ, ສິວິໄລ, ຫາງຊິງສະຫວ່າງ, ນາເຄືອ, ຄຳແກ້ວ ແລະ ໃໝ່ນ້ຳປະກັນ; ຈຸດປະສົງຂອງໂຄງການແມ່ນເພື່ອນຳໃຊ້ເຂົ້າໃນການຕ້ານໄພນ້ຳຖ້ວມ ແລະ ຍົກຍ້າຍລະດັບທາງ ເພື່ອໃຫ້ຕ້ານທານກັບການປ່ຽນແປງຈາກດິນ, ຟ້າ, ອາກາດ, ນຳໃຊ້ເຂົ້າໃນເວລາເກີດເຫດນ້ຳຖ້ວມສຸກເສີນ ເພື່ອຊ່ວຍເຫຼືອກັນໃນການຍົກຍ້າຍປະຊາຊົນ, ຊັບສິນ ແລະ ສິ່ງຂອງອື່ນໆ. ໃນການຈັດຊື້ເຮືອໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ(WB), ພາຍໃຕ້ໂຄງການຂະແໜງຂົວທາງໄລຍະ 2 (LRSP2-AF).
ກະຊວງ ຍທຂ ເຊື່ອມຊຶມມະຕິ 10 ສະໄໝທີ X ຂອງພັກ
- Details
- Published on ຈັນ, 07 ກັນຍາ 2020 04:12
ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ມອບໃບຢັ້ງຢືນ ໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ ໃນວັນທີ 3 ກັນຍາ 2020, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນຈັນ ສິນທະວົງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຍທຂ; ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ກຳມະການພັກກະຊວງ, ບັນດາສະຫາຍ ເລຂາ, ຮອງເລຂາ ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຂັ້ນຫົວໜ້າພະແນກ ແລະ ຮອງພະແນກ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອໃຫ້ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນມີຄວາມຮັບຮູ້-ເຂົ້າໃຈ, ກຳແໜ້ນ, ແລະ ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ືອໃນສໍາຄັນຂອງມະຕິຕ່າງໆຂອງກົມການເມືອງສູນກາງພັກ ໃນແຕ່ລະໄລຍະ ເພື່ອຫັນມະຕິດັ່ງກ່າວເປັນທິດທາງ, ວຽກງານ ແລະ ເປັນແຜນ ປະຕິບັດງານລະອຽດຂອງຄະນະພັກກະຊວງ, ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ, ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດໃນການນໍາຂອງວຽກງານຂອງຕົນ.
ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ໂດຍສະຫາຍ ປອ ບຸນຈັນ ສິນທະວົງ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງ ຍທຂ; ໄດ້ຍົກໃຫ້ເຫັນກ່ຽວກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກສູນກາງພັກ ຄັ້ງທີ 7, 8, 9 ສະໄໝ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ, ເງິນຕາ ປະຈໍາໄຕມາດ 1 ປີ 2020 ແລະ ທິດທາງຕໍ່ໜ້າ; ຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); ການປັບປຸງກົດລະບຽບຂອງພັກ ສະໄໝທີ X ແລະ ທິດປັບປຸງກົງຈັກລັດທະບານ; ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາສູງຕໍ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິດັ່ງກ່າວ ຜ່ານມາພັກ ແລະ ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ໄດ້ເພີ່ມທະວີການຊີ້ນໍາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ ແນໃສ່ສ້າງຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເປັນລະບົບໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ.
ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້ໄດ້ມີພິທີ ມອບໃບຢັ້ງຢືນຮັບຮອງເປັນ ໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ ປີ 2019 ໃຫ້ບັນດາຮາກຖານພັກ, ໜ່ວຍພັກ, ໜ່ວຍພັກທີຂື້ນກັບຄະນະພັກຮາກຖານ ມີ 10 ຮາກຖານ ທີຍາດໄດ້ຜົນງານໃນການຈັດຕັ້ງຜັນຂະຫຍາຍ, ການນຳພາຊີ້ນຳ, ລະບອບແບບແຜນວິທີເຮັດວຽກ ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດໃນການນໍາຂອງວຽກງານຂອງຕົນ.
ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້ໄດ້ມີພິທີ ມອບໃບຢັ້ງຢືນຮັບຮອງເປັນ ໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ ປີ 2019 ໃຫ້ບັນດາຮາກຖານພັກ, ໜ່ວຍພັກ, ໜ່ວຍພັກທີຂື້ນກັບຄະນະພັກຮາກຖານ ມີ 10 ຮາກຖານ ທີຍາດໄດ້ຜົນງານໃນການຈັດຕັ້ງຜັນຂະຫຍາຍ, ການນຳພາຊີ້ນຳ, ລະບອບແບບແຜນວິທີເຮັດວຽກ ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດໃນການນໍາຂອງວຽກງານຂອງຕົນ.
More Articles...
- ຄະນະນຳກະຊວງໂຍທາທິການ ແລະ ຂົນສົ່ງເຂົ້າອວຍພອນທູດຫວຽດນາມ ປະຈຳ ສປປ ລາວ
- ກອງປະຊຸມເປີດກວ້າງປະກອບຄໍາເຫັນ ໃສ່ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ
- ກອງປະຊຸມສາມັນຄົບຄະນະພັກກະຊວງ ຍທຂ ຄັ້ງທີ 20, ສະໄໝທີ IV (ເປີດກວ້າງ) ແລະ ທາບທາມບຸກຄະລາກອນຂອງຄະນະພັກ ກະຊວງ ຍທຂ ສະໄໝທີ V (ຮອບທີ 2)
- ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ