ຂ່າວພາຍໃນກະຊວງ
ເຜີຍແຜ່ ຜົນສຳເລັດຂອງກອງປະຊຸມ ສຸດຍອດອາຊີ-ເອີລົບ (ASEM) ຄັ້ງທີ 9
- Details
- Published on ສຸກ, 25 ມັງກອນ 2013 04:35
ໃນວັນທີ 24 ມັງກອນ 2013 ທີ່ຫ້ອງປະຊຸມເບີ 1 ໄດ້ຮັບຟັງການເຜີຍແຜ່ ຜົນສຳເລັດຂອງກອງປະຊຸມສຸກຍອດອາຊີ-ເອີລົບ (ASEM) ຄັ້ງທີ 9, ໂດຍໃຫ້ກຽດເຜີຍແຜ່ໂອ້ລົມ ຂອງ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ, ເປັນກຽດເຂົ້າຮ່ວມຮັບຟັງມີ ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຜູ້ຊ່ວຍວຽກລັດຖະມົນຕີວ່າການ ແລະ ຊ່ວຍວ່າການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ, ອົງການ, ສະຖາບັນ, ສະພາວິທະຍາສາດ ແລະເຕັກໂນໂລຊີ, ກອງວິຊາການ, ສູນຝຶກ, ຜູ້ອຳນວຍການ ແລະຮອງອຳນວຍການ ບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ຍທຂ ແລະຄະນະຮັບຜິດຊອບອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງ ປະເທດ ໄດ້ເລົ່າປະຫວັດຄວາມເປັນມາຂອງກອງປະຊຸມອາຊີ-ເອີລົບ (ອາເຊັມ) (Asia Europe MeeTing ຫຼື ASEM) 1. ຕົ້ນກຳເນີດຂອງອາເຊັມ, 2. ວີວັດທະນາການຂອງອາເຊັມ, 3. ຂະແໜງການຮ່ວມມືປະກອບມີ 3 ເສົາຄ້ຳຄື: ການຮ່ມມືທາງດ້ານການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, 4. ຈຸດພິເສດຂອງອາເຊັມ ແລະ 5. ກົນໄກການຮ່ວມມືຂອງອາເຊັມ. ທ່ານຍັງກ່າວອີກວ່າ ຜົນສຳເລັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ມີຜົນສຳເລັດຫລາຍຄື:
1. ຄວາມສຳເລັດໃນການປ້ອງກັນຄວາມສະຫງົບ,
2. ຄວາມສຳເລັດຈາກເນື້ອໃນທີ່ເລີກເຊີ່ງ, ມີວິໄສທັດ ແລະເປັນຂິດໝາຍປະຫວັດສາດ,
3. ຄວາມສຳເລັດຈາກການເຂົ້າຮ່ວມຢ່າງຫຼວງຫລາຍ,
4. ຄວາມສຳເລັດຈາກການອຳນວຍຄວາມສະດວກດ້ານໂຄງລ່າງ,
5. ຄວາມສຳເລັດຈາກພິທີການອັນສະຫງ່າງາມ,
6. ຄວາມສຳເລັດຈາກການ ອອກຄຳເຫັນທີ່ຫ້າວຫັນ.
7. ຄວາມສຳເລັດຈາກການພົບປະ 2 ຝ່າຍ ລະຫວ່າງຄະນະຜູ້ແທນກັບເຈົ້າພາບ,
8. ຄວາມສຳເລັດຈາກຄວາມຮູ້ສຶກປີຕິຊົມຊື່ນ ຂອງຄະນະຜູ້ແທນ ແລະ
9. ຄວາມສຳເລັດລວມ ຂອງການເປັນປະທານອາເຊັມ ຂອງ ສປປ ລາວ.
ໝາກຜົນຂອງກອງປະຊຸມປີ່ນອ້ອມ ມີກອງປະຊຸມ ການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີລົບ ຄັ້ງທີ 7 (ASEP-7), ກອງປະຊຸມພາກປະຊົນອາຊີ-ເອີລົບ ຄັ້ງທີ 9 (AEPE-9), ກອງປະຊຸມພາກທຸລະກິດ ອາຊີ-ເອີລົບ ຄັ້ງທີ 13 (AEBF-13).
ພິທີລົງນາມບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຂົນສົ່ງທາງບົກ 3 ຝ່າຍ ລາວ-ກຳປູເຈຍ-ຫວຽດນາມ (CLV)
- Details
- Published on ພຸດ, 23 ມັງກອນ 2013 05:45
ເພື່ອເຮັດໃຫ້ ສປປ ລາວ ມີທາງອອກສູ່ທະເລ ແລະ ທາງເລືອກໃນການນຳໃຊ້ທ່າເຮືອທະເລນ້ຳເລິ່ກຫລາຍຂື້ນ, ປະ ຕິບັດນະໂຍບາຍ ຂອງລັດຖະບານ ໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຕໍ່ ແລະ ບໍລິການທາງຜ່ານດ້ານຄົມມະນາຄົມ-ຂົນສົ່ງ ແລະ ພ້ອມທັງເປັນການຜັນຂະຫຍາຍກອບການຮ່ວມມືໃນເຂດ 3 ຫລ່ຽມພັດທະນາ (Development Triangle Area “DTA”) ໃຫ້ປະກົດຜົນເປັນຈິງ. ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ຈຶ່ງເປັນເຈົ້າການໃນການສະເໜີຂໍລິເລີ່ມໃນການສ້າງບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຂົນສົ່ງທາງບົກ 3 ຝ່າຍ ລະຫວ່າງ ລາວ-ກຳປູເຈຍ-ຫວຽດນາມ ຂື້ນ ຊຶ່ງໃນໄລຍະຜ່ານມາໄດ້ມີການນຳ ຂອງ 3 ປະເທດ ໄດ້ແລກປ່ຽນການຢ້ຽມຢາມ ແລະສຳຫລວດເສັ້ນທາງໃນເຂດ 3 ຫລ່ຽມພັດທະນາ ຫລາຍຄັ້ງ. ນັບແຕ່ມີການລິເລີ່ມດັ່ງກ່າວ, ໄດ້ມີການປຶກສາຫາລື 3 ຝ່າຍ ລາວ-ກຳປູເຈຍ-ຫວຽດນາມ ທັງເປັນທາງການ ແລະບໍໍ່ເປັນທາງການ ຈຳນວນຫລາຍຄັ້ງ ສຳລັບການປຶກສາຫາລືເປັນທາງການ ມີ 3 ຄັ້ງຄື: ຄັ້ງທີ 1 ປີ 2010 ທີ່ເມືອງດົ່ງສ່ວາຍ, ແຂວງບີ່ງເຝືອກ, ປະເທດ ຫວຽດນາມ, ຄັ້ງທີ 2 ປີ 2011 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ຄັ້ງທີ 3 ປີ 2012 ທີ່ເມືອງດາຫລາດ, ແຂວງເລີມດົງ, ປະເທດຫວຽດນາມ ຈຶ່ງສາມາດຕົກລັງກັນໄດ້ເນື້ອໃນຂອງ MOU ສະບັບນີ້. ສຳລັບຈຸດປະສົງຂອງ MOU ແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງທາງບົກ 3 ປະເທດ ໄດ້ໄປມາຫາສູ່ກັນ ແລະ ຂ້າມແດນຜ່ານປະເທດໜຶ່ງ ໄປຫາອີກປະເທດໜຶ່ງ ຢ່າງສະດວກສະບາຍໂດຍຜ່ານດ່ານສາກົນທຸກດ່ານ ຂອງແຕ່ລະປະເທດ. ໃນເບື້ອງຕົ້ນແມ່ນກຳນົດເອົາພາຫະນະປະເທດລະ 150 ຄັນ ແລະ ສາມາດເພີ່ມຈຳນວນໄດ້ບົນພື້ນຖານການເຫັນດີ ຈາກປະເທດພາຄີ ທັງ 3, ສ່ວນພາຫະນະທີ່ບໍ່ເຮັດທຸລະກິດເຊັ່ນ: ລົດທາງການ ແລະ ການທູດແມ່ນສາມາດໄປໄດ້. ສຳລັບຜົນປະໂຫຍດທີ່ຈະໄດ້ຮັບຈາກການລົງນາມ MOU ສະບັບນີ້ ແມ່ນສ້າງໂອກາດໃຫ້ ສປປ ລາວ ໄດ້ມີທາງເລືອກໃນການອອກສູ່ທ່າເຮືອທະເລ ຂອງກຳປູເຈຍ ແລະ ຫວຽດນາມ ແລະສາມາດຜ່ານກຳປູເຈຍ ໄປຫາບັນດາແຂວງພາກໃຕ້ຂອງຫວຽດນາມ ດ້ວຍໄລຍະທາງທີ່ສັ້ນ. ຮ່ວມລົງນາມ MOU ດັ່ງກ່າວປະກອບດ້ວຍລັດຖະມົນຕີວ່າການກະຊວງຂົນສົ່ງ 3 ປະເທດຄື: 1) ພະນະທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ແຫ່ງ ສປປ ລາວ, 2) ພະນະທ່ານ ຕຣາມ ອິບ ຕຶກ (Tram lv Tek), ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງຣາຊະອານາຈັກກຳປູເຈຍ ແລະ 3) ພະນະທ່ານ ດີ່ງ ຫລ້າ ທັງ (Ding La Thang), ລັດຖະມົນຕີວ່າການກະຊວງຄົມມະນາຄົມ-ຂົນສົ່ງ ແຫ່ງ ສສ ຫວຽດນາມ, ນອກຈາກນັ້ນ, ຍັງມີພະນະທ່ານ ຊັດຊາດ ສິດທິພັນ (Chatchard Sittipunt), ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັດໄທ ເຂົ້າຮ່ວມເປັນສັກຂີພິຍານ ແລະຜູ້ສັງເກດການ ມີພະນະທ່ານ ດຣ. ສອນໄຊ ສີພັນດອນ ເຈົ້າແຂວງໆຈຳປາສັກ ເຂົ້າຮ່ວມໃນນາມເປັນເຈົ້າພາບພິທີລົງນາມໃນຄັ້ນີ້.
ພິທີເຊັນສັນຍາ ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານ ໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ ແຂວງຫຼວງພະບາງ
- Details
- Published on ພະຫັດ, 24 ມັງກອນ 2013 03:28
ວັນທີ 22 ມັງກອນ 2013 ຢູ່ທີ່ຫ້ອງປະຊຸມເບີ 2 ກະຊວງ ຍທຂ ໄດ້ຈັດພິທີເຊັນສັນຍາ “ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ, ແຂວງຫຼວງພະບາງ ລະຫວ່າງ ທ່ານ ນ. ຈຸນໂກະ ໂຍໂກຕະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານ ພົບສະຫວາດ ແສນດວງເດດ ຫົວໜ້າຫ້ອງການ ຍທຂ ເມືອງນ້ຳບາກ, ແຂວງຫຼວງພະບາງ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ Yosuke Tsuruho, ລັດຖະມົນຕີຊ່ວຍວ່າການ ກະຊວງໂຄງລ່າງທີ່ດີນ, ຂົນສົ່ງ ແລະທ່ອງທ່ຽວ ແຫ່ງປະເທດຍີ່ປຸ່ນ, ທ່ານ ຄຳດົວ ເຢຍກົວນໍເຮີວາງ ຮອງເລຂາພັກແຂວງ ຫຼວງພະບາງ ພ້ອມດ້ວຍພະນັກງານ ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ເສັ້ນທາງແຕ່ບ້ານໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ, ເມືອງນ້ຳບາກ, ແຂວງຫຼວງພະບາງ ມີຄວາມຍາວປະທານ 3 ກິໂລແມັດ ມູນຄ່າການກໍ່ສ້າງ 111,192 USA ແມ່ນມີສະພາບບໍ່ດີ ແລະ ຫຍຸ້ງຍາກໃນການເດີນທາງໄປມາ, ບ້ານນ້ຳລາ ແລະບ້ານໂຄ້ງ ຢູ່ເມືອງນ້ຳບາກ ເປັນບ້ານທີ່ມີຊື່ສຽງເລື່ອງການຜະລິດໝາກກ້ຽງເພື່ອສົ່ງຂາຍ ແລະປະຊາຊົນສ່ວນໃຫຍ່ແມ່ນຊາວໄຮ່, ຊາວສວນ. ດັ່ງນັ້ນ ຖ້າຫາກຖະໜົນເຊື່ອມຕໍ່ລະຫວ່າງໝູ່ບ້ານດັ່ງກ່າວ ຫາກໄດ້ຮັບການແກ້ໄຂ ແລະຍົກລະດັບໃຫ້ດີຂື້ນ ຈະຊ່ວຍອຳນວຍຄວາມສະດວກ ໃນການໄປມາຫາສູ່ກັນລະຫວ່າງປະຊາຊົນ ຈຳນວນ 2,453 ຄົນຈາກ 2 ບ້ານ ແລະປະຊາຊົນຢູ່ເຂດໃກ້ຄຽງອີກປະມານ 10,500 ຄົນ ກໍຈະໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ. ນອກນັ້ນຍັງມີຜົນດີຕໍ່ການຕິດຕໍ່ພົວພັນກັບພາຍນອກ, ການຂົນສົ່ງສິນຄ້າກະສີກຳອອກສູ່ຕະຫລາດຢ່າງສະດວກ, ການນຳສົ່ງຄົນເຈັບໄປໂຮງໝໍເມືອງ, ການໄປໂຮງຮຽນ ແລະການສັນຈອນປະເພດອື່ນໆ, ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອໂຄງການຍົກລະດັບເສັ້ນທາງເຂົ້າໝູ່ບ້ານ ໂດຍຜ່ານໂຄງການ GGP ແລ້ວທັງໝົດ 17 ໂຄງການ ເຊິ່ງມີມູນຄ່າປະມານ 1,249,803 ໂດລາສະຫະລັດ.
ກອງປະຊຸມ ສາມັນຄົບຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5 ສະໄໝທີ III
- Details
- Published on ອັງຄານ, 15 ມັງກອນ 2013 04:48
ໃນຕອນເຊົ້າຂອງວັນທີ 14 ມັງກອນ 2013 ຢູ່ທີ່ຫ້ອງປະຊຸມເບີ 3 ຂອງກະຊວງຍທຂໄດ້ມີພິທີເປີດກອງປະຊຸມສາມັນຄົບຄະນະພັກກະຊວງໂຍທາທິການແລະຂົນສົ່ງຄັ້ງທີ 5 ສະໄໝທີ III ຂື້ນ, ໂດຍພາຍໃຕ້ການເປັນປະທານຂອງທ່ານສົມມາດພົລເສນາລັດຖະມົນຕີວ່າການກະຊວງໂຍທາທິການແລະຂົນສົ່ງພ້ອມຄະນະພັກທົ່ວກະຊວງກໍໄດ້ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ສຸດທີ່ມີຄວາມໝາຍຄວາມສຳຄັນເພາະເປັນການກັນຕີລາຄາຄືນໃນການປະຕິບັດ ມະຕິຂອງກອງປະຊຸມສາມັນຄົບຄະນະພັກກະຊວງ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກກະຊວງ ທີ່ຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນ ຕໍ່ໜ້າ, ພ້ອມທັງພິຈາລະນາ ບັນຫາສຳຄົນຕ່າງໆ ເພື່ອສຶບຕໍ່ນຳເອົາເນື້ອໃນຈິດໃຈຂອງ 4 ບຸກທະລຸ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຊີວິດຕົວຈິງຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ໃຫ້ປະກົດຜົນເປັນຈິງ ແລະ ສຶບຕໍ່ນຳພາກະຊວງ ຍທຂ ສຸ່ມໃສຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ 5 ປີ ຄັ້ງທີ VII ພ້ອມກັນສູ້ຊົນ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020.
ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄ້ວາຕີລາຄາ, ພິຈາລະນາ ແລະຮັບຮອງເອົາຫຼາຍບັນຫາທີ່ສຳຄັນຄື: ສະຫລຸບຕີລາຄາການປະຕິບັດວຽກງານ 3 ເດືອນທ້າຍປີ 2012 ແລະວາງທິດທາງແຜນການໃນຕໍ່ໜ້າ ຂອງອົງຄະນະພັກກະຊວງ, ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳພັກກະຊວງ, ລາຍງານການເຄື່ອນໄຫວນຳພາຂອງ ຄະນະພັກຮາກຖານກົມເຄ ແລະ ຜັງເມືອງ, ລາຍງານການເຄື່ອນໄຫວນຳພາຂອງ ໜ່ວຍພັກຮາກຖານ ກົມໂຍທາທິການ ທາງນ້ຳ ແລະ ລາຍງານກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍກະຊວງ ປະຈຳປີ 2012.
More Articles...
- ຄະນະຜູ້ແທນຂັ້ນສູງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຢ້ຽມຢາມ ແລະ ປຶກສາຫາລື ກ່ຽວກັບ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ມຽນມາ
- ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ກະຊວງໂຍທາທິການ ແລະຂົນສົ່ງ
- ມະຫາວິທະຍາໄລ ຄົມມະນາຄົມ ຂົນສົ່ງ ຮ່າໂນ້ຍ, ສສຫວຽດນາມ ມອບໃບປະກາດສະນີຍະບັດປະລິນຍາເອກກິດຕິມະສັກ ໃຫ້ແກ່ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ຍທຂ
- ກອງປະຊຸມຜັນຂະຫາຍາຍຜົນສຳເລັດຂອງກອງປະຊຸມ ຈັດຕັ້ງທົ່ວປະເທດ ຄັ້ງທີ 9 ຂອງພັກ, ກະຊວງ ຍທຂ