ຂ່າວພາຍໃນກະຊວງ
ພິທີວາງສີລາລຶກ ເປີດໂຄງການ ກໍ່ສ້າງຂົວມິດຕະພາບລາວ-ມຽນມາ
- Details
- Published on ຈັນ, 18 ກຸມພາ 2013 05:52
ໃນຕອນເຊົ້າຂອງວັນທີ 16 ກຸມພາ 2013 ຢູ່ທີ່ຊຽງກົກ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ມີພິທີວາງສີລາລຶກ ແລະເປີດການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ-ມຽນມາ. ເປັນກຽດເຂົ້າຮ່ວມ ພິທີໃນຄັ້ງນີ້ ໂດຍມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຈໍ ລິນ ລັດຖະມົນຕີວ່າການ ກະຊວງ ກໍ່ສ້າງ ສສ ມຽນມາ, ທ່ານ ພິມມະສອນ ເລືອງຄຳມາ ເຈົ້າ ແຂວງ ແຂວງຫຼວງນ້ຳທາ ພ້ອມດ້ວຍ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ໄຊສົງຄາມ ມະໂນທຳ ຫົວໜ້າໂຄງການ, ໃນນາມຕາງໜ້າໃຫ້ກົມຂົວທາງ ໄດ້ຂື້ນກ່າວລາຍ ງານກ່ຽວກັບໂຄງການດັ່ງນີ້: ເພື່ອຕອບສະໜອງຕາມຄວາມມຸ້ງມາດປາດຖະໜາຂອງ ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ມຽນມາ ທີ່ຕ້ອງການໃຫ້ມີການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ແນໃສ່ສົ່ງເສີມ ສາຍພົວພັນ ແລະ ການຮ່ວມມືທີ່ມີມາແຕ່ດົນນານໃຫ້ໄດ້ຮັບການພັດທະນາໃຫ້ດີຍິ່ງຂື້ນ, ໃນໄລຍະຜ່ານມາ ຜູ້ນຳສູງ ສຸດຂອງສອງປະເທດ ຈຶ່ງໄດ້ມີວິໃສທັດຮ່ວມກັນກຳນົດໃຫ້ຄົ້ນຄ້ວາກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ຊຽງກົກ, ສປປລາວ ແລະ ແກ້ງລາບ, ສສ ມຽນມາ, ຊຶ່ງຕັ້ງຢູ່ຈຸດທີ່ມີຄວາມໝາຍສຳຄັນບົນເສັ້ນທາງເຊື່ອມຕໍ່ດ້ານຄົມມະນາຄົມ -ຂົນສົ່ງ ຊຶ່ງບໍ່ສະເພາະແຕ່ລະຫວ່າງ ສປປ ລາວ ແລະ ສສ ມຽນມາ, ແຕ່ຍັງລວມທັງບັນດາປະເທດໃນອະນຸ ພາກພື້ນ. ຈາກນັ້ນ, ຄະນະວິຊາການທັງສອງຝ່າຍໂດຍສະເພາະແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກະຊວງ ກໍ່ສ້າງ ສສ ມຽນມາ ກໍໄດ້ລົງສຳຫຼວດພື້ນທີ່ກໍ່ສ້າງ ແລະ ປະຊຸມປຶກສາຫາລືຮ່ວມກັນຫຼາຍຫຼົບ ຫຼາຍຕ່າວ ເພື່ອເຮັດໃຫ້ຂົວດັ່ງກ່າວ ໄດ້ຮັບການກໍ່ສ້າງຕາມແຜນການ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ ແມ່ນໝາກຜົນຂອງການຮວ່ມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ມຽນມາ, ຊຶ່ງໃນລະຫວ່າງການຢ້ຽມຢາມ ສປປ ລາວ ຂອງພະນະທ່ານ ເທັນ ເຊັນ, ປະທານາທິບໍດີແຫ່ງ ສສ ມຽນມາ ຕາມການເຊື້ອເຊີນຂອງພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 22 ມີນາ 2012, ທັງສອງຝ່າຍໄດ້ລົງນາມ ໃນສັນຍາລະຫວ່າງລັດຖະບານວ່າດ້ວຍ ການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ- ມຽນມາ. ຫຼັງຈາກນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ເວົ້າລວມ, ເວົ້າສະເພາະແມ່ນກົມຂົວທາງ ໄດ້ຮວ່ມມືກັບວິຊາການ ກົມໂຍທາທິການ, ກະຊວງກໍ່ສ້າງ ຂອງມຽນມາ ດຳເນີນການສຳຫຼວດ ແລະ ອອກແບບຮວ່ມກັນ ມາແຕ່ເດືອນ ພຶດສະພາ 2012 ເປັນຕົ້ນມາ. ມາເຖິງປະຈຸບັນນີ້ ການອອກແບບຂົວ ໄດ້ສຳເລັດແລ້ວ ແລະ ການກໍ່ສ້າງຂົວແຫ່ງນີ້ ແມ່ນພອ້ມແລ້ວ.
ສະເພາະລາຍລະອຽດທີ່ຕັ້ງຂົວມິດຕະພາບລາວ-ມຽນມາ ມີທີ່ຕັ້ງຢູ່ບ້ານຫ້ວຍກຸ່ມ ປະມານ 15 ກິໂລແມັດ ຫ່າງຈາກ ບ້ານຊຽງກົກໄປທາງທິດເໜືອ, ຂື້ນກັບເມືອງລອງ, ແຂວງຫຼວງນ້ຳທາ ສປປ ລາວ ແລະ ປະມານ 500 ແມັດ ທາງໃຕ້ ຂອງບ້ານຊຽງລາບ, ເມືອງທ່າຂີ້ເຫຼັກ, ລັດສານ, ສສ ມຽນມາ. ຂົວດັ່ງກ່າວ ຫ່າງຈາກ ນະຄອນຫຼວງວຽງຈັນ 698 ກິໂລແມັດ, ຫ່າງຈາກ ນະຄອນຫຼວງນາປີຕໍ 940 ກິໂລແມັດ, ຫ່າງຈາກ ນະຄອນຫຼວງຮ່າໂນຍ 1,020 ກິໂລແມັດ ແລະຫ່າງຈາກ ຊາຍແດນມຽນມາ-ອິນເດຍ-ບັງກະລາເດັດ 1,868 ກິໂລແມັດ.
ຂົວມິດຕະພາບລາວ-ມຽນມາ ມີຄວາມຍາວທັງໝົດ 691.6 ແມັດ, ກວ້າງ 10.9 ແມັດ, ມີທາງລົດແລ່ນ 2 ຄອງ, ກວ້າງ 8.5 ແມັດ, ທາງຍ່າງ 2 ເບື້ອງ ເບື້ອງລະ 1.2 ແມັດ. ເປັນຂົວທີ່ມີຂາງປະສົມ ເຊິ່ງມີຂາງເຫຼັກຍາວ 360 ແມັດ ສູງ 12 ແມັດ ຢູ່ທາງກາງ (ຢູ່ວັງ) ແລະ ຂາງເບຕົງອັດແຮງ ຍາວ 331.6 ແມັດ ຢູ່ທາງຝັ່ງ. ຂົວແຫ່ງນີ້ແມ່ນໄດ້ອອກແບບໃຫ້ຮັບນ້ຳໜັກ ລົດບັນທຸກ 10 ລໍ້ ໄດ້ 75 ໂຕນ, ຮັບແຮງສັ່ນ ຂອງແຜ່ນດິນໄຫວ ໄດ້ໃນລະດັບ 7.0 ເຮັກເຕີ ລົງມາ ແລະ ກຳປັ່ນ 500 ໂຕນສາມາດລອດຜ່ານໄປໄດ້.
ໂຄງການນີ້ມີມູນຄ່າ 18 ລ້ານໂດລາ, ເຊິ່ງຈະນຳໃຊ້ງົບປະມານພາຍໃນ ຂອງລັດຖະບານ ສປປລາວ ແລະ ລັດຖະບານ ສສ ມຽນມາ. ຂົວນີ້ ຈະກໍ່ສ້າງໃຫ້ສຳເລັດພາຍໃນໄລຍະເວລາ 30 ເດືອນ, ເລີ່ມແຕ່ມື້ນີ້ ວັນທີ 16 ກຸມພາ 2013 ເປັນຕົ້ນໄປ ຫາ ວັນທີ 15 ສິງຫາ 2015.
ພາຍຫຼັງສຳເລັດໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ, ຂົວດັ່ງກ່າວຈະກາຍເປັນສັນຍາລັກແຫ່ງສາຍ ພົວພັນການຮ່ວມມື ແລະ ຄວາມສາມັກຄີ ລະຫວ່າງປະຊາຊົນ ຂອງສອງປະເທດລາວ ແລະ ມຽນມາ, ໂດຍຈະເຊື່ອມຕໍ່ທາງຫຼວງເລກທີ 17 ຂອງລາວ ເຂົ້າກັບ ທາງຫຼວງເລກທີ 4 ຂອງມຽນມາ, ແນໃສ່ສ້າງເງື່ອນໄຂອຳນວຍ ຄວາມສະດວກໃນການໄປມາຫາສູ່ ແລະ ຄ້າຂາຍນຳກັນ, ຊຶ່ງເອົາຜົນປະໂຫຍດອັນໃຫ່ຍຫຼວງມາໃຫ້ປະຊາຊົນທັງສອງຊາດ, ລວມທັງບັນດາປະເທດໃນອະນຸພາກພື້ນ ໂດຍສະເພາະລະຫວ່າງ ລາວ, ມຽນມາ, ຫວຽດນາມ ແລະ ສປຈີນ, ແລະ ອາດຂະຫຍາຍໄປສູ່ອິນເດຍ ແລະ ບັງກາລາເດັດ ອີກດ້ວຍ, ໂດຍຜ່ານທາງຫຼວງ ເລກທີ 17, 13 ແລະ 2E ຂອງລາວ ແລະ ທາງຫຼວງເລກ 4 ຂອງມຽນມາ.
ພິທີເປີດໂຄງການປັບປຸງທາງເລກ 09 ແຂວງ ສະຫວັນນະເຂດ
- Details
- Published on ສຸກ, 15 ກຸມພາ 2013 02:56
ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 09 ທີ່ເປັນແລວເສດຖະກິດຕາເວັນຕົກ-ຕາເວັນອອກ ຂອງພາກ ພື້ນແມ່ນ້ຳຂອງ ໄດ້ເປີດພິທີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ກຸມພາ 2013 ຢູ່ທີ່ເມືອງພະລານໄຊ ແຂວງສະຫວັນນະເຂດ ເຂົ້າຮ່ວມມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ຈຸນໂກຕະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ໄກສອນ ຄູນລາດສະວົງ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ແລະ ພ້ອມດ້ວຍບັນດາ ພະນັກງານວິຊາການຈາກທັງສອງຝ່າຍກໍໄດ້ເຂົ້າຮ່ວມ. ໂດຍໄດ້ຮັບທຶນການຊ່ວຍລ້າຈາກອົງການໄຈກາ ກໍຄືລັດຖະ ບານຍີ່ປູ່ນ.
ໂຄງການປັບປຸງທາງຫລວງແຫ່ງຊາດເລກ09 ຢູ່ແຂວງສະຫວັນນະເຂດ ນີ້ເປັນອີກໂຄງການໜຶ່ງທີ່ໄດ້ຮັບບູລິມະສິດເປັນແຜນພັດທະນາຂອງລັດຖະບານແຕ່ປີ 2000-2015 ເນື່ອງຈາກສປປລາວບໍ່ມີຊາຍແດນຕິດກັບທະເລສະນັ້ນ, ທາງເລກ 09 ຈຶ່ງເປັນເສັ້ນທາງຍຸດທະສາດສຳລັບການເຊື່ອມຕໍ່ກັບບັນດາປະເທດໄກ້ຄຽງ ແລະ ເປັນທາງຜ່ານໃນການຂົນສົ່ງ, ໃນໂຄງການປັບປຸງທາງຫລວງແຫ່ງຊາດເລກ09 ແຂວງສະຫວັນນະເຂດເປັນອີກ ໂຄງການໜຶ່ງທີ່ໄດ້ສ້າງຕັ້ງຂື້ນຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 1614/ຍທຂ, ລົງວັນທີ 15 ພະຈິກ 2011.
ໂດຍອີງໃສ່ຈຸດພິສດດ້ານທີ່ຕັ້ງຂອງເສັ້ນທາງເລກ 09 ທີ່ເປັນເສັ້ນທາງຍຸດທະສາດໃນການເຊື່ອມຕໍ່ລະຫວ່າງ ທາງທິດຕາເວັນອອກ-ຕາເວັນຕົກຂອງປະເທດລາວ ແລະ ຍັງເປັນເສັ້ນທາງອະນຸພາກພື້ນທີ່ເປັນລະບຽງເສດຖະກິດ ດ້ານຕາເວັນອອກ-ຕາເວັນຕົກ ທີ່ມີຄວາມໝາຍຄສາມສຳຄັນໃນລະດັບພາກພື້ນ, ໂຄງການປັບປຸງທາງເລກ 09 ແມ່ນໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາພື້ນຖານ ໂຄງລ່າງດ້ານການຂົນສົ່ງ ພາຍໃນແຂວງສະຫວັນນະເຂດກໍຄື ຂອງ ສປປ ລາວ ໃຫ້ໄດ້ຮັບການຍົກລະດັບຕາມມາດຖານສາກົນ ແລະ ໄດ້ຊ່ວຍໃຫ້ ສປປ ລາວ ທີ່ເປັນ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລອອກໃຫ້ກາຍເປັນປະເທດບໍລິການທາງຜ່ານຂອງອະນຸພາກພື້ນໄດ້ຢ່າງແທ້ຈິງພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນຂອງບັນດາອານຸພາກພື້ນແຫ່ງນີ້ສາມາດສັນຈອນໄປມາຫາສູ່, ສົ່ງເສີມການຜະລິດ, ການທ່ອງທ່ຽວແລະການຄ້າຂາຍນຳກັນໄດ້ດີຍີ່ງຂື້ນ. ໃນວັນທີ 26 ເມສາ 2012 ທີ່ຜ່ານໄດ້ ມີການເຊັນສັນຍາກັບບໍລິສັດຮັບເໝົາກໍ່ສ້າງລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບບໍລິສັດໂອບາຢາ ຊິໂລດຈອຍເວັນເຈີ້, ມີບໍລິສັດອໍລຽນຕັນ ແລະ IDCJ ເປັນທີ່ປຶກສາຂອງໂຄງການ. ໃນການຍົກລະດັບທາງເລກ 09 ແມ່ນໄດ້ແບ່ງອອກເປັນ 02 ໄລຍະຄື: ໄລຍະທີ 01 ເລີ່ມແຕ່ກມ 28+800 (ເມືອງອາດສະພັງທອງ) ຫາກມ 75+800 (ເມືອງພະລານໄຊ), ໄລຍະທີ 02 ແມ່ນເລີ່ມແຕ່ກມ 113+800 (ເມືອງພີນ) ໃນການຍົກລະດັບແມ່ນຂູດຮື້ໜ້າທາງຢາງອັດສະຟານເກົ່າອອກ ແລະ ຍົກລະດັບຊັ້ນຮອງພື້ນທາງຊັ້ນພື້ນທາງດ້ວຍວັດສະດຸຫີນຂົບ ແລະ ປູອັດສະຟານ 2 ຊັ້ນ ທີ່ມີຄວາມໜາ 10 ຊມ, ໜ້າທາງ ກ້ວາງ 9 ແມັດ, ມີລະບົບຮ່ອງລະບາຍນ້ຳສອງຂ້າງທາງທີ່ກໍ່ດ້ວຍເບຕົງ ໃນການຍົກລະດັບທາງດັ່ງກ່າວ ແມ່ນສາມາດຮອງຮັບນ້ຳໜັກຂອງລົດໄດ້ເຖີງ 11 ໂຕນ/ເພົາ, ຄວາມໄວສະເລ່ຍ 56,3 ກມ/ຊມ. ໃນການປັບປຸງຍົກລະດັບມູນຄ່າຂອງໂຄງການແມ່ນ 2.464 ລ້ານເຢັນ, ສຳລັບຄ່າໃຊ້ຈ່າຍໃຫ້ທີ່ປຶກສາ 276 ລ້ານເຢັນເຊິ່ງເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ 100%. ສຳລັບຝ່າຍລັດຖະບານລາວ ໄດ້ສົມທົບຊ່ວຍໃນການຍົກເວັ້ນພາສີ, ອາກອນ ແລະ ຄ່າທຳນຽມຕ່າງໆ. ພ້ອມທັງຈັດຫາ ແລະ ອຳນວຍຄວາມສະດວກທາງດ້ານສະຖານທີ່ປຸກສ້າງຊົ່ວຄາວ, ລະບົບຕາຄ່າຍໄຟຟ້າ, ເກັບກູ້ລະເບີດ, ໄກເກັ່ຍສິ່ງກີດ ຂວາງ ແລະ ອື່ນໆທີ່ຕິດພັນກັບການຈັດຕັ້ງປະຕິບັດຂອງໂຄງການ. ໂຄງການດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນ ເວລາຢູ່ 3 ປີ ຊຶ່ງເລີ່ມແຕ່ປີ 2012 ຈະໃຫ້ສຳເລັດປີ 2015 ຕາມມາດຕະຖານທີ່ໄດ້ກຳນົດໄວ້.
ເວົ້າລວມແລ້ວເສັ້ນທາງເລກ 09 ຖືວ່າເປັນເສັ້ນທາງທີ່ສຳຄັນໃນການລຳລຽງ, ການຂົນສົ່ງໃນເຂດດັ່ງກ່າວ ສຳລັບ ໂຄງການດັ່ງກ່າວຈະນຳເອົາຜົນປະໂຫຍດອັນໃຫຍ່ຫລວງມາສູ່ການພັດທະນາ ເສດຖະກິດ-ສັງຄົມການຫຼຸດຜ່ອນຄວາມທຸກຍາກກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂື້ນ.
ການເຂົ້າຢ້ຽມອຳລາຂອງ ທ່ານ Masato TOGAWA
- Details
- Published on ສຸກ, 15 ກຸມພາ 2013 07:48
ໃນຕອນບ່າຍ ຂອງວັນທີ 14 ກຸມພາ 2013 ທີ່ຜ່ານມາ, ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕອນຮັບການເຂົ້າຢ້ຽມອຳລາຂອງທ່ານ Masato TOGAWA, ຫົວໜ້າອົງການສາກົນເພື່ອການຮ່ວມມືແຫ່ງປະເທດຍີ່ປຸ່ນ (JICA) ປະຈຳ ສປປ ລາວ ທີ່ໝົດວາລະການປະຕິບັດໜ້າທີ່. ໃນໂອກາດນີ້, ທ່ານ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕີລາຄາສູງ ໃນການປະຕິບັດໜ້າທີ່ຂອງທ່ານ Masato TOGAWA ໃນຕະຫຼອດສາມປີທີ່ຜ່ານມາ, ທ່ານໄດ້ປະຕິບັດວຽກງານຢ່າງຕັ້ງໜ້າປະກອບ ສ່ວນຊຸກຍູ້ປະຕິບັດໂຄງການຮ່ວມມືໃນຂະແໜງການໂຍທາທິຫານ ແລະ ຂົນສົ່ງ ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການ ເພີ້ມພູນຄູນສ້າງສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃຫ້ນັບມື້ນັບມີປະສິດທິຜົນສູງຂື້ນ. ຈາກນັ້ນທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງກໍໄດ້ມອບໃບຍ້ອງຍໍ ໃຫ້ແກ່ທ່ານ Masato TOGAWA ເພື່ອເປັນການສັນລະເສີນຕໍ່ຜົນງານດັ່ງກ່າວພ້ອມດຽວກັນນັ້ນ, ທ່ານ Masato TOGAWA ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ແລະ ກະຊວງໂຍທາທິການ ແລະຂົນສົ່ງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມສະດວກ ໃນການປະຕິບັດໜ້າທີ່ຂອງທ່ານຢູ່ສປປລາວ ແລະ ຢືນຢັນຈະສຶບຕໍ່ສົ່ງເສີມສາຍພົວພັນ ແລະການຮ່ວມມືລະຫວ່າງສອງຊາດ ໃຫ້ດີຍີ່ງໆຂື້ນ. ໃນໂອກາດພົບປະນີ້, ທັງສອງຝ່າຍ ຍັງໄດ້ເຊັນບັດບັນທຶກຮ່ວມກັນ ກ່ຽວກັບການຊ່ວຍເຫຼືອລ້າທາງດ້ານເຕັກນິກ ສຳລັບໂຄງການຂົນສົ່ງ ທີ່ມີມົນລະພິດຕ່ຳ ຢູ່ ສປປ ລາວ, ຊຶ່ງການຄົ້ນຄ້ວາ ແລະ ລິເລີ້ມການສົ່ງເສີມນຳໃຊ້ພາຫະນະຂົນສົ່ງທີ່ມີມົນລະພິດຕ່ຳ ເປັນຕົ້ນແມ່ນລົດໄຟຟ້າ ເປັນການຮັກສາສະພາບແວັດລ້ອມ ໂດຍສະເພາະໃນຕົວເມືອງນະຄອນຫຼວງວຽງຈັນ.
ກອງປະຊຸມໄລຍະຕົ້ນຂອງໂຄງການພັດທະນາຂີດຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ສາຍໃຍການຈັດຕັ້ງຂອງຄະນະກໍາ ມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ກະຊວງ ຍທຂ
- Details
- Published on ພຸດ, 13 ກຸມພາ 2013 08:11
ກະຊວງ ຍທຂ ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ ດ້ວຍການຊຸກຍູ້ ແລະ ສະໜັບສະໜູນຂອງ ຄະນະກໍາມາທິການ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ. ໂຄງການດັ່ງກ່າວແມ່ນແນ່ໃສ່ ພັດທະນາຂີດ ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ສາຍໃຍການຈັດຕັ້ງຂອງຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງ ແມ່ຍິງ ກະຊວງ ຍທຂ, ເຊິ່ງມີມູນຄ່າທັງໝົດ 225.000 USD, ມີກໍານົດເວລາ 18 ເດືອນ (2013-2014). ໂດຍອີງຕາມແຜນໜ້າວຽກຂອງໂຄງການ ໃນວັນທີ່ 12 ກຸມພາ 2013, ທີ່ຫ້ອງປະຊຸມເບີ 01 ຂອງກະຊວງ ຍທຂ ຈຶ່ງໄດ້ຈັດກອງປະຊຸມໄລຍະຕົ້ນຂື້ນ ເພື່ອສະເໜີຜ່ານແຜນການ, ບັນດາໜ້າວຽກ ແລະ ເວລາໃນການຈັດຕັ້ງປະຕິບັດ ໂຄງການ. ກອງປະຊຸມໄດ້ຈັດຂື້ນພາຍໃຕ້ການເປັນປະທານ ຂອງ ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍ ວ່າການ ກະຊວງ ຍທຂ, ປະທານຄະນະກໍາມາທິການ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ຍທຂ, ແລະ ມີທ່ານ Chong Chi Nai, Country Director, ADB. ມີບັນດາຜູ້ແທນມາຈາກ ເອດີບີ, ຄກມຊ, ຄະນະ ກໍາມາທິການ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ຍທຂ, ຄະນະປະສານງານ ເພື່ອສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ ຂັ້ນກົມເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດ 62 ຄົນ, ຍິງ 33 ຄົນແລະ ຊາຍ 29 ຄົນ. ນອກຈາກ ໄດ້ຮັບຟັງການສະເໜີແຜນການ ແລະ ບັນດາໜ້າວຽກ ແລະ ເວລາໃນການຈັດຕັ້ງປະຕິບັດໂຄງການແລ້ວ, ບັນດາ ຜູ້ແທນແມ່ນໄດ້ປະກອບຄໍາເຫັນໃສ່ແຜນດັ່ງກ່າວ ເພື່ອໃຫ້ສົມບູນຍິ່ງຂື້ນ, ກອງປະຊຸມຄັ້ງນີ້ແມ່ນຂີດໝາຍ ໃນການ ຈັດຕັ້ງປະຕິບັດໜ້າວຽກຂອງໂຄງການທີ່ກ່າວມາຂ້າງເທິງນັ້ນ.
More Articles...
- ເຜີຍແຜ່ ຜົນສຳເລັດຂອງກອງປະຊຸມ ສຸດຍອດອາຊີ-ເອີລົບ (ASEM) ຄັ້ງທີ 9
- ພິທີເຊັນສັນຍາ ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານ ໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ ແຂວງຫຼວງພະບາງ
- ພິທີລົງນາມບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຂົນສົ່ງທາງບົກ 3 ຝ່າຍ ລາວ-ກຳປູເຈຍ-ຫວຽດນາມ (CLV)
- ກອງປະຊຸມ ສາມັນຄົບຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5 ສະໄໝທີ III