ຂ່າວພາຍໃນກະຊວງ
ເຊື່ອມຊຶມກົດລະບຽບຂອງພັກ ສະໄໝທີ IX
- Details
- Published on ພຸດ, 06 ມິຖຸນາ 2012 03:03
ຕອນເຊົ້າຂອງວັນທີ 05 ມິຖຸນາ 2012 ຫ້ອງການ ກະຊວງໂຍທາທິການແລະ ຂົນສົ່ງ ຈັດຕັ້ງເຊື່ອມຊຶມກົດ ລະບຽບພັກສະໄຫມທີ IX ທີ່ຫ້ອງປະຊຸມເບີ 02 ໂດຍມີ ບັນດາສະຫາຍ ຄະນະພັກຫ້ອງກະຊວງ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງ ເລຂາ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ແລະ ສະມາຊິກພັກເຂົ້າຮ່ວມ. ການເຊື່ອມຊຶມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ກຳນົດ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ ກມສພ, ລົງວັນທີ 5/1/ 2012 ວ່າດ້ວຍການຈັດຕັ້ງ ປະຕິບັດກົດລະບຽບ ຂອງພັກສະໄຫມ ທີ IX, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກ ທີ 68/ຄຈສພ, ລົງວັນທີ 6/2/2012 ກ່ຽວກັບການ ຈັດຕັ້ງປະຕິບັດຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 5/1/2012 ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄຫມທີ IX. ຈຸດປະສົງ ໃນການເຊື່ອມຊຶມດັ່ງກ່າວແມ່ນເພື່ອເປັນ ບ່ອນອີງ ໃຫ້ແກ່ຄະນະພັກ ແລະ ການຈັດຕັ້ງທຸກຂັ້ນໃນການຈັດຕັ້ງຜັນຂະຫຍາຍກົດລະບຽບຂອງພັກ ໃຫ້ເປັນເອກະພາບ ທາງດ້ານຄວາມຮູ້ ແລະການກະທຳຕົວຈິງໃນທົ່ວ ອົງຄະນະພັກຂອງຕົນ, ເພື່ອເຮັດໃຫ້ຄະນະພັກ ແລະ ສະມາຊິກ ພັກທຸກສະຫາຍຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ; ເຄົາລົບ ແລະຈັດຕັ້ງປະຕິບັດ ກົດລະບຽບພັກຢ່າງຖືກຕ້ອງເຂັ້ມງວດ, ຍົກສູງຖານະຂອງສະມາຊິກພັກເຊິ່ງເປັນນັກຮົບປະຕິວັດໃນກອງນຳ ໜ້າຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກ ແຮງງານລາວບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນທາງດ້ານ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດເພື່ອເຮັດສຳເລັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີເປັນເອກະ ພາບພາຍໃນພັກ ແລະ ສືບຕໍ່ກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດໃນການນຳພາຂອງພັກໃຫ້ທຽມ ທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ກອງປະຊຸມເປີດບັ້ນແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ກະຊວງໂຍທາທິການ ແລະ ຂົນສົ່ງ ປະຈຳສົກປີ 2011
- Details
- Published on ພຸດ, 16 ພຶດສະພາ 2012 07:30
ເພື່ອເປັນການສ້າງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ທາງກະຊວງໂຍທາທິການ ແລະຂົນສົ່ງ ຈິ່ງໄດ້ເປີດບັ້ນແຂ່ງຂັນຂອງຕົນຂື້ນ ໃນຕອນເຊົ້າຂອງວັນທີ 11 ເມສາ 2012 ຢູ່ທີ່ ຫ້ອງປະຊຸມ ເບີ 1 ຂອງກະຊວງໂຍທາທິການ ແລະຂົນສົ່ງ. ໂດຍການໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ກໍາມະການສູນກາງພັກ ເລຂາພັກກະຊວງ ແລະ ຜູ້ເຂົ້າຮ່ວມມີບັນ ດາຫົວໜ້າກົມ, ຮອງກົມ, ສະພາວິທະຍາສາດ, ສູນຝຶກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກຫ້ອງ ການຕ່າງໆອ້ອມຂ້າງຂອງກະຊວງເຂົ້າຮ່ວມຫຼາຍກວ່າ 200 ຄົນ.
ຈຸດປະສົງໃນການເປີດກອງປະຊຸມດັ່ງກ່າວກໍເພື່ອເປັນການເປີດບັ້ນແຂ່ງຂັນ “ ຮັກຊາດ ແລະພັດທະນາ” ໃນ ກະຊວງ ໂຍທາທິການ ແລະຂົນສົ່ງ ໂດຍໃຫ້ແຕ່ລະກົມ, ຂອງຫ້ອງການ, ອົງການສູນເຝຶກ ແລະສະພາວິທະຍາສາດ ຂື້ນລາຍງານຂໍ້ແຂ່ງຂັນຂອງຕົນ ແລະຈະຕິດຕາມປະເມີນຜົນໃນທ້າຍປີ 2012 ອີກດ້ານໜຶ່ງແມ່ນເພື່ອມອບໃບຍ້ອງຍໍ, ມອບຫຼຽນໄຊແຮງງານ ແລະຫຼຽນກາໃຫ້ຜູ້ທີ່ີຜົນງານດີເດັ່ນ, ບຸກຄົນທີ່ໄດ້ມີການປະກອບ ສ່ວນເຂົ້າໃນງານສະເຫຼີມສະຫຼອງວຽງຈັນ 450 ປີທີ່ຜ່ານມາ.
ກອງປະຊຸມດັ່ງກ່າວໄດ້ເປັນເອກະພາບກັນນໍາເອົາເນື້ອໃນດັ່ງກ່າວເຂົ້າແຂ່ງຂັນກັນໃນການພັດທະນາເຂົ້າໃນພຶດຕິກໍາຕົວຈິງໃນການຈັດຕັ້ງປະຕິບັດວຽກງານ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຕາມຈຸດປະສົງທີ່ວາງໄວ້. ກອງປະຊຸມດັ່ງກ່າວໄດ້ອັດລົງໃນຕອນເຊົ້າຂອງວັນດຽວກັນ.
ກະຊວງ ຍທຂ ເຊື່ອມຊຶມ ກົດລະບຽບພັກ ສະໄໝທີ IX
- Details
- Published on ສຸກ, 25 ພຶດສະພາ 2012 04:12
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດຕັ້ງເຊື່ອມຊຶມກົດລະບຽບພັກສະໄຫມທີ IX ເມື່ອວັນທີ 23 ພຶດສະພາ 2012 ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສົມມາດ ພົລເສນາ ກຳມະການ ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາສະຫາຍ ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ແລະ ສະມາຊິກພັກເຂົ້າຮ່ວມ. ການເຊື່ອມຊຶມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ກຳນົດ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ ກມສພ, ລົງວັນທີ 5/1/2012 ວ່າດ້ວຍການຈັດຕັ້ງປະຕິບັດ ກົດລະບຽບຂອງພັກສະໄຫມ ທີ IX, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 68/ຄຈສພ, ລົງວັນທີ 6/2/2012 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 5/1/2012 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄຫມທີ IX. ຈຸດປະສົງ ໃນການເຊື່ອມຊຶມດັ່ງກ່າວແມ່ນເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກ ແລະ ການຈັດຕັ້ງທຸກຂັ້ນໃນການຈັດຕັ້ງ ຜັນຂະຫຍາຍກົດລະບຽບຂອງພັກໃຫ້ເປັນເອກະພາບທາງດ້ານຄວາມຮູ້ ແລະ ການກະທຳຕົວຈິງໃນທົ່ວ ອົງຄະນະພັກຂອງຕົນ, ເພື່ອເຮັດໃຫ້ຄະນະພັກ ແລະ ສະມາຊິກພັກທຸກສະຫາຍຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ; ເຄົາລົບ ແລະ ຈັດຕັ້ງປະຕິບັດກົດລະບຽບພັກຢ່າງຖືກຕ້ອງເຂັ້ມງວດ, ຍົກສູງຖານະຂອງສະມາຊິກພັກ ເຊິ່ງເປັນນັກຮົບປະຕິວັດໃນກອງນຳໜ້າຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ
ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ສືບຕໍ່ກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດໃນການນຳພາຂອງພັກໃຫ້ທຽມທັນກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ກອງປະຊຸມວຽກງານແຜນການ
- Details
- Published on ພຸດ, 16 ພຶດສະພາ 2012 07:15
ກອງປະຊຸມປະຈຳປີຂອງວຽກແຜນການ ແລະການຮ່ວມມື ຂະແໜງ ຍທຂ ໃນສົກປີ 2010-2011 ແລະວາງທິດທາງແຜນການສົກປີ 2011-2012. ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ
05 ເມສາ 2012 ທີ່ຫ້ອງປະຊຸມກະຊວງໂຍທາທິການ ແລະຂົນສົ່ງ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະຫຼູບຄືນວຽກແຜນການ ແລະການຮ່ວມມືໃນສົກປີຜ່ານມາ. ກອງປະຊຸມໃນຄັ້ງນີ້ ໂດຍ
ການເປັນປະທານຂອງ ທ່ານ ມັດ ສູນມາລາ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງ ຍທຂ.
ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າ, ວີຊາການ ຂອງບັນດາຫ້ອງການ, ກົມ, ອົງການ, ກອງວິ
ຊາການ, ສະຖາບັນ, ສະພາ, ສູນຝຶກ ແລະບັນດາ ຍທຂ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນເທື່ອນີ້ໄດ້ເປັນເອກະພາບກັນດັ່ງນີ້:
1)ດ້ານແຜນການ ແລະສະຖີຕິ
2)ດ້ານການພົວພັນຮ່ວມມື ແລະລົງທຶນ.
3)ດ້ານການເງິນ.
4)ດ້ານພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ.
5)ດ້ານກອງທຶນທາງ
More Articles...
- ຊາວໜຸ່ມກະຊວງ ຍທຂ ຟັງປາຖະກະຖາວັນສ້າງຕັ້ງຊາວໝຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 57 ປີ
- ກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນກະຊວງ ຍທຂ ແຫ່ງ ສປປ ລາວກັບຄະນະຜູ້ແທນກະຊວງ ການຄ້າ ແຫ່ງ ສປ ຈິນ ໃນວັນທີ 22 ກຸມພາ 2012
- ລາວ-ເຢຍຍລະມັນ ເສີມຂະຫຍາຍການພົວພັນຮ່ວມມືດ້ານວຽກງານໂຍທາທິການ
- ລາວ-ໄທ ຮ່ວມເຊັນສັນຍາການນຳໃຊ້, ການບໍລິຫານ ແລະການປົກປັກຮັກສາຂົວມິດຕະພາບ 3