ຂ່າວພາຍໃນກະຊວງ
ກະຊວງ ຍທຂ ຝຶກອົບຮົມບົດບາດຍິງ-ຊາຍ ເຂົ້າໃນຂະແໜງການ ຄັ້ງທີ 3
- Details
- Published on ສຸກ, 13 ກັນຍາ 2013 04:59
ວັນທີ 10 ຫາ 11 ກັນຍາ 2013 ຢູ່ທີ່ຫ້ອງປະຊຸມເບີ 1 ກະຊວງ ຍທຂ ໄດ້ຈັດການຝຶກອົບກ່ຽວກັບ “ການເຊື່ອມບົດບາດຍິງ-ຊາຍເຂົ້າໃນຂະແໜງການ ຍທຂ “ ຄັ້ງທີ 3 ຂື້ນ, ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງ ຍທຂ ທັງເປັນປະທານ ຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງຂັ້ນກະຊວງ(ຄກມ), ທ່ານ ດຣ. ສັນຕິສຸກ ສິມມາລາວົງ, ຫົວໜ້າຫ້ອງການ, ທ່ານ ປທ ນ. ສຸລິຄອນ ພົມມະວົງສາ ຮອງອຳນວຍການສູນໃຫ້ຄຳປຶກສາແມ່ ແລະເດັກ (ສປມດ), ທ່ານ ນ. ຈັນດີ ພອນທິບ ຫົວໜ້າກອງເລຂາ ຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ, ທ່ານ ນ. ຈັນດີ ປັນແກ້ວ ຜູ້ຊ່ວຍລັດຖະມົນຕີ ຄກມຊ ພ້ອມດ້ວຍ ຄະນະກົມ, ຄະນະພະແນກ ທີ່ມາຈາກບັນດາກົມ, ກອງ, ສະພາ, ສະຖາບັນ, ອົງການ, ສູນຝຶກ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມທັງໝົດ 58 ທ່ານ ຍິງ 24 ທ່ານ.
ເອກະສານທີ່ມາຝຶກອົບຮົມໃນເທື່ອນີ້ມີ 7 ບົດຄື: 1 ການເຊື່ອມບົດບາດຍິງ-ຊາຍເຂົ້າໃນທຸກວຽກງານ ຂອງຂະແໜງການ ຍທຂ, - ການວິເຄາະບົດບາດຍິງ-ຊາຍ, 2 ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, 3 ການວາງແຜນພັດທະນາທີ່ເອົາໃຈໃສ່ບົດບາດຍິງ-ຊາຍ, 4 ຍຸດທະສາດແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງຄັ້ງທີ 2, - ໂຄງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງ ຄກມຊ, 5 ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັດນ້ອຍ, ເອກະສານວ່າດ້ວຍການສ້າງຄອບຄົວ, ບ້ານ ແລະເມືອງພັດ ທະນາຕິດພັນກັບ ການປະຕິບັດສິດເສລິພາບຍິງ-ຊາຍ ແລະປະສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະຕໍ່ແມ່ຍິງ ແລະເດັກນ້ອຍ, 6 ການເຊື່ອມສານວຽກງານບົດບາດຍິງ-ຊາຍ ໃນໂຄງການນ້ຳປະປາ ແລະ ສຸຂະອະນາໄມ ຢູ່ສປປ ລາວ ແລະ 7 ໂຄງຮ່າງການວິເຄາະບົດບາດຍິງ-ຊາຍ ສຳລັບການຄຸ້ມຄອງສິ່ງແວດລ້ອມຕົວເມືອງ.
ຄະນະນຳກະຊວງ ຍທຂ ເຮັດວຽກຮ່ວມກັບຮອງ ເຈົ້າຄອງ ນະຄອນຫຼວງວຽງຈັນ ແລະ ບັນດາຮອງເຈົ້າແຂວງ ທົ່ວປະເທດ
- Details
- Published on ພຸດ, 11 ກັນຍາ 2013 01:12
ຢູ່ທີ່ຫ້ອງປະຊຸມເບີ 1 ກະຂວງ ຍທຂ ໄດ້ເປີດກອງປະຊຸມລະຫວ່າງຄະນະນຳກະຊວງ ຍທຂ ກັບ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາຮອງເຈົ້າແຂວງທົ່ວປະເທດ ຄັ້ງວັນທີ 06 ກັນຍາ 2013 ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ວ່າການກະຊວງ ຍທຂ ແລະ ທ່ານ ລັດຕະນະມະນີ ຄຸນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງ ຍທຂ, ມີທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາຮອງເຈົ້າແຂວງທົ່ວປະເທດ ແລະ ບັນດາຫົວໜ້າພະແນກ ຍທຂ ທົ່ວປະເທດເຂົ້າຮ່ວມທັງໝົດ 58 ທ່ານ. ກອງປະຊຸມດັ່ງກ່າວໄດ້ຍົກໃຫ້ເຫັນເຖິງຜົນງານດ້ານເດັ່ນທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ເຊັ່ນ: ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຄົມມະນາຄົມ-ຂົນສົ່ງ ໃນຂອບເຂດທົ່ວປະເທດໃຫ້ມີຄວາມລົ່ງລ່ຽນ, ສະດວກ, ປອດໄພ ແລະ ທັນສະໄໝ ເປັນກ້າວໆມາ, ເພື່ອປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ບັນດາສາເຫດ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ສຶບຕໍ່ແກ້ໄຂ ໂດຍສະພາະແມ່ນບັນຫາຕ່າງໆ ທີ່ຍັງເປັນສິ່ງທ້າທາຍໃນຂະແໜງ ຍທຂ ເປັນຕົ້ນ:
1. ຂົງເຂດຂົວທາງ ແລະ ກອງທຶນທາງ : - ການຄຸ້ມຄອງເຂດສະຫງວນຂອງທາງຫຼວງ: * ທາງຫຼວງແຫ່ງຊາດກວ້າງເບື້ອງລະ 25 ແມັດ ນັບແຕ່ໃຈກາງທາງອອກໄປ, * ທາງຫຼວງແຂວງກວ້າງເບື້ອງລະ 15 ແມັດ ນັບແຕ່ໃຈກາງທາງອອກໄປ, * ທາງຫຼວງຂອງເມືອງກວ້າງເບື້ອງລະ 10 ແມັດ ນັບແຕ່ໃຈກາງທາງອອກໄປ, * ທາງຊົນນະບົດກວ້າງເບື້ອງລະ 5 ແມັດ ນັບແຕ່ໃຈກາງທາງອອກໄປ.
2. ຂົງເຂດຂົນສົ່ງ : * ການກະກຽມຂື້ນພາຫະນະໃໝ່, * ການກະກຽມອອກປ້າຍທະບຽນ MGS ໃໝ່, * ການແກ້ໄຂບັນຫາການອະນຸຍາດສ້າງຕັ້ງສະຖານນີລົດໂດຍສານຢູ່ຕ່າງແຂວງ, * ການແກ້ໄຂບັນຫາຄວາມບໍ່ສະດວກຢູ່ດ່ານສາກົນແຫ່ງຕ່າງໆ, * ການຈັດຕັ້ງຊັ່ງນ້ຳໜັກລົດບັນທຸກຜ່ານ ຂົວ-ທາງ.
3. ຂົງເຂດເຄຫາ-ຜັງເມືອງ : * ການປັບປຸງຂໍ້ຕົກລົງຂອງລັດຖະມົນຕີວ່າການ ສະບັບເລກທີ 7681/ຄຂປກ, ລົງວັນທີ 29/06/2013 ກ່ຽວກັບການຄຸ້ມຄອງການປຸກສ້າງ ໃຫ້ສອດຄ່ອງຕາມທິດສາມສ້າງ.
4. ຂົງເຂດໂຍທາທິການທາງນ້ຳ : * ການແກ້ໄຂບັນຫາປ້ອງກັນຕະຝັ່ງເຈື່ອນຮຸນແຮງ.
5. ຂົງເຂດການບິນພົນລະເຮືອນ : * ການແກ້ໄຂບັນຫາການອອກອະນຸຍາດປຸກສ້າງອາຄານ ໃນບໍລິເວນລັດສະໝີການບິນຂື້ນ-ລົງຂອງເຮືອບິນ ຢູ່ສະໜາມບິນທົ່ວປະເທດ.
ກອງປະຊຸມຄັ້ງນີ້ ຍັງໄດ້ປຶກສາຫາລືກ່ຽວກັບຍຸດທະສາດການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ (ທາງບົກ, ທາງນ້ຳ, ທາງອາກາດ ແລະທາງລົດໄຟ) ຕາມທິດຫັນເປັນທັນສະໄໝ ສົ່ງເສີມການຜະລິດສິນຄ້າ ແລະການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄລຍະໃໝ່ ພ້ອມທັງຄົ້ນຄ້ວາ ປຶກສາຫາລື ເພື່ອຊອກຫາວິທີແກ້ໄຂບັນຫາຕ່າງໆ ທີ່ຍັງເປັນສິ່ງທ້າທາຍຂອງ ຂະແໜງ ຍທຂ ໃນຂອບເຂດທົ່ວປະເທດ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2013.
ສະຫະພັນກຳມະບານ ກະຊວງ ຍທຂ ໄປທັດສະນະສຶກສາ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານ ກະຊວງ ຄົມມະນາຄົມ-ຂົນສົ່ງ ຢູ່ ສສ ຫວຽດນາມ
- Details
- Published on ພະຫັດ, 12 ກັນຍາ 2013 03:25
ໂດຍປະຕິບັດຕາມການຕົກລົງເຫັນດີຂອງ ທ່ານລັດຖະມົນຕີວ່າການ ແລະ ໜັງສືເຊີນຂອງປະທານສະຫະພັນກຳມະບານກະຊວງ ຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ, ຄະນະຜູ້ແທນສະຫະພັນກຳມະບານຂອງກະຊວງໂຍທາທິການ ແລະຂົນສົ່ງ ນຳໂດຍ ສະຫາຍ ແສງດາວວີ ກັດຕິຍະສັກ ຮອງປະທານສະຫະພັນກຳມະບານກະຊວງ ພ້ອມດ້ວຍຄະນະລວມຈຳນວນ 11 ທ່ານ (ປະກອບດ້ວຍ ສະຫະພັນກຳມະບານກະຊວງ, ຮາກຖານ 8 ທ່ານ, ຄະນະຊາວໜຸ່ມກະຊວງ 2 ທ່ານ ແລະ ຄະນະສະຫະພັນແມ່ຍິງກະຊວງ 2 ທ່ານ ) ໄດ້ເດີນທາງໄປທັດສະນະສຶກສາ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານກະຊວງ ຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ ທີ່ ສສ ຫວຽດນາມ. ແຕ່ວັນທີ 12 - 16/08/2013 ແລະ ປະສົບຜົນສຳເລັດເປັນຢ່າງດີ ດັ່ງມີລາຍລະອຽດລຸ່ມນີ້:
- ຄະນະຂອງພວກເຮົາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເອົາໃຈໃສ່ຈາກປະທານ, ຮອງປະທານພ້ອມຄະນະສະຫະພັນ ກຳມະບານກະຊວງ ຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ ນັບແຕ່ເວລາເດີນທາງໄປເຖິງ ສະໜາມບິນສາກົນໂນ້ຍບາຍ ຕະຫລອດເຖິງ ການທັດສະນະສຶກສາ ແລກປ່ຽນບົດຮຽນ ແມ່ນແບບເພື່ອນສະຫາຍ.
- ໃນການພົບປະຄັ້ງນີ້ ກ່ອນອື່ນທັງສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວ ກໍຄືພາລະບົດບາດຄວາມຮັບຜິດຊອບໃຫ້ກັນຊາບ ພ້ອມທັງໄດ້ແລກປ່ຽນຄຳຄິດ ຄຳເຫັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນ ຮ່ວມມື, ການພົບປະຄັ້ງນີ້ ຫົວໜ້າຄະນະຂອງລາວ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ທ່ານລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ຂອງ ສປປ ລາວ ຝາກເຖິງຄະນະພັກ, ຄະນະນຳກະຊວງ ຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ.
- ຕອນແລງຂອງ ວັນທີ 13/08/2013 ຄະນະກຳມະບານຂອງທັງສອງຝ່າຍ ໄດ້ພົບປະຫາລື, ຄົ້ນຄວ້າເຈລະຈາລົງເລິກ ເນື້ອໃນຂອງບົດບັນທຶກການຮ່ວມມື ຢ່າງເປັນເອກະພາບ ແລະ ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມື ຊື່ງຝ່າຍສະຫະພັນກຳ ມະບານ ກະຊວງ ຍທຂ ລາວ ນຳໂດຍ ທ່ານ ແສງດາວວີ ກັດຕິຍະສັກ ຮອງປະທານສະຫະພັນກຳມະບານ ກະຊວງ ຍທຂ ສປປ ລາວ; ຝ່າຍສະຫະພັນກຳມະບານ ກະຊວງ ຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ ນໍາໂດຍ ທ່ານ ນາງ ຫງຽນທິທູທຸ່ຍ ຮອງປະທານສະຫະພັນກຳມະບານກະຊວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂດງາວຽດ ຄະນະພັກ, ກຳມະການສູນກາງ ສະມາພັນແຮງງານ ຫວຽດນາມ, ປະທານສະຫະພັນກໍາມະບານກະຊວງ; ພາຍໃຕ້ບັນຍາກາດ ແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງແບບເພື່ອນສະຫາຍ, ເຊິ່ງມີຜູ້ເຂົ້າຮ່ວມໃນພິທີເຊັນບົດບັນທຶກດັ່ງກ່າວທັງໝົດ ຈຳນວນ 22 ສະຫາຍ (ເນື້ອໃນຂອງບົດບັນທຶກການຮ່ວມມື ໄດ້ຄັດຕິດມາພ້ອມນີ້).
- ໃນການທັດສະນະສຶກສາ ຄັ້ງນີ້ ຄະນະໄດ້ໄປຢ້ຽມຢາມ ອະນຸສອນສະຖານ ປະທານ ໂຮ່ຈິມິນ ທີ່ນະຄອນຫວຼງຮ່າໂນ້ຍ.
- ຄະນະຂອງພວກເຮົາ ຍັງໄດ້ໄປເຂົ້າຮ່ວມພິທີເປີດກອງປະຊຸມສຳມະນາ ຂອງສະຫະພັນກຳມະບານຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ ທົ່ວປະເທດ ປະຈຳປີ 2013 ທີ່ ຫ່າຍຟອງແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງ ດັ່ງກ່າວ, ເຂົ້າຊົມການ ແຂ່ງຂັນກິລາບານເຕະມິດຕະພາບຂອງນັກສຳມະນາກອນ ຊຸດສຳມະນາດັ່ງກ່າວ ແລະ ເຂົ້າຮ່ວມງານລ້ຽງທີ່ສະຫະພັນ ກຳມະບານ ເມືອງຫ່າຍຟອງ ຈັດເປັນກຽດແດ່ຄະນະຜູ້ແທນຝ່າຍລາວ ແລະ ຄະນະສະຫະພັນກຳມະບານຄົມມະນາຄົມ ຂົນສົ່ງ ສສ ຫວຽດນາມ.
- ຜ່ານການໄປທັດສະນະສຶກສາ ແລກປ່ຽນບົດຮຽນ ກັບສະຫະພັນກຳມະບານກະຊວງຄົມມະນາຄົມ ຂົນສົ່ງ ຢູ່ ສສ ຫວຽດນາມ ຄັ້ງນີ້ ເຫັນໄດ້ບົດຮຽນ ໃນການສ້າງຄັງກຳມະບານ ຄື:
- ສະມາຊິກກຳມະບານ ຢູ່ກະຊວງ ຄົມມະນາຄົມ ຂົນສົ່ງ ຢູ່ ສສ ຫວຽດນາມ ເວົ້າສະເພາະ, ເວົ້າລວມ ສະມາຊິກກໍາມະບານຢູ່ ສສ ຫວຽດນາມ ນອກຈາກເກັບເງິນສະຕິ 5,000 ດົງ/ເດືອນ ແລ້ວ ຍັງເກັບພັນທະຕື່ມອີກ, ແຕ່ລະເດືອນສະມາຊິກກຳມະບານ ແຕ່ລະ ສະຫາຍຢູ່ໃນຂົງເຂດບໍລິຫານ ແມ່ນເສຍ 1% ຂອງເງິນເດືອນ, ສຳລັບຂົງເຂດທຸລະກິດ ແມ່ນ 2% ຂອງເງິນເດືອນ.
- ວຽກປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ຊາວຜູ້ອອກແຮງງານ ໂດຍສຸມໃສ່ການແກ້ໄຂຄວາມທຸກ ຍາກ, ການຊອກວຽກເຮັດງານທຳ ແລະການສ້າງສີມືແຮງງານ ໃຫ້ມີການພັດທະນາສູງຂື້ນ.
ທ່ານ ລັດຖະມົນຕີວ່າການ ກະຊວງ ຍທຂ ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີ ຄົມມະນາຄົມ - ຂົນສົ່ງ ຈີນ-ອາຊຽນ ກ່ຽວກັບການເຊື່ອມໂຍງ ດ້ານຄົມມະນາຄົມ ຂົນສົ່ງ ທີ່ນະຄອນນານນິງ, ສປ ຈີນ
- Details
- Published on ສຸກ, 06 ກັນຍາ 2013 07:36
ກອງປະຊຸມລັດຖະມົນຕີ ຄົມມະນາຄົມ ຂົນສົ່ງ ຈີນ - ອາຊຽນ ກ່ຽວກັບການເຊື່ອມໂຍງດ້ານຄົມມະນາຄົມ ຂົນສົ່ງ ໄດ້ຈັດຂື້ນ ວັນທີ 02 ກັນຍາ 2013 ທີ່ໂຮງແຮມ ມາຣີອ໋ອດ, ນະຄອນນານນິງ, ສປ ຈີນ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຢັງ ຈວນ ຖັງ, ລັດຖະມົນຕີວ່າການ ກະຊວງ ຄົມມະນາຄົມ ຂົນສົ່ງ, ສປ ຈີນ ແລະ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ, ສປປ ລາວ ທີ່ຕາງໜ້າໃຫ້ບັນດາລັດຖະມົນຕີ ຄົມມະນາຄົມ ຂົນສົ່ງ ອາຊຽນ, ໂດຍມີການເຂົ້າຮ່ວມ ຂອງບັນດາລັດຖະມົນຕີວ່າການ, ລັດຖະມົນຕີຊ່ວຍວ່າການ, ຜູ້ຕາງໜ້າ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈາກ ກະຊວງ ຄົມມະນາຄົມ ຂົນສົ່ງ ຂອງບັນດາປະເທດອາຊຽນ. ຜ່ານການດໍາເນີນກອງປະຊຸມ, ທີ່ປະຊຸມໄດ້ເປັນເອກະພາບ ແລະຕົກລົງບັນຫາສຳຄັນ, ໂດຍໄດ້ມີຖະແຫລງ ການຮ່ວມ ຊຶ່ງມີເນື້ອໃນຫຍໍ້ ດັ່ງລຸ່ມນີ້:
- ກ່ຽວກັບການກຳນົດກົນໄກການປະສານງານດ້ານການຮ່ວມມືໃນວຽກງານດັ່ງກ່າວ ລະຫວ່າງ ລັດຖະບານ ສປ ຈີນ ແລະ ລັດຖະບານ ບັນດາປະເທດອາຊຽນ, ກອງປະຊຸມໄດ້ຕົກລົງເຫັນດີ ໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ຂອງແຕ່ລະປະເທດ ຕາງໜ້າຂອງລັດຖະບານຕົນ ເປັນອົງການລະດັບສູງສຸດໃນດຳເນີນກົນໄກການຮ່ວມມືສອງຝ່າຍ ຈີນ - ອາຊຽນ, ໂດຍມອບໃຫ້ເຈົ້າໜ້າທີ່ອາວຸໂສ ເປັນໃຈກາງໃນການປະສານງານ ແລະ ປຶກສາຫາລື.
- ທັງສອງຝ່າຍ ເຫັນດີໃຫ້ມີການສ້າງແຜນຄວາມຕ້ອງການດ້ານການເງິນ ແນໃສ່ກໍ່ສ້າງພື້ນຖານໂຄງລ່າງການເຊື່ອມໂຍງ, ພ້ອມທັງ ເຫັນດີໃຫ້ມີການສ້າງແຜນແມ່ບົດພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຂົນສົ່ງ ໂດຍໃຫ້ສອດຄ່ອງກັບແຜນເຊື່ອມໂຍງ ຈີນ - ອາຊຽນ.
- ເຫັນດີໃຫ້ມີການຊຸກຍູ້ບັນດາວິສາຫະກິດ ເຂົ້າຮ່ວມໃນການລົງທຶນ, ກໍ່ສ້າງ ແລະ ດຳເນີນບັນດາໂຄງການຕ່າງໆ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝໃນການປະຕິບັດ.
- ຕົກລົງເຫັນດີໃຫ້ນຳໃຊ້ກອງທຶນຮ່ວມມືທາງທະເລ ຈີນ - ອາຊຽນ ເພື່ອນໍາໃຊ້ໃນການສຶກສາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການພັດທະນາທ່າເຮືອ ທີ່ຢູ່ໃນແຜນການເຊື່ອມໂຍງ ຈີນ ແລະ ບັນດາປະເທດອາຊຽນ ແນໃສ່ສົ່ງເສີມການຮ່ວມມື ລະຫວ່າງບັນດາເມືອງທ່າເຮືຶອ ແລະ ສົ່ງເສີມການເຊື່ອມໂຍງທາງທະເລ.
- ເພື່ອສົ່ງເສີມການເຊື່ອມໂຍງດ້ານການບິນພົນລະເຮືອນ, ຜ່ານມາຂໍ້ຕົກລົງວ່າດ້ວຍການຂົນສົ່ງທາງອາກາດລະຫວ່າງ ສປ ຈີນ - ອາຊຽນ ແລະ ອະນຸສັນຍາ1 ກ່ຽວກັບສິດທິທີ 1 ແລະ ທີ 3 ດ້ານການບິນ ແມ່ນໄດ້ລົງນາມ ແລະ ມີຜົນສັກສິດແຕ່ ເດືອນ ສິງຫາ 2012. ດັ່ງນັ້ນ, ຈຶ່ງຕົກລົງເຫັນດີ ໃຫ້ສືບຕໍ່ສູ້ຊົນໃຫ້ໄດ້ລົງນາມ ໃນອະນຸສັນຍາທີ 2 ກ່ຽວກັບສິດທິການບິນທີ 5 ໄວເທົ່າ ທີ່ຈະໄວໄດ້.
- ເພື່ອເຮັດໃຫ້ການພັດທະນາການເຊື່ອມໂຍງ ຈີນ - ອາຊຽນ ໃຫ້ມີຄວາມໃກ້ຄຽງກັນ ແນໃສ່ຫຼຸດຜ່ອນຄວາມແຕກໂຕນໃນການ ພັດທະນາພື້ນຖານໂຄງລ່າງຂອງບັນດາປະເທດຕ່າງໆ, ກອງປະຊຸມ ໄດ້ຕົກລົງເຫັນດີ ມອບໃຫ້ເຈົ້າໜ້າທີ່ອະວຸໂສຂອງທັງ ສອງຝ່າຍ ຈີນ - ອາຊຽນ ຄົ້ນຄ້ວາກໍານົດບັນດາໂຄງການເຊື່ອມໂຍງທີ່ສໍາຄັນ ລະຫວ່າງຈີນ - ອາຊຽນ ຫຼື ບັນດາປະເທດ ອາຊຽນດ້ວຍກັນ.
- ໃນຕອນທ້າຍ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ມາຍັງກະຊວງ ຄົມມະນາຄົມ - ຂົນສົ່ງ ສປ ຈີນ, ກະຊວງ ການຕ່າງ ປະເທດ ສປ ຈີນ ແລະ ເຂດປົກຄອງຕົນເອງແຂວງກວາງຊີ ທີ່ໄດ້ເປັນເຈົ້າການຈັດກອງປະຊຸມຄັ້ງນີ້, ລວມທັງໃຫ້ການຕ້ອນຮັບ ອັນອົບອຸ່ນແກ່ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ກອງປະຊຸມ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ກອງເລຂາອາຊຽນ ທີ່ໄດ້ໃຫ້ ການສະໜັບສະໜູນດ້ານເຕັກນິກຕ່າງໆ ຂອງກອງປະຊຸມ.
More Articles...
- ຜົນສຳເລັດການເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານການບໍລິການ ສະໜາມບິນ, ການບໍລິການທາງອາກາດ ຢູ່ທີ່ປະເທດຍີ່ປຸ່ນ
- ປຶກສາຫາລື ຮ່ວມກັບເຈົ້າໜ້າທີ່ຈາລະຈອນ ເພື່ອແກ້ໄຂ ການຈາລະຈອນແອອັດ ໃນນະຄອນຫລວງວຽງຈັນ
- ທ່ານ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ລົງເຄື່ອນໄຫວ ແກ້ໄຂວຽກສຸກເສີນໄພພິບັດນໍ້າປ່າໄຫຼຫຼາກ ແລະ ຝົນຕົກໜັກ ທີ່ ແຂວງອຸດົມໄຊ, ວັນທີ 24-25/08/2013
- ການພົບປະເຮັດວຽກ ລະຫວ່າງ ສອງກະຊວງ ລາວ-ຫວຽດນາມ