ຂ່າວພາຍໃນກະຊວງ
ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ
- Details
- Published on ອັງຄານ, 25 ສິງຫາ 2020 06:13
ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ ໄດ້ຈັດຂື້ນໃນວັນທີ 25 ສິງຫາ 2020 ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົດຕີກະຊວງ ຍທຂ, ທ່ານ ພົຈວ ນີລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຕາງໜ້າຈາກກົມ, ກອງອ້ອມຂ້າງກະຊວງ ຍທຂ, ກະຊວງ ປກສ, ກະຊວງ ຍຸຕິທຳ, ກະຊວງພາຍໃນ, ຫ້ອງວ່າການ ສນຍ, ບັນດາທ່ານຕາງໜ້າຫ້ອງວ່າການປົກຄອງແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງ ແລະບັນດາ ພະແນກ ຍທຂ ແຂວງ, ຈາກ 5ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽຈັນ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະແຂວງຫຼວງພະບາງ ແລະບັນດາທ່ານຄະນະຮັບຜິດຊອບການຮ່າງດໍາລັດວ່າດ້ວຍເຈົ້າໜ້າທີ່ລົດໄຟ ທັງສອງກະຊວງ ຄະນະຄຸ້ມຄອງໂຄງການລົດໄຟ ລາວ-ຈີນ, ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະບໍລິສັດລົດໄຟ ລາວ-ຈີນ ກໍ່ໃຫ້ກຽດເຂົ້າຮ່ວມ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມເປີດກ້ວາງໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຢ່າງເປີດກ້ວາງ, ສ້າງສັນ ແລະ ຫຼາກຫຼາຍເຂົ້າໃສ່ເນື້ອໃນຮ່າງດຳລັດວ່າດ້ວຍເຈົ້າໜ້າທີ່ລົດໄຟໃຫ້ມີປະສິດ ທິພາບ ແລະປະສິດທິຜົນ. ດໍາລັດສະບັບນີ້ແມ່ນນິຕິກໍາໜຶ່ງໃນຫົວຂໍ້ນິຕິກໍາຂອງກະຊວງ ຍທຂ ທີ່ຈະນໍາສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະກອງປະຊຸມລັດຖະບານປີ 2020 ຊຶ່ງດໍາລັດສະບັບນີ້ຕາມວາລະທີ່ຈະນໍາເຂົ້າສະເໜີລັດຖະບານແມ່ນເດືອນ 11 ປີ 2020. ເນື່ອງຈາກວ່າວຽກງານທາງລົດໄຟມີການຂະຫຍາຍຕົວຫຼາຍນັບຕັ້ງແຕ່ປີ 2005-2008 ກໍ່ໄດ້ມີການກໍ່ສ້າງເສັ້ນທາງລົດໄຟທໍາອິດມີຄວາມຍາວ 3.5 ກມ, ຊຶ່ງເປັນເສັ້ນທາງເຊື່ອມຕໍ່ຊາຍແດນລະຫວ່າງ ລາວ-ໄທ (ທ່ານາແລ້ງ-ໜອງຄາຍ) ຕໍ່ມາປີ 2017 ກໍ່ໄດ້ມີໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ນັບຕັ້ງແຕ່ຊາຍແດນລາວ-ຈີນ (ດ່ານສາກົນບໍ່ເຕັນ) ຮອດນະຄອນຫຼວງວຽງຈັນ ມີຄວາມຍາວ 409 ກມ, ແລະວຽກງານລົດໄຟນີ້ຍັງມີການຂະຫຍາຍຕາໜ່າງເສັ້ນທາງການພັດທະນາດ້ານອື່ນໆ ໃນອະນາຄົດອັນໃກ້ນີ້ ສະນັ້ນ, ເພື່ອຮັບປະກັນການຄຸ້ມຄອງບໍລິຫານດ້ວຍກົດໝາຍໃນໂຂງເຂດວຽກງານການຂົນສົ່ງທາງລົດໄຟທີ່ໄດ້ກ່າວມາຂ້າງເທິງນັ້ນ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນສູງຈໍາເປັນຕ້ອງໄດ້ມີນິຕິກໍາທີ່ຮັດກຸມ, ກໍານົດຫຼັກການ, ລະບຽບການ ແລະມາດຕາການກ່ຽວກັບພາລະບົດບາດ, ສິດ, ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະບຸກຄະລາກອນ, ການຄຸ້ມຄອງ ແລະຕິດຕາມກວດກາວຽກງານຂອງເຈົ້າໜ້າທີ່ລົດໄຟ ເພື່ອໃຫ້ແທດເໝາະ ແລະສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເປັນເຄື່ອງມືໃນການຮອງຮັບການຂະຫຍາຍຕົວດ້ານເສດຖະກິດຂອງປະເທດຮັບປະກັນການເຊື່ອມຈອດ, ເຊື່ອມໂຍງໃນພາກພື້ນ ແລະສາກົນ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ປອດໄພ.
ກອງປະຊຸມເປີດກວ້າງທາບທາມຄໍາເຫັນໃນຄັ້ງນີ້ ຈະໄດ້ດຳເນີນໄປຕາມວາລະຂອງກອງປະຊຸມ ນັບແຕ່ວັນທີ 25-27 ສິງຫາ 2020, ເພື່ອໃຫ້ບັນດາທ່ານທີ່ມາຈາກຫຼາຍພາກສ່ວນ, ຫຼາຍຂະແໜງການຕ່າງໆທີ່ກ່ຽວຂ້ອງ ໄດ້ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຮ່າງດຳລັດ ວ່າດ້ວຍເຈົ້າໜ້າທີ່ລົດໄຟ ເພື່ອເຮັດແນວໃດໃຫ້ຮ່າງດຳລັດດັ່ງກ່າວຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນອັນດີງາມ ແລະ ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໄລຍະກາງຂັ້ນສູນກາງສໍາລັບການກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບໂຄງການຕົວເມືອງໜ້າຢູ່ນະຄອນຫຼວງວຽງຈັນ
- Details
- Published on ພຸດ, 19 ສິງຫາ 2020 06:57
ກອງປະຊຸມໄລຍະກາງ ຂັ້ນສູນກາງສໍາລັບການກະກຽມ ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບຕົວເມືອງໜ້າຢູ່ ນະຄອນຫຼວງວຽງຈັນ, ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 14 ສິງຫາ 2020 ທີ່ໂຮງແຮມ ຄຼາວພາຊາ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ; ທ່ານ ທ່ອນແກ້ວ ພຸດທະໄກລາດ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ; ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງ ແຂວງຈໍາປາສັກ, ມີບັນດາທ່ານ ເຈົ້າເມືອງ, ຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກ ທະນາຄານພັດທະນາອາຊີ, CDIA (Cities Development Initiative for Asia), ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ກໍ່ໃຫ້ກຽດເຂົ້າຮ່ວມ.
ຈຸດປະສົງເປົ້າໝາຍຂອງ ກອງປະຊຸມໃນມື້ນີ້ແມ່ນ ເພື່ອປຶກສາຫາລື ທົບທວນ ແລະ ປະກອບຄໍາເຫັນ ໃສ່ຮ່າງບົດລາຍງານ ໄລຍະກາງ, ປະກອບຄໍາເຫັນຕໍ່ ກອບໜ້າວຽກ ແລະ ການປະເມີນລາຄາຂອງບັນດາກິດຈະກໍາຍ່ອຍ ຂອງໂຄງການ ປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງໃນການໃຫ້ບໍລິການ, ການບໍາລຸງຮັກສາໃຫ້ມີຄວາມຍຶນຍົງ ແລະ ຄວາມມີປະສິດທິຜົນ (ໂດຍສະເພາະວຽກ O&M) ແລະ ປຶກສາຫາລືບັນຫາທາງດ້ານສິ່ງແວດລ້ອມ-ສັງຄົມ ທີ່ຕິດພັນກັບບັນດາໜ້າວຽກ ໂດຍສະເພາະ 4 ໜ້າວຽກຕົ້ນຕໍ ເຊັ່ນ: 1. ການຄຸ້ມຄອງຂີ້ເຫຍື້ອ( Solid waste management); 2. ການຄຸ້ມຄອງນໍ້າເປື້ອນ( Wastewater management); 3. ການປັບປຸງຜັງເມືອງ ແລະ ພູມມິທັດໃນຕົວເມືອງ( Urban planning/ Streetlife improvement) ແລະ 4. ການສ້າງຂີດຄວາມສາມາດ (Capacity Building).
ທີ່ມາຂອງໂຄງການ, ໂຄງການດັ່ງກ່າວ, ມີກອບວຽກເບື້ອງຕົ້ນມາແຕ່ເດືອນ 5/2019 ໂດຍມີການກຳນົດຮ່ວມກັນຈາກຜູ້ຕາງໜ້າ ຂອງ ADB, ຈາກ CDIA (ໜ່ວຍງານຊ່ວຍເຫລືອທາງດ້ານວິຊາການ
ການລິເລີ້ມການພັດທະນາເມືອງສໍາລັບອາຊີ ), ມີກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ ແລະ 3 ນະຄອນ ເປົ້າໝາຍຄື ນະຄອນ ຫລວງພະບາງ, ນະຄອນ ໄກສອນພົມວິຫານ ແລະ ນະຄອນ ປາກເຊ. ມາຮອດວັນທີ 13/12/2019 ໄດ້ຮັບການເຫັນດີຈາກ ກະຊວງ ແຜນການ ແລະ ການລົງທຶນ ໃຫ້ກະຊວງ ຍທຂ ຮັບເອົາ ໂຄງການ ຊ່ວຍເຫລືອດັ່ງກ່າວ. ໂດຍມອບໃຫ້ກົມ ເຄຫາ ແລະ ຜັງເມືອງ ເປັນຜູ້ເຊັນສັນຍາຮັບເອົາຈາກໜວ່ຍງານ CDIA ເອີ້ນວ່າເປັນ ໂຄງການ ກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຂອງຕົວເມືອງໜ້າຢູ່ໃນ 3 ນະຄອນ ມີເລກລະຫັດ ADB-RETA 8566 ມູນຄ່າ 650 ພັນ ໂດຣາສະຫະລັດ ແລະ ຈະໃຊ້ເວລາ 6 ເດືອນ. ຈາກນັ້ນກົມ ເຄຫາ ແລະ ຜັງເມືອງ ໄດ້ປະສານນຳ ພະນັກງານ ຍທຂ ແຂວງໃຫ້ມີການແຕ່ງຕັ້ງທີມງານ ຂື້ນໃນ 3 ນະຄອນ ເພື່ອເຮັດວຽກກັບທີມງານຊ່ຽວຊານ CDIA ແລະ ລວມກັບທີມງານຂອງກົມເຄຫາ ແລະ ຜັງເມືອງ.
ສິ່ງທີ່ໂຄງການເຮັດໄດ້ຜ່ານມາ ແມ່ນສຳເລັດການຜ່ານບົດລາຍງານໄລຍະຕົ້ນ ຂອງແຕ່ລະນະຄອນ ໃນວັນທີ່ 6/2/2020 ຕາມກອບວຽກທີ່ທີມງານຊຽວຊານ CDIA ໄດ້ສຶກສາມີ 4 ຫົວຂໍ້ຄື 1. ເລື້ອງຂີ້ເຫຍື້ອ; 2. ເລື້ອງນໍ້າເປື້ອນ; 3. ເລື້ອງພູມີທັດຕົວເມືອງ ແລະ 4. ເລື້ອງ ການສ້າງຄວາມເຂັ້ມແຂງດ້ານບຸຄະລາກອນ. ຕໍ່ມາໃນເດືອນ 3/2020 ກໍ່ມີການສືບຕໍ່ວຽກງານໄລຍະກາງຂອງ ໂຄງການ ແຕ່ກໍ່ບໍ່ໄດ້ຄາດຄິດໃນເວລາດຽວກັນກໍ່ເກີດໂຣລະບາດ COVID-19 ຈຶ່ງເປັນຜົນກະທົບຕໍ່ວຽກດັ່ງກ່າວ ທີ່ຈະໃຫ້ສຳເລັດບົດລາຍງານໄລຍະກາງໃນເດືອນ 5/2020 ນັ້ນຕ້ອງຊັກຊ້າອອກໄປ ແລະ ໃນເດືອນນີ້ເອງຫ້ອງການ CDIA ກໍ່ມີການສັ່ງໂຈ໊ະວຽກງານຂອງທີມຊ່ຽວຊານໃວ້ກ່ອນຈົນມາຮອດເດືອນ 7/2020 ນີ້ຈຶ່ງໄດ້ໃຫ້ສືບຕໍ່, ປະຈຸບັນໂຄງການກໍ່ສຳເລັດບົດລາຍງານໄລຍະກາງ ແລະ ຈະໄດ້ນຳສະເໜີຜ່ານທີ່ປະຊຸມໂດຍໃຫ້ຜູ້ຕາງໜ້າຂອງທີມງານຊຽວຊານ CDIA ນຳສະເໜີເຖິງຜົນໄດ້ຮັບໃນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນໃນການລົງທືນ ພັດທະນາຕົວເມືອງໜ້າຢູ່ໃນ 3 ນະຄອນ.
ກອງປະຊຸມວິທະຍາສາດ ກະກຽມເນື້ອໃນໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ
- Details
- Published on ສຸກ, 21 ສິງຫາ 2020 13:34
ກອງປະຊຸມວິທະຍາສາດ ກະກຽມເນື້ອໃນໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ໄດ້ຈັດຂື້ນໃນວັນທີ 19 ສິງຫາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ, ໂດຍການເປັນປະທານ ຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງ ຍທຂ, ມີບັນດາຫ້ອງການ, ກົມ, ສະຖາບັນ, ກອງ, ລັດວິສາຫະກິດທີ່ຂື້ນກັບກະຊວງ ຍທຂ, ພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງ, ຕາງໜ້າຈາກກະຊວງອ້ອມຂ້າງ, ມະຫາວິທະຍາໄລແຫ່ງຊາດ (ຄະນະທີ່ກ່ຽວຂ້ອງກັບ ວຽກງານ ຍທຂ) ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ X, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 04/ຄລສພ, ລົງວັນທີ 07/05/2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ ແລະຮາກຖານພັກໃນຂອບເຂດທົ່ວປະເທດ ແລະຄໍາສັ່ງແນະຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 784/ຄຈສພ, ລົງວັນທີ 14/09/2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 04/ຄລສພ, ກອງປະຊຸມວິທະຍາສາດຄັ້ງນີ້ ມີຈຸດປະສົງ ເພື່ອລະດົມຄວາມຄິດໃສ່ ຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ; ໃນຄັ້ງນີ້ຈະໄດ້ລົງເລິກປຶກສາຫາລື ແລະ ລະດົມແນວຄວາມຄິດ ໃສ່ບັນດາແຜນງານຈຸດສຸມບູລິມະສິດ ຂອງ ຮ່າງແຜນພັດທະນາ 5 ປີ 2021-2025 ຂອງກະຊວງ ຍທຂ ທີ່ຈະເປັນເນື້ອໃນຕົ້ນຕໍ ໃນບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ເຊິ່ງຈະຖືກໄຂຂື້ນໃນໄວໆ. ໂດຍອີງຕາມການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ 2016-2020 ຂອງກະຊວງ ຍທຂ; ແລະອີງໃສ່ກາລະໂອກາດ ແລະທ່າແຮງທາງດ້ານການພັດທະນາໃນໄລຍະໃໝ່, ກະຊວງ ຍທຂ ໄດ້ກໍານົດ 14 ແຜນງານ ຈຸດສຸມບູລິມະສິດ ໃນຮ່າງແຜນພັດທະນາ 5 ປີ 2021-2025. ກອງປະຊຸມຈະໃຊ້ເວລາຢູ່ໜຶ່ງວັນ, ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນເພາະວ່າເປັນກອງປະຊຸມວິທະຍາສາດ ໂດຍທີ່ຈະຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງ ກ່ຽວກັບກຳນົດບັນດາຄາດໝາຍ, ຕົວຊີ້ບອກ; ແຜນວຽກຈຸດສຸມເພື່ອບັນລຸຕາມຄາດໝາຍ ແລະ ສິ່ງທ້າທ້າຍຫຼືກົນໄກການຈັດຕັ້ງປະຕິບັດບັນດາ ແຜນວຽກຈຸດສຸມ ໃນສະພາບປົກກະຕິໃໝ່ (New Normal) ຫຼືສະພາບທີ່ໄດ້ຮັບຜົນກະທົບຈາກ Covid-19 ທີ່ປະເທດເຮົາກໍ່ຄືທົ່ວໂລກກຳລັງປະເຊີນຢູ່.
ລະດັບຄາດໝາຍຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າລະດົມແນວຄິດ ແລະສ້າງຄວາມເປັນເອກະພາບ ໃນບັນດາຄາດໝາຍ, ຕົວຊີ້ບອກ, ແຜນວຽກຈຸດສຸມ ແລະກົນໄກການຈັດຕັ້ງປະຕິບັດ ໃນສະພາບ New Normal ຂອງແຕ່ລະແຜນງານບູລິມະສິດ; ບົນພື້ນຖານເນື້ອໃນ ແລະໝາກຜົນຂອງກອງປະຊຸມໃນຄັ້ງນີ້ ຈະຖືກບັນຈຸເຂົ້າໃນ ເນື້ອໃນຂອງຮ່າງບົດລາຍງານການເມືອງ ກໍ່ຄືຮ່າງມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະມີຂື້ນໃນໄວໆນີ້.
ໂຄງການທາງລົດໄຟ ລາວ-ຈີນ ມອບເຄື່ອງຊ່ວຍເຫຼືອ ຕ້ານໂຄວິດ-19 ໃຫ້ກະຊວງ ຍທຂ
- Details
- Published on ສຸກ, 14 ສິງຫາ 2020 08:18
ພິທີມອບ-ຮັບອຸປະກອນຊ່ວຍເຫຼືອ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ໄດ້ຈັດຂື້ນໃນຕອນບ່າຍວັນທີ 13 ສິງຫາ 2020 ຢູ່ຫ້ອງປະຊຸມເບີ 2 ຂອງກະຊວງ ຍທຂ, ໄດ້ໃຫ້ກຽດມອບໂດຍຜູ້ຕາງໜ້າໂຄງການທາງລົດໄຟ ລາວ-ຈີນ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຮັບໂດຍ ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະຫ້ອງການ ແລະ ຄະນະພະແນກເຂົ້າຮ່ວມ; ເຄື່ອງອຸປະກອນທີ່ນຳມາມອບໃນຄັ້ງນີ້: ມີຜ້າປິດປາກອານນາໄມໃຊ້ເທື່ອດຽວ ຈຳນວນ 77,500 ແຜ່ນ , ສະບູລ້າງມື ຈໍານວນ 530 ກ໋ອງ, ເຄື່ອງແທກອຸນຫະພູມ 10 ອັນ, ເຈວລ້າງມື ຈໍານວນ 124 ຂວດ, ນໍ້າຢາຂ້າເຊື້ອ ຈໍານວນ 12 ຕຸກ, ລວມມູນຄ່າທັງໝົດ 396,590,000 ກີບ. ເພື່ອນຳໃຊ້ເຂົ້າໃນວຽກງານການປ້ອງກັນ, ສະກັດກັ້ນ, ເຝົ້າລະວັງ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19.