ຂ່າວພາຍໃນກະຊວງ
ກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ
- Details
- Published on ພະຫັດ, 13 ສິງຫາ 2020 08:07
ກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ ໄດ້ຈັດຂື້ນໃນວັນທີ 12-13 ສິງຫາ 2020, ທີຫ້ອງປະຊຸມໃຫຍ່ກະຊວງ ຍທຂ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ຍທຂ, ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກ ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ຄະນະຮັບຜິດຊອບຄົ້ນຄວ້າຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.
ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ ຊຶ່ງສະແດງອອກໃນສະຖິຕິການຂຶ້ນທະບຽນຍານພາຫະນະໃນແຕ່ລະປີ ເພີ່ມຂຶ້ນ ປະມານ 14%. ໄປຄຽງຄູ່ກັນນີ້້ ພວກເຮົາ ກໍ ໄດ້ສ້າງນິຕິກໍາໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການ ຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຍານພາຫະນະທາງບົກປະສົບຜົນສໍາເລັດ ເປັນກ້າວໆມາ ໂດຍສະເພາະ ການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດກາເຕັກນິກ ແລະ ນໍາໃຊ້ ໃນ ສປປ ລາວ. ແຕ່ເຖິງຢ່າງໃດກໍຕາມ ນິຕິກໍາໃຕ້ກົດໝາຍກ່ຽວກັບຍານພາຫະນະທາງບົກ ໃນປັດຈຸບັນ ຍັງບໍ່ທັນຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງ ການ ຂອງການຂະຫຍາຍຕົວກ່ຽວກັບວຽກງານຍານພາຫະນະທາງບົກ ບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ ສ້າງຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ ສະບັບນີ້ຂຶ້ນເພື່ອ ຄຸ້ມຄອງ ແລະ ສົ່ງເສີມວຽກງານຍານພາຫະນະທາງບົກ ໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ ແລະ ຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ; ຊຶ່ງເຮັດໃຫ້ການຂົນສົ່ງຂອງປະເທດເຮົາ ສາມາດເຊື່ອມໂຍງ ແລະ ເຊື່ອມຈອດ ທັງພາກພຶ້ນ ແລະ ສາກົນ.
ໃນໄລຍະຜ່ານການການຄຸ້ມຄອງຍານພາຫະນະທາງບົກໂດຍສະເພາະ ໃນຂົງເຂດຄວາມຮັບຜິດ ຊອບຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແມ່ນອີງໃສ່:
1. ຂໍ້ກໍານົດກ່ຽວກັບ ມາດຕະຖານເຕັກນິກຍານພາຫະນະ ແລະ ຊິ້້ນສ່ວນຂອງຍານພາຫະນະ ທີ່ໄດ້ຮັບອະນຸຍາດເຂົ້າມາຂຶ້ນທະບຽນ ແລະ ປະກອບເປັນຄັນ ເພື່ອນໍາໃຊ້ ໃນ ສປປ ລາວ ສະບັບເລກທີ 4312/ຄຂປກ, ລົງວັນທີ 11 ພຈິກ 2002,
2. ຂໍ້ກໍານົດວ່າດ້ວຍການຂຶ້ນທະບຽນ ແລະ ການຄຸ້ມຄອງຍານພາຫະນະຂົນສົ່ງທາງບົກ ໃນ ສປປ ລາວ ສະບັບເລກທີ 829/ຄຂປກ, ລົງວັນທີ 15 ມີນາ 2000,
3. ຂໍ້ກໍານົດກ່ຽວກັບມາດຕະຖານເຕັກນິກຂອງປ້າຍລົດ ສະບັບເລກທີ 4023/ຄຂປກ, ລົງວັນທີ 21 ທັນວາ 1998;
4. ຂໍ້ຕົກລົງວ່າດ້ວຍການຢຸດຕິການນໍາເຂົ້າລົງມືສອງ ແລະ ການໃຫ້ນະໂຍບາຍຫຼຸດຜ່ອນພາສີອາກອນສໍາລັບການນໍາເຂົ້າລົດ Hybrid, ລົດທີ່ແລ່ນດ້ວຍອາຍແກັດ NGV, LPG ແລະ ນໍ້າມັນເຊື້ອໄຟ ສະບັບເລກທີ: 78/ນຍ, ລົງວັນທີ 3 ກໍລະກົດ 2012. ນອກຈາກນີ້ແມ່ນ ຍັງອີງໃສ່ ກົດໝາຍອື່ນທີ່ກ່ຽວຂ້ອງ.
ໂດຍອີງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນເຫັນວ່າ ການຄຸ້ມຄອງຍານພາຫະນະ ຍັງບໍ່ທັນແທດເໝາະກັບສະພາບຕົວຈິງເວົ້າລວມ, ເວົ້າສະເພາະ ການນໍາເຂົ້າ, ຈໍາໜ່າຍ, ຂຶ້ນທະບຽນ, ກວດກາເຕັກນິກ, ຊົມໃຊ້, ຜະລິດ, ປະກອບ, ກໍານົດມາດຕະຖານເຕັກນິກດ້ານຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ ພ້ອມທັງ ລະບົບການຢັ້ງຢືນດ້ານມາດຕະຖານເຕັກນິກ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີຄວນ. ດ້ວຍເຫດນີ້, ເພື່ອເຮັດໃຫ້ການຄຸ້ມຄອງລັດ ແລະ ການບໍລິການ ສັງຄົມ ຕໍ່ກັບວຽກງານດັ່ງກ່າວ ຈຶ່ງຈໍາເປັນຕ້ອງໄດ້ສ້າງ ຮ່າງກົດໝາຍວ່າດ້ວຍຍານ ພາຫະນະທາງບົກ ເພື່ອຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານຍານພາຫະນະທາງບົກໃຫ້ມີຄວາມເຕີບໃຫຍ່ ເຂັ້້ມແຂງ ແລະ ສາມາດ ເຊື່ອມໂຍງກັບພາກພຶ້ນ ແລະ ສາກົນ.
ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VII
- Details
- Published on ຈັນ, 03 ສິງຫາ 2020 08:30
ກອງປະຊຸມໃຫຍ່ ຜູ້ແທນສະຫະພັນແມ່ຍິງກະຊວງ ຍທຂ ຄັ້ງທີ VII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 31 ກໍລະກົດ 2020 ແລະ ດໍາເນີນເປັນເວລາເຄິງວັນ, ກອງປະຊຸມໄດ້ຈັດຂື້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ສະຫາຍ ປະລິນຍາເອກ ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຍທຂ; ສະຫາຍ ລັນ ແສງອາພອນ ຄະນະພັກປະຈໍາກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຜູ້ຊີ້ນໍາວຽກສາມອົງການຈັດຕັ້ງມະຫາຊົນ; ສະຫາຍ ນາງ ພອນສະຫວັນ ແພງສີດາ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງ ຍທຂ; ສະຫາຍ ບຸນມາ ຫຼວງບັນດິດ ເລຂາຄະນະບໍລິຫານງານ ຊາວໝຸ່ມກະຊວງ ຍທຂ ແລະ ສະຫາຍ ວັນສະແຫວງ ອຸດທະຈັກ ປະທານສະຫະພັນກຳມະບານ ກະຊວງ ຍທຂ, ມີບັນດາແຂກຮັບເຊີນທີ່ມີກຽດຈາກສູນກາງ ສະຫະພັນແມ່ຍິງລາວ, ຄະນະພັກ, ຄະນະໜ່ວຍພັກຮາກຖານຂອງບັນດາກົມ, ອາດີດຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ, ພັນລະຍາການນໍາກະຊວງ, ບັນດາແຂກຮັບເຊີນຈາກກະຊວງອຸດສາຫະກຳ ແລະການຄ້າ, ກະຊວງກະຊິກຳ ແລະປ່າໄມ້, ບັນດາບໍລິສັດ, ລັດວິສາຫະກິດ ທີ່ມີຜູ້ຍິງເປັນການນຳ ແລະບັນດາຜູ້ແທນສົມບູນເຂົ້າຮ່ວມທັງໝົດ 92 ສະຫາຍ, ທີ່ມາຈາກ 21 ໜ່ວຍຮາກຖານທີ່ຂຶ້ນກັນກະຊວງ, ຕາງໜ້າ ໃຫ້ສະມາຊິກສະຫະພັນແມ່ຍິງທັງໝົດ 741 ສະຫາຍ.
ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຍທຂ ຊຸດທີ VI, ສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂອງຄະນະສະຫະພັນແມ່ຍິງກະຊວງ ຍທຂ ໃນ 5 ປີ ທີ່ຜ່ານມາ (2015-2020) ແລະວາງທິດທາງແຜນການປະຕິບັດວຽກງານໃນຕໍ່ໜ້າ (2021-2025), ສະເໜີໂດຍ ສະຫາຍ ນາງ ຈັນຖະໜອມ ສຸລິໂຍ ຮອງປະທານສະຫະພັນແມ່ຍິງກະຊວງ ຍທຂ ໄດ້ຍົກໃຫ້ເຫັນວ່າ: ແມ່ຍິງກະຊວງ ຍທຂ ໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ເປັນກົກຕິດພັນກັບທຸກການເຄື່ອນໄຫວວຽກງານແມ່ຍິງ ແລະ ວຽກງານ ຂອງແຕ່ລະຮາກຖານພັກພາຍໃນກະຊວງເປັນຕົ້ນແມ່ນໄດ້ນໍາພາຄະນະສະຫະພັນແມ່ຍິງກະຊວງ, ສະມາຊິກແມ່ຍິງ ເຂົ້າຮ່ວມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII, ການປາຖະກະຖາ, ເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງຊາດ, ຂອງພັກ.
ກອງປະຊຸມເປັນເອກະພາບສູງໃນການຮັບຮອງເອົາບົດລາຍງານການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໂດຍໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຢ່າງພາວະວິໄສ ໃນຕະຫຼອດໄລຍະສະໄໝກອງປະຊຸມ ຊຶ່ງເຕັມໄປດ້ວຍຜົນງານຫຼາຍດ້ານ, ໃຕ້ການນຳພາໂດຍກົງຮອບດ້ານຂອງອົງຄະນະພັກກະຊວງ ແລະ ການຊີ້ນຳຂອງສູນກາງສະຫະພັນແມ່ຍິງລາວ. ສາມາດຕີລາຄາດ້ານດີ, ດ້ານຄົງຄ້າງ, ສາຍເຫດ ແລະບົດຮຽນຖອດຖອນໄດ້. ພ້ອມກັນນີ້ກໍ່ໄດ້ເປັນເອກະພາບຮັບຮອງເອົາທິດທາງ, ແຜນການໃນຕໍ່ໜ້າ ເພື່ອເປັນບ່ອນອີງໃນການເຄື່ອນໄຫວ ຢ່າງມີຈຸດສຸມ.
ກອງປະຊຸມຍັງໄດ້ຮັບຮອງເອົາບົດສຳຫຼວດການນຳພາ ຂອງຄະນະບໍລິຫານສະຫະພັນແມ່ຍິງກະຊວງ ໂຍທາທິການ ແລະ ຂົນສົ່ງ ຕະຫຼອດ ສະໄໝທີ VI, ຊຶ່ງເຕັມໄປດ້ວຍຄວາມຮັບຜິດຊອບສູງ, ບົນຈິດໃຈເສຍສະຫຼະ, ມີຫົວຄິດປະດິດສ້າງ ເຮັດໃຫ້ວຽກງານແມ່ຍິງທົ່ວກະຊວງ ມີບົດບາດເປັນກຳລັງແຮງຂອງການພັດທະນາ ໃນທຸກຂົງເຂດວຽກງານ.
ກອງປະຊຸມໃຫຍ່ໄດ້ດຳເນີນການປ່ອນບັດເລືອກຕັ້ງ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໂຍ ທາທິການ ແລະ ຂົນສົ່ງ ສະໄໝທີ VII ບົນພື້ນຖານຖືກຕ້ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ສະໝັກ ຮັບເລືອກຕັ້ງ 13 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ, ຊື່ງປະກອບດ້ວຍບັນດາສະຫາຍທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ ມີບົດບາດໃນການນຳພາວຽກງານແມ່ຍິງ ເຊິ່ງມີລາຍຊື່ດັ່ງນີ້:
- ສະຫາຍ ນາງ ຈັນຖະໜອມ ສຸລິໂຍ
- ສະຫາຍ ນາງ ດວງຕາ ສີໂສພາ
- ສະຫາຍ ນາງ ພຸດທະສອນ ສີຫາເທບ
- ສະຫາຍ ນາງ ອຳພາວັນ ສາລີວອນ
- ສະຫາຍ ນາງ ນຸ້ຍ ສັງວິບຸດ
- ສະຫາຍ ນາງ ວັນ ດີລະພັນ
- ສະຫາຍ ນາງ ສັງວອນ ພູພົມມະຈິດ
- ສະຫາຍ ນາງ ແສງອຳໄພ ນະສີປະເສີດ
- ສະຫາຍ ນາງ ຈິນດາໄລ ວົງໄຊ
- ສະຫາຍ ນາງ ສາຍຄໍາ ທຳມະໂນສຸດ
- ສະຫາຍ ນາງ ວິສາພອນ ອິນທິລາດ
ກອງປະຊຸມຄັ້ງປະຖົມລຶກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະ ໄໝທີ VII ໄດ້ຕົກລົງເຫັນດີເປັນເອກະພາບກັນ ເລືອກເອົາປະທານ, ຮອງປະທານ, ປະທານ ແລະ ຮອງປະທານກວດກາ ດັ່ງນີ້:
ກອງປະຊຸມເຫັນດີຄັດເລືກເອົາປະທານ, ຮອງປະທານຄື:
- ສະຫາຍ ນາງ ວັນ ດີລະພັນ ເປັນປະທານ
- ສະຫາຍ ນາງ ຈັນຖະໜອມ ສຸລິໂຍ ເປັນຮອງປະທານ
- ສະຫາຍ ນາງ ນຸ້ຍ ສັງວິບຸດ ເປັນຮອງປະທານ
- ສະຫາຍ ນາງ ອໍາພາວັນ ສາລີວອນ ເປັນຮອງປະທານ
ກອງປະຊຸມເຫັນດີເລືອກເອົາປະທານ ແລະ ຮອງປະທານກວດກາ ຄື:
- ສະຫາຍ ນາງ ນຸ້ຍ ສັງວິບຸດ ເປັນປະທານກວດກາ
- ສະຫາຍ ນາງ ສັງວອນ ພູພົມມະຈິດ ເປັນຮອງປະທານກວດກາ.
ກອງປະຊຸມໄດ້ສະແດງຄວາມຮູ້ບຸນຄຸນ ແລະ ເປັນກຽດຢ່າງສູງທີ່ໄດ້ຮັບຟັງ ການມີຄຳເຫັນຊີ້ນໍາ ແລະໂອ້ລົມຂອງສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຊຶ່ງລວ້ນແຕ່ມີຄວາມຫມາຍຄວາມສຳຄັນ, ເປັນເຂັມທິດຊີ້ເຍືອງທາງ, ເປັນບ່ອນອີງ, ທັງເປັນການມອບໝາຍໜ້າທີ່, ຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຍທຂ ຊຸດໃໝ່ ແລະ ສະມາຊິກສະຫະພັນແມ່ຍິງຂອງຂະແໜງການ ຍທຂ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກສະຫະພັນແມ່ຍິງ ແລະ ເອື້ອຍນ້ອງແມ່ຍິງຂອງກະຊວງ ຍທຂ ໃຫ້ເພີ່ມທະວີຄວາມເປັນເຈົ້າການ ແລະປຸ້ມລຸມສາມັກຄີເປັນປຶກແຜ່ນ, ພ້ອມກັບບຸກບືນພັດທະນາຕົນເອງໃຫ້ພຽບພ້ອມທາງດ້ານຄວາມຮູ້, ຄວາມສາມາດ ແລະຄຸນສົມບັດ ເພື່ອສາມາດຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະມີປະສິດທິຜົນສູງ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີວາງໄວ້ ເປັນການຢັ້ງຢືນເຖິງຜົນງານການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສະຫະພັນແມ່ຍິງສູນກາງ ແລະຄະນະພັກ-ຄະນະນຳຂອງກະຊວງ ຍທຂ, ຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບສູງ ຕໍ່ໜ້າທີການເມືອງ, ຄວາມສາມັກຄີເປັນເອກພາບຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ແລະສະມາຊິກສະຫະພັນແມ່ຍິງທຸກສະຫາຍ ທີ່ພ້ອມກັນຫ້າງຫາກະກຽມ ລວມທັງການສະໜັບສະໜູນ, ຮ່ວມມື, ອໍານວຍຄວາມສະດວກຈາກອົງການຈັດຕັ້ງພາຄີ ຈຶ່ງເຮັດໃຫ້ກອງປະຊຸມໄດ້ໄຂຂື້ນ ແລະອັດລົງດ້ວຍຜົນສໍາເລັດອັນສະຫງ່າງາມ.
ກອງປະຊຸມທາບທາມບຸກຄະລາກອນຄະນະພັກກະຊວງ ຍທຂ ຮອບທີ 1
- Details
- Published on ພຸດ, 05 ສິງຫາ 2020 09:18
ຄະນະພັກກະຊວງ ຍທຂ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າເປັນຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຮອບທີ I ຂຶ້ນໃນວັນທີ 4 ສິງຫາ 2020, ຈຸດປະສົງແມ່ນ ເພື່ອດໍາເນີນການທາບທາມເປີດກ້ວາງ ເລືອກເຟັ້ນເອົາເປົ້າໝາຍບຸກຄະລາກອນ ຈະລົງສະໝັກເລືອກຕັ້ງເປັນຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຸດ ໃໝ່ ສະໄໝທີ V. ການທາບທາມຈະໄດ້ດໍາເນີນເປັນ 3 ຮອບ. ສໍາລັບຮອບທີ I ນີ້, ເນື່ອງຈາກເປັນການທາບທາມເປີດກວ້າງ ມີຈໍານວນພົນເກືອບ 600 ສະຫາຍ, ຈຶ່ງໄດ້ແບ່ງການທາບທາມອອກເປັນ 3 ຈຸດຄື: ຈຸດທີ I ຢູ່ຫ້ອງປະຊຸມ ICTC (ຫຼັກ 5), ຈຸດທີ II ຢູ່ຫ້ອງປະຊຸມໃຫ່ຍກະຊວງ ຍທຂ ແລະ ຈຸດທີ III ຢູ່ຫ້ອງປະຊຸມລັດວິສາຫະກິດ ການບິນລາວ; ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປະລິນຍາເອກ ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະຂົນສົ່ງ; ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກ,ບັນດາສະຫາຍ ເລຂາ, ຮອງເລຂາ ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.
ການທາບທາມເລືອກເຟັ້ນເອົາບຸກຄະລາກອນເຂົ້າສະໝັກເປັນຄະນະພັກກະຊວງ ຍທຂ ແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກຈະເປັນຄະນະຜູ້ສືບຕໍ່ນໍາພາກະຊວງ ຍທຂ ໃນ 5 ປີ ຕໍ່ໜ້າ, ໝາຍຄວາມວ່າ: ສະຕາກໍາຂອງຄະຊວງ, ຄວາມກ້າວໜ້າຂອງສະມາຊິກພັກ-ພະນັກງານ ຈະມີຄວາມກ້າວໜ້າ, ວຽກງານກະຊວງ ຍທຂ ມີຜົນສໍາເລັດໜ້ອຍຫຼາຍຊ່ໍາໃດ, ຄວາມສາມັກຄີຈະດີຮ້າຍແນວໃດ, ປະກົດການຫຍໍ້ທໍ້ຈະຖືກແກ້ໄຂ ຫຼືຈະເກີດປະກົດການຫຍໍ້ທໍ້ເພີ່ມຕື່ມ ແມ່ນຂຶ້ນກັບບຸກຄົນຄະນະພັກກະຊວງ ທີ່ບັນດາສະຫາຍ ຈະເລືອກເຟັ້ນຈາກຮອບທີ I ເປັນພື້ນຖານໃຫ້ແກ່ ຮອບທີ II, ຮອບທີ III ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ.
ເພື່ອຮັບປະກັນໃຫ້ແກ່ການເລືອກເຟັ້ນເອົາບຸກຄະລາກອນ ເຂົ້າສະໝັກເປັນຄະນະພັກກະຊວງ ສະໄໝທີ V ນັ້ນ, ຂໍຮຽກຮ້ອງມາຍັງບັນດາຮາກຖານທີ່ເຂົ້າຮ່ວມກອງປະຊຸມທາບທາມ ຮອບທີ I ນີ້ ໃຫ້ມີຄວາມຮັບຜິດຊອບທາງດ້ານການເມືອງສູງ, ຕັດສິນໃຈເລືອກເຟັ້ນເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດດ້ານວິຊາການໃດໜຶ່ງທີ່ແນ່ນອນ ກ່ຽວພັນກັບກະຊວງ ຍທຂ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບແບບແຜນວິທີເຮັດວຽກ ແບບລວມສູນປະຊາທິປະໄຕຂອງພັກ, ຕົກລົງບັນຫາເປັນໝູ່ຄະນະປະຕິບັດລະບຽບການ ແລະ ກົດໝາຍເຂັ້ມງວດ.
ຮຽກຮ້ອງຕື່ມອັນໜຶ່ງຕື່ມ ແມ່ນຫຼີກແນວຄິດອັກຄະຕິສ່ວນຕົວຕໍ່ກັນ ເຊິ່ງຈະນໍາພາໄປສູ່ສ້າງຜົນເສຍຫາຍໃຫ້ແກ່ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຂາດໂອກາດເຂົ້າຮ່ວມເປັນຄະນະພັກກະຊວງ ຍທຂ.
ນອກຈາກນີ້, ສະຫາຍປະທານຍັງເຊື່ອໝັ້ນ ແລະ ມີຄວາມຫວັງຢ່າງສູງວ່າ ກອງປະຊຸມໃນຮອບທີ I ນີ້ ຈະສາມາດເລືອກເຟັ້ນໄດ້ບັນດາສະຫາຍທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ V ເພື່ອສືບຕໍ່ເປັນເຈົ້າການຊີ້ນໍາ-ນຳພາ ກະຊວງ ຍທຂ ໃຫ້ມີບາດກ້າວບຸກທະລຸໃໝ່ຮອບດ້ານ ຕາມຄໍາຂວັນຂອງຂະແໜງ ຍທຂ ທີ່ວ່າ: "ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ ການປ່ຽນແປງດິນຟ້າອາກາດ, ເຊື່ອມຈອດ ແລະ ຍືນຍົງ".
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ XI
- Details
- Published on ອັງຄານ, 21 ກໍລິກົດ 2020 09:33
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ XI, ໄດ້ຈັດ ຂຶ້ນເມື່ອວັນທີ 20 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງ ຍທຂ, ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ສະມາຊິກສະພາຊຸດທີ 8, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ; ສະຫາຍ ນາງ ພອນສະຫວັນ ແພງສີດາ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຍທຂ; ສະຫາຍ ຫວັນສະແຫງ ອຸດທະຈັກ ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຍທຂ, ບັນດາແຂກຮັບເຊີນ ແລະ ບັນດາສະຫາຍຜູ້ແທນ ສົມບູນເຂົ້າຮ່ວມທັງໝົດ 133 ສະຫາຍ, ຍິງ 43 ສະຫາຍ. ທີ່ມາຈາກ 23 ໜ່ວຍຮາກຖານທີ່ຂຶ້ນກັບກະຊວງ, ຕາງໜ້າ ໃຫ້ສະມາຊິກຊາວໜຸ່ມທັງໝົດ 1.369 ສະຫາຍ, ຍິງ 512 ສະຫາຍ.
ກອງປະຊຸມໃຫຍ່ໄດ້ດຳເນີນໄປຢ່າງມີເນື້ອໃນ, ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍມານະຈິດປະຕິວັດອັນແຮງກ້າ ແລະ ເສີມຂະຫຍາຍໄດ້ປະຊາທິປະໄຕ ຕາມກົດໝາຍວ່າດ້ວຍ ຄຊປປລ ແລະ ສາມາດບັນລຸຜົນຕາມລະດັບຄາດໝາຍ ດັ່ງນີ້:
ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ, ສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ຍທຂ ໃນ 5 ປີ ທີ່ຜ່ານມາ (2015-2019) ແລະວາງທິດທາງແຜນການປະຕິບັດວຽກງານໃນຕໍ່ໜ້າ (2020-2024), ສະເໜີໂດຍ ສະຫາຍ ລິດຕາ ຂັດທິຍະ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຍທຂ ໄດ້ຍົກໃຫ້ເຫັນວ່າ: ຊາວໜຸ່ມ ຍທຂ ໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ເປັນກົກຕິດພັນກັບທຸກການເຄື່ອນໄຫວວຽກງານຊາວໜຸ່ມ ແລະ ວຽກ ງານ ຂອງແຕ່ລະຮາກຖານພັກພາຍໃນກະຊວງເປັນຕົ້ນແມ່ນໄດ້ນໍາພາຄະນະບໍລິຫານງານຊາວໜຸ່ມ, ສະ ມາຊິກຊາວໜຸ່ມ ເຂົ້າຮ່ວມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ການປາຖະກະຖາ, ເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອງ ຊປປ ລາວ ມີສະມາຊິກຊາວໜຸ່ມ ເຂົ້າຮ່ວມປະມານ 2.336 ເທື່ອຄົນ, ຍິງ 584 ເທື່ອຄົນ, ຄຽງຄູ່ກັນນີ້, ກໍໄດ້ ຈັດຕັ້ງການເຂົ້າຢ້ຽມຊົມຫໍພິພິທະພັນ ແລະ ຈັດສົ່ງໜັງສືພິມຊາວໜຸ່ມໃຫ້ເປັນປົກກະຕິ.
ຜ່ານການເຄື່ອນໄຫວວຽກງານດັ່ງກ່າວເຫັນວ່າສະມາຊິກຊາວໜຸ່ມ, ໄວໜຸ່ມກະຊວງຍທຂແຕ່ລະສະຫາຍ ໄດ້ຍົກລະດັບຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມທຸ່ນທ່ຽງທາງດ້ານແນວຄິດ, ຈົງຮັກພັກດີຕໍ່ ພັກ - ຕໍ່ປະເທດຊາດ, ມີຄວາມກະຕືລືລົ້ນເປັນຜູ້ສືບທອດທີ່ດີຂອງພັກປະຊາຊົນປະຕິວັດລາວ, ເປັນ ພົນລະເມືອງທີ່ດີຂອງປະເທດຊາດແລະ ເປັນຜູ້ສືບທອດມູນເຊື້ອອັນດີງາມຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທີ່ເປັນວຽກງານປາຍແຫຼມຂອງເສດຖະກິດແຫ່ງຊາດ, ປັດຈຸບັນຄະນະບໍລິຫານງານຊາວໜຸ່ມ ກະຊວງ ຍທຂ ປະກອບມີ 23 ໜ່ວຍຊາວໜຸ່ມຮາກຖານ, ມີສະມາຊິກທັງໝົດ 1.369 ສະຫາຍ, ຍິງ 512ສະຫາຍ, ທຽບໃສ່ປີ 2015 ເຫັນວ່າເພີ່ມຂຶ້ນ 30 ສະຫາຍ ເທົ່າກັບ 2%, ໃນນັ້ນ ສະມາຊິກຊາວໜຸ່ມທີ່ ເປັນສະມາຊິກພັກມີ 347 ສະຫາຍ, ຍິງ 113 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂຶ້ນ108 ສະຫາຍ ເທົ່າ ກັບ 45%, ກວມເອົາປະມານ 21% ຂອງຈໍານວນສະມາຊິກຊາວໜຸ່ມທັງໝົດ, ມີຄະນະບໍລິຫານງານຊາວ ໜຸ່ມ ກະຊວງ 12 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມເປັນເອກະພາບສູງໃນການຮັບຮອງເອົາບົດລາຍງານການເມືອງ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ໂດຍໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຢ່າງພາວະວິໄສ ໃນຕະຫຼອດໄລຍະ ສະໄໝກອງປະຊຸມ ຊຶ່ງເຕັມໄປດ້ວຍຜົນງານຫຼາຍດ້ານ, ໃຕ້ການນຳພາໂດຍກົງຮອບດ້ານຂອງອົງຄະນະພັກກະຊວງ ແລະ ການຊີ້ນຳຂອງສູນກາງ ຊປປລ. ສາມາດຕີລາຄາດ້ານດີ, ດ້ານຄົງຄ້າງ, ສາຍເຫດ ແລະບົດຮຽນຖອດຖອນໄດ້. ພ້ອມກັນນີ້ກໍ່ໄດ້ເປັນເອກະພາບຮັບຮອງເອົາທິດທາງ, ແຜນການໃນຕໍ່ໜ້າ ເພື່ອເປັນບ່ອນອີງໃນການເຄື່ອນໄຫວ ຢ່າງມີຈຸດສຸມ.
ກອງປະຊຸມໄດ້ຟັງລາຍງານ ແລະ ການປະກອບຄຳເຫັນຈາກ ຜູ້ຕາງໜ້າ 3 ອັງການຈັດຕັ້ງມະຫາຊົນ ແລະ ຕົວແບບຊາວໜຸ່ມ ເຊິ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນ ເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ; ການປະກອບຄຳເຫັນ ໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ ຂຶ້ນຕື່ມ.
ກອງປະຊຸມຍັງໄດ້ຮັບຮອງເອົາບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ຕະຫຼອດ ສະໄໝທີ X, ຊຶ່ງເຕັມໄປດ້ວຍຄວາມຮັບຜິດຊອບສູງ, ບົນຈິດໃຈເສຍສະຫຼະ, ມີຫົວຄິດປະດິດສ້າງ ເຮັດໃຫ້ວຽກງານຊາວໜຸ່ມທົ່ວກະຊວງ ມີບົດບາດເປັນກຳລັງແຮງຂອງການພັດທະນາ ໃນທຸກຂົງເຂດວຽກງານ ແລະ ເປັນແຂນຂວາຂອງພັກ.
ກອງປະຊຸມໃຫຍ່ໄດ້ດຳເນີນການປ່ອນບັດເລືອກຕັ້ງ ຄະນະບໍລິຫານງານຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ສະໄໝທີ XI ບົນພື້ນຖານຖືກຕ້ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ສະໝັກ ຮັບເລືອກຕັ້ງ 18 ສະຫາຍ ແລະ ເລືອກໄດ້ 15 ສະຫາຍ, ຊື່ງປະກອບດ້ວຍບັນດາສະຫາຍທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ ມີບົດບາດໃນການນຳພາວຽກງານຊາວໜຸ່ມ ເຊິ່ງມີລາຍຊື່ດັ່ງນີ້:
1. ສະຫາຍ ບຸນມາ ຫລວງບັນດິດ
2. ສະຫາຍ ນາງ ພະວົງສຸກ ສຸນາບັນດິດ
3. ສະຫາຍ ທອງດອມ ຈັນທະລາ
4. ສະຫາຍ ນາງ ດວງປີ ຈັນທະວົງ
5. ສະຫາຍ ສາຍພອນ ຖະຫນອມຈິດ
6. ສະຫາຍ ທອງສະໄຫມ ທຳມະວົງສາ
7. ສະຫາຍ ສຸລະສັກ ສຸວັນນະເລດ
8. ສະຫາຍ ພອນສະຫວັນ ລຽງໄຊ
9. ສະຫາຍ ໄຊຍະສອນ ອິນທະເກສອນ
10. ສະຫາຍ ນາງ ເອງທອງ ໄຊຍະສີ
11. ສະຫາຍ ດາວສະເດັດ ກິ່ງແກ້ວ
12. ສະຫາຍ ສີລ່ອງ ກີ່ງແກ້ວອຸດົມ
13. ສະຫາຍ ຈິດດາວະດີ ສີລາຄູນ
14. ສະຫາຍ ເກດສະຫນາ ສຸກຄຳທັດ
15. ສະຫາຍ ວິລະກອນ ໄຊຍະເສນ
ກອງປະຊຸມຄັ້ງປະຖົມລຶກ ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ສະ ໄໝທີ XI ໄດ້ຕົກລົງເຫັນດີເປັນເອກະພາບກັນ ເລືອກເອົາເລຂາ, ຮອງເລຂາ, ປະທານ, ຮອງປະທານ,ຄະນະກວດກາ ແລະ ຜູ້ແທນສົມບູນ, ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ດັ່ງນີ້:
ກອງປະຊຸມເຫັນດີເລືອກເອົາຄະນະປະຈຳ ຈໍານວນ 5 ສະຫາຍ ຄື:
1. ສະຫາຍ ບູນມາ ຫລວງບັນດິດ
2. ສະຫາຍ ທອງດອມ ຈັນທະລາ
3. ສະຫາຍ ນາງ ພະວົງສຸກ ສຸນາບັນດິດ
4. ສະຫາຍ ສາຍພອນ ຖະຫນອມຈິດ
5. ສະຫາຍ ທອງສະໄຫມ ທຳມະວົງສາ
ກອງປະຊຸມເຫັນດີຄັດເລືກເອົາເລຂາ, ຮອງເລຂາ ຄື:
1. ສະຫາຍ ບູນມາ ຫລວງບັນດິດ ເປັນເລຂາ
2. ສະຫາຍ ທອງດອມ ຈັນທະລາ ຮອງເລຂາ
3. ສະຫາຍ ນາງ ພະວົງສຸກ ສຸນາບັນດິດ ຮອງເລຂາ
4. ສະຫາຍ ສາຍພອນ ຖະຫນອມຈິດ ຮອງເລຂາ
ກອງປະຊຸມເຫັນດີເລືອກເອົາປະທານ, ຮອງປະທານ ແລະ ກຳມະການ 3 ສະຫາຍ ຄື:
1. ສະຫາຍ ທອງດອມ ຈັນທະລາ ເປັນປະທານກວດກາ
2. ສະຫາຍ ສຸລະສັກ ສຸວັນນະເລດ ເປັນຮອງປະທານກວດກາ
3. ສະຫາຍ ວົງພະຈັນ ສີສຸກວົງໄຊ ກຳມະການ
ກອງປະຊຸມເຫັນດີເລືອກເອົາ ຜູ້ແທສົມບູນ ແລະ ຜູ້ແທນສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ດັ່ງນີ້:
- ສະຫາຍ ບູນມາ ຫລວງບັນດິດ ຜູ້ແທນສົມບູນ
- ສະຫາຍ ທອງດອມ ຈັນທະລາ ຜູ້ແທນສົມບູນ
- ສະຫາຍ ນາງ ພະວົງສຸກ ສຸນາບັນດິດ ຜູ້ແທນສົມບູນ
- ສະຫາຍ ສາຍພອນ ຖະຫນອມຈິດ ສໍາຮອງ
- ສະຫາຍ ທອງສະໄຫມ ທຳມະວົງສາ ສໍາຮອງ
ກອງປະຊຸມໃຫ່ຍໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຊຶ່ງຄໍາເຫັນດັ່ງກ່າວໄດ້ຕີລາຄາສູງເຖີງຄວາມຮັບຜິດຊອບ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ສາມາດເປັນໃຈກາງເຕົ້າໂຮມຄວາມສາມັກຄີ, ເປັນເຈົ້າການເຂົ້າຮ່ວມຂະບວນການຕ່າງໆ ແລະ ພັດທະນາຕົນເອງໃຫ້ໜັກແໜ້ນ ເພື່ອໃຫ້ກາຍເປັນຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ເຂັ້ມແຂງ, ເປັນກຳລັງທີ່ສຳຄັນຂອງຄະນະພັກກະຊວງ.
ກອງປະຊຸມໃຫ່ຍໄດ້ຍ້ອງຍໍສັນລະເສີນຢ່າງສຸດໃຈ ຕໍ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ໄວໜຸ່ມ ໃນຂອບເຂດກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງເປັນປຶກແຜ່ນ ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຈັດຕັ້ງປະຕິບັດທິດທາງແຜນການຂອງຄະນະພັກກະຊວງ ແລະ ຂອງສູນກາງ ຊປປລ ວາງອອກ.
ກອງປະຊຸມໃຫ່ຍຮຽກຮ້ອງໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງໜົດ ຈົ່ງອອກແຮງ ຄົ້ນຄ້ວາເຊື່ອມຊື່ມທິດທາງໜ້າທີ່ ແລະ ພາລະກິດປະຕິວັດຂອງຕົນ ຕາມການຕົກລົງຂອງກອງປະຊຸມໃຫ່ຍ ຄັ້ງນີ້ ໂດຍເຊີດຊູສະຕິຕໍ່ການຈັດຕັ້ງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຍົກລະດັບຄວາມຮູ້ຄວາມສາມາດຮອບດ້ານໃຫ້ສູງຂື້ນ, ຕັ້ງໜ້າສ້າງຜົນງານວິຊາສະເພາະໃຫ້ພົ້ນເດັ່ນ ໄປພ້ອມໆກັບການສ້າງຕົນເອງ ໃຫ້ເປັນຊ່ຽວຊານສະເພາະດ້ານ, ສືບຕໍ່ສົ່ງເສີມ ແລະ ຊຸກຍູ້ສ້າງສະມາຊິກຊາວໜຸ່ມຕົວແບບຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໃຫ່ຍ ຍັງຮຽກຮ້ອງໃຫ້ຄະນະຊາວໜຸ່ມກະຊວງ, ຄະນະໜ່ວຍຊາວໜຸ່ມຮາກຖານ ແລະ ຜູ້ແທນສົມບູນ ຈົ່ງນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ແລະ ການໂອ້ລົມໃຫ້ທິດຊີ້ນຳ ຂອງສະຫາຍເລຂາຄະນະພັກກະຊວງ ແລະ ສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄປຈັດຕັ້ງເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມຢູ່ໃນກົມກອງຂອງຕົນໄດ້ຮັບຊາບ ແລະ ເຂົ້າໃຈ, ຫັນເປັນແຜນການ ແລະ ກິດຈະກຳ ຕິດພັນກັບວິຊາສະເພາະຂອງຕົນຢ່າງມີຫົວຄິດປະດິດສ້າງ.
More Articles...
- ກອງປະຊຸມໃຫຍ່ຜູ້ແທນກໍາມະບານກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VII
- ພິທີມອບ-ຮັບອຸປະກອນຊ່ວຍເຫຼືອ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ
- ກອງປະຊຸມເປີດກວ້າງເພື່ອປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ
- ກອງປະຊຸມເປີດກວ້າງເພື່ອປະກອບຄໍາເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ