ຂ່າວພາຍໃນກະຊວງ
ຜົນສຳເລັດການເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານການບໍລິການ ສະໜາມບິນ, ການບໍລິການທາງອາກາດ ຢູ່ທີ່ປະເທດຍີ່ປຸ່ນ
- Details
- Published on ພະຫັດ, 05 ກັນຍາ 2013 08:33
ກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານການບໍລິການສະໜາມບິນ, ການບໍລິການທາງອາກາດ ລະຫວ່າງ ຄະນະຜູ້ແທນລາວ ແລະ ຄະນະຜູ້ແທນຝ່າຍຍີ່ປຸ່ນ ໄດ້ຈັດຂື້ນໃນຕອນເຊົ້າ ຂອງວັນທີ 27 ສິງຫາ 2013 ທີ່ສຳນັກງານໃຫຍ່ ບໍລິສັດ JALUX lnc. ຢູ່ TOKYO ປະເທດຍີ່ປຸ່ນໂດຍຕາງໜ້າ ຝ່າຍລາວແມ່ນທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ແຫ່ງ ສປປ ລາວ ແລະ ສ່ວນຝ່າຍຍີ່ປຸ່ນ ແມ່ນທ່ານ kunio HIRATA ຮອງປະທານ ບໍລິສັດ JALUX lnc. ພ້ອມດ້ວຍຄະນະທັງສອງຝ່າຍ.
ກອງປະຊຸມຖອດຖອນບົດຮຽນ ໃນຄັ້ງນີ້ໄດ້ປຶກສາຫາລື ກ່ຽວກັບວຽກງານການບໍລິການສະ ໜາມບິນ, ການບໍລິການທາງອາກາດ ໂຄງການຂະຫຍາຍອາຄານ ຜູ້ໂດຍສານສະໜາມບິນສາກົນວັດໄຕ ເພື່ອຊຸກຍູ້ໃຫ້ຝ່າຍຍີ່ປຸ່ນ ສະໜັບສະໜູນໃຫ້ໂຄງການນີ້ປະສົບຜົນສຳເລັດເປັນຢ່າງດີ, ທັງສອງບໍລິສັດຂອງຍີ່ປຸ່ນ ໃນຖານະເປັນຂາຮຸ້ນຂອງ L-JATS ກໍຍັງມີແຜນການທີ່ຈະຂະຫຍາຍທຸລະກິດ ຢູ່ສະໜາມບິນສາກົນວັດໄຕ ພາຍຫຼັງສຳເລັດໂຄງການຂະຫຍາຍອາຄານ ຜູ້ໂດຍສານສະໜາມບິນ ໃນອານາຄົດອັນໃກ້ນີ້. ນອກຈາກນັ້ນ, ທາງບໍລິສັດ JALUX ຍັງໄດ້ລົງທຶນປູກພຶດກະສິກຳ ຢູ່ແຂວງ ເຊກອງ ສປປ ລາວ ຈຳນວນໜຶ່ງ. ທ່ານຮອງປະທານ ບໍລິສັດ JALUX ໄດ້ສະເໜີຕໍ່ຫົວໜ້າ ຄະນະຜູ້ແທນລາວ ເພື່ອພິຈາລະນາອະນຸມັດໃຫ້ຝ່າຍຂາຮຸ້ນ ໃນການຮ່ວມທຸລະກິດກັບ L-JATS ເພື່ອຮ່ວມລົງລາຍເຊັນສືບຕໍ່ສັນຍາ ໃນເດືອນກັນຍາ 2013 ທັງນີ້ ກໍເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດຂອງສັນຍາແມ່ສະບັບປີ 1999 ຊຶ່ງຈະໄດ້ແຈ້ງໃຫ້ອີກຝ່າຍໜຶ່ງຊາບກ່ອນ 6 ເດືອນ ກ່ອນທີ່ສັນຍາຈະໝົດວາລະ 5 ປີໃນທ້າຍເດືອນມີນາ 2014 ທີ່ຈະມາເຖິງນີ້. ນອກຈາກນີ້ຝ່າຍລາວ ກໍໄດ້ສະເໜີໃຫ້ມີການຂະຫຍາຍ ຂອບການຮ່ວມມືເຊັ່ນ: ຂົງເຂດວຽກງານດ້ານການບິນ, ດ້ານການຂົນສົ່ງ ແລະ ອື່ນໆ ເຊິ່ງຝ່າຍຍີ່ປຸ່ນກໍຍິນດີຮັບເອົາຂໍ້ສະເໜີ ເພື່ອພິຈາລະນາໃນຕໍ່ໜ້າ ບໍ່ສະພາະແຕ່ເທົ່ານັ້ນຄະນະຜູ້ແທນລາວ ຍັງໄດ້ເຂົ້າຢ້ຽມຢາມ ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ການຂົນສົ່ງຂອງຍີ່ປຸ່ນ (MLIY) ຊຶ່ງໃຫ້ການຕ້ອນຮັບໂດຍທ່ານ LAJIYAMA ລັດຖະມົນຕີຊ່ວຍ ວ່າການ ພ້ອມດ້ວຍພະນັກງານຂັ້ນສູງ ຈຳນວນໜຶ່ງ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຍີ່ປຸ່ນ ທີ່ຜ່ານມາ ລວມທັງບັນດາໂຄງການທີ່ຈະໄດ້ມີການລົງນາມຊ່ວຍເຫຼືອເພີ້ມເຕີມ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ລັດຖະບານ ສປປ ລາວ ໃນຕໍ່ໜ້າເວົ້າລວມ, ເວົ້າສະເພາະກໍແມ່ນວຽກງານຂະແໜງການ ຍທຂ ຂອງລາວ ປະມານກາງເດືອນ 9 ປີ 2013 ນີ້ ກໍຈະມີການເຊັນບົດບັນທຶກຄວາມເຂົ້າໃຈຢູ່ ນະຄອນຫຼວງວຽງຈັນ ລະຫວ່າງ ຜູ້ຕາງໜ້າລັດຖະບານ ຍີ່ປຸ່ນ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອສຶບຕໍ່ໃຫ້ໂຄງການຊ່ວຍເຫຼືອ ຈຳນວນໜຶ່ງ ຕາມການສະເໜີຂອງຝ່າຍລາວ, ຝ່າຍຍີ່ປຸ່ນຍັງໄດ້ສະເໜີໃຫ້ລັດຖະບານ ລາວ ພິຈາລະນາຕໍ່ອາຍຸສັນຍາຮ່ວມທຸລະກິດ ຂອງພາກສ່ວນທຸລະກິດຍີ່ປຸ່ນ ກັບຝ່າຍລາວ ສຳລັບວຽກງານ ຂອງ L-JATS ໃນຕໍ່ໜ້າ. ແລະໃນວັນຕໍ່ມາຄະນະຜູ້ແທນລາວກໍໄດ້ໄປຢ້ຽມຢາມ ສະໜາມບິນ NARITA ແລະ ສະໜາມບິນ CHUBU ເພື່ອຮັບຟັງການລາຍງານ ສະພາບການຂອງ ການບໍລິການສາຍການບິນຕ່າງໆອີກດ້ວຍ.
ທ່ານ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ລົງເຄື່ອນໄຫວ ແກ້ໄຂວຽກສຸກເສີນໄພພິບັດນໍ້າປ່າໄຫຼຫຼາກ ແລະ ຝົນຕົກໜັກ ທີ່ ແຂວງອຸດົມໄຊ, ວັນທີ 24-25/08/2013
- Details
- Published on ພຸດ, 28 ສິງຫາ 2013 04:37
ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະວິຊາການ ຈາກທະນາຄານໂລກ, ກົມຂົວທາງ ແລະ ກົມເຄຫາ-ຜັງເມືອງ ໄດ້ລົງເຄື່ອນໄຫວແກ້ໄຂວຽກງານ ສຸກເສີນເສັ້ນທາງພາຍໃນ ແຂວງອຸດົມໄຊ ຍ້ອນນ້ຳປ່າ ໄຫຼຫຼາກ ແລະ ຝົນຕົກໜັກໃນໄລຍະຫຼາຍ ວັນຕິດຕໍ່ກັນ ຊື່ງເລີ່ມແຕ່ວັນທີ່ 20/8/2013, ອັນໄດ້ສ້າງຄວາມເສຍຫາຍ ຢ່າງຫຼວງຫຼາຍ ແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ທີ່ດຳລົງຊີວິດຢູ່ເຂດເມືອງ ແບງ, ແຂວງອຸດົມໄຊ, ຕະລອດຮອດພື້ນຖານໂຄງລ່າງດ້ານຄົມມະ ນາຄົມ-ຂົນສົ່ງ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິບັດແກ້ໄຂວຽກສຸກເສີນດັ່ງກ່າວໃນ ຫຼາຍວັນຜ່ານ ມາ, ເຫັນວ່າ ໂດຍລວມ ແມ່ນ ສາມາດແກ້ໄຂໄດ້ໂດຍພື້ນຖານ, ໂດຍ ພະແນກ ຍທຂ ແຂວງອຸດົມໄຊ ໄດ້ເປັນເຈົ້າການຊຸກຍູ້ ໃຫ້ບໍລິສັດກໍ່ ສ້າງແກ້ໄຂດີນເຈື່ອນ, ທໍ່ຫັກ, ທໍ່ຂາດ, ທາງຂາດ, ຂົວຫັກ ແລະຕັດຕົ້ນ ໄມ້ ແລະສີ່ງເສດເຫຼືອອອກຈາກໜ້າທາງ. ມາຮອດປະຈຸບັນ, ສາມາດແກ້ໄຂການສັນ ຈອນໄດ້ໂດຍພື້ນຖານ ສາມາດຮັບປະກັນການຄົມມະນາຄົມ-ຂົນສົ່ງ ກໍຄືການໄປມາໄດ້ຢ່າງຫຼົ່ງຫຼ່ຽນ ເຮັດໃຫ້ພາກລັດ, ເອກະ ຊົນ ແລະນັກທຸລະກິດທັງ ພາຍໃນແຂວງ, ຕ່າງແຂວງ ແລະອົງການຈັດຕັ້ງສາກົນຕ່າງໆ ສາມາດເດີນທາງເຂົ້າໄປໃຫ້ການຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍໃນຄັ້ງນີ້ຢ່າງທັນການ.
ສຳລັບການແກ້ໄຂວຽກທາງຫຼວງແຫ່ງຊາດ, ທາງວິຊາການພະແນກ ຍທຂ ໂດຍ ສົມທົບກັບຄະນະວິຊາການກົມຂົວທາງ ໄດ້ເປັນ ເອກະພາບໃນ ເບື້ອງຕົ້ນເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃນ ຂັ້ນຕໍ່ໄປດັ່ງນີ້:
1. ທາງເລກ 2W(ເມືອງໄຊ-ເມືອງແບງ).
ວຽກແກ້ໄຂສຸກເສີນ: ສຶບຕໍ່ຕັກດີນເຈື່ອນອອກຈາກໜ້າທາງ, ຖົມຫີນບາງບ່ອນທີ່ມີຄວາມຈຳເປັນ ພ້ອມທັງເກດອາ ນາໄມໜ້າທາງທີເຫັນວ່າ ມີດີນຕົມຫຼາຍ ເພື່ອຮັບປະກັນຕໍ່ການສັນຈອນ.
ວຽກແກ້ໄຂຫຼັງລະດູຝົນ: ຈຸດຂົວນ້ຳສັດ (ທໍ່ລ່ຽມ5.5x2x2.5 ແມັດ) ທີ່ຫັກນັ້ນ, ຈະໄດ້ສຳຫຼວດອອກແບບ ເປັນທໍ່ລ່ຽມຂະໜາດ 3x3x3 ແມັດ (ຫຼືອາດຈະເຮັດເປັນຂົວຊ່ວງດຽວ), ຈຸດທາງ ເຈື່ອນຍ້ອນນ້ຳແບງກັດເຊາະ ຈະໄດ້ສຳຫຼວດອອກແບບລະອຽດພາຍຫຼັງລະດູຝົນ. ນອກນັ້ນ ກໍ່ຍັງມີຕ້ານ ເຈື່ອນອິກຕື່ມ 25 ຈຸດ.
2. ເສັ້ນທາງເລກທີ່13N:
ຕອນທາງ: ອຸດົມໄຊ ຫາ ນາເຕີຍ:
Ø ວຽກລະດູຝົນ: ສາມາດແກ້ໄຂຢ່າງທັນການ ເຮັດໃຫ້ການສັນຈອນເປັນປົກກະຕິ.
Ø ວຽກຫຼັງລະດູຝົນ: ສ້ອມແປງຄືນຈຸດທີ່ເປ່ເພເສຍຫາຍ.
ຕອນທາງ: ອຸດົມໄຊ ຫາ ປາກມອງ:
Ø ວຽກລະດູຝົນ:ສາມາດແກ້ໄຂຢ່າງທັນການ ເຮັດໃຫ້ການສັນຈອນເປັນປົກກະຕິ.
3. ເສັ້ນທາງ ເມືອງໄຊ ຫາ ເມືອງງາ.
Ø ວຽກລະດູຝົນ: ສາມາດແກ້ໄຂຢ່າງທັນການ ເຮັດໃຫ້ການສັນຈອນເປັນປົກກະຕິ.
Ø ວຽກຫຼັງລະດູຝົນ: ສ້ອມແປງຄືນຈຸດຫົວຂົວ ກມ 14.
4. ທາງຫຼວງທ້ອງຖີ່ນ:
ວຽກລະດູຝົນ: ໄດ້ມອບໃຫ້ຫ້ອງການ ຍທຂ ເມືອງ ເປັນຜູ້ຈັດຕັ້ງປະຕິບັດ. ມາຮອດປະຈຸບັນ ກຳລັງກະກຽມຈັດຫາຜູ້ຮັບເໜົາ ເຂົ້າດຳເນີນການ. ສຳລັບເສັ້ນທາງ ນາໝໍ້ ຫາ ແມວຈ່າຍ (ເສັ້ນທາງເລກ ທີ່ 1803) ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ ສາມາດເປິດ ການສັນຈອນປົກກະຕິ.
ໃນໂອກາດນິີ້, ທ່ານ ລັດຖະມົນຕີວ່າການ ກະຊວງ ຍທຂ ຍັງໄດ້ພົບປະກັບ ທ່ານ ເຈົ້າແຂວງແຂວງອຸດົມໄຊ ເພື່ອປຶກສາຫາລື ກ່ຽວກັບການ ແກ້ໄຂວຽກໄພພິບັດດັ່ງກ່າວ, ໂດຍ ກະຊວງ ຍທຂ ຈະສືບຕໍ່ຊີ້ນຳຄະນະວິຊາການທີ່ກ່ຽວຂ້ອງຂອງຕົນ ໂດຍສົມທົບກັບ ພະແນກ ຍທຂ ແຂວງ ແກ້ໄຂສຸກເສີນ ແລະ ສ້ອມແປງໃຫ່ຍພາຍຫຼັງລະດູຝົນ, ພ້ອມທັງກວດກາດ້ານບໍລິມາດວຽກ ແລະ ມູນຄ່າກໍ່ ສ້າງ, ລວມທັງຂື້ນແຜນງົບປະມານ ເພື່ອສະເໜີລັດຖະບານ ແລະ ທະນາຄານໂລກ ພິຈາລະນາແກ້ໄຂ.
ປຶກສາຫາລື ຮ່ວມກັບເຈົ້າໜ້າທີ່ຈາລະຈອນ ເພື່ອແກ້ໄຂ ການຈາລະຈອນແອອັດ ໃນນະຄອນຫລວງວຽງຈັນ
- Details
- Published on ພະຫັດ, 05 ກັນຍາ 2013 02:25
ໃນວັນທີ 14 ສິງຫາ 2013 ຢູ່ທີ່ຫ້ອງປະຊຸມຕຳຫຼວດຈາລາຈອນ ນະຄອນຫຼວງ ຊັ້ນ 5 ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອແກ້ໄຂການຈາລະຈອນແອອັດ ໃນນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພັທ ຄຳສູຍ ແກ້ວມະນີວົງ ຮອງຫົວໜ້າກົມຕຳຫຼວດ ຈາລະຈອນ ນະຄອນຫຼວງວຽງຈັນ, ທ່ານ ພັທ ສະຫຼອງ ແສງອາທິດ ຫົວໜ້າຫ້ອງການຕຳຫຼວດ ປກສ ນະຄອນຫຼວງ, ທ່ານ ພັທ ພົມມະຈັນ ສວນບຸນມາ ຫົວໜ້າພະແນກ ຕຳຫຼວດຈາລະຈອນ ນະຄອນຫຼວງ, ທ່ານ ພັຕ ຢຸດຕະພົງ ສຸວັນນະສິງ ຮອງພະແນກ ຈາລະຈອນ ນະຄອນຫຼວງ, ທ່ານ ພັຕ ບຸນມາກ ສູນດາໃລ ຮອງພະແນກຈາລະຈອນ ນະຄອນຫຼວງ, ພາຍຫຼັງທ່ານປະທານ ກ່າວເປີດກອງປະຊຸມແລ້ວ ທ່ານ ສົມນຶກ ເມກຕະກຸນ ຫົວໜ້າພະແນກ ຄຸ້ມຄອງຈາລະຈອນ ແລະ ການຂັບຂີ່ ກະຊວງ ຍທຂ ໄດ້ລາຍງານວ່າ : ກົມຂົນສົ່ງ ໄດ້ຈັດສັນງົບປະມານຈຳນວນໜຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອຈາກທະນາຄານໂລກ ມາປັບປຸງການສັນຈອນທີ່ແອອັດ ແລະແກ້ໄຂບັນຫາອຸບັດຕິເຫດທາງຖະໜົນ ຢູ່ນະຄອນຫລວງວຽງຈັນ ເຊິ່ງໄດ້ຄົ້ນຄ້ວາວາງແຜນ ແລະ ສຶກສາມາແຕ່ຕົ້ນປີ 2012 ໂດຍໄດ້ປຶກສາຫາລືໄປຫລາຍຫລົບຫລາຍຕ່າວ ຮ່ວມກັບນະຄອນຫລວງວຽງຈັນ, ປະຈຸບັນ ຜູ້ໃຫ້ທຶນ ແລະລັດຖະບານ ໄດ້ຕົກລົງໃຫ້ ບໍລິສັດ ແກຣນນິວໂຊນຕັນຟິກ ປະເທດໄທ (Cleanezone Traffie Thalland) ເປັນຜູ້ຈັດຕັ້ງປະຕິບັດເພື່ອປັບປຸງຈັດສັນການສັນຈອນຄືນໃໝ່. ການປັບປຸງຄັ້ງນີ້ ຈະກວມເອົາຫລາຍເສັ້ນທາງ ຄື: 1) ຖະໜົນລ້ານຊ້າງ, 2) ຖະໜົນໄກສອນ ພົມວິຫານ (ແຕ່ຄອງສັນຕິພາບ-ດົງໂດກ), 3) ຖະໜົນໂພນຕ້ອງ (ແຕ່ອະນຸສາວະລີ-ດົງໂດກ), 4) ຖະໜົນ 23 ສິງຫາ, 5) ຖະໜົນໜອງບອນ, 6) ຖະໜົນອາຊຽນ, 7) ຖະໜົນດົງປາຍນາ, 8) ຖະໜົນສາມແສນໄທ, 9) ຖະໜົນເຊດຖາທິລາດ, 10) ຖະໜົນ ກຳແພງເມືອງ (ແຕ່ຂົວຮອງແຊງ-ໄຟແດງໂພນທັນ) 11) ຖະໜົນທ່າເດື່ອ (ແຕ່ໄຟແດງທາດຂາວ-ວົງວຽນຄ້າຍຈີ່ນາຍໂມ້). ໂຄງການດັ່ງກ່າວ ຈະມີການປັບປຸງລະບົບໄຟແດງຢູ່ 5 ແຍກໂອດຽນ ເພື່ອຮອງຮັບການແລ່ນລົດ 2 ທິດທາງຂອງຖະໜົນສີຫອມ ແລະ ຖະໜົນຂົວຫລວງ ເພື່ອຊ່ວຍລະບາຍລົດທີ່ແອອັດ ຢູ່ບໍລິເວນໄຟແດງໜອງດ້ວງ ແລະ ໄຟແດງຕະຫລາດທົ່ງຂັນຄຳ (ເວົ້າລວມຖະໜົນສີຫອມ ແລະ ຖະໜົນຂົວຫລວງ ຈະກາຍເປັນຖະໜົນແລ່ນລົດສອງທິດທາງ) ໃນນັ້ນ ຈະມີການຕິດຕັ້ງປ້າຍ ຫ້າມຢຸດ, ຫ້າມຈອດ, ວາງຖັງຢາງປລາສະຕິກແບ່ງທິດທາງການສັນຈອນ, ປັບປຸງ ແລະ ຕິດຕັ້ງໄຟແດງຄືນໃໝ່ ໃຫ້ສົມຄູ່ກັບປະລິມານການສັນຈອນ ໃນສະພາບປະຈຸບັນ, ນອກຈາກນີ້ ຍັງຈະມີການປັບປຸງລະບົບໄຟແດງ ຢູ່ບໍລິເວນອານຸສາວະລີ (ສວນປະຕູໄຊ) ທັງສອງສົ້ນ ແລະ ຕິດຕັ້ງຖັງຢາງປລາສະຕິກແບ່ງເສັ້ນທາງຢູ່ຕໍ່ໜ້າຄອງສັນຕິພາບ ແລະ ວົງວຽນ 450 ປີ ເພື່ອຮອງຮັບການແລ່ນລົດທິດທາງດຽວ ຂອງຖະໜົນ 23 ສິງຫາ, ໜອງບອນ, ແລະ ຖະໜົນໄກສອນ ພົມວິຫານ ຊຶ່ງຈະເລີ່ມແຕ່ແຈກະຊວງ ຍທຂ-ໄຟແດງໜອງບອນ-ວົງວຽນ 450 ປີ-ຄອງສັນຕິພາບ, ສ່ວນລາຍລະອຽດ ແລະ ແຜນວາດປັບປຸງ ທິດທາງການເດີນລົດ ຈະໄດ້ມີການປະກາດ ປະຊາຊຳພັນທາງວິທະຍຸ ແລະ ໂທລະພາບຕື່ມຕາມພາຍຫລັງ.
ການພົບປະເຮັດວຽກ ລະຫວ່າງ ສອງກະຊວງ ລາວ-ຫວຽດນາມ
- Details
- Published on ພຸດ, 21 ສິງຫາ 2013 04:00
ອີງຕາມການຕອບຮັບ ຕາມຄໍາເຊີນຂອງກະຊວງ ໂຍທາທິການ ແລະຂົນສົ່ງ ສປປ ລາວ, ຄະນະຜູ້ແທນ ກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ນໍາພາໂດຍ ທ່ານ ເລດີງເທາະ, ລັດຖະມົນຕີຊ່ວຍວ່າການ ກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ພ້ອມດ້ອຍຄະນະ ໄດ້ເດີນທາງມາພົບປະ ຢ້ຽມຢາມ ແລະເຮັດວຽກ ກັບ ກະຊວງໂຍທາທິການ ແລະຂົນສົ່ງ ສປປ ລາວ ນໍາໂດຍ ທ່ານ ດຣ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການ ໃນລະຫວ່າງວັນທີ 14-16 ສິງຫາ 2013. ເພື່ອປຶກສາຫາລື ກ່ຽວກັບໜ້າວຽກຂອງການຮ່ວມມືທັງສອງກະຊວງ.
ຜ່ານກອງປະຊຸມພົບປະປຶກສາຫາລື ທັງສອງຝ່າຍໄດ້ຕົກລົງເປັນເອກະພາບກັນຕາມເນື້ອໃນດັ່ງ ນີ້: ໂຄງການກໍ່ສ້າງເສັ້ນທາງ ພູທິດເຜີ້ງ-ນາຊອນ ແຂວງຫຼວງພະບາງ ສປປ ລາວ ຕິດກັບຊາຍແດນ ແຂວງດຽນບຽນຟູ ຂອງ ສສ ຫວຽດນາມ ທີ່ມີຄວາມຍາວ 104.7 ກມ. ພາຍຫຼັງທີ່ໄດ້ຮັບການລາຍງານ ປັບປຸງຄືນຜົນການສໍາຫຼວດ ແລະສຶກສາ ທາງດ້ານເສດຖະກິດ-ເຕັກນິກ ສໍາລັບໂຄງການດັ່ງກ່າວຂອງ TEDI ແລະທັງສອງຝ່າຍ ໄດ້ປຶກສາຫາລື ແລະຕົກລົງ ເປັນເອກກະພາບກັນ ດັ່ງນີ້:
- ກ່ຽວກັບແລວທາງ ທັງສອງຝ່າຍໄດ້ເປັນເອກະພາບຕາມການລາຍງານຂອງທີ່ປຶກສາ ໂດຍສະເພາະແມ່ນ ໄລຍະຕອນທາງແຕ່ ນາຊອນ-ດ່ານຊາຍແດນ (ຫຼັກໝາຍຊາຍແດນ 144) ອີງຕາມ ການສະເໜີຂອງຝ່າຍລາວ ໃຫ້ປ່ຽນແລວທາງຢູ່ໃກ້ຊາຍແດນ ແລະແລວທາງເວັ້ນຕົວ ເມືອງໂພນທອງ ທາງກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ເຫັນດີນໍາການສະເໜີ ແລະມອບໃຫ້ TEDI ສົມທົບກັບ ແຂວງຫຼວງພະບາງ ເພື່ອຄົ້ນຄ້ວາອອກແບບ ແລະປ່ຽນແລວທາງໃຫ້ມີຄວາມເໝາະສົມ ກັບການພັດທະນາຂອງຝ່າຍລາວ ຫຼັງຈາກນັ້ນ ຈຶ່ງລາຍງານຕໍ່ທັງສອງ ກະຊວງ ເພື່ອພິຈາລະນາ.
- ສອງຝ່າຍເປັນເອກະພາບກັບບົດບັນທຶກ ລະຫວ່າງທັງສອງກະຊວງ ໃນຄັ້ງວັນທີ 16 ພຶດສະພາ 2013.
- ກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ມອບໃຫ້ TEDI ສືບຕໍ່ລົງສໍາຫຼວດເກັບກໍາຂໍ້ມູນ ການສະ ເໜີຂອງ ຝ່າຍລາວ ຄົ້ນຄວ້າຄວາມເປັນໄປໄດ້ຂອງບັນດາໜ້າວຽກ, ໃຫ້ສໍາເລັດ ແລະລາຍງານຕໍ່ທັງສອງກະຊວງ ກ່ອນວັນທີ 15 ຕຸລາ 2013.
ໂຄງການທາງ ຊຽງຂວາງ-ຫົວພັນ-ແທງຮ້ວາ:
- ທັງສອງຝ່າຍເປັນເອກະພາບມອບໃຫ້ TEDI ແລະ LTEC ສົມທົບກັບພະແນກ ໂຍທາທິການ ແລະຂົນສົ່ງ ແຂວງຊຽງຂວາງ ແລະແຂວງຫົວພັນ ດໍາເນີນການສໍາຫຼວດແລວທາງ ແລະເກັບກໍາຂໍ້ມູນເບື້ອງຕົ້ນ. ສ່ວນງົບປະມານ ຄ່າສໍາຫຼວດແມ່ນໃຫ້ນໍາໃຊ້ງົບປະມານຂອງສອງກະຊວງ ພ້ອມດຽວກັນນີ້ໃຫ້ຄົ້ນຄວ້າ ຈັດລຽງບູລິມະສິດຕອນທາງໃດ ຈະກໍ່ສ້າງກ່ອນ ພ້ອມທັງຄິດໄລ່ງົບປະມານການກໍ່ສ້າງໃຫ້ເລັດພາຍໃນເດືອນ 10/2013 ເພື່ອສະເໜີຕໍ່ກະຊວງ ພິຈາລະນາ ແລ້ວລາຍງານໃຫ້ລັດຖະບານ ຂອງສອງປະເທດ.
- ກ່ຽວກັບວຽກສໍາຫຼວດອອກແບບຕອນທາງແຕ່ ທ່າເຫຼົ້າ-ຊໍາໃຕ້ 67 ກມ ທີ່ແຂວງໄດ້ຕົກລົງໃຫ້ບໍລິສັດສໍາຫຼວດອອກ ແບບແລ້ວນັ້ນ. ມອບໃຫ້ພະແນກ ຍທຂ ແຂວງຫົວພັນ ແລະພາກສ່ວນກ່ຽວຂ້ອງ ສົມທົບກັບ TEDI ແລະ LTEC ເພື່ອປຶກສາຫາລືກັນແກ້ໄຂດ້ວຍວິທີການທີ່ເໝາະສົມ ແລ້ວລາຍງານ ຂໍຄໍາເຫັນຕໍ່ການນໍາຂອງແຂວງ ແລະກະຊວງ.
- ການຊີ້ນໍາການຈັດຕັ້ງປະຕິບັດຕົງຈິງ ດ້ານວິຊາການທັງສອງ ກະຊວງເປັນເອກະພາບ ມອບໃຫ້ກົມແຜນການ-ການ ລົງທຶນ ຝ່າຍຫວຽດນາມ ແລະກົມຂົວທາງ ຝ່າຍລາວ ເປັນຜູ້ປະສານງານກ່ຽວກັບໂຄງການນີ້ໃຫ້ແກ່ສອງກະຊວງ.
ກ່ຽວກັບວຽກງານຍົກລະດັບເວັບໄຊ໌ ແລະຂ່າວສານຂອງກະຊວງ:
ອີງຕາມການສະເໜີຂອງຝ່າຍລາວ ທາງກະຊວງຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ຈະເຮັດຈົດໝາຍເຊີນທາງ ກະຊວງໂຍທາທິການ ແລະຂົນສົ່ງ ສປປ ລາວ ໄປແລກປ່ຽນບົດຮຽນ ແລະຝຶກອົບຮົມ ກ່ຽວກັບວຽກງານຂ່າວສານ ຂອງກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ເພື່ອເປັນພື້ນຖານໃນການພັດທະນາຂໍ້ມູນຂ່າວສານ ຂອງຝ່າຍ ລາວ. ກະຊວງຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ມອບໃຫ້ຫ້ອງການກະຊວງ ແລະສູນຂໍ້ມູນຂ່າວສານ, ກົມພົວພັນ ຕ່າງປະເທດ ເປັນຜູ້ປະສານງານ ທາງດ້ານເນື້ອໃນລາຍລະອຽດ. ກໍານົດວັນເວລາແມ່ນໃນເດືອນ 10/2013 ສໍາລັບ ທາງດ້ານອຸປະກອນຕ່າງໆ ກະຊວງຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ໄດ້ມອບໃຫ້ບໍລິສັດ CIENCO1 ເປັນຜູ້ຮັບ ຜິດຊອບຈັດຊື້ໃຫ້ ທາງກະຊວງໂຍທາທິການ ແລະຂົນສົ່ງ ສປປ ລາວ ໃນປີ 2013 ນີ້.
ກ່ຽວກັບການຊ່ວຍເຫຼືອ ທາງດ້ານລະບົບ ກວດກາຄຸນະພາບຍານພາຫະນະຂົນສົ່ງ ແລະການຂື້ນທະບຽນຂອງຝ່າຍລາວ:
ທັງສອງກະຊວງເປັນເອກະພາບ ມອບໃຫ້ກົມກວດກາເຕັກນິກ ເປັນເຈົ້າການ, ສ່ວນກົມພົວພັນຕ່າງປະເທດ ເປັນ ຜູ້ປະສານງານ ກັບກະຊວງໂຍທາທິການ ແລະຂົນສົ່ງ ສປປ ລາວ ເພື່ອນໍາສະເໜີ ແລະວິທີການໃນການຊ່ວຍເຫລືອ ສ້າງລະບົບກວດກາຄຸນນະພາບຍານພາຫະນະຂົນສົ່ງໃຫ້ແກ່ຝ່າຍລາວ.
ກ່ຽວກັບໂຄງການເພີ້ມທະວີຄວາມປອດໄພ ແລະວຽກງານຄຸ້ມຄອງການຂົນສົ່ງທາງບົກ ລະຫວ່າງ ລາວ-ຫວຽດນາມ:
ທັງສອງຝ່າຍເປັນເອກະພາບກັບບົດສຶກສາໂຄງການໃນເບື້ອງຕົ້ນ. ກະຊວງຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ມອບໃຫ້ກົມໃຫຍ່ທາງບົກ ສສ ຫວຽດນາມ ເປັນເຈົ້າການຈັດຕັ້ງປະຕິບັດ, ສ່ວນກົມພົວພັນຕ່າງປະເທດ ເປັນຜູ້ປະສານ ງານກັບ ກົມຂົນສົ່ງ ຝ່າຍລາວ ແລະບັນດາໝ່ວຍງານ ທີ່ກ່ຽວຂ້ອງຂອງຝ່າຍ ລາວ, ສ້າງແຜນການຂື້ນແຜນງົບປະມານ ແລະຮີບດ່ວນຄົ້ນຄ້ວານໍາສະເໜີລາຍງານຄວາມຄືບໜ້າ ເພື່ອນໍາໄປລາຍງານ ໃນວາລະກອງປະຊຸມປະຈໍາປີ 2013 ຂອງສອງກະຊວງ.
ແລະບັນຫາອື່ນໆ:
ກ. ການແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ ແລະບູລະນະຮັກສາທາງບົກ:
ທັງສອງຝ່າຍໄດ້ເປັນເອກະພາບກັນ ຈະເພີ້ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານດັ່ງກ່າວ ໂດຍໃຫ້ຝ່າຍ ລາວ ຈະແຕ່ງຕັ້ງໜ່ວຍງານວິຊາການ ໄປຖອດຖອນບົດຮຽນນໍາຝ່າຍ ຫວຽດນາມ, ກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ມອບໃຫ້ກົມໃຫຍ່ທາງບົກ ຫວຽດນາມ ເປັນເຈົ້າການກ່ຽວກັບວຽກງານນີ້, ສ່ວນຝ່າຍລາວແມ່ນມອບໃຫ້ ກົມຂົວທາງ.
ຂ. ກ່ຽວກັບການຮ່ວມມືລະຫວ່າງ TEDI ແລະ LTEC ມອບໃຫ້ TEDI ເປັນຜູ້ສ້າງແຜນການ-ການຮ່ວມມື ໃນການແລກປ່ຽນບົດຮຽນ, ບໍາລຸງກໍ່ສ້າງບຸກຄະລາກອນຊ່ວຍ LTEC.
ຄ. ບົນພື້ນຖານການຮ່ວມືລະຫວ່າງສອງກະຊວງ ທັງສອງຝ່າຍເປັນເອກະພາບຊີ້ນໍາບັນດາພະແນກ ຍທຂ ປະຈໍາ ແຂວງ ຂອງທັງສອງປະເທດ ທີ່ມີຊາຍແດນຕິດຈອດກັນ ເພີ້ມທະວີການຮ່ວມມືໃຫ້ແໜ້ນແຟ້ນຂື້ນຕື່ມ ໃນຂະແໜງການ ຄົມມະນາຄົມ-ຂົນສົ່ງ ຂອງສອງປະເທດ.
ໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ທ່ານ ເລດີງເທາະ ລັດຖະມົນຊ່ວຍວ່າການ ກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ກໍໄດ້ເຂົ້າພົບປະກັບທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ສປປ ລາວ ເພື່ອຢ້ຽມຢາມຖາມຂ່າວ.
More Articles...
- ກອງປະຊຸມ ປຶກສາຫາລື ເພື່ອແກ້ໄຂ ການຈາລະຈອນແອອັດ ໃນນະຄອນຫລວງວຽງຈັນ
- ກະຊວງ ຍທຂ ເຊື່ອມຊືມມະຕິ 6 ສະໄໝທີ IX ຂອງສູນກາງພັກ.
- ທ່ານລັດຖະມົນຕີວ່າການ ກະຊວງ ຍທຂ ເຂົ້າຮ່ວມກອງ ປະຊຸມດ້ານ ການຄົມມະນາຄົມ-ຂົນສົ່ງ ໃນຂົງເຂດ ພາກພື້ນອະນຸແມ່ນ້ຳຂອງ ຄັ້ງທີ 17
- ທ່ານລັດຖະມົນຕີວ່າການ ກະຊວງ ຍທຂ ເຂົ້າຮ່ວມກອງປະຊຸມສຳມະນາ ດ້ານການຄົມມະນາຄົມ-ຂົນສົ່ງ ໃນຂົງເຂດພາກພື້ນອະນຸແມ່ນ້ຳຂອງ ຄັ້ງທີ 17