ຂ່າວພາຍໃນກະຊວງ
ກອງປະຊຸມ ສາມັນຄົບຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5 ສະໄໝທີ III
- Details
- Published on ອັງຄານ, 15 ມັງກອນ 2013 04:48
ໃນຕອນເຊົ້າຂອງວັນທີ 14 ມັງກອນ 2013 ຢູ່ທີ່ຫ້ອງປະຊຸມເບີ 3 ຂອງກະຊວງຍທຂໄດ້ມີພິທີເປີດກອງປະຊຸມສາມັນຄົບຄະນະພັກກະຊວງໂຍທາທິການແລະຂົນສົ່ງຄັ້ງທີ 5 ສະໄໝທີ III ຂື້ນ, ໂດຍພາຍໃຕ້ການເປັນປະທານຂອງທ່ານສົມມາດພົລເສນາລັດຖະມົນຕີວ່າການກະຊວງໂຍທາທິການແລະຂົນສົ່ງພ້ອມຄະນະພັກທົ່ວກະຊວງກໍໄດ້ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ສຸດທີ່ມີຄວາມໝາຍຄວາມສຳຄັນເພາະເປັນການກັນຕີລາຄາຄືນໃນການປະຕິບັດ ມະຕິຂອງກອງປະຊຸມສາມັນຄົບຄະນະພັກກະຊວງ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກກະຊວງ ທີ່ຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນ ຕໍ່ໜ້າ, ພ້ອມທັງພິຈາລະນາ ບັນຫາສຳຄົນຕ່າງໆ ເພື່ອສຶບຕໍ່ນຳເອົາເນື້ອໃນຈິດໃຈຂອງ 4 ບຸກທະລຸ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຊີວິດຕົວຈິງຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ໃຫ້ປະກົດຜົນເປັນຈິງ ແລະ ສຶບຕໍ່ນຳພາກະຊວງ ຍທຂ ສຸ່ມໃສຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ 5 ປີ ຄັ້ງທີ VII ພ້ອມກັນສູ້ຊົນ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020.
ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄ້ວາຕີລາຄາ, ພິຈາລະນາ ແລະຮັບຮອງເອົາຫຼາຍບັນຫາທີ່ສຳຄັນຄື: ສະຫລຸບຕີລາຄາການປະຕິບັດວຽກງານ 3 ເດືອນທ້າຍປີ 2012 ແລະວາງທິດທາງແຜນການໃນຕໍ່ໜ້າ ຂອງອົງຄະນະພັກກະຊວງ, ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳພັກກະຊວງ, ລາຍງານການເຄື່ອນໄຫວນຳພາຂອງ ຄະນະພັກຮາກຖານກົມເຄ ແລະ ຜັງເມືອງ, ລາຍງານການເຄື່ອນໄຫວນຳພາຂອງ ໜ່ວຍພັກຮາກຖານ ກົມໂຍທາທິການ ທາງນ້ຳ ແລະ ລາຍງານກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍກະຊວງ ປະຈຳປີ 2012.
ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ກະຊວງໂຍທາທິການ ແລະຂົນສົ່ງ
- Details
- Published on ພຸດ, 09 ມັງກອນ 2013 03:26
ໃນຕອນເຊົ້າຂອງວັນທີ 7 ມັງກອນ 2013 ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ວຽກງານເສດຖະກິດໄດ້ລົງຊີ້ນຳຂົງເຂດວຽກງານຂະແໜງໂຍທາທິການແລະຂົນສົ່ງທີ່ສູນຮ່ວມມືສາກົນແລະຝືກອົບຮົມ (ICTC), ໂດຍມີທ່ານສົມມາດພົລເສນາລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ມີບັນດາຫົວໜ້າກົມ, ຮອງກົມ, ສູນເຝືກ, ສະຖາບັນ, ສະພາວິທະຍາສາດ-ເຕັກໂນໂລຊີ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານອາວຸໂສ, ພະນັກງານບຳນານ ແລະ ບັນດາລັດວິຫາຫະກິດອ້ອມຂ້າງ, ກໍໄດ້ເຂົ້າຮ່ວມ. ໃນການລົງຊີ້ ນຳຂົງເຂດວຽກງານ ພາຍໃນກະຊວງ ຍທຂ ໃນຄັ້ງນີ້ ທ່ານຮອງນາຍຍົກລັດຖະມົນຕີ ໄດ້ຍົກເອົາບົດຮຽນທີ່ສຳຄັນໃນບາງຕອນ ຂອງ ທ່ານປະທານ ໄກສອນ ພົມວິຫານ, ຊື່ງເພື່ນໄດ້ມີຄວາມເຫັນຕໍ່ກອງປະຊຸມຂອງວຽກງານຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ທົ່ວປະເທດຄັ້ງທີ 1 ໃນວັນທີ 11-15 ກຸມພາ 1991 ທີ່ຜ່ານມາ, ເພື່ອນຳເອົາແນວຄວາມຄິດຂອງ ເພື່ນມາເປັນບ່ອນອີງ ແລະ ເປັນແນວ ທາງໃນ ການປະຕິບັດໜ້າທີ່ວຽກງານດັ່ງກ່າວແລະບົດລາຍງານ ຂອງທ່ານ ບົວທອງ ວົງລໍຄຳ ກ່ຽວກັບວຽກງານຄົມມະນາ ຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ເຫັນວ່າ “ໃນ 15 ປີທີ່ຜ່ານມາ ພັກ-ລັດຖະບານພວກເຮົາໄດ້ສຸມທຶນຮອນເປັນ ຈຳນວນຫຼວງຫຼາຍ ແລະ ແຮງງານໃນຈຳນວນບໍ່ໜ້ອຍ ເພື່ອການພັດ ທະນາວຽກງານຄົມມະນາຄົມ ທີ່ພັກເຮົາຖືເອົາ ເປັນຂະແໜງການປາຍແຫຼມຂອງການພັດທະນາພື້ນຖານໂຄງລ່າງເສດ ຖະກິດແຫ່ງຊາດ ແລະ ຂະແໜງການຂອງ ພວກເຮົາກໍສາມາດຍາດຜົນງານອັນໃຫຍ່ຫຼວງ, ທີ່ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນນັ້ນພວກເຮົາຍັງສາມາດສ້າງພະນັກງານ, ກຳມະກອນ, ວິສະວະກອນ, ເຕັກນິກທີ່ຜ່ານ ການເຮັດ ວຽກງານຕົວຈິງ ແລະ ໄດ້ສະສົມບົດຮຽນອັນລ້ຳຄ່າ ເພື່ອເປັນຕົວແບບ ໃນການກ້າວໄປຂ້າງໜ້າໃຫ້ມີ ປະສິດທິຜົນສູງ” ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນຕື່ມອີກ ໃນບາງ ບັນຫາບໍ່ວ່າຈະເປັນດ້ານ ການຂົນສົ່ງທາງບົກ, ທາງນ້ຳ, ທາງອາກາດ ແລະ ການກໍ່ສ້າງເສັ້ນທາງຄົມມະນາຄົມ ຂົນສົ່ງ ບາງສາຍຍັງພົບບັນຫາເປັນຕົ້ນ ແມ່ນທາງເລກ 9, ທາງ 13 ແຕ່ສາມແຍກດອນໜູນ ຫາບ້ານໄຮ່ທີ່ໄດ້ຮັບ ການເປ່ເພ ແລະ ເປັນຫາງສຽງຂອງປະຊາຊົນ.
ໃນຕອນທ້າຍຍັງມີການປະກອບຄຳຄິດເຫັນຂອງພະນັກງານບຳນານ, ຫົວໜ້າກົມແລະ ລັດວິສາຫະກິດ. ເພື່ອ ຊ່ວຍກັນແກ້ໄຂບັນຫາທີ່ເກີດຂຶ້ນແລະຈະເກີດຂື້ນໃນຕໍ່ໜ້າ. ນີ້ແມ່ນຂີດໝາຍໜຶ່ງຂອງການເລີ່ມຕົ້ນປະຕິບັດ ວຽກງານ ໃນປີ 2013 ເພື່ອຍາດແຍ່ງຜົນງານ, ຜົນປະໂຫຍດອັນສູງມາສູ່ສັງຄົມກໍຄືປວງຊົນລາວທັງຊາດ.
ຄະນະຜູ້ແທນຂັ້ນສູງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຢ້ຽມຢາມ ແລະ ປຶກສາຫາລື ກ່ຽວກັບ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ມຽນມາ
- Details
- Published on ສຸກ, 11 ມັງກອນ 2013 06:23
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຈໍ ລິນ, ລັດຖະມົນຕີວ່າການ ກະຊວງ ກໍ່ສ້າງ ແຫ່ງ ສ. ມຽນມາ, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ.ມຽນມາ ໃນລະຫວ່າງວັນທີ 8-10 ມັງກອນ 2013 ໂດຍມີຈຸດປະສົງ ເພື່ອສືບຕໍ່ປຶກສາ ຫາລື ກັບ ກະຊວງ ກໍ່ສ້າງ, ສ.ມຽນມາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ - ມຽນມາ ລະຫວ່າງ ຊຽງກົກ (ແຂວງຫຼວງນ້ຳທາ, ສປປລາວ) ແລະ ແກ້ງລາບ (ສ.ມຽນມາ). ກອງປະຊຸມພົບ ປະສອງຝ່າຍຄັ້ງນີ້ ໄດ້ຈັດຂື້ນ ໃນເວລາ 13:00 ໂມງ ຂອງ ວັນທີ 9 ມັງກອນ 2013 ທີ່ ຫ້ອງປະຊຸມ ກະຊວງ ກໍ່ສ້າງ, ນະຄອນຫຼວງເນປີຕໍ ໂດຍທັງສອງຝ່າຍ ໄດ້ຄົ້ນຄ້ວາປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຕົກລົງ ເປັນເອກະພາບກັນ ກ່ຽວກັບບັນຫາດ້ານເຕັກນິກການກໍ່ສ້າງ, ການຈັດຊື້ຈັດຈ້າງບໍລິສັດທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ, ການກຳນົດເຂດກໍ່ສ້າງ ແລະ ວັນເວລາວາງສີລາລືກເປີດການກໍ່ສ້າງຂົວດັ່ງກ່າວ ຊຶ່ງ ຈະໄດ້ຈັດຂື້ນໃນວັນທີ 16 ກຸມພາ 2013 ທີ່ຈະມາເຖິງນີ້.
ພ້ອມດຽວກັນນີ້, ໃນວັນດຽວກັນຄະນະຜູ້ແທນ ກະຊວງ ຍທຂ ຍັງໄດ້ເຂົ້າຢ້ຽມຂຳນັບ ພະນະທ່ານ ປະທານາທິບໍດີ ເທນ ເຊນ ແຫ່ງ ສ.ມຽນມາ. ໃນໂອກາດນີ້ ທ່ານ ປະທານາທິບໍດີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ມຽນມາ ຊຶ່ງເປັນສອງປະເທດບ້ານໃກ້ເຮືອນຄຽງ ແລະ ເປັນເພື່ອນມິດທີ່ດີນຳກັນມາແຕ່ດົນນານ ແລະ ໄດ້ຊົມເຊີຍຕໍ່ການມາເຮັດວຽກຂອງຄະນະຜູ້ແທນ ກະຊວງ ຍທຂ ລາວ ໃນຄັ້ງນີ້, ພ້ອມທັງຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງໂຄງການກໍ່ສ້າງຂົວດັ່ງກ່າວ ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ ການຄົມມະ ນາຄົມ-ຂົນສົ່ງ ກໍຄືການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ-ມຽນມາ ແລະ ກັບບັນດາປະເທດໃກ້ຄຽງ ເປັນຕົ້ນແມ່ນ ສສ ຫວຽດນາມ ແລະ ສປ ຈີນ ເພື່ອຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຮ່ວມກັນ ແລະ ຮຽກຮ້ອງ ໃຫ້ທັງສອງຝ່າຍ ລາວ - ມຽນມາ ໃຫ້ມີການປະສານສົມທົບກັນ ເພື່ອເຮັດໃຫ້ການກໍ່ສ້າງຂົວດັ່ງ ກ່າວ ສໍາເລັດໄວ ຕາມແຜນການ. ສຳລັບຝ່າຍລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ປະທານາທິບໍດີ ເທນ ເຊນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ການຊີ້ນຳຊຸກຍູ້ຕໍ່ໂຄງການດັ່ງກ່າວເປັນພິເສດ, ພ້ອມທັງໄດ້ແຈ້ງໃຫ້ ທ່ານ ຜູ້ນຳສູງສຸດ ຂອງ ມຽນມາ ຊາບ ກ່ຽວກັບການປຶກສາຫາລື ກັບກະຊວງ ກໍ່ສ້າງ ມຽນມາ ໂດຍທັງສອງຝ່າຍ ສາມາດຕົກລົງບັນຫາ ຕ່າງໆໄດ້ຕາມຄາດໝາຍ, ພ້ອມທັງການກະກຽມວາງສີລາລືກເປີດການກໍ່ສ້າງຂົວດັ່ງກ່າວ ໃນວັນທີ 16 ກຸມພາ 2013.
ມະຫາວິທະຍາໄລ ຄົມມະນາຄົມ ຂົນສົ່ງ ຮ່າໂນ້ຍ, ສສຫວຽດນາມ ມອບໃບປະກາດສະນີຍະບັດປະລິນຍາເອກກິດຕິມະສັກ ໃຫ້ແກ່ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ຍທຂ
- Details
- Published on ສຸກ, 28 ທັນວາ 2012 02:08
ໂດຍເຫັນໄດ້ເຖິງຜົນງານການປະກອບສ່ວນຢ່າງຕັ້ງໜ້າ ແລະ ບໍ່ຮູ້ອິດຮູ້ເມື່ອຍຕະລອດມາ ໃນການສົ່ງເສີມສາຍພົວພັນການຮ່ວມມືດ້ານຄົມມະນາຄົມ ຂົນສົ່ງ ລະຫວ່າງ ສປປລາວ ແລະ ສສຫວຽດນາມ ຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມະຫາວິທະຍາໄລ ຄົມມະນາຄົມ ຂົນສົ່ງ ຮ່າໂນ້ຍ, ສສຫວຽດນາມ ຈຶ່ງໄດ້ຕົກລົງມອບໃບປະກາດສະນີຍະບັດປະລິນຍາເອກກິດຕິມະສັກ ໃຫ້ແກ່ ທ່ານ ສົມມາດ ພົລເສນາ, ໂດຍໄດ້ຈັດພິທີຂື້ນໃນຕອນເຊົ້າ ຂອງ ວັນທີ 27 ທັນວາ 2012 ທີ່ຫໍປະຊຸມໃຫ່ຍຂອງມະຫາວິທະຍາໄລ ໂດຍແມ່ນທ່ານ ສຈ ດຣ. ເຈິນ ດັກ ຊູ, ອະທິການບໍດີ ເປັນຜູ້ມອບໃບປະກາດສະນີຍະບັດ ແລະ ໃຫ້ກຽດເຂົ້າຮ່ວມພິທີມີ ທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງ ສຶກສາທິການ ແລະ ທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງ ຄົມມະນາຄົມ ຂົນສົ່ງ ສສຫວຽດນາມ, ທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງ ອຸດສະຫະກຳ ແລະ ການຄ້າ ສປປລາວ, ທ່ານ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ, ພ້ອມດ້ວຍບັນດາທ່ານ ຮອງອະທິການບໍດີ, ຄະນະບໍດີ ແລະ ນັກສຶກສາຂອງ ມະຫາວິທະຍາໄລດັ່ງກ່າວ. ໃນໂອກາດນີ້, ທ່ານ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງທາງມະຫາວິທະຍາໄລ ທີ່ໄດ້ມອບໃບປະກາດດັ່ງກ່າວໃຫ້ ແລະ ການປະກອບສ່ວນຢ່າງຫຼວງຫຼາຍໃນການກໍ່ສ້າງພັດທະນາຊັບພະຍາກອນມະນຸດຂອງລາວ ໃນໄລຍະຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງສອງຊາດ ລາວ - ຫວຽດນາມ ໃຫ້ໄດ້ຮັບການພັດທະນາດີຍິ່ງຂື້ນ.
More Articles...
- ກອງປະຊຸມຜັນຂະຫາຍາຍຜົນສຳເລັດຂອງກອງປະຊຸມ ຈັດຕັ້ງທົ່ວປະເທດ ຄັ້ງທີ 9 ຂອງພັກ, ກະຊວງ ຍທຂ
- ປາຖະກະຖາ ວັນຊາດທີ 2 ທັນວາຄົບຮອບ 37 ປີ ແລະວັນເກີດ ຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 92 ປີ
- ພິທີເຊັນສັນຍາໂຄງການກໍ່ສ້າງທາງແຕ່ ປາກລາຍ-ພູດູ່ ແຂວງໄຊຍາບູລີ
- ຜົນສຳເລັດຂອງການຕ້ອນຮັບ ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊູມ ອາຊີ-ຢູໂຣບ ຄັ້ງທີ 9 ທີ່ ສປປ ລາວ