ຂ່າວພາຍໃນກະຊວງ
ພິທີປະກາດ ເມືອງຄູນ ແລະເມືອງ ທ່າໂທມ ເປັນເມືອງຫຼຸດ ພົ້ນອອກ ຈາກເມືອງທຸກຍາກ
- Details
- Published on ຈັນ, 17 ມິຖຸນາ 2013 07:00
ໃນທີ່ສຸດເມືອງຄູນ ແລະ ເມືອງ ທ່າໂທມ ແຂວງຊຽງຂວາງ ກໍສາມາດສູ້ຊົນພັດທະນາເສດຖະກິດ, ຍົກລະດັບຊີວິດ ການເປັນຢູ່ຂອງ ພໍ່ແມ່ປະຊາຊົນ ພາຍໃນ 02 ເມືອງດັ່ງກ່າວຫຼຸດພົ້ນອອກຈາກເມືອງທຸກຍາກທີ່ສຸດໃນ 47 ເມືອງທຸກ ຍາກທີ່ສຸດໃນທົ່ວປະເທດ. ຊຶ່ງພິທີປະກາດຢ່າງ ເປັນທາງການໄດ້ຈັດຂຶ້ນໃນວັນທີ 14 -15 ມິຖຸນາ 2013 ທີ່ຜ່ານມາ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີວ່າການ, ປະຈໍາຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ກໍໃຫ້ກຽດເຂົ້າຮ່ວມໃນພິທີ ປະກາດ, ຕັດແຖບຜ້າເປີດ ແລະ ລັ່ນຄອງ 09 ບາດ ເພື່ອເປັນສິລີມຸງຄຸນ ແລະ ສຈ ດຣ ສົມກົດ ມັງໜໍ່ເມກ ກໍາມະການສູນກາງ ພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຊຽງຂວາງ ກໍໃຫ້ກຽດເຂົ້າຮ່ວມ. ຊ່ອງໜ້າການນຳຈາກຂັ້ນສູນກາງ ຈາກກະຊວງຕ່າງໆ, ຈາກຂັ້ນແຂວງຊຽງຂວາງ, ພ້ອມປະຊາຊົນພາຍໃນເມືອງ. ຊຶ່ງຕາງໜ້າກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍແມ່ນ ທ່ານ ລັນ ແສງອາພອນ, ຄະນະພັກກະ ຊວງ, ເລຂາ ໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໃຫ້ກຽດເຂົ້າຮ່ວມ ແລະ ຕາງໃຫ້ ກະຊວງ ຍທຂ ມອບເງິນອຸປະຖຳ ເຂົ້າໃນການ ສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ 02 ເມືອງທີ່ຫາກໍ່ຫຼຸດພົ້ນອອກຈາກເມືອງທີ່ທຸກຍາກ ທີ່ສຸດ ໃນ ສປປ ລາວ ເມືອງລະ 2.000.000 ກີບ ລວມເປັນຈຳນວນເງິນ 4.000.000 ກີບ. ຫຼັງຈາກນັ້ນ ທ່ານ ລັນ ແສງອາພອນ ກໍ່ຍັງລົງຢ້ຽມຢາມ ຫ້ອງການ ໂຍທາການທິການ ແລະ ຂົນສົ່ງ 02 ເມືອງດັ່ງກ່າວ ເພື່ອໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິວັດວຽກງານ, ພ້ອມລົງຕິດຕາມຊຸກຍູ້ຄວາມຄຶບໜ້າຂອງວຽກງານຈໍານວນໜຶ່ງ ຂອງຂະແໜງ ຍທຂ ເຊັ່ນ: ວຽກງານກໍ່ສ້າງຂົວ, ທາງ, ຕະຝັ່ງກັ່ນເຈື່ອນ ແລະ ອື່ນໆ.. ..ພາຍໃນ 02 ເມືອງດັ່ງກ່າວຕື່ມອີກ.
ພິທີເປີດຝຶກອົບຮົມ ກ່ຽວກັບປື້ມຄູ່ມື ການວາງແຜນຜັງຕົວ ເມືອງ ໃຫ້ແກ່ ພະນັກງານໃນຂະແໜງ ຍທຂ
- Details
- Published on ສຸກ, 14 ມິຖຸນາ 2013 02:58
ໃນວັນທີ 13 ຫາ 14 ມີຖຸນາ 2013 ຢູ່ທີ່ສະຖາບັນໂຍທາ ແລະ ຂົນສົ່ງ ໄດ້ຈັດພິທີເປີດຝຶກອົບຮົມກ່ຽວກັບປື້ມຄູ່ມືການວາງແຜນຜັງຕົວເມືອງ ໃຫ້ແກ່ພະນັກງານໃນຂະແໜງ ໂຍທາທິການ ແລະ ຂົນສົ່ງ, ໂດຍການເປັນປະທານຂອງທ່ານ ນ. ວິໄລຄຳ ໂພສາລາດ ຄະນະພັກກະຊວງ ຍທຂ, ຫົວໜ໊າສະຖາບັນໂຍທາ ແລະ ຂົນສົ່ງ, ມີບັນດາຄະນະຜູ້ແທນຈາກຂະແໜງການ ຍທຂ ແຂວງບໍ່ແກ້ວ, ຜົ້ງສາລີ, ຫົວພັນ, ນະຄອນຫລວງວຽງຈັນ, ກົມເຄຫາ-ຜັງເມືອງ, ກົມວາງແຜນ ແລະພັດທະນາທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ແລະບັນດານັກວິທະຍາກອນ ເຂົ້າຮ່ວມຢ່າງພ້ອມພຽງທັງໝົດ 38 ທ່ານ ຍີງ 2 ທ່ານ. ໃນການເປີດຝຶກອົບຮົມໃນຄັ້ງນີ້ມີ 3 ຈຸດປະສົງຄື:
1) ເພື່ອເຜິຍແຜ່ປື້ມຄູ່ມືການວາງແຜນຜົງຕົວເມືອງ ໃຫ້ບັນດານັກວິຊາການ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ ໃນຂອບເຂດທົ່ວປະເທດ ເພື່ອແນະນຳວິທີການດຳເນີນງານ ການວາງແຜນຜົງເມືອງ ໃຫ້ເປັນມາດຕະຖານອັນດຽວກັນ, ວິທີການດັ່ງກ່າວນີ້ ຈະຮັບປະກັນໃຫ້ແກ່ການວາງແຜນ ແລະທົບທວນແຜນຜັງຕົວເມືອງ ໃຫ້ມີຄວາມເປັນເອກະພາບນພກັນ.
2) ເພື່ອໃຫ້ທຳຄວາມເຂົ້າໃຈໃນການວາງແຜນຜັງເມືອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຕ້ອງໄດ້ຮຽນຮູ້ ເຂົ້າໃຈບັນດາຂັ້ນຕອນ, ໜ້າວຽກ ແລະວີທີການໃນການວາງແຜນຜັງເມືອງ ທີ່ກຳນົດໄວ້ໃນ ປື້ມຄູ່ມື.
3) ເພື່ອເປັນການປືກສາຫາລືຖອດຖອນບົດຮຽນ ຈາກການປະຕິບັດວຽກງານຕົວຈີງ ທີ່ຜ່ານມາໃນທ້ອງຖີ່ນ, ສູນກາງ ໂດຍສົມທຽບໃສ່ກັບປື້ມຄູ່ມື. ການເປີດຝຶກອົບຮົມໃນເທື່ອນິ້ ຈະດຳເນີນໄປເປັນເວລາ 2 ວັນ ຈີ່ງຈະສຳເລັດ.
ການນຳ ແລະຄະນະກຳມະການ ເພື່ອແມ່ ແລະເດັກ ກະຊວງ ຍທຂ ມອບເງິນໃຫ້ ຄະນະກຳມະການ ເພື່ອແມ່ ແລະເດັກ ແຫ່ງຊາດ
- Details
- Published on ສຸກ, 14 ມິຖຸນາ 2013 08:58
ໃນວັນທີ 13 ມີຖຸນາ 2013 ທີ່ຫ້ອງວ່າການລັດຖະບານ ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນສະໜັບສະໜູນ ຂະບວນການສະເຫລິມສະຫລອງ ວັນເດັກນ້ອຍສາກົນ 1 ມີຖຸນາ 2013 ຈຳນວນ 10.000.000 ກີບ ໃຫ້ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ປະທານຄະນະກຳມະການ ເພື່ອແມ່ ແລະ ເດັກແຫ່ງຊາດ.
ໃນໂອກາດນີ້ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ປະທານຄະນະກຳມະການ ເພື່ອແມ່ ແລະ ເດັກແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະກຳມະການ ເພື່ອແມ່ ແລະ ເດັກແຫ່ງຊາດ ສະແດງຄວາມຂອບອົກຂອບໃຈມາທາງການນຳກະຊວງ ຍທຂ ກໍຄືພະນັກງານ, ລັດຖະກອນ ພາຍໃນກະຊວງ ຍທຂ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້ ເຊີ່ງຈຳນວນເງິນທີ່ໄດ້ຮັບ ແມ່ນຈະນຳໃຊ້ໃຫ້ເປັນປະໂຫຍດ ໃນການພັດທະນາເດັກ ໂດຍສະເພາະຄະນະກຳມະການ ເພື່ອແມ່ ແລະ ເດັກແຫ່ງຊາດ ມີແຜນຈະສຶບຕໍ່ເຄື່ອນໄຫວກິດຈະກຳຕ່າງໆ ແລະການຈັດການຝຶກອົບຮົມ ດ້ານວິຊາຊີບໃຫ້ເດັກນ້ອຍ ໃນໄລຍະຜ່ານມາຄະນະກຳມະການ ເພື່ອແມ່ ແລະ ເດັກແຫ່ງຊາດ ໄດ້ດຳເນີນການສະເຫລີມສະຫລອງວັນເດັກນ້ອຍສາກົນໃນປີ 2013 ຢ່າງຟົດຟື້ນ ເປັນຕົ້ນໄດ້ຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອ ໃຫ້ບັນດາໂຮງໝໍແຫ່ງຕ່າງໆ ແລະສ້າງກິດຈະກຳອື່ນໆອີກ ດ້ວຍຜົນສຳເລັດ.
ເຜີຍແຜ່ລະບຽບການ ແລະແບບຟອມ ລະບົບການປັບປຸງ ສຳລັບການເກັບ ກຳຂໍ້ມູນຂ່າວສານກ່ຽວກັບຜົນປະຕິ ບັດງານ ຂອງຂະແໜງການນ້ຳປະປາ
- Details
- Published on ຈັນ, 10 ມິຖຸນາ 2013 08:32
ໃນວັນທີ່ 30 – 31 ຢູ່ທີ່ທ່າລາດ ແຂວງ ວຽງຈັນ ໄດ້ເປີດກອງປະຊຸມວິຊາການ ເພື່ອແນະ ນຳວິທີການບັນທຶກ ແລະ ເຜີຍແຜ່ລະບຽບການ ແລະ ແບບຟອມສະບັບປັບປຸງ ສຳລັບການເກັບກຳຂໍ້ມູນຂ່າວສານ ກ່ຽວກັບຜົນການປະຕິບັດງານ ຂອງຂະແໜງການນ້ຳປະປາ, ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການ ທັງເປັນປະທານຄະນະກຳມະການ ດັດສົມທຸລະກິດນ້ຳປະປາ, ມີທ່ານ ມາຊາຮີໂຮະ ຊີໂມມຸຣະ ຫົວໜ້າທີ່ປຶກສາໂຄງການ ພັດທະນາ ຄວາມອາດສາມາດດ້ານການຄຸ້ມຄອງໃຫ້ແກ່ຂະແໜງນ້ຳປະປາ ກົມເຄຫາ-ຜັງເມືອງ ກະຊວງ ຍທຂ, ມີບັນດາຫົວໜ້າ ແລະຮອງຫົວໜ້າພະແນກ ຍທຂ, ມີບັນດາຫົວໜ້າ ແລະຮອງຫົວໜ້າລັດວິສາຫະກິດນ້ຳປະປາ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ແລະມີບັນດາພະນັກງານຈາກພະແນກອ້ອມຂ້າງກະຊວງເຂົ້າຮ່ວມທັງໝົດ 98 ທ່ານ ຍີງ 12 ທ່ານ.
ກອງປະຊຸມໄດ້ສະເໜີເນື້ອໃນເອກະສານທາງດ້ານວິຊາການ ທີ່ສຳຄັນເພື່ອເປັນຫົວຂໍ້ເນື້ອໃນປຶກສາຫາລື ແລະຄົ້ນຄ້ວາດ້ານວິຊາການ ກ່ຽວກັບວຽກງານດັດສົມນ້ຳປະປາ ມີລາຍລະອຽດດັ່ງລຸ່ມນີ້:
1) ບົດຄວາມຈຳເປັນຂອງການດັດສົມທຸລະກິດນ້ຳປະປາ;
2) ບົດຄວາມຈຳເປັນຂອງການທົບທວນລາຄານ້ຳປະປາ;
3) ບົດແຈ້ງການແນະນຳ ກ່ຽວກັບເປົ້າໝາຍຂອງການປະຕິບັດງານ ຂອງຜູ້ໃຫ້ບໍລິການ ແລະ ການຕິດຕາມກວດກາ ການບໍລິການ ຂອງຜູ້ດັດສົມທຸລະກິດນ້ຳປະປາ;
4) ບົດແບບຟອມເກັບກັບຂໍມູນ ສະບັບປັບປຸງ ແລະແນະນຳ ວິທີການບັນທຶກເກັບກຳ ແລະນຳສົ່ງຂໍ້ມູນ.
ຜ່ານການສະເໜີ 4 ເນື້ອໃນເອກະສານທີ່ກ່າວມາຂ້າງເທີງນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນຄົ້ນຄ້ວາປະກອບຄຳຄິດຄຳເຫັນ ເພື່ອປຶກສາຫາລື ແລະຄົກລົງເປັນເອກກະ ພາບກັບບັນດາເອກະສານດັ່ງກ່າວມີລາຍລະອຽດດັ່ງລຸ່ມນີ້:
1) ເຫັນດີເປັນເອກະພາບທາງດ້ານເນື້ອໃນ, ລະບຽບຫລັກການຂອງການດຳເນີນທຸລະກິດນ້ຳປະປາ ພາຍໃຕ້ການດັດສົມຂອງລັດ;
2) ເຫັນດີເປັນເອກະພາບ ກັບນະໂຍບາຍລາຄານ້ຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍຈະດຳເນີນການທົບທວນເປັນແຕ່ລະປີ ແລະທຸກໆ 3 ປີ ເພື່ອວາງແຜນ ແລະດຳເນີນທຸລະກິດ ໃຫ້ມີສະຖຽນລະພາບທາງດ້ານເຕັກນິກ, ເສດຖະກິດ ແລະເກີດຜົນປະໂຫຍດສູງສຸດແກ່ສັງຄົມ, ສຳລັບການຄົ້ນຄ້ວາ ເພື່ອດັດປັບລາຄານ້ຳປະປາ ແມ່ນຈະໄດ້ດຳເນີນການ ແລະສະເໜີຕາມຂັ້ນຕອນ ຕາມພາລະບົດບາດໜ້າທີ່ຮັບຜິດຊອບ ຂອງຂະແໜງການທີ່ກ່ຽວຂ້ອງເພື່ອຮັບຮອງເອົາ;
3) ເຫັນດີເປັນເອກະພາບ ປະຕິບັດຕາມແຈ້ງການແນະນຳ ກ່ຽວກັບເປົ້າໝາຍ ຂອງການປະຕິບັດງານ ຂອງຜູ້ໃຫ້ບໍລິການ ແລະການຕິດຕາມກວດກາ ການບໍລິການ ຂອງຜູ້ດັດສົມທຸລະກິດນ້ຳປະປາດັ່ງກ່າວ ໂດຍຈະຜັນຂະຫຍາຍວິທີການຈັດຕັ້ງປະຕິບັດ ເປັນເປົ້າໝາຍການປະຕິບັດງານເປັນສອງໄລຍະຄື: ໄລຍະກາງ ແລະໄລຍະຍາວ;
4) ເຫັນດີເປັນເອກະພາບ ກັບແບບຟອມເກັບກຳຂໍ້ມູນ ແລະກຳມະວິທີ ໃນການຈົດກ່າຍ, ບັນທຶກຂໍ້ມູນ, ເກັບກຳຂໍ້ມູນ,ຮັກສາຂໍ້ມູນ ແລະນຳສົ່ງຂໍ້ມູນຕາມແບບຟອມ ທີ່ໄດ້ກຳນົດໄວ້, ພ້ອມກັນນັ້ນ ເຫັນດີຈະໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຖານຂໍ້ມູນ ຕາມໜ້າທີ່ພາລະບົດບາດ ແລະຕຳແໜ່ງງານອັນເໝາະສົມ.