ຂ່າວພາຍໃນກະຊວງ

ສຳຫຼວດໂຄງການກໍ່ສ້າງ ຂົວຂ້າມນ້ຳຂອງແຫ່ງທີ 05 ຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2013 ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຊັດຊາດ ສິດທິພັນ ລັດຖະມົນຕີວ່າການ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ, ທ່ານ ປ້ານ ນ້ອຍມະນີ ເຈົ້າແຂວງ ແຂວງບໍລິຄຳໄຊ, ທ່ານ ເອກອັກຄະລັດຖະທູດໄທ ປະຈຳຢູ່ ສປປ ລາວ ພ້ອມ ຄະນະ ຈາກທັງສອງຝ່າຍ ໄດ້ລົງສຳຫຼວດພື້ນທີ່ທີ່ຈະກໍ່ສ້າງ ຂົວຂ້າມນ້ຳຂອງ ແຫ່ງທີ 05 ແຂວງບໍລິຄຳໄຊ-ແຂວງ ບຶງການ.

 ໂດຍອີງຕາມການສຳຫລວດການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 05 ແຂວງບໍລິຄຳໄຊ-ແຂວງບຶງການ ຈະກໍ່ສ້າງຢູ່ ບໍລິເວນບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ, ສຳລັບຝ່າຍໄທ ແມ່ນຈະກໍ່ສ້າງຢູ່ບໍລິເວນ ບ້ານຫ້ວຍເຊື່ອມ ເໜືອ ແຂວງບຶງການ.  ເພື່ອເຮັດໃຫ້ເຄື່ອຄ່າຍການຄົມມະນາຄົມ-ຂົນສົ່ງ ເຊື່ອມຕໍ່ໄດ້ເຖິງ 4 ປະເທດ ຄື: ລາວ, ໄທ, ຫວຽດນາມ ແລະ ຈີນ. ສຳລັບຝ່າຍໄທແມ່ນຈະນຳໃຊ້ທາງຫລວງ ເລກທີ 212 ເພື່ອເຊື່ອມຕໍ່ກັບ ແຂວງໜອງຄາຍ, ບຶງການ ແລະ ນະຄອນພະນົມ, ຂ້າມຂົວເຂົ້າຫາຝັ່ງລາວເຂົ້າ ເມືອງປາກຊັນ, ເຂົ້າສູ່ທາງເລກ 13 ທີ່ມີຈຸດເຊື່ອມຕໍ່ ເສັ້ນທາງເລກ 8 ແລະ ຜ່ານເມືອງຄຳເກີດ (ຫລັກຊາວ) ແຂວງບໍລິຄຳໄຊ ໄປຫາ ເມືອງວິງ ແຂວງເງອານ ຂອງ ສສ ຫວຽດນາມ, ເຂົ້າຫາຊາຍແດນ ຜິງສຽງ ຂອງ ສປ ຈີນ ຈົນໄປເຖິງ ໜານໝິງ ໃນມົນທົນ ກວາງຊີ ສປ ຈີນ ຕອນໃຕ້ ເສັ້ນທາງດັ່ງກ່າວນີ້ ເໝາະສົມສຳລັບການຄົມມະນາຄົມ-ຂົນສົ່ງ ສິນຄ້າ ແລະການທ່ອງທ່ຽວ.

    ໃນນັ້ນຕຳແໜ່ງຂົວຂ້າມນ້ຳຂອງຕາມທີ່ໄດ້ສະເໜີໄວ້ ກ່ອນໜ້ານີ້ແມ່ນມີຄວາມກວ້າງຂອງແມ່ນ້ຳຂອງ ຢູ່ປະມານ 980 ແມັດ ແລະ ຢູ່ບໍລິເວນໂຄ້ງຂອງແມ່ນໍ້າ, ໃນການກໍ່ສ້າງຕົວຈິງອາດມີການດັດແກ້ ເພື່ອຄວາມເໝາະສົມ. ສຳລັບ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 05 ນີ້ ຄາດວ່າຈະໄດ້ກໍ່ສ້າງໃນໄວໆນີ້ ເພື່ອໃຫ້ທັນກັບຄວາມຮຽກຮ້ອງ ຕ້ອງການ ຂອງຜູ້ຊົມໃຊ້ເຊິ່ງເຂດດັ່ງກ່າວເປັນອານຸພາກພື້ນ ທີ່ເປັນແລວທາງເສດຖະກິດດ້ານຕາເວັນອອກ-ຕາເວັນຕົກ ທີ່ມີຄວາມໝາຍຄວາມສຳຄັນໃນລະດັບພາກພື້ນ.

ກອງປະຊຸມສຳມະນາດ້ານວິຊາການ ກ່ຽວກັບການປ້ອງກັນ ໄພທຳມະຊາດຂອງເສັ້ນທາງ ຢູ່ ສປປ ລາວ

ໃນວັນທີ 13 ກຸມພາ 2013 ທີ່ຫ້ອງປະຊຸມເບີ 01 ກະຊວງ ຍທຂໄດ້ຈັດກອງປະຊຸມສຳມະນາດ້ານວິຊາການ ກ່ຽວກັບການປ້ອງກັນໄພທຳມະຊາດຂອງເສັ້ນທາງ ຢູ່ ສປປ ລາວໂດຍສະເພາະການປ້ອງກັນຕະລິ່ທາງເຈື່ແລະການກໍ່ສ້າງອຸມົງທາງ. ​ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການແລະຂົນສົ່ງ, ທ່ານ ອິສະມິ ບີໂຕ (Isamu BITO) ກະຊວງ ​​ໂຄງລ່າງທີ່ດິ, ຂົນສົ່ງແລະທ່ອງທ່ຽວແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍທ່ານຫົວໜ້າ ແລະຮອງຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ, ກົມແຜນການແລະການຮ່ວມມື., ກົມຂົວທາງ,​ ສະພາວິທະຍາສາດແລະເຕັກໂນໂລຊີ, ກອງທຶນທາງ,​ ມະຫາວິທະຍາໄລແຫ່ງຊາດ (ຄະນະວິທະຍາກຳສາດ), ຫົວໜ້າ ແລະຄະນະພະແນກ ຍທຂ ນະຄອນຫຼວງວຽງຈັນ, ​ແຂວງ ຜູ້ຊີ້ນຳຊີ້ນຳວຽກງານຂົວ-ທາງແລະຫົວໜ້າຂະແໜງຄຸ້ມຄອງທາງບົກ-ທາງນ້ຳ ຂອງພະ​​ແນກ ຍທຂ. ຜູ້ອຳນວຍການ ຫລື ຜູ້ຕາງໜ້າລັດວິສາຫະກິດເລກ 8, ​ເລກ 20, ກໍ່ສ້າງຄົມມະນາຄົມ, ສຳຫຼວດ-ອອກແບບ ຄົມມະນາຄົມ ສຳຫຼວດ- ອອກແບບແລະວິໄຈວັດສະດຸກໍ່ສ້າງ ບ່ອນລະ 01 ທ່ານເຂົ້າຮ່ວມປະມານ 70 ກວ່າທ່ານ.

   ໃນກອງປະຊຸມສຳມະນາໃນຄັ້ງນີ້ ຍັງມີການປຶກສາຫາລືກ່ຽວກັບ ປື້ມຄູ່ມືການປູກພຶດຕ້ານເຈື່ອນ ຕາມຕະລິ່ງທາງ ຢູ່ສປປ ລາວ ມີ 4 ພາກດ້ວຍກັນຄື:

1. ພາກທົ່ວໄປ;

2. ປະເພດການເຈື່ອນພັງຂອງຕະລິ່;

3. ໂຄງປະກອບການປູກພຶດຕ້ານເຈື່ອນ ຕາມຕະລິ່ງທາງ;

4. ການວາງແຜນແລະ ການກໍ່ສ້າງສຳລັບການປູກພຶດຕ້ານເຈື່ອນຕາມຕະລິ່ງທາງ.

1)

ກະຊວງ ຍ.ທ.ຂ ເຜີຍແຜ່ວຽກງານ 3 ສ້າງ

​ໃນວັນທີ 14 ກຸມພາ 2013 ທີ່ຜ່ານມາ. ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຈັດຕັ້ງເຜີຍແຜ່ວຽກງານ 3 ສ້າງຂື້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ. ໂດຍການເປັນປະທານຂອງ ທ່ານ ສົມມາດ ພົລເສນາ ກຳມະການສູນກາງ ພັກ ເລຂາຄະນະພັກ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ. ເຊິ່ງມີຄະນະພັກກະຊວງ, ລັດຖະມົນ ຕີຊ່ວຍວ່າການ, ຄະນະພັກ-ໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ ຢ່າງພ້ອມພຽງ.

 ການຈັດຕັ້ງເຜີຍແຜ່ວຽກງານ 3 ສ້າງຄັ້ງນີ້ ທ່ານ ສົມມາດ ພົລເສນາ ໄດ້ນຳເອົາບົດຄຳເຫັນ ຂອງ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ກ່າວຕໍ່ກອງ ປະຊຸມທົ່ວປະເທດ ເພື່ອຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ທີ່ຫາກໍ່ສຳເລັດໄປຫວ່າງມໍ່ໆນີ້ ນຳມາເຜີຍແຜ່ເຊິ່ງມີ ເນື້ອໃນບາງຕອນສຳຄັນ ວ່າ: 3 ສ້າງ ແມ່ນການເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ເຂົ້າສູ່ການປະຕິບັດ ຕົວຈິງ ໂດຍສະເພາະແມ່ນທິດນຳຍຸດທະສາດສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕ ປະຊາຊົນ ແລະ ທິດນຳ ກ່ຽວກັບ 4 ບຸກທະລຸໃຫ້ເປັນຈິງ.

 3 ສ້າງ ແມ່ນການປະຕິບັດອັນເລິກເຊິ່ງເຖິງຖອງໃນເງື່ອນໄຂໃໝ່. ສິ່ງນີ້ໝາຍຄວາມວ່າ 3 ສ້າງແມ່ນພາລະກິດ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ຫລື ແມ່ນພາລະກຳປະຫວັດສາດ ທີ່ຕ້ອງເຮັດໃຫ້ສຳເລັດ ເພື່ອສ້າງປະ ເທດເຮົາໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕຍຸຕິທຳ ແລະ ສີວິໄລ.

   3 ສ້າງ ແມ່ນການເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ທ້ອງຖິ່ນ-ຮາກຖານ. ອັນນີ້ໝາຍຄວາມວ່າ ເນື້ອໃນສຳຄັນ ຂອງ 3 ສ້າງ ນັ້ນແມ່ນການແບ່ງຂັ້ນຄຸ້ມຄອງ ລະຫວ່າງກະຊວງ, ອົງການອ້ອມຂ້າງສູນກາງ ກັບຄະນະພັກ, ອົງການ ປົກຄອງທ້ອງຖິ່ນ (ແຂວງ, ເມືອງ, ບ້ານ) ໃຫ້ຈະແຈ້ງຕື່ມອີກ ແລະ ມີລັກສະນະຂາດຕົວ ຕາມທິດເພີ່ມສິດເພີ່ມ ຄວາມຮັບຜິດຊອບໃຫ້ແກ່ທ້ອງຖິ່ນ ຕິດພັນກັບການແບ່ງຜົນປະໂຫຍດໃຫ້ແກ່ທ້ອງຖິ່ນຢ່າງເໝາະສົມ.

    3 ສ້າງແມ່ນການຊຸກຍູ້ການພັດທະນາສູ່ບາດລ້ຽວໃໝ່. ສິ່ງດັ່ງກ່າວໝາຍເຖິງ: ຂະບວນການ 3 ສ້າງຕ້ອງເປັນ ກຳລັງແຮງຊຸກຍູ້ການສ້າງສາພັດທະນາຢູ່ແຕ່ລະທ້ອງຖິ່ນ, ຮາກຖານໃຫ້ມີການຫັນປ່ຽນອັນຕັ້ງໜ້າ, ມີປັດໄຈໃໝ່, ມີຜົນສຳເລັດໃໝ່ທີ່ເດັ່ນຊັດຍິ່ງຂື້ນ. ເຮັດ 3 ສ້າງຢູ່ບ່ອນໃດບ່ອນນັ້ນຕ້ອງມີການການພັດທະນາດີຂື້ນ, ບ້ານຊ່ອງມີ ໃບໜ້າໃໝ່. ນີ້ຈຶ່ງບັນລຸຈຸດໝາຍທີ່ວ່າແຂວງເປັນຫົວໜ່ວຍຍຸດທະສາດທີ່ໜັກແໜ້ນ, ເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ບ້ານເປັນຫົວໜ່ວຍພັດທະນາທີ່ຍືນຍົງ.

ພິທີວາງສີລາລຶກ ເປີດໂຄງການ ກໍ່ສ້າງຂົວມິດຕະພາບລາວ-ມຽນມາ

ໃນຕອນເຊົ້າຂອງວັນທີ 16 ກຸມພາ 2013 ຢູ່ທີ່ຊຽງກົກ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ມີພິທີວາງສີລາລຶກ ແລະເປີດການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ-ມຽນມາ. ເປັນກຽດເຂົ້າຮ່ວມ ພິທີໃນຄັ້ງນີ້ ໂດຍມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຈໍ ລິນ ລັດຖະມົນຕີວ່າການ ກະຊວງ ກໍ່ສ້າງ ສສ ມຽນມາ, ທ່ານ ພິມມະສອນ ເລືອງຄຳມາ ເຈົ້າ ແຂວງ ແຂວງຫຼວງນ້ຳທາ ພ້ອມດ້ວຍ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

 ໃນໂອກາດນີ້ ທ່ານ ໄຊສົງຄາມ ມະໂນທຳ ຫົວໜ້າໂຄງການ, ໃນນາມາງໜ້າໃຫ້ກົມຂົວທາງ ໄດ້ຂື້ນກ່າວລາຍ ງານກ່ຽວກັບໂຄງການດັ່ງນີ້: ເພື່ອຕອບສະໜອງຕາມຄວາມມຸ້ງມາດປາດຖະໜາຂອງ ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ມຽນມາ ທີ່ຕ້ອງການໃຫ້ມີການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ແນໃສ່ສົ່ງເສີມ ສາຍພົວພັນ ແລະ ການຮ່ວມມືທີ່ມີມາແຕ່ດົນນານໃຫ້ໄດ້ຮັບການພັດທະນາໃຫ້ດີຍິ່ງຂື້ນ, ໃນໄລຍະຜ່ານມາ ຜູ້ນຳສູງ ສຸດຂອງສອງປະເທດ ຈຶ່ງໄດ້ມີວິໃສທັດຮ່ວມກັນກຳນົດໃຫ້ຄົ້ນຄ້ວາກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ຊຽງກົກ, ສປປລາວ ແລະ ແກ້ງລາບ, ສສ ມຽນມາ, ຊຶ່ງຕັ້ງຢູ່ຈຸດທີ່ມີຄວາມໝາຍສຳຄັນບົນເສັ້ນທາງເຊື່ອມຕໍ່ດ້ານຄົມມະນາຄົມ -ຂົນສົ່ງ ຊຶ່ງບໍ່ສະເພາະແຕ່ລະຫວ່າງ ສປປ ລາວ ແລະ ສສ ມຽນມາ, ແຕ່ຍັງລວມທັງບັນດາປະເທດໃນອະນຸ ພາກພື້ນ. ຈາກນັ້ນ, ຄະນະວິຊາການທັງສອງຝ່າຍໂດຍສະເພາະແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກະຊວງ ກໍ່ສ້າງ ສສ ມຽນມາ ກໍໄດ້ລົງສຳຫຼວດພື້ນທີ່ກໍ່ສ້າງ ແລະ ປະຊຸມປຶກສາຫາລືຮ່ວມກັນຫຼາຍຫຼົບ ຫຼາຍຕ່າວ ເພື່ອເຮັດໃຫ້ຂົວດັ່ງກ່າວ ໄດ້ຮັບການກໍ່ສ້າງຕາມແຜນການ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາແມ່ນໝາກຜົນຂອງການຮວ່ມມືລະຫວ່າງ ລັດຖະບານ ສປປ ລາວແລະ ສສ ມຽນມາ, ຊຶ່ງໃນລະຫວ່າງການຢ້ຽມຢາມ ສປປ ລາວຂອງພະນະທ່ານ ເທັນເຊັນ, ປະທານາທິບໍດີແຫ່ງ ສສ ມຽນມາ ຕາມການເຊື້ອເຊີນຂອງພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 22 ມີນາ 2012, ທັງສອງຝ່າຍໄດ້ລົງນາມ ໃນສັນຍາລະຫວ່າງລັດຖະບານວ່າດ້ວຍ ການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ- ມຽນມາ.  ຫຼັງ​ຈາກ​ນັ້ນ ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ກົມ​ຂົວ​ທາງ ​ໄດ້​ຮວ່ມມືກັບ​ວິຊາ​ການ​ ກົມ​ໂຍທາ​ທິການ, ກະຊວງ​ກໍ່ສ້າງ​ ຂອງ​ມຽນມາ ດຳເນີນ​ການ​ສຳ​ຫຼວດ ​ແລະ ອອກ​ແບບ​ຮວ່ມກັນ ​ມາ​ແຕ່​ເດືອນ ພຶດສະພາ 2012 ເປັນຕົ້ນ​ມາ. ມາເຖິງປະຈຸບັນນີ້ ການອອກແບບຂົວ ໄດ້ສຳເລັດແລ້ວ ​ແລະ ການ​ກໍ່ສ້າງ​ຂົວ​ແຫ່ງ​ນີ້​ ແມ່ນ​ພອ້ມ​ແລ້ວ.

     ສະເພາະລາຍລະອຽດທີ່ຕັ້ງຂົວ​ມິດຕະພາບ​ລາວ-ມຽນມາ ມີ​ທີ່ຕັ້ງຢູ່ບ້ານຫ້ວຍກຸ່ມ ປະມານ 15 ກິ​ໂລ​ແມັດ​ ຫ່າງ​ຈາກ ບ້ານ​ຊຽງ​ກົກ​ໄປ​ທາງ​ທິດ​ເໜືອ, ຂື້ນກັບ​ເມືອງ​ລອງ, ​ແຂວງ​ຫຼວງ​ນ້ຳ​ທາ  ສປປ ລາວ ​ແລະ ປະມານ 500 ແມັດ ທາງ​ໃຕ້​ ຂອງບ້ານ​ຊຽງ​ລາບ, ​ເມືອງທ່າ​ຂີ້​ເຫຼັກ, ລັດ​ສານ, ສສ ມຽນມາ. ​ຂົວດັ່ງກ່າວ ຫ່າງ​ຈາກ ນະຄອນຫຼວງ​ວຽງ​ຈັນ 698 ກິ​ໂລ​ແມັດ, ຫ່າງ​ຈາກ ນະຄອນຫຼວງ​ນາປີ​ຕໍ 940 ກິ​ໂລ​ແມັດ, ຫ່າງ​ຈາກ ນະຄອນ​ຫຼວງ​ຮ່າ​ໂນ​ຍ 1,020 ກິ​ໂລ​ແມັດ ​ແລະ​ຫ່າງ​ຈາກ ຊາຍ​ແດນ​ມຽນມາ-ອິນ​ເດຍ​-ບັງ​ກະລາ​ເດັດ 1,868 ກິ​ໂລ​ແມັດ.

   ຂົວ​ມິດຕະພາບ​ລາວ-ມຽນມາ ມີ​ຄວາມຍາວ​ທັງ​ໝົດ 691.6 ແມັດ, ກວ້າງ 10.9​ ແມັດ, ມີ​ທາງ​ລົດ​ແລ່ນ 2 ຄອງ, ​ກວ້າງ 8.5 ແມັດ, ທາງ​ຍ່າງ 2 ເບື້ອງ ​ເບື້ອງລະ 1.2 ແມັດ.  ​ເປັນ​ຂົວ​ທີ່​ມີ​ຂາງປະສົມ ​ເຊິ່ງມີ​ຂາງ​ເຫຼັກ​ຍາວ 360 ແມັດ ສູງ 12 ແມັດ ​ຢູ່ທາງກາງ (ຢູ່​ວັງ) ​ແລະ ຂາງ​ເບ​ຕົງ​ອັດ​ແຮງ ​ຍາວ 331.6 ແມັດ ຢູ່​ທາງຝັ່ງ. ຂົວ​​ແຫ່ງ​ນີ້​ແມ່ນ​ໄດ້​ອອກ​ແບບ​ໃຫ້​ຮັບ​ນ້ຳໜັກ ​ລົດ​ບັນທຸກ 10 ລໍ້ ​ໄດ້ 75 ໂຕນ, ຮັບ​ແຮງ​ສັ່ນ ​ຂອງ​ແຜ່ນດິນ​ໄຫວ ​ໄດ້​ໃນ​ລະດັບ 7.0 ເຮັກ​ເຕີ ລົງ​ມາ ແລະ ກຳ​ປັ່ນ 500 ໂຕນສາມາ​ດລອດຜ່ານ​ໄປ​ໄດ້.

  ​ໂຄງການ​ນີ້ມີ​ມູນ​ຄ່າ 18 ລ້ານ​ໂດ​ລາ, ​ເຊິ່ງ​ຈະນຳໃຊ້​ງົບປະມານພາຍໃນ ຂອງລັດຖະບານ ສປປລາວ ​ແລະ ລັດຖະບານ ສສ ມຽນມາ. ຂົວນີ້ ຈະ​ກໍ່ສ້າງ​ໃຫ້​ສຳ​ເລັດ​ພາຍ​ໃນ​ໄລຍະ​ເວລາ 30 ເດືອນ, ​ເລີ່​ມ​ແຕ່​ມື້ນີ້ ວັນ​ທີ 16 ກຸມພາ 2013 ເປັນຕົ້ນ​ໄປ ຫາ ວັນ​ທີ 15 ສິງຫາ 2015.

      ພາຍຫຼັງສຳເລັດໂຄງການ​ກໍ່ສ້າງຂົວ​ມິດຕະພາບ​ລາວ-​ມຽນມາ, ຂົວດັ່ງກ່າວຈະກາຍເປັນ​ສັນຍາ​ລັກ​ແຫ່ງ​ສາຍ ພົວພັນການຮ່ວມມື​ ​ແລະ ຄວາມສາມັກຄີ ລະຫວ່າງ​ປະຊາຊົນ​ ຂອງສອງ​ປະ​ເທດ​ລາວ ​ແລະ ມຽນມາ, ໂດຍ​ຈະ​ເຊື່ອມ​ຕໍ່​ທາງ​ຫຼວງ​ເລກທີ 17 ຂອງ​ລາວ ​ເຂົ້າ​ກັບ​ ທາງ​ຫຼວງ​ເລກທີ 4 ຂອງ​ມຽນມາ, ແນໃສ່​ສ້າງ​ເງື່ອນ​ໄຂອຳນວຍ ຄວາມສະດວກ​​ໃນການໄປມາຫາສູ່ ແລະ ຄ້າຂາຍ​ນຳ​ກັນ, ຊຶ່ງເອົາຜົນປະໂຫຍດອັນໃຫ່ຍຫຼວງມາໃຫ້​ປະຊາຊົນ​ທັງ​ສອງ​ຊາດ, ລວມທັງບັນດາປະເທດໃນອະນຸພາກພື້ນ ​ໂດຍ​ສະ​ເພາະລະຫວ່າງ ລາວ, ມຽນມາ, ​ຫວຽດນາມ ແລະ ສປຈີນ, ແລະ ອາດຂະຫຍາຍໄປສູ່ອິນເດຍ ແລະ ບັງກລາເດັດ ອີກດ້ວຍ, ໂດຍ​ຜ່ານ​ທາງຫຼວງ ​ເລກທີ 17, 13 ​ແລະ 2E ຂອງ​ລາວ ​ແລະ ທາງຫຼວງເລກ 4 ຂອງ​ມຽນມາ.

Additional information