ຂ່າວພາຍໃນກະຊວງ
ກອງປະຊຸມກວດກາແບບແຕ້ມເຕັກນິກ ແລະມູນຄ່າການກໍ່ສ້າງຂົວເຫຼັກ ເບເລ່ 69 ແຫ່ງໃນທົ່ວປະເທດ
- Details
- Published on ສຸກ, 07 ມິຖຸນາ 2013 01:29
ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ສະບັບເລກທີ 1464/ຍທຂ ລົງວັນທີ 19 ພະຈິກ 2008 ແລະອີງຕາມໜັງສືຂອງບໍລິສັດ CAMCE ສະບັບ ເລກທີ 159/CAMCE ລົງວັນທີ 10 ພຶດສະພາ. ດັ່ງນັ້ນໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2013 ກົມຂົວທາງ ຈຶ່ງໄດ້, ຈັດກອງປະຊຸມກວດກາແບບແຕ້ມເຕັກນິກ ແລະມູນຄ່າການກໍ່ສ້າງຂົວເຫຼັກເບເລ່ 69 ແຫ່ງໃນທົ່ວປະເທດ ທີ່ບໍລິສັດ China CAMC Engineering Co.Ltd ໄດ້ມີການສໍາຫຼວດອອກແບບ ແລະສະເໜີກວດກາຜ່ານແບບ ພ້ອມດ້ວຍບໍລິມາດ. ກອງປະຊຸມໄດ້ຈັດຂື້ນຢູ່ທີຫ້ອງປະຊຸມໃຫຍ່ ເບີ 01 ຂອງກະຊວງ ຍທຂ.
ໂດຍການເປັນປະທານຂອງ ທ່ານ ດຣ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງ ຍທຂ. ເຂົ້າຮ່ວມກອງປະຊຸມມີຄະນະຮັບຜິດຊອບເຈລະຈາ ໂຄງການກໍ່ສ້າງ ແລະສະໜອງຂົວເບເລ, ບັນດາພະແນກ ຍທຂ ໃນແຕ່ລະແຂວງ 17 ແຂວງໃນທົ່ວປະເທດ. ໂຄງການດັ່ງກ່າວແມ່ນເລີ່ມສໍາຫຼວດ ແຕ່ປີ 2010. ສໍາເລັດການອອກແບບເບື້ອງຕົ້ນໃນປີ 2011 ແລະສໍາເລັດການອອກແບບລະອຽດປີ 2012. ຊຶ່ງໃນຕອນນັ້ນ ຈໍານວນຂົວທັງໝົດມີ 69 ແຫ່ງ ແຕ່ປະຈຸບັນແມ່ນຫຼຸດລົງ 21 ແຫ່ງ ເຫຼືອ 48 ແຫ່ງ. ສາມາດສັງລວມໄດ້ດັ່ງນີ້:
- ເຂດພາກເໜືອ 8 ແຂວງ:
- ແຂວງຜົ້ງສາລີ ມີ 2 ແຫ່ງ ມີລວງຍາວທັງໝົດ 73.15 ແມັດ.
- ແຂວງຫຼວງນໍ້າທາ ມີ 6 ແຫ່ງ ແຕ່ທາງແຂວງໄດ້ກໍ່ສ້າງໄປແລ້ວ 1ແຫ່ງ, ປະຈຸບັນຍັງເຫຼືອ 5 ແຫ່ງ ທີ່ຈະມີການກໍ່ສ້າງ ມີລວງຍາວທັງໝົດ 158.49 ແມັດ.
- ແຂວງບໍ່ແກ້ວ ມີ 5 ແຫ່ງ ມີລວງຍາວທັງໝົດ 170.68 ແມັດ.
- ແຂວງອຸດົມໄຊ ມີ 5 ແຫ່ງ ມີລວງຍາວທັງໝົດ 247 ແມັດ. ມາຮອດປະຈຸບັນທາງແຂວງໄດ້ ກໍ່ສ້າງສໍາເລັດທັງ 5 ແຫ່ງແລ້ວ.
- ແຂວງຫົວພັນ ມີ 3 ແຫ່ງ ມີໜຶ່ງແຫ່ງທີ່ກໍາລັງຈະກໍ່ສ້າງຈາກບໍລິສັດເອກະຊົນ, ປະຈຸບັນຍັງ ເຫຼືອ 2 ແຫ່ງທີ່ຈະມີການກໍ່ສ້າງ ຊຶ່ງມີລວງຍາວທັງໝົດ 188.97 ແມັດ.
- ແຂວງຫຼວງພະບາງ ມີ 3 ແຫ່ງ ມີລວງຍາວທັງໝົດ 146.3 ແມັດ.
- ແຂວງຊຽງຂວາງ ມີ 4 ແຫ່ງ ແຕ່ທາງແຂວງກໍາລັງຈະກໍ່ສ້າງ 2 ແຫ່ງ ປະຈຸບັນຍັງເຫຼືອ 2 ແຫ່ງ ທີ່ຈະກໍ່ສ້າງ ມີລວງຍາວທັງໝົດ 158.5 ແມັດ.
- ແຂວງໄຊຍະບູລີ ມີ 5 ແຫ່ງ ມີລວງຍາວທັງໝົດ 286.54 ແມັດ.
- ພາກກາງ
- ແຂວງວຽງຈັນ ມີ 5 ແຫ່ງ ແຕ່ທາງແຂວງໄດ້ກໍ່ສ້າງສໍາເລັດ 1 ແຫ່ງ ແລະກໍາລັງກໍ່ສ້າງຢູ່ 2 ແຫ່ງ. ປະຈຸບັນຍັງເຫຼືອ 2 ແຫ່ງທີ່ຈະມີການກໍ່ສ້າງ ມີລວງຍາວທັງໝົດ 231.65 ແມັດ.
- ນະຄອນຫຼວງວຽງຈັນ ມີ 2 ແຫ່ງ ທາງນະຄອນຫຼວງວຽງຈັນໄດ້ກໍ່ສ້າງສໍາເລັດແລ້ວ 1 ແຫ່ງ ແລະກໍາລັງຂໍອະນຸມັດຈາກຂັ້ນເທິງເພື່ອກໍ່ສ້າງອີກ 1 ແຫ່ງ.
- ແຂວງບໍລິຄໍາໄຊ ມີ 4 ແຫ່ງ ມີລວງຍາວທັງໝົດ 103.64 ແມັດ.
- ແຂວງຄໍາມ່ວນ ມີ 5 ແຫ່ງ ແຕ່ທາງແຂວງໄດ້ກໍ່ສ້າງສໍາເລັດແລ້ວຈໍານວນໜຶ່ງ ແລະສ່ວນທີ່ ເຫຼືອກໍ່ໄດ້ສັນຍາກໍ່ສ້າງໝົດແລ້ວ.
- ພາກໃຕ້
- ແຂວງສະຫວັນນະເຂດ ມີ 3 ແຫ່ງ ມີລວງຍາວທັງໝົດ 121.93 ແມັດ.
- ແຂວງສາລະວັນ ມີ 7 ແຫ່ງ ມີລວງຍາວທັງໝົດ 557.79 ແມັດ.
- ແຂວງຈໍາປາສັກ ມີ 5 ແຫ່ງ ແຕ່ທາງແຂວງໄດ້ກໍ່ສ້າງສໍາເລັດແລ້ວ 2 ແຫ່ງ, ກໍາລັງກໍ່ສ້າງຢູ່ 1 ແຫ່ງ, ປະຈຸບັນຍັງເຫຼືອແຕ່ 2 ແຫ່ງທີ່ຈະມີການກໍ່ສ້າງ ຊຶ່ງມີລວງຍາວທັງໝົດ 60.96 ແມັດ.
- ແຂວງເຊກອງ ມີ 2 ແຫ່ງ ມີລວງຍາວທັງໝົດ 51.81 ແມັດ.
- ແຂວງອັດຕະປື ມີ 3 ແຫ່ງ ມີລວງຍາວທັງໝົດ 170.69 ແມັດ.
ໃນການກໍ່ສ້າງຂົວດັ່ງກ່າວເປັນຂົວ ທີ່ໃຊ້ຕາມມາດຖານ AASHTO. HS20 ແລະHS15
ເປັນປະເພດຂົວເຫຼັກ HD200 ມີໜຶ່ງຄອງລົດແລ່ນ, ທີ່ມີຄວາມກ້ວາງ 4.20 ແມັດ ສ່ວນການເສີມແຮງ ແມ່ນອີງຕາມມາດຖານ ແລະລວງຍາວຂອງຊ່ວງຂົວເບເລທັງໝົດ. ປະເພດ DSR ມີ ຄວາມຍາວ 2.984.03 ແມັດ, ປະເພດ DS ມີຄວາມຍາວ 505.968 ແມັດ ແລະປະເພດ TSR ມີ ຄວາມຍາວ 179.832 ແມັດ, ສໍາລັບມູນຄ່າທີ່ບໍລິສັດໄດ້ສະເໜີມາ ມີມູນຄ່າທັງໝົດ 58.900.000 ໂດລາສະຫະລັດ (ຂົວ 69 ແຫ່ງ) ຫຼັງຈາກການຫັກຈໍານວນທີ່ໄດ້ກໍ່ສ້າງໄປແລ້ວ 21 ແຫ່ງ, ຍັງເຫຼືອ 48 ແຫ່ງ ມີມູນຄ່າ 55.212.600 ໂດລາສະຫະລັດ.
ກອງປະຊູມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 35 ຈັດຂື້ນທີ່ແຂວງ ຫລວງພະບາງ ສປປ ລາວ
- Details
- Published on ຈັນ, 03 ມິຖຸນາ 2013 04:54
ໂດຍພາຍໃຕ້ການເປັນເຈົ້າພາບຂອງ ສປປ ລາວ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂື້ນຢ່າງເປັນທາງການ ທີ່ແຂວງຫລວງພະບາງ ແຕ່ວັນທີ 28-30/5 /2013 ທີ່ຜ່ານມາ.ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນີວົງ, ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ມີບັນດາຜູ້ແທນທີ່ມາຈາກ 12 ປະເທດ ທັງມາຈາກກຸ່ມປະເທດອາຊຽນ ແລະ ມາຈາກປະເທດຄູ່ຮ່ວມເຈລະຈາເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາບັນດາບັນຫາທີ່ກໍານົດໄວ້ ໃນວາລະກອງປະຊຸມດັ່ງນີ້:
- ມະຕິຕົກລົງຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 22 ທີ່ ປະເທດ ບຣູນາຍດາຣູຊາລາມ;
- ແຜນການຈັດຕັ້ງປະຕິບັດການເຂົ້າສູ່ປະຊາຄົມອາຊຽນ ແລະການຈັດຕັ້ງປະຕິບັດ ແຜນດໍາເນີນງານບຣູນາຍ;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການຂົນສົ່ງທາງອາກາດ;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການຂົນສົ່ງທາງບົກ ຄັ້ງທີ 22;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ;
- ກອງປະຊຸມໜ່ວຍວິຊາການອາຊຽນ ດ້ານການຂົນສົ່ງທາງທະເລ;
- ການລາຍງານຜົນຂອງກອງປະຊຸມສະພາປະສານງານ ການຂົນສົ່ງຜ່ານແດນຄັ້ງທີ 4;
- ການຮ່ວມມືດ້ານການຂົນສົ່ງ ກັບຄູ່ຮ່ວມເຈລະຈາ ແລະບັນຫາອື່ນໆ.
ກະຊວງໂຍທາທິການ ແລະຂົນສົ່ງ ປະຊຸມສ່ອງແສງພັກ ປະຈຳເດືອນ ພຶດສະພາ
- Details
- Published on ພຸດ, 05 ມິຖຸນາ 2013 03:36
ໃນວັນທີ 30 ພືດສະພາ 2013 ເວລາ 13:30 ໂມງ, ທີ່ຫ້ອງປະຊຸມໃຫ່ຍ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດກອງປະຊຸມສ່ອງແສງພັກກະຊວງ ຍທຂ ຂື້ນ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສົມມາດ ພົລເສນາ ເລຂາຄະນະພັກກະຊວງ, ມີຮອງເລຂາຄະນະພັກກະຊວງ, ບັນດາສະຫາຍຄະນະພັກກະຊວງ, ເລຂາ, ຮອງເລຂາ, ກຳມະການຄະນະພັກ ບັນດາຮາກຖານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນກະຊວງເຂົ້າຮ່ວມ ຈຳນວນ 36 ສະຫາຍ, ຍິງ 04 ສະຫາຍ.
ປະທານກອງປະຊຸມ ໄດ້ເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະ ໄໝທີ IX ຂອງພັກ (ໂດຍສັງລວມ) ບົດຄຳເຫັນຂອງສະຫາຍ ຈູມມະລີ ໄຊຍະສອນ ເລຂາທິການໃຫ່ຍພັກປະ ຊາຊົນປະຕິວັດ ລາວ, ປະທານປະເທດ, ບັນຫາສະພາບການຕ່າງໆທີ່ເກີດຂື້ນໃນສາກົນ, ພາກພື້ນ ແລະ ບາງເນື້ອໃນຈິດໃຈ ຂອງກອງປະຊຸມລັດຖະບານປະຈຳເດືອນ 5/2013 ຕໍ່ການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ, ກໍ່ຄືຄວາມ ຮັບຜິດຊອບຊີ້ນຳ ນຳພາຂອງຄະນະພັກກະຊວງ, ຄະນະພັກບັນດາຮາກຖານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີການບຸກທະລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ການສູ້ຊົນບັນລຸ 9 ເປົ້າໝາຍ ສະຫັດສະວັດຂອງປະເທດເຮົາ.
ພາຍຫລັງໄດ້ຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິການງານສູນກາງພັກ ຄັ້ງທີ 6 ສະ ໄໝທີ IX ຂອງພັກ ແລ້ວ, ສະຫາຍເລຂາ ຍັງໄດ້ແນະນຳໃຫ້ ຄະນະພັກແຕ່ລະຮາກຖານ ກະກຽມການຈັດຕັ້ງ ເຊື່ອມຊຶມ ຢູ່ຂັ້ນ ກະຊວງ ແລະ ຮາກຖານ ຕາມເນື້ອໃນເອກະສານມະຕິ 6 ສະໄໝທີ IX ຂອງພັກທີ່ຄະນະໂຄ ສະນາອົບຮົມສູນກາງພັກ ກຽມຈັດສົ່ງໃຫ້ແຕ່ລະອົງຄະນະພັກໃນຄໍ່ໜ້ານີ້ ໃຫ້ເລິກເຊີ່ງທົ່ວເຖິງ.
ຍີ່ປຸ່ນ ຊ່ວຍເຫຼືອກ່ຽວກັບ ການຄຸ້ມຄອງຈະລາຈອນ ທາງອາກາດຮູບແບບໃໝ່
- Details
- Published on ພະຫັດ, 23 ພຶດສະພາ 2013 04:11
ຄະນະປະທານກອງປະຊຸມ
ຄະນະຜູ້ແທນກອງປະຊຸມ ຈາກ ສປປ ລາວ
ຄະນະຜູ້ແທນກອງປະຊຸມ ຈາກ ສສ ຫວຽດນາມ
ຄະນະຜູ້ແທນກອງປະຊຸມ ຈາກ ຣາຊະອານາຈັກ ກຳປູເຈຍ
ໃນວັນທີ 16-17 ພຶດສະພາ 2013 ນີ້ ຢູ່ທີ່ສູນການຮ່ວມມືສາກົນ ແລະຝຶກອົບຮົມ ຫລັກ 5 ລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມ ປະເມີນຜົນກາງສະໄໝ ໂຄງການພັດທະນາລະບົບວິທະຍຸການບິນ ແລະການຄຸ້ມຄອງ ການຈະລາຈອນທາງອາກາດຮູບແບບໃໝ່ ລະຫວ່າງ ລາວ, ຫວຽດນາມ, ກຳປູເຈຍ ແລະຍີ່ປຸ່ນ ຄັ້ງທີ 2, ໂດຍການເປັນປະທານຂອງທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ ມີຜູ້ຕາງໜ້າຈາກການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ 84 ທ່່ານ. ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໃນໂອກາດນີ້ດ້ວຍ, ທ່ານໄດ້ຢັ້ງຢືນທັດສະນະຂອງກະຊວງ ຍທຂ ແລະ ໃຫ້ຄວາມສຳຄັນຕໍ່ຄວາມປອດໄພການບິນ ໂດຍໄດ້ຊີ້ນຳໃຫ້ ກົມການພົນລະເຮືອນ ສ້າງແຜນພັດທະນາລະບົບວິທະຍຸການບິນ ແລະການຄຸ້ມຄອງການຈະລາຈອນທາງອາກາດ ຮູບແບບໃໝ່ ແລະ ໃຫ້ມີການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ເຊິ່ງແຜນພັດທະນາດັ່ງກ່າວ ໄດ້ຖືກຮັບຮອງຈາກລັດຖະບານ ໃນເດືອນ ຕຸລາ ປີ 2012 ໂດຍມີກຳນົດການຈັດຕັ້ງປະຕິບັດຢູ່ສອງໄລຍະ ຄື: ໄລຍະທີໜຶ່ງ: ແຕ່ປີ 2013 ເຖິງປີ 2015 ແລະ ໄລຍະທີສອງ: ແຕ່ປີ 2016 ເຖິງ 2020. ເພື່ອສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ ໃຫ້ບັນລຸເປົ້າໝາຍ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ໂຄງການສ້າງຄວາມເຂັ້ມແຂງ ທາງດ້ານບຸກຄະລາກອນ ໃນການຂ້າມຜ່ານສູ່ລະບົບວິທະຍຸການບິນ ແລະ ການຄຸ້ມຄອງການຈະລາຈອນທາງອາກາດຮູບແບບໃໝ່ ແກ່ສາມປະເທດ ຄື: ສປປ ລາວ, ຫວຽດນາມ ແລະກຳປູເຈຍ, ນັບແຕ່ປີ 2011-2015 (5ປີ) ມີໜ້າວຽກສຳຄັນ ດັ່ງນີ້:
- ດ້ານດານອອກແບບແຜນທີ່ວົງຈອນຂື້ນ-ລົງ ສະໜາມບິນດ້ວຍດາວທຽມ;
- ດ້ານການກໍ່ສ້າງອາຈານສອນ ວິຊາຄຸ້ມຄອງການຈະລາຈອນທາງອາກາດ ແລະ ວິທະຍຸການບິນ;
- ດ້ານການສ້າງລະບົບຄຸ້ມຄອງຄວາມປອດໄພການຈະລາຈອນທາງອາກາດ ໂຄງການນີ້ ມີມູນຄ່າ 5 ລ້ານໂດລາສະຫະລັດ. ກອງປະຊຸມຄັ້ງນີ້ ສາມປະເທດ ຍັງໄດ້ສ້າງແຜນປະຕິບັດງານຮ່ວມກັນ ແຕ່ປີ 2013-2015 ເຊິ່ງເນັ້ນໜັກໃສ່ :
- ການຜັນຂະຫຍາຍເສັ້ນທາງບິນ, ການສ້າງວົງຈອນການບິນຂື້ນ-ລົງ ສະໜາມບິນດ້ວຍດາວທຽມ ໃນສະໜາມບິນອື່ນນອກຈາກວຽງຈັນ ແລະ ປາກເຊ, ພ້ອມນີ້ຍັງໄດ້ຄົ້ນ ຄ້ວາເຖິງການນຳໃຊ້ເຮືອບິນ ເພື່ອບິນກວດສອບຄວາມຖືກຕ້ອງ ແລະຄວາມຊັດເຈນ ຂອງການອອກແບບວົງຈອນບິນ;
- ສືບຕໍ່ກໍ່ສ້າງອາຈານສອນລະດັບສູງ;
- ການຈັດຕັ້ງປະຕິບັດລະບົບຄຸ້ມຄອງຄວາມປອດໄພການບິນ ຂອງກອງວິຊາການຄຸ້ມຄອງການຈະລາຈອນທາງອາກາດ.