ຂ່າວພາຍໃນກະຊວງ
ພິທີເຊັນສັນຍາໂຄງການກໍ່ສ້າງອາຄານ ກະຊວງ ຍທຂ ຢູ່ບ້ານວັດນາກ
- Details
- Published on ພະຫັດ, 25 ກໍລິກົດ 2013 02:22
ໃນວັນທີ 18 ກໍລະກົດ 2013 ທີ່ຮ້ານອາຫານ ຕຳນັກລາວ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ເຊັນສັນຍາໂຄງການກໍ່ສ້າງອາຄານ ຂອງກະຊວງ ໂຍທາທິການ ແລະຂົນສົ່ງ ຂື້ນ, ລະຫວ່າງ ທ່ານ ດຣ. ສັນຕິສຸກ ສິມມາລາວົງ ຫົວໜ້າຫ້ອງການ ກະຊວງ ຍທຂ (ເຈົ້າຂອງໂຄງການ) ແລະ ທ່ານ ແອັດ ພັນນີວົງ ປະທານ ບໍລິສັດອິນແປງກຣຸບ ຈຳກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ), ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ລັດຕະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍ ບັນດາຫົວໜ້າກົມ, ຮອງກົມ ແລະຫົວໜ້າພະແນກ, ຮອງພະແນກ ແລະວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໂຄງການນີ້ ແມ່ນຜ່ານການດຳເນີນງານ ຂອງຄະນະກຳມະການປະມູນ ຕາມຂັ້ນຕອນການເປີດກວ້າງປະມູນເອົາບໍລິສັດກໍ່ສ້າງໂຄງການ ໄດ້ມີ 8 ບໍລິສັດ ຢື່ນເຈດຈຳນົງຂອງຕົນ ເຂົ້າຮ່ວມການແຂ່ງຂັນປະມູນ ຄະນະກຳມະການ ໄດ້ເລືອກຕາມເງື່ອນໄຂ ການປະມູນ ໄດ້ 5 ບໍລິສັດ, ບັນດາ 5 ບໍລິສັດດັ່ງກ່າວ ໄດ້ປະກອບເອກະສານຄົບຊຸດ ຕາມເງື່ອນໄຂການປະມູນ ເພື່ອສະເໜີຕໍ່ຄະນະກຳມະການປະມູນ ໃນວັນທີ 10 ມີຖຸນາ 2013 ເພື່ອເປີດຊອງປະມູນເປັນທາງການ. ຂັ້ນຕອນການຕີລາຄາຜົນ ຂອງການປະມູນ ທີ່ເປີດຊ້ອງໜ້າຄະນະກຳມະການ ແລະຜູ້ຕາງໜ້າຈາກ 5 ບໍລິສັດດັ່ງກ່າວ ມີຄວາມໂປ່ງໃສ, ເຫັນດີເປັນເອກະພາບໃຫ້ ບໍລິສັດສຸກສະຫວັນ ຊະນະປະມູນເປັນ ບໍລິສັດ ທີ່ປືກສາ ແລະ ບໍລິສັດອິນແປງກຣຸບ ຈຳກັດຜູ້ດຽວ ເປັນຜູ້ຊະນະການປະມູນກໍ່ສ້າງໂຄງການ. ໂຄງການກໍ່ສ້າງອາຄານ ຂອງກະຊວງ ຍທຂ ນີ້ ເປັນອາຄານແບບທັນສະໄໝ ປະກອບມີທັງໝົດ 7 ຊັ້ນ ບວກກັບຊັ້ນໃຕ້ດິນ 1 ຊັ້ນ, ໂດຍມີສະຖານທີ່ຈອດລົດ, ມີສະຖານທີ່ເຮັດວຽກ, ຫ້ອງປະຊຸມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຢ່າງຄົບຊຸດ. ໂດຍໃຊ້ງົບປະມານຂອງລັດ ໄລຍະການກໍ່ສ້າງໃຊ້ເວລາ 24 ເດືອນ ມູນຄ່າການກໍ່ສ້າງທັງໝົດ 69,055,906,574 ກີບ ( ຫົກສິບເກົ້າຕື້ ຫ້າສິບຫ້າລ້ານ ເກົ້າແສນ ຫົກພັນ ຫ້າຮ້ອຍເຈັດສິບສີ່ກິບ).
ພິທີເຊັນສັນຍາຜະລິດ ແລະ ສະໜອງຂາງຂົວເຫຼັກໃຫ້ ໂຄງການ ກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ
- Details
- Published on ອັງຄານ, 16 ກໍລິກົດ 2013 02:23
ພິທີເຊັນສັນຍາວຽກຮັບເໝົາຜະລິດ ແລະ ສະໜອງຂາງເຫຼັກພອ້ມອຸປະກອນຕິດຕັ້ງ ລະຫວ່າງກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວຮ່ວມກັບກົມໂຍທາທິການ, ກະຊວງກໍ່ສ້າງແຫ່ງ ສສ ມຽນມາໃນນາມເຈົ້າຂອງໂຄງການຮ່ວມ ກັບ ບໍລິສັດອຸດສາຫະກຳຮາຊອນ ແຫ່ງ ສປ ຈີນ ໃນນາມຜູ້ຮັບເໝົາ ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມຫຼວງພະບາງວິວ, ເມືອງ ແລະ ແຂວງຫຼວງພະບາງໃນວັນທີ 10 ກໍລະກົດ 2013. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ດຣ. ບຸນຈັນ ສິນທະວົງ, ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງແຫ່ງ ສປປ ລາວ,ທ່ານ ດຣ. ວິນ ມິດ, ລັດຖະມົນຕີຊ່ວຍວ່າການກະຊວງ ກໍ່ສ້າງແຫ່ງ ສສ ມຽນມາ, ທ່ານຄຳຂັນ ຈັນທະວີສຸກ, ຮອງເຈົ້າແຂວງຯຫຼວງພະບາງ, ທ່ານ ຈໍໂຊວິນ, ເອກອັກຄະລັດຖະທູດມຽນມາປະຈຳລາວ ແລະ ພະນັກງານທີ່ກ່ຽວຂ້ອງຈຳນວນນຶ່ງ. ລົງລາຍເຊັນ ຕາງໜ້າກະຊວງ ໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແມ່ນທ່ານ ງາມປະສົງ ເມືອງມະນີ, ຮອງຫົວໜ້າກົມຂົວທາງ, ຕາງໜ້າກະຊວງກໍ່ສ້າງ ສສ ມຽນມາ ແມ່ນທ່ານ ຈໍລິນ, ຫົວໜ້າກົມໂຍທາທິການ, ແລະ ຕາງໜ້າບໍລິສັດຮັບເໝົາ ແມ່ນທ່ານ ລີ ໄກຊົງ, ຜູ້ອຳນວຍການພະແນກການຕ່າງປະເທດ.
ການຈັດຊື້ຂາງຂົວເຫຼັກ, ແມ່ນວຽກນຶ່ງທີ່ສຳຄັນຂອງ ໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ ຊຶ່ງໄດ້ ເລີ່ມປະກາດລົງໜັງສືພິມປະມູນ ຢູ່ທັງສອງປະເທດ ລາວ ແລະ ມຽນມາ, ຊອ່ງປະມູນແມ່ນເປີດເປັນທາງການ ຢູ່ນະຄອນຢາງກຸງໃນວັນທີ່ 7 ມິຖຸນາ 2013 ເຊິ່ງແມ່ນບໍລິສັດ ອຸດສາຫະກຳ ຮາຊອນ ຂອງ ສ.ປ. ຈີນ ເປັນຜູ້ຊະນະ ການປະມູນ.
ໜ້າວຽກງານພາຍໃຕ້ສັນຍານີ້ ແມ່ນລວມມີວຽກ ຜະລິດ ແລະ ສະໜອງຂາງຂົວເຫຼັກປະເພດ ວໍເລັນ (Warrent) ທີ່ມີທາງລົດແລ່ນດ້ານໃນ 2 ເລນ, ກວ້າງ 8.5 ແມັດ, ທາງຄົນຍ່າງດ້ານນອກ ເບື້ອງລະ 1.2 ແມັດ, ສູງ 12 ແມັດ, ຍາວ 3 ຊ່ວງຯລະ120 ແມັດ. ນອກນີ້ຜູ້ຮັບເໝົາຍັງຈະຕອ້ງໄດ້ສະໜອງເຄື່ອງໄຟຟ້າເຍື່ອງຂົວ, ເຄື່ອງມື ແລະ ອຸປະກອນ ສຳລັບປະກອບຂາງຂົວ ແລະ ສະໜອງວິຊາການມານຳພາປະກອບຂາງຂົວນຳອີກ, ຊຶ່ງສັນຍາດັ່ງກ່າວ ຈະເລີ່ມປະຕິບັດໃນວັນທີ່ 1 ສິງຫາ 2013 ແລະ ຈະໃຫ້ສຳເລັດພາຍໃນ 6 ເດືອນ, ໃນມູນຄ່າທັງໝົດ 3,964,000 ໂດລາສະຫະລັດ.
ໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ ແມ່ນໝາກຜົນຂອງການຮວ່ມມື ລະຫວ່າງ ລັດຖະບານ ສປປລາວ ແລະ ສສ ມຽນມາ, ຊຶ່ງໃນລະຫວ່າງການຢ້ຽມຢາມ ສປປລາວ ຂອງພະນະທ່ານ ເທັນ ເຊັນ, ປະທານາທິບໍດີ ແຫ່ງ ສສ ມຽນມາ ຕາມການເຊື້ອເຊີນຂອງ ພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດແຫ່ງ ສປປລາວ ໃນວັນທີ່ 22 ມິນາ 2012, ທັງສອງຝ່າຍໄດ້ລົງນາມໃນສັນຍາລະຫວ່າງລັດຖະບານ ວ່າດ້ວຍການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ມຽນມາ. ຫຼັງຈາກນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ກະຊວງກໍ່ສ້າງຂອງສສ ມຽນມາ ໄດ້ຊີ້ນຳກົມກ່ຽວຂ້ອງດຳເນີນການສຳຫຼວດ ແລະ ອອກແບບຮວ່ມກັນ ມາແຕ່ເດືອນ ພຶດສະພາ 2012 ເປັນຕົ້ນມາ. ມາເຖິງວັນທີ່ 16 ກຸມພາ 2013 ໄດ້ມີພິທີວາງສີລາລຶກ ເລີ່ມການກໍ່ສ້າງຢ່າງເປັນທາງການ ຢູ່ສະຖານ ທີ່ກໍ່ສ້າງ ບ້ານຫ້ວຍກຸ່ມ, ຫ່າງຈາກ ບ້ານຊຽງກົກ, ເມືອງລອງ, ແຂວງຫຼວງນ້ຳທາ ປະມານ 15 ກິໂລແມັດ ແລະ ປະມານ 500 ແມັດ ຫ່າງຈາກບ້ານຊຽງລາບ, ເມືອງທ່າຂີ້ເຫຼັກ, ແຂວງລັດສານ ສສ ມຽນມາ.
ຂົວມິດຕະພາບລາວ-ມຽນມາ ມີຄວາມຍາວທັງໝົດ 691.6 ແມັດ, ກວ້າງ 10.9 ແມັດ, ມີທາງລົດແລ່ນ 2 ຄອງ, ກວ້າງ 8.5 ແມັດ, ທາງຍ່າງ 2 ເບື້ອງ ເບື້ອງລະ 1.2 ແມັດ. ເປັນຂົວທີ່ມີຂາງປະສົມ ເຊິ່ງມີຂາງເຫຼັກຍາວ 360 ແມັດ ສູງ 12 ແມັດ ຊ່ວງເຄິ່ງກາງ (ຢູ່ວັງ) ແລະ ຂາງເບຕົງອັດແຮງ ຍາວ 331.6 ແມັດ ຢູ່ເບື້ອງຝັ່ງ. ຂົວແຫ່ງນີ້ແມ່ນໄດ້ອອກແບບໃຫ້ຮັບນ້ຳໜັກ ລົດບັນທຸກ ໄດ້ 75 ໂຕນ, ຮັບແຮງສັ່ນ ຂອງແຜ່ນດິນໄຫວ ໄດ້ໃນລະດັບ 7.0 ເຮັກເຕີ ລົງມາ ແລະ ກຳປັ່ນ 500 ໂຕນສາມາດລອດຜ່ານໄປໄດ້.
ໂຄງການນີ້ມີມູນຄ່າ 26 ລ້ານໂດລາ, ເຊິ່ງຈະນຳໃຊ້ ງົບປະມານພາຍໃນ ຂອງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ມຽນມາ. ຂົວນີ້ ຈະກໍ່ສ້າງໃຫ້ສຳເລັດ ພາຍໃນໄລຍະເວລາ 30 ເດືອນ, ເລີ່ມແຕ່ ວັນທີ່ 16 ກຸມພາ 2013 ເປັນຕົ້ນໄປ ຫາ ວັນທີ 15 ສິງຫາ 2015.
ພາຍຫຼັງສຳເລັດໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ, ຂົວດັ່ງກ່າວຈະກາຍເປັນສັນຍາລັກແຫ່ງສາຍ ພົວພັນ ການຮ່ວມມື ແລະ ຄວາມສາມັກຄີ ລະຫວ່າງປະຊາຊົນຂອງສອງປະເທດລາວ ແລະ ມຽນມາ, ໂດຍຈະເຊື່ອມຕໍ່ທາງຫຼວງເລກທີ່ 17 ຂອງລາວ ເຂົ້າກັບ ທາງຫຼວງເລກທີ່ 4 ຂອງມຽນມາ, ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃນການໄປມາຫາສູ່ ແລະ ຄ້າຂາຍນຳກັນ, ຊຶ່ງຈະນຳເອົາຜົນປະໂຫຍດອັນໃຫ່ຍຫຼວງມາໃຫ້ປະຊາຊົນທັງສອງຊາດ, ລາວ ແລະ ມຽນມາ ລວມທັງ ບັນດາປະເທດທີ່ຢູ່ໃນອະນຸພາກພື້ນ.
ແມ່ຍິງຂະແໜງການ ຍທຂ ກັບການ ຄຸ້ມຄອງນຳພາ
- Details
- Published on ອັງຄານ, 16 ກໍລິກົດ 2013 10:37
ໃນວັນທີ 9 ຫາ 11 ກໍລະກົດ 2013 ຢູ່ທີ່ຫ້ອງປະຊຸມເບີ 1 ກະຊວງ ຍທຂ ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ ແມ່ຍິງກັບການຄຸ້ມຄອງນຳພາ” ຄັ້ງທີ 1, ໂດຍການເປັນປະທານ ຂອງທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງ ຍທຂ, ທ່ານ ນ. ສຸລິຄອນ ພົມມະວົງສາ ຮອງຫົວໜ້າສູນໃຫ້ຄຳປຶກສາ ສູນກາງສະຫະພັນແມ່ຍິງລາວ, ມີຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າແມ່ຍິງ, ຄະນະປະສານງານເພື່ອສົ່ງເສີມຄວາມກ້າວໜ້າແມ່ຍິງຂັ້ນກົມ, ຄະນະກຳມະການເພື່ອສົ່ງເສີມຄວາມກ້າວໜ້າແມ່ຍິງຂັ້ນກະຊວງ ແລະມີບັນດາຄະນະກົມຈຳນວນໜື່ງເປັນຮອງປະທານ ແລະ ຄະນະ ເຂົ້າຮ່ວມທັງໝົດ ທ່ານ. ດັ່ງທີ່ບັນດາທ່ານ ຮັບຮູ້ແລ້ວວ່າ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ແລະ ມີແຜນພັດທະນາເອື້ອຍນ້ອງແມ່ຍິງຢ່າງເປັນລະບົບ ແລະຕໍເນື່ອງ ໂດຍການສ້າງໃຫ້ມີແຜນຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າແມ່ຍິງ ທີ່ມີເປົ້າໝາຍສູ້ຊົນ ແລະ ແຜນຈັດຕັ້ງປະຕິບັດຢ່າງລະອຽດ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມໃຫ້ແກ່ແມ່ຍິງຢ່າງຕັ້ງໜ້າ ແລະສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ VII (2011-2015) ແລະໃນແຜນການແມ່ນກ່າວໄວ້ວ່າ ການພັດທະນາແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແມ່ນເປັນນະໂຍບາຍອັນໃຫຍ່ອັນໜື່ງ ຂອງພັກ ແລະລັດຖະບານເຮົາ. ຄຽງຄູ່ກັນນັ້ນ, ເພື່ອນຳພາເອົາປະເທດຊາດຫຼຸດພົ້ນຈາກປະເທດດ້ອຍພັດທະນາ ໃນປີ 2020 ຍີ່ງມີຄວາມຈຳເປັນຈະຕ້ອງໄດ້ປຸກລະດົມ ກຳລັງແຮງສັງລວມຂອງແມ່ຍິງລາວບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຄຽງຄູ່ກັບເພດຊາຍ. ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ຮັບຟັງບາງບົດຮຽນຈາກສູນກາງສະຫະພັນແມ່ຍິງລາວ, ຫ້ອງການກະຊວງ ຍທຂ, ກົມຈັດຕັ້ງ-ພະນັກງານ ເຊີ່ງເນື້ອໃນທັງໝົດ ແມ່ນແນ່ໃສ່ຊຸກຍູ້ ແລະສົ່ງເສີມ ໃຫ້ເອື້ອຍນ້ອງແມ່ຍິງມີຄວາມກ້າວໜ້າ ແລະ ມີແຜນການຄຸ້ມຄອງນຳພາທີ່ເປັນລະບົບ ສາມາດຊີ້ນຳ-ນຳພາພະນັກງານໃນຂົງເຂດຄວາມຮັບຜິດຊອບ ຂອງຕົນໄດ້. ການຝຶກອົບຮົມໃນຄັ້ງນີ້ ແມ່ນໜື່ງໃນແຜນການພັດທະນາບຸກຄະລາກອນ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ຈະດຳເນີນໄປເປັນເວລາ 3 ວັນຈິ່ງສຳເລັດ.
ຝຶກອົບຮົມ ວຽກງານທົດລອງສາມ ສ້າງ ຂອງຂະແໜງ ຍທຂ ຢູ່ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
- Details
- Published on ພະຫັດ, 04 ກໍລິກົດ 2013 01:46
ໃນການເຮັດທົດລອງວຽກງານສາມສ້າງ “ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນ ຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ” ແມ່ນການນໍາເອົາມະຕິເຂົ້າສູ່ການ ຈັດຕັ້ງປະຕິບັດຕົວຈິງ ທີ່ມີ ຂອບເຂດຈໍາກັດດ້ານເວລາ, ດ້ານປະລິມານເຂົ້າຮ່ວມຂອງກະຊວງ, ແຂວງ, ເມືອງ ແລະບ້ານ ຫຼຶການຈັດຕັ້ງປະຕິບັດ ໃນຂອບເຂດ ຈາກນັ້ນຈຶ່ງຂະຫຍາຍກວ້າງອອກໄປ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2013 ຢູ່ທີ່ຫ້ອງປະຊຸມ ຫ້ອງການປົກຄອງເມືອງ ເມືອງຈັນ ທະບູລີ ໄດ້ມີພິທີເປີດ ການຝຶກອົບຮົມ ວຽກງານເຮັດທົດລອງສາມສ້າງ ຂອງ ຂະແໜງ ຍທຂ ຂື້ນຢ່າງ ເປັນທາງການ. ໂດຍການເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນເຮືອງ ເຈົ້າເມືອງ ເມືອງຈັນ ທະບູລີ. ເຊິ່ງມີບັນດາ ການນໍາກະຊວງ ຍທຂ, ວິຊາການຂະແໜງ ຍທຂ ເມືອງ ແລະຄະນະຊ່ວຍວຽກ ສາມສ້າງ ຂອງ ກະຊວງ ຍທຂ ເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້ຈັດຂື້ນ 3 ວັນ ແຕ່ວັນທີ 3-5 ກໍລະກົດ 2013.
ການເຮັດທົດລອງສາມສ້າງໃນຄັ້ງນີ້ແມ່ນ ການຈັດຕັ້ງປະຕິບັດທີ່ມີການຕິດຕາມ ກວດກາຊີ້ນໍາຢ່າງ ໃກ້ຊິດ ແລະມີ ການສະຫຼຸບຕີລາຄາຖອດຖອນ ບົດຮຽນຢ່າງພາວະວິໄສ. ໝາຍຄວາມວ່າຈັດຕັ້ງປະຕິບັດ ເພື່ອເຫັນສິ່ງໃດທີຖືກ-ສິ່ງໃດ ທີຜິດ ທີ່ສາມາດເຮັດໄດ້ ຫຼືສິ່ງທີ່ເຮັດບໍ່ໄດ້. ການທົດລອງແມ່ນການປະຕິບັດ ທີ່ມີແຜນການ, ມີວິທະຍາສາດ ແລະລະ ບຽບຫຼັກການ ໂດຍເລີ່ມຈາກສິ່ງທີ່ຈໍາເປັນ ແລະມີຄວາມສາມາດ ເຮັດໄດ້, ຫາກບໍ່ແມ່ນເຮັດລວດໄປໝົດທຸກດ້ານໄປ ພ້ອມກັນບາດດຽວ, ການເຮັດທົດລອງຕ້ອງຄໍານຶງເຖິງ ລະບຽບກົດໝາຍ ແລະຫລັກການນໍາພາຄຸ້ມຄອງ ຂອງພັກ-ລັດ. ດັ່ງນັ້ນ ໃນຂະແໜງ ຍທຂ ແບ່ງຄວາມຮັບ ຜິດຊອບລະຫວ່າງກະຊວງ, ພະແນກ ແລະເມືອງ ໃນຄັ້ງວັນທີ 19 ພະຈິກ 2012 ເຊິ່ງພະແນກ ຍທຂ ນະຄອນຫຼວງ ໄດ້ມອບວຽກງານໃນຂະແໜງການ ຍທຂ ໃຫ້ເມືອງມີ 4 ຂະແໜງຄື: ຂະແໜງວຽກເຄຫາ-ຜັງເມືອງ, ຂະແໜງຂົວທາງ, ຂະແໜງວຽກຂົນສົ່ງ ແລະຂະແໜງທາງນໍ້າ ໃຫ້ເມືອງລວມມີ 47 ໜ້າວຽກ ຈາກນັ້ນເມືອງກໍ່ໄດ້ ມອບວຽກໃຫ້ ຍທຂ ບ້ານມີ 20 ໜ້າວຽກ. ຈາກການເພີ້ມຄວາມຮັບຜິດຊອບຂອງ ໜ້າວຽກດັ່ງກ່າວ ບາງຢ່າງເປັນວຽກທີ່ທາງເມືອງ ເຄີຍໄດ້ຈັດຕັ້ງປະຕິບັດ, ມີບາງວຽກເປັນວຽກໃໝ່ສໍາລັບ ເມືອງ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຝຶກອົບຮົມ ຖອດຖອນບົດຮຽນ ເພື່ອຮອງຮັບວຽກງານດັ່ງກ່າວ.
ໃນປະຈຸບັນ ຂັ້ນເທິງໄດ້ສຸມໃສ່ ເມືອງຈັນທະບູລີ ເປັນເມືອງເຮັດທົດລອງ ເພື່ອສະຫຼຸບ ແລະຖອດ ຖອນບົດຮຽນໃນທ້າຍ ປີນີ້ ເພື່ອເປັນຕົວແບບໃນການຈັດຕັ້ງປະຕິບັດວຽກງານ ສາມສ້າງໃນຂະແໜງ ຍທຂ ທົ່ວປະເທດ. ດັ່ງນັ້ນ, ການຝຶກອົບ ຮົມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາ ຄັນເປັນຢ່າງຍິ່ງ. ໃນການຄົ້ນ ຄວ້າປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ລະຫວ່າງພາກທິດສະດີ ແລະຈັດຕັ້ງປະຕິບັດຕົວຈິງ ຂອງວຽກ ງານ ຍທຂ ພາຍໃນເມືອງຈັນທະບູລີ ໃຫ້ສົມເປັນເມືອງ ຕົວແບບ ໃຫ້ແກ່ບັນດາເມືອງຕ່າງໆ ໃນທົ່ວປະເທດ.