ຂ່າວພາຍໃນກະຊວງ
ນຳສະເໜີຮ່າງແຜນຍຸດທະສາດເບື້ອງຕົ້ນ ເພື່ອສົ່ງເສີມຄວາມ ກ້າວໜ້າ ຂອງແມ່ຍິງ ກະຊວງ ຍທຂ
- Details
- Published on ພຸດ, 26 ມິຖຸນາ 2013 02:45
ໃນວັນທີ 24 ມິຖຸນາ 2013 ທີ່ຫ້ອງປະຊຸມເບີ 1 ກະຊວງ ຍທຂ ໄດ້ຈັດກອງປະຊຸມປືກສາຫາລື ນຳສະເໜີຮ່າງແຜນຍຸດທະສາດເບື້ອງຕົ້ນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ຍທຂ, ໂດຍການເປັນປະທານຂອງທ່ານ ລັນ ແສງອາພອນ ຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ທ່ານ ກິດສະໜາ ຈັນທະວຽງ ຮອງຫົວໜ້າຫ້ອງການ ກະຊວງ ຍທຂ, ມີຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ກະຊວງ ຍທຂ, ມີຄະນະປະສານງານ ເພື່ອຄວາມກ້າວໜ້າຂອງແມ່ຍິງຂັ້ນກົມ ຊ່ຽວຊານປະຈຳໂຄງການ ເຂົ້າຮ່ວມທັງໝົດ 48 ທ່ານ.
ໂຄງການດັ່ງກ່າວແມ່ນໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານວິຊາການ ຈາກທະນາຄານພັດທະນາອາຊີ ເພື່ອເຊື່ອມສານບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ສາຍໃຍ ການຈັດຕັ້ງຂອງຄະນະກຳມະການ ຢູ່ໃນກະຊວງ ໂຍທາທິການ ແລະ ຂົນສົ່ງ. ມາຮອດປະຈຸບັນ ໂຄງການໄດ້ຈັດກອງປະຊຸມຫລາຍຄັ້ງ ແລະ ສຳພາດຫລາຍພາກສ່ວນ ເພື່ອໄຈ້ແຍກປະເດັນ ອຸປະສັກ ແລະ ປະເມີນຄວາມຕ້ອງການ ໃນການເຊື່ອມສານບົດບາດຍິງ-ຊາຍ ໃນກະຊວງ ຍທຂ. ໂດຍອີງໃສ່ບັນດາເປົ້າ ໝາຍລວມຂອງແຜນຍຸດທະສາດແຫ່ງຊາດ ກະຊວງ ຍທຂ ຂອງພວກເຮົາ ຈະຕ້ອງສູ້ຊົນ ໃຫ້ມີ ພະນັກງານເພດຍິງຢ່າງໜ້ອຍ 30%, ແລະມີເອື້ອຍນ້ອງແມ່ຍິງ ບັນຈຸຢູ່ໃນຕຳແໜ່ງພະນັກງານນຳພາຢ່າງໜ້ອຍ 15% ແຕ່ພວກເຮົາກໍເຂົ້າໃຈກັນແລ້ວວ່າ ສິ່ງເຫຼົ່ານີ້ ບໍ່ແມ່ນຈະສາມາດເກີດຂື້ນໄດ້ໃນໄວໆນີ້ ຊຶ່ງຈະຕ້ອງໃຊ້ເວລາ ປະສົບການ, ຄວາມສາມາດ ແລະ ເຫື່ອແຮງຂອງພວກເຮົາ ເພື່ອເຮັດໃຫ້ເປັນຈິງໄດ້, ເພື່ອບັນລຸເປົ້າໝາຍນີ້, ພວກເຮົາຈຳເປັນຕ້ອງມີແຜນໜ້າວຽກ ແລະແຜນຍຸດທະສາດ. ໃນການກຳນົດຕຳແໜ່ງຕ່າງໆ ທີ່ເໝາະສົມສຳລັບເພດຍິງ ແລະແຜນການສົ່ງເສີມແມ່ຍິງສະເພາະ ຈະຕ້ອງໄດ້ປືກສາຫາລື ກັບຄະນະປະສານງານ ເພື່ອຄວາມກ້າວໜ້າຂອງແມ່ຍິງຂັ້ນກົມ, ກອງ ແລະ ຄະນະນຳຂອງແຕ່ລະຂັ້ນ, ອີກ 3 ເດືອນ ຂ້າງໜ້ານີ້. ພາຍຫລັງທີ່ມີແຜນຍຸດທະສາດດັ່ງກ່າວແລ້ວ ຈະເປັນສິ່ງອຳນວຍຄວາມສະດວກ ແລະ ເປັນທິດທາງໃຫ້ແກ່ຄະນະປະສານງານ ເພື່ອສົ່ງເສີມຄວາມກ້າວໜ້າແມ່ຍິງ ແຕ່ລະກົມໃນການດຳເນີນງານວຽກສົ່ງເສີມ ຄວາມກ້າວໜ້າແມ່ຍິງຂອງຕົນໄດ້.
ກະຊວງ ຍທຂ ເປີດພິທີ ນໍາໃຊ້ ກາສັນຍາລັກໃໝ່ຂອງຕົນ
- Details
- Published on ພຸດ, 19 ມິຖຸນາ 2013 08:04
ໃນວັນທີ 14 ມິຖຸນາ 2013 ຢູ່ທີ່ຫ້ອງປະຊຸມເບີ 1 ກະຊວງ ຍທຂ ໄດ້ມີພິທີເປີດການນໍາໃຊ້ກາສັນຍາລັກໃໝ່ ຂອງ ກະຊວງຂຶ້ນຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຫົວໜ້າສະຖາບັນ, ປະທານສະພາວິທະຍາສາດ ເຕັກໂນໂລຊີ, ຫົວໜ້າກອງ, ຫົວໜ້າສູນ, ຜູ້ຕ່າງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ຄະນະອໍານວຍການລັດວິສາຫະກິດ ອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງ ພ້ອມພຽງ.
ໃນວາລະໂອກາດນີ້ ທ່ານ ດຣ ສັນຕິສຸກ ສິມມາລາວົງ, ຫົວໜ້າຫ້ອງການກະຊວງ ຍທຂ ກ່າວວ່າ: “ ການຄົ້ນຄ້ວາອອກແບບເຄື່ອງໝາຍຂອງກະຊວງ ອອກມາເປັນສັນຍາລັກ( Logo ) ກະຊວງ ຍທຂ, ບົນຈິດໃຈຄຳຂັວນ ຂອງ ກະຊວງ ທີ່ວ່າ “ ບຸກທະລຸເປັນປາຍແຫລມ ທີ່ລົ່ງລຽນ, ສະດວກ, ປອດໄພ, ທັນສະໄໝ, ໂປ່ງໃສ ເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ເຊື່ອມຈອດກັບອະນຸພາກພື້ນ ”,”.
ຫ້ອງການໄດ້ມອບໃຫ້ ບໍລິສັດ ບູກັຣສ (Blue Grass) ເປັນຜູ້ຊ່ວຍອອກແບບ ເຊິ່ງໄດ້ເລີ່ມມາແຕ່ຕົ້ນປີ 2012 ແລະ ກອງປະຊຸມຄະນະນຳກະຊວງ ໄດ້ຕົກລົງເປັນເອກະພາບຮັບຮອງເອົາແບບເຄື່ອງໝາຍຂອງກະຊວງນີ້ ໃນວັນທີ 17/05/2013 ທີ່ຜ່ານມາ.
ເວົ້າລວມແລ້ວ ເຄື່ອງໝາຍໃໝ່ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຄິດຄົ້ນອອກແບບ ແມ່ນໄດ້ອີງໃສ່ແນວຄິດ ລະຫວ່າງ ຄວາມທັນສະໄໝໃໝ່ ປະສົມປະສານກັບສີສະເພາະຂອງກະຊວງ, ເຊິ່ງໄດ້ຖືກນຳໃຊ້ ແລະ ຄຸ້ນເຄີຍກັບສາຍ ຕາຂອງສັງຄົມ ໃນ ສປປ ລາວ ມີລັກສະນະດັ່ງນີ້:
ເຄື່ອງໝາຍປະກອບດ້ວຍດັ່ງນີ້:
- ເປັນຮູບວົງຮູບໄຂ່ ທີ່ມີພື້ນເປັນສີເຫຼືອງ, ໝາຍເຖິງວຽກໂຍທາທິການ ໂດຍລວມ ນັບທັງວຽກຂົວທາງ, ເຄຫາ, ຂົນສົ່ງ ປະເພດຕ່າງໆ ມີໂຕໜັງສືຢູ່ໃຈກາງຂອງເຄື່ອງໝາຍ ຂຽນເປັນພາສາລາວວ່າ “ຍທຂ” ຢູ່ເທິງ ແລະ ພາສາ ອັງກິດວ່າ “ PWT ” ຢູ່ລຸ່ມເປັນໜັງສືສີດໍາ.
- ລູກສອນຢູ່ຈອມຂອງເຄື່ອງໝາຍເປັນສີຟ້າ ໝາຍເຖິງວຽກເຮືອບິນ(ວຽກການບິນ) ແລະ ເສັ້ນຄ້າຍຄືແມ່ນໍ້າຢູ່ ຂອບລຸ່ມ ຂອງເຄື່ອງໝາຍເປັນສີຟ້າ ໝາຍເຖິງວຽກໂຍທາທາງນ້ຳ ແລະ ນ້ຳປະປາ.
- ມີຮູບເສັ້ນທາງຫຼວງ ແລະ ເສັ້ນທາງລົດໄຟຢູ່ດ້ານຂ້າງທັງສອງພາກຂອງເຄື່ອງ ໝາຍເປັນສີເທົາ.
- ສີທີ່ໃຊ້ໃນເຄື່ອງໝາຍ ມີສາມ ສີ ຄື: ດຳ, ຟ້າ ແລະ ເຫຼືອງ ເຊິ່ງແບ່ງອອກເປັນຄວາມໝາຍດັ່ງນີ້:
- ສີທຳອິດທີ່ຖືກເລືອກແມ່ນສີເຫຼືອງ, ເຊີ່ງແມ່ນສີສະຫວ່າງຂອງດວງຕາເວັນໃນຍາມເຊົ້າເໝືອນກັບວ່າ ກະຊວງ ດັ່ງກ່າວນີ້ປຽບຄືກັບທວນໄຟດວງທຳອິດທີ່ກໍ່ ໃຫ້ເກີດແສງສະຫວ່າງ, ພ້ອມດຽວກັນນັ້ນກໍ່ແມ່ນສີ ທີ່ເປັນສັນຍາລັກ ຂອງການເຕືອນອັນຕະລາຍ ແລະ ຖືກນຳໃຊ້ຢູ່ໃນມາດຕະຖານຂອງ ໂຍທາທິການ ສາກົນ.
- ສີ ຟ້າ ສ່ວນຫລາຍຈະສື່ເຖິງຄວາມກ້ວາງໃຫຍ່ໄພສານ ເຊິ່ງໃນນີ້ໄດ້ສື່ໃຫ້ເຫັນເຖິງສາຍນ້ຳ ແລະ ທ້ອງຟ້າອັນບໍລິສຸດ ຜຸດຜ່ອງ ແລະ ສົດໃສຂອງເມືອງລາວ.
- ສີ ດຳ ແມ່ນສີທີ່ເປັນສັນຍາລັກແຫ່ງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງ, ເຊິ່ງເຮົາໄດ້ເລືອກເອົາມາໃຊ້ເປັນສີ ຄໍາຫຍໍ້ຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ “ ຍທຂ, PWT” ເບິ່ງລວມແລ້ວຄື່ອງໝາຍນີ້ເຮົາເຫັນໄດ້ ເຖິງຄວາມກະທັດຫັດ, ຄວາມສະອາດ, ຄວາມທັນສະໄໝ, ຄວາມແຈ່ມແຈ້ງດ້ວຍສີສັນອັນງົດງາມ ແລະ ກຳລັງກ້າວ ຂຶ້ນໄປທະລຸເປົ້າໝາຍຍຸດທະສາດ ຂອງຂະແໜງການພວກເຮົາ, ທີ່ສື່ໃຫ້ເຫັນເຖິງພາລະບົດ ບາດໂດຍລວມຮອບດ້ານ ຂອງກະຊວງໄດ້ດີ.
ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງ ຍທຂ ຕ້ອນຮັບ ຄະນະຜູ້ແທນຈາກ ສ. ເບລາຣຸສ
- Details
- Published on ພະຫັດ, 20 ມິຖຸນາ 2013 08:11
ໃນຕອນບ່າຍຂອງວັນທີ 17 ມິຖຸນາ 2013 ຢູ່ທີ່ຫ້ອງຮັບແຂກກະຊວງ ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງຄະນະຜູ້ແທນ ສ. ເບລາຣຸສ ນຳໂດຍທ່ານ Nikolai SNOPKOV ລັດຖະມົນຕີວ່າການກະຊວງເສດຖະກິດ ແຫ່ງສາທາລະນະລັດເບລາຣຸສ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-19 ມິຖຸນາ 2013. ບັນຍາກາດການພົບປະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບ ແລະຄວາມຮັກແພງເຊີ່ງກັນ ແລະ ກັນ ຊຶ່ງທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທການ ແລະ ຂົນສົ່ງ ກໍໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ກະຊວງໂຍທາທິການ ແລະຂົນສົ່ງ ອັນຈະເປັນການເພີ່ມພູນຄູນສ້າງສາຍພົວພັນ ແລະການຮ່ວມ ມື ລະຫວ່າງ ກະຊວງໂຍທາທການ ແລະຂົນສົ່ງ ແລະ ກະຊວງເສດຖະກີດ ແຫ່ງສາທາລະນະລັດເບລາຣຸສ ໃຫ້ໜັກແໜ້ນ ຍິ່ງໆຂື້ນ. ທັງສອງຝ່າຍສະແດງຄວາມຍິນດີທີ່ເຫັນວ່າການ ພົວພັນ ແລະການຮ່ວມມືລະຫວ່າງ ກະຊວງໂຍທາທການ ແລະຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງເສດຖະກີດ ແຫ່ງສາທາລະນະລັດເບລາຣຸສ ໄດ້ມີບາດກ້າວຂະຫຍາຍຕົວດີຂື້ນເປັນລຳດັບ ແລະການມາຢ້ຽມຢາມຂອງຄະນະຜູ້ແທນໃນເທື່ອນີ້ ແມ່ນໄດ້ຢືນຢັນເຖິງຄວາມຕັ້ງໜ້າ ແລະເອົາໃຈໃສ່ ໃນການພົວພັນຮ່ວມມືສອງກະຊວງ ໃຫ້ເກີດຜົນປະໂຫຍດຢ່າງເປັນຮູບປະທຳ.
ພິທີປະກາດ ເມືອງຄູນ ແລະເມືອງ ທ່າໂທມ ເປັນເມືອງຫຼຸດ ພົ້ນອອກ ຈາກເມືອງທຸກຍາກ
- Details
- Published on ຈັນ, 17 ມິຖຸນາ 2013 07:00
ໃນທີ່ສຸດເມືອງຄູນ ແລະ ເມືອງ ທ່າໂທມ ແຂວງຊຽງຂວາງ ກໍສາມາດສູ້ຊົນພັດທະນາເສດຖະກິດ, ຍົກລະດັບຊີວິດ ການເປັນຢູ່ຂອງ ພໍ່ແມ່ປະຊາຊົນ ພາຍໃນ 02 ເມືອງດັ່ງກ່າວຫຼຸດພົ້ນອອກຈາກເມືອງທຸກຍາກທີ່ສຸດໃນ 47 ເມືອງທຸກ ຍາກທີ່ສຸດໃນທົ່ວປະເທດ. ຊຶ່ງພິທີປະກາດຢ່າງ ເປັນທາງການໄດ້ຈັດຂຶ້ນໃນວັນທີ 14 -15 ມິຖຸນາ 2013 ທີ່ຜ່ານມາ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີວ່າການ, ປະຈໍາຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ກໍໃຫ້ກຽດເຂົ້າຮ່ວມໃນພິທີ ປະກາດ, ຕັດແຖບຜ້າເປີດ ແລະ ລັ່ນຄອງ 09 ບາດ ເພື່ອເປັນສິລີມຸງຄຸນ ແລະ ສຈ ດຣ ສົມກົດ ມັງໜໍ່ເມກ ກໍາມະການສູນກາງ ພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຊຽງຂວາງ ກໍໃຫ້ກຽດເຂົ້າຮ່ວມ. ຊ່ອງໜ້າການນຳຈາກຂັ້ນສູນກາງ ຈາກກະຊວງຕ່າງໆ, ຈາກຂັ້ນແຂວງຊຽງຂວາງ, ພ້ອມປະຊາຊົນພາຍໃນເມືອງ. ຊຶ່ງຕາງໜ້າກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍແມ່ນ ທ່ານ ລັນ ແສງອາພອນ, ຄະນະພັກກະ ຊວງ, ເລຂາ ໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໃຫ້ກຽດເຂົ້າຮ່ວມ ແລະ ຕາງໃຫ້ ກະຊວງ ຍທຂ ມອບເງິນອຸປະຖຳ ເຂົ້າໃນການ ສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ 02 ເມືອງທີ່ຫາກໍ່ຫຼຸດພົ້ນອອກຈາກເມືອງທີ່ທຸກຍາກ ທີ່ສຸດ ໃນ ສປປ ລາວ ເມືອງລະ 2.000.000 ກີບ ລວມເປັນຈຳນວນເງິນ 4.000.000 ກີບ. ຫຼັງຈາກນັ້ນ ທ່ານ ລັນ ແສງອາພອນ ກໍ່ຍັງລົງຢ້ຽມຢາມ ຫ້ອງການ ໂຍທາການທິການ ແລະ ຂົນສົ່ງ 02 ເມືອງດັ່ງກ່າວ ເພື່ອໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິວັດວຽກງານ, ພ້ອມລົງຕິດຕາມຊຸກຍູ້ຄວາມຄຶບໜ້າຂອງວຽກງານຈໍານວນໜຶ່ງ ຂອງຂະແໜງ ຍທຂ ເຊັ່ນ: ວຽກງານກໍ່ສ້າງຂົວ, ທາງ, ຕະຝັ່ງກັ່ນເຈື່ອນ ແລະ ອື່ນໆ.. ..ພາຍໃນ 02 ເມືອງດັ່ງກ່າວຕື່ມອີກ.
More Articles...
- ການນຳ ແລະຄະນະກຳມະການ ເພື່ອແມ່ ແລະເດັກ ກະຊວງ ຍທຂ ມອບເງິນໃຫ້ ຄະນະກຳມະການ ເພື່ອແມ່ ແລະເດັກ ແຫ່ງຊາດ
- ພິທີເປີດຝຶກອົບຮົມ ກ່ຽວກັບປື້ມຄູ່ມື ການວາງແຜນຜັງຕົວ ເມືອງ ໃຫ້ແກ່ ພະນັກງານໃນຂະແໜງ ຍທຂ
- ເຜີຍແຜ່ລະບຽບການ ແລະແບບຟອມ ລະບົບການປັບປຸງ ສຳລັບການເກັບ ກຳຂໍ້ມູນຂ່າວສານກ່ຽວກັບຜົນປະຕິ ບັດງານ ຂອງຂະແໜງການນ້ຳປະປາ
- ກອງປະຊຸມກວດກາແບບແຕ້ມເຕັກນິກ ແລະມູນຄ່າການກໍ່ສ້າງຂົວເຫຼັກ ເບເລ່ 69 ແຫ່ງໃນທົ່ວປະເທດ