ຂ່າວພາຍໃນກະຊວງ
ພິທີເຊັນສັນຍາກໍ່ສ້າງທາງ 1G (ຊ່ວງທາງແຂວງສາລະວັນ) ແຕ່ຊາຍແດນແຂວງສະຫວັນນະເຂດ ຫາ ບ້ານນາດອນຂວາງ
- Details
- Published on ອັງຄານ, 21 ພຶດສະພາ 2013 08:06
ໃນວັນທີ 18 ພຶດສະພາ 2013 ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງທາງ 1G ແຕ່ຊາຍແດນແຂວງສະຫວັນນະເຂດ ຫາ ບ້ານນາດອນຂວາງ ແຂວງສາລະວັນ ຍາວ 64,47 ກມ ລະຫວ່າງ ເຈົ້າແຂວງສາລະວັນ ກັບ ກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ, ທີ່ໂຮງແຮມລາວພລາຊ່າ ນະຄອນຫລວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຄຳບຸ່ນ ດ້ວງປັນຍາ ກຳມະການສູນກາງພັກ, ເຈົ້າແຂວງ ແຂວງສາລະວັນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ທ່ານ ດຣ ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງ ແຜນການ ແລະການລົງທຶນ, ທ່ານ ຄຳຜາຍ ສີລາຊາ ຫົວໜ້າກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ແລະວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ. ທ່ານ ແສງດາລິດ ຂັດຕິຍະສັກ ຫົວໜ້າພະແນກ ຍທຂ ແຂວງສາລະວັນ ກໍໄດ້ຂື້ນງາຍງານ ຄວາມເປັນມາຂອງໂຄງການ, ເສັ້ນທາງ 1G (ແຍກທາງ 15A ບ້ານນາດອນຂວາງ-ຊາຍແດນແຂວງສາລະວັນ/ແຂວງສະຫວັນນະເຂດ) ເປັນເສັ້ນທາງຫລວງແຫ່ງຊາດ ໄດ້ຮັບການກໍ່ສ້າງຂື້ນໃນສະໃໝສົງຄາມ ຊຸມປີ 1950 ໜ້າທາງໃນປະຈຸບັນບາງຊ້ວງປູດ້ວຍດິນເຕີລິດ, ບາງຊ້ວງປູດ້ວຍຫີນມາກາດາມເປັນຊັ້ນໆ ທີ່ມີຂະໜາດແຕກຕ່າງກັນ, ນອກນີ້ຍັງມີຂົວນ້ອຍ, ໃຫຍ່ຫລາຍແຫ່ງຕາມເສັ້ນທາງນີ້ ແຕ່ວ່າ, ໄດ້ຖືກທຳລາຍໃນສະໃໝສົງຄາມ ບໍ່ສາມາດນຳໃຊ້ໄດ້ ທີ່ເຫັນວ່າໂດດເດັ່ນ ແລະເປັນຂົວໃຫຍ່ກວ່າໝູ່ ຍາວປະທານ 200 ແມັດ ແມ່ນຂົວຂ້າມແມ່ນ້ຳເຊໂດນ ຕັ້ງຢູ່ບ້ານດ່ານ ເມືອງ ແລະ ແຂວງສາລະວັນ, ຂົວນີ້ແມ່ນອອກແບບໂດຍທ່ານ ປະທານສຸພານຸວົງ (ຂົວສຸພານຸວົງ) ເສັ້ນທາງດັ່ງກ່າວນີ້ມີທີ່ຕັ້ງກວມເອົາ ສອງແຂວງ ຄື: ແຂວງສະຫວັນນະເຂດ ແລະແຂວງສາລະວັນ ມີຄວາມຍາວທັງໝົດປະມານ 118.149 ກມ ໃນນີ້ຂື້ນກັບແຂວງສະຫວັນນະເຂດ ຍາວ 53.675 ກມ ແລະຂື້ນກັບແຂວງສາລະວັນ ຍາວ 64.47 ກມ ມີຈຸດເລີ້ມຕົ້ນຢູ່ສາມແຍກທາງເລກ 9 ກິໂລແມັດທີ 161 ບ້ານເວີນຫົງຄຳ ເມືອງພີນ ແຂວງສະຫວັນນະເຂດ ຈຸດສຸດທ້າຍຂອງເສັ້ນທາງຢູ່ສາມແຍກທາງເລກ 15A ເປັນເສັ້ນທາງເຊື່ອມຕໍ່ໃສ່ທາງຫລວງແຫ່ງຊາດເລກທີ 13 ໃຕ້ ຢູ່ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ແລະອີກເບື້ອງໜຶ່ງເຊື່ອມຕໍ່ໃສ່ທາງເລກ 15B ອອກສູ່ແຂວງກວາງຈີ້ ສສ ຫວຽດນາມ. ເສັ້ນທາງ 1G ນີ້ ເປັນເສັ້ນທາງຍຸດທະສາດເຊື່ອມຕໍ່ ລະຫວ່າງສອງແຂວງສະຫວັນນະເຂດ ແລະແຂວງສາລະວັນ ພ້ອມທັງຮັບໃຊ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສາມາດເຂົ້າເຖິງເຂດຫ່າງໄກສອກຫລີກ ເພີ່ມຂີດຄວາມສາມາດ ແລະກາລະໂອກາດ ທາງດ້ານການໄປ-ມາ ລະຫວ່າງທ້ອງຖິ່ນເມືອງ-ແຂວງ-ສູນກາງ ແລະປະເທດເພື່ອນບ້ານໄກຄຽງ ສາມາດຮອງຮັບການພັດທະນາ ແລະການສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ການຄ້າ ແລະການລົງທຶນດ້ານອຸດສາຫະກຳ ກະສິກຳ ແລະການທ່ອງທ່ຽວ. ສຳລັບມາດຕະຖານການອອກແບບກໍ່ສ້າງທາງ ເປັນປະເພດທາງຊັ້ນ IV ປູຢາງ 2 ຊັ້ນ ໜ້າທາງກວ້າງ 8ມ ໜ້າທາງລົດແລ່ນ 7ມ ແລະບ່າທາງປູຢາງ 2 ຊັ້ນ ກວ້າງເບື້ອງລະ 0,50ມ ສຳລັບເຂດຜ່ານຊຸມຊົນ ໄດ້ອອກແບບກ້ວາງ 11ມ. ງົບປະມານໃນການກໍ່ສ້າງ 548,676,126,922 ຕື້ກີບ ໄລຍະເວລາການກໍ່ສ້າງ 48 ເດືອນ ຫລື 4 ປີ ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ ມີສຳນັກງານຕັ້ງຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
ຄະນະຜູ້ແທນກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ຢ້ຽມຢາມກະຊວງ ຍທຂ ຂອງ ສປປ ລາວ
- Details
- Published on ພຸດ, 15 ພຶດສະພາ 2013 08:00
ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2013 ຄະນະຜູ້ແທນຈາກກະຊວງ ຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ໄດ້ມາຢ້ຽມຢາມ ກະຊວງ ໂຍທາທິການ ແລະຂົນສົ່ງ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 14-16 ພຶດສະພາ 2013. ຊຶ່ງນໍາໂດຍທ່ານ H.E NGUYEN VAN CONG. ໃຫ້ກຽດຕ້ອນຮັບຄະນະ ໂດຍ ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ.
ໃນການມາຢ້ຽມຢາມໃນຄັ້ງນີ້ ເພື່ອເປັນການປືກສາຫາລືກັນຫລາຍບັນຫາ ທີ່ກ່ຽວກັບວຽກງານ ຄົມມະນາຄົມ- ຂົນສົ່ງ ລະຫວ່າງສອງປະເທດ. ໂດຍສະເພາະແມ່ນບັນຫາກ່ຽວກັບເສັ້ນທາງ ແຕ່ພູທິດເຜີ້ງ ຫາ ນາຊອນ ແລະເສັ້ນທາງແຕ່ ແຂວງຫົວພັນຫາ ແຂວງຊຽງຂວາງ. ນອກນັ້ນ, ຍັງເປັນການຮັດແໜ້ນຄວາມ ສໍາພັນແບບພິເສດລະຫວ່າງ ກະຊວງ ໂຍທາທິການ ແລະຂົນສົ່ງ ຂອງ ສປປ ລາວ ແລະກະຊວງຄົມມະນາຄົມ-ຂົນສົ່ງ ຂອງສສ ຫວຽດນາມ.
ກອງປະຊຸມໜ່ວຍວິຊາການພິເສດຫລາຍຝ່າຍ ດ້ານຄວາມປອດໄພທາງຖະໜົນ
- Details
- Published on ເສົາ, 18 ພຶດສະພາ 2013 02:57
ໃນວັນທີ່ 14 ພຶດສະພາ 2013 ຢູ່ທີ່ໂຮງແຮມດອນຈັນພາເລດ ໄດ້ຈັດກອງປະຊຸມ ໜ່ວຍວິຊາການຫລາຍຝ່າຍພິເສດອາຊຽນ ດ້ານຄວາມປອດໄພທາງຖະໜົນ ຄັ້ງທີ 4 ຂື້ນ, ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນ. ມີກາສາລີ ວິນຍາຕີ ຫົວໜ້າເລຂາອາຊຽນ, ທ່ານ ບົວເພັດ ໄຊຍະສານ ຮອງຫົວໜ້າ ກົມຂົນສົ່ງ ກະຊວງ ຍທຂ ພ້ອມດ້ວຍຄະນະຜູ້ແທນທີ່ກ່ຽວຂ້ອງຈາກ 10 ປະເທດອາຊຽນດ້ວຍກັນຄື: ບຼູໄນ, ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສີງກະໂປ, ໄທ ແລະ ຫວຽດນາມ. ປະທານກອງຊຸມ ກໍໄດ້ໃຫ້ຄະນະຜູ້ແທນຂອງແຕ່ລະປະເທດ ໄດ້ທົບທວນຄືນວຽກງານທີ່ຜ່ານມາ ແລະວາງແຜນກຳເນີນງານໃນຕໍ່ໜ້າ ກອງປະຊຸມໄດ້ເປັນເອກະພາບກັນດັ່ງນີ້: 1) ການສ້າງແຜນດຳເນີນງານ ແຫ່ງຊາດ ແຕ່ສົກປິ 2012 - 2020 ດ້ານຄວາມປອດໄພທາງຖະໜົນ ຂອງປະເທດສະມາຊິກອາຊຽນທັງໝົດ. 2) ການສ້າງແຜນຍຸດທະສາດ ຂອງພາກພື້ນອາຊຽນ ແຕ່ສົກປີ 2012 – 2020 ດ້ວຍຄວາມປອດໄພທາງຖະໜົນ. 3) ການສ້າງຕັ້ງສູນຄວາມປອດໄພທາງຖະໜົນອາຊຽນ ຊື່ງ ສປປ ລາວ ເປັນຜູ້ຮັບຜິດຊອບຂຽນໂຄງການ. 4) ສະພາບການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອທາງດ້ານເຕັກນິກ ຂອງທະນາຄານ ພັດທະນາອາຊີກ່ຽວກັບການປັບປຸງຄວາມປອດໄພທາງຖະໜົນໃນອາຊຽນ.
ກະຊວງ ຍທຂ ລະນຶກວັນກຳມະກອນສາກົນ ຄົບຮອບ 127 ປີ (1/5/1886 -1/5/213)
- Details
- Published on ອັງຄານ, 07 ພຶດສະພາ 2013 03:41
ກະຊວງ ຍທຂ ໄດ້ຈັດປາຖະກະຖາ ເພື່ອທົບທວນເຖິງມູນເຊື້ອ ການຕໍ່ສູ້ຂອງຊົນຊັ້ນກຳມະກອນ ຫລື ວັນກຳມະກອນສາກົນ ຄົບຮອບ 127 ປີ ໃຫ້ກຽດປາຖະກະຖາໃນຄັ້ງນີ້ ແມ່ນ ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງ ສະຫະພັນກຳມະບານລາວ, ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ນ. ວິໄລຄຳ ໂພສາລາດ ຄະນະພັກກະຊວງ, ຫົວໜ້າສະຖາບັນ ໂຍທາທິການ ແລະຂົນສົ່ງ, ຜູ້ຊີ້ນຳວຽກ ງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ທ່ານ ລັນ ແສງອາພອນ ຄະນະພັກກະຊວງ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ, ທ່ານ ນ. ຈັນທະລາ ແກ້ວວົງພັນ, ປະທານກຳມະບານ ກະຊວງ ຍທຂ, ຮອງຫົວໜ້າກອງຄຸ້ມຄອງການຈະລາຈອນທາງອາກາດ, ມີຄະນະບໍລິຫານງານກຳມະບານກະຊວງ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ພ້ອມດ້ວຍບັນດາ ສະມາຊິກກຳມະບານເຂົ້າຮ່ວມທັງໝົດ 142 ທ່ານ. ການປາຖະກະຖາໃນຄັ້ງນີ້ ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງ ສະຫະພັນກຳມະບານລາວ ໄດ້ເລົ່າປະຫວັດຄວາມເປັນມາແຫ່ງການກຳເນີດເຕີບໃຫຍ່ຂອງຊົນຊັ້ນກຳມະກອນສາກົນ ແລະ ພາລະກຳປະຫວັດສາດຂອງຂະບວນ ກຳມະກອນສາກົນ ທີ່ໂດດເດັ່ນ ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX. ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ເພື່ອເລັ່ງທວງໃຫ້ຊົນຊັ້ນນາຍທຶນ ເອົາໃຈໃສ່ປະຕິບັດນະໂຍບາຍໃນດ້ານຕ່າງໆ ຕໍ່ເຂົາເຈົ້າຢ່າງສົມເຫດສົມຜົນ. ທ່ານຮອງປະທານໄດ້ກ່າວອີກວ່າ: ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກຳມະກອນລາວໃນຕໍ່ໜ້າຈະຕ້ອງສຸມໃສ່ວຽກງານດັ່ງນີ້ : 1. ເພີ່ມທະວີການກໍ່ສ້າງຊົນຊັ້ນກຳມະກອນລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍເຂັ້ມແຂງໂດຍເອົາໃຈໃສ່ ໃນວຽກງານໂຄສະນາ-ສຶກສາອົບຮົມ. 2. ເອົາໃຈໃສ່ສ້າງ ແລະ ພັດທະນາຊົນຊັ້ນກຳມະກອນລາວ ໃນໄລຍະໃໝ່ ຕິດພັນກັບການປັບປຸງກໍ່ສ້າງ ການຈັດຕັ້ງສະຫະພັນກຳມະບານລາວ. 3. ປົກປ້ອງສິດຜົນປະໂຫຍດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນ ແລະຊາວຜູ້ອອກແຮງງານ. 4. ເອົາໃຈໃສ່ສ້າງ ແລະພັດທະນາສີມືແຮງງານ, ພັດທະນາຄວາມຮູ້, ຄວາມສາມາດໃນທຸກດ້ານ ໃຫ້ແກ່ກຳມະກອນລາວຢ່າງບໍ່ຢຸດຢັ້ງ. 5. ຢາກສ້າງໃຫ້ຊົນຊັ້ນກຳມະກອນ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຄະນະພັກທຸກຂັ້ນກໍຕ້ອງເພີ່ມທະວີຊີ້ນຳ-ນຳພາຢ່າງແທດເຖິງ ການຈັດຕັ້ງຂອງລັດ ແລະ ສັງຄົມໃນຂັ້ນຕ່າງໆ. 6. ຈັດຕັ້ງຂະບວນການແຂ່ງຂັນ 2 ດີ 5 ເປັນເຈົ້າການຢ່າງຕໍ່ເນື່ອງ. 7. ເພີ່ມທະວີການພົວພັນ ແລະ ຮ່ວມມືກັບຕ່າງປະເທດ.
More Articles...
- ກອງປະຊຸມໂຄງການປັບປຸງການຂົນສົ່ງສາທາລະນະ ໃນນະຄອນຫຼວງວຽງຈັນ
- ຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ປະຊຸມເປີດກ້ວາງ ຄັ້ງທີ 6 ສະໄໝທີ III
- ກອງປະຊຸມລາຍງານຄວາມຄຶບໜ້າ ການຈັດຕັ້ງເຮັດທົດລອງ ສາມສ້າງຂອງຂະແໜງ ຍທຂ ສຳລັບ 6 ເດືອນຕົ້ນສົກ ປີ 2012-2013 ແຕ່ວັນທີ 1/10/2012-31/03/2013 ແລະ ທິດທາງແຜນການໃນຕໍ່ໜ້າ
- ຍີ່ປຸ່ນໃຫ້ການຊ່ວຍເຫລືອລ້າ ປັບປຸງທາງທ້ອງຖິ່ນ ຢູ່ແຂວງສາລະວັນ