ຂ່າວກິດຈະກຳຕ່າງໆ
ກອງ ກ 1 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 65 ປີ
- Details
- Published on ພະຫັດ, 23 ມັງກອນ 2014 06:59
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ (20 ມັງກອນ 1949-20 ມັງກອນ 2014). ຢູ່ທີ ກອງ ກ 1 ໄດ້ຈັດງານຂື້ນໃນຕອນເຊົ້າຂອງວັນທີ 22 ມັງກອນ 2014 ທີ່ຜ່ານມາ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ແຂວງວຽງຈັນ, ທ່ານ ພັນເອກ ວົງສອນ ອິນປານພີມ ເລຂາພັກ, ຫົວໜ້າການເມືອງ ກອງ ກ 1, ມີບັນດາຄະນະພັກກະຊວງ, ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທີ່ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວປາ ໄສ ເຊິ່ງມີເນື້ອໃນບາງຕອນດັ່ງນີ້: “ຕະຫຼອດໄລຍະ 39 ປີ ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ, ກອງທັບເຮົາໄດ້ກາຍເປັນກໍາລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ. ຊຶ່ງຍາມໃດກໍ່ໄດ້ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍມ້າງເພທໍາລາຍຂອງສັດຕູ ການເຄື່ອນໄຫວເກາະຜິດ, ບຽດຍືດຊາຍແດນຂອງອິດ ທິກໍາລັງປໍລະປັກໄດ້ຢ່າງທັນການ, ຮັກສາໝາກຜົນຂອງການປະຕິວັດ, ອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ” ແລະ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ແກ່ກອງ ກ 1. ຈາກນັ້ນກໍໄດ້ຊົມການເດີນສວນສະໜາມ ແລະ ການສະແດງຍຸດ ທະວິທີການປ້ອງກັນຕົວຂອງນາຍ ແລະ ພົນທະຫານ.
ໃນໂອກາດດຽວກັນນີ້ ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະ ຈາກ ກະຊວງ ໂຍທາທິການ ແລະຂົນສົ່ງ ກໍ່ໄດ້ມອບເຄື່ອງທີ່ລະນຶກ, ເງິນສົດຈຳນວນ 5 ລ້ານກີບ ແລະເຄື່ອງບໍລິໂພກຈຳນວນໜື່ງ ໃຫ້ກັບ ກອງ ກ 1.
ຂະບວນຄາຣາວານ “ ສູ່ຖີ່ນກໍາເນີດກອງທັບປະຊາຊົນລາວ ”
- Details
- Published on ພະຫັດ, 16 ມັງກອນ 2014 08:47
ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເປີດຂະບວນຄາຣາວານ “ສູ່ຖີ່ນກໍາເນີດຂອງກອງທັບປະຊາຊົນລາວ” ຂື້ນໃນວັນທີ 8 ມັງກອນ 2014 ທີ່ເດີ່ນທາດຫຼວງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຈ.ດຣ. ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີວ່າການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ພົນຕີ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ກົງທອງ ພົງພິຈິດ, ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ລັດຕະນະມະນີ ຄູນນີວົງ, ລັດຖະມົນຕີຊ່ວຍວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາຜູ້ເຂົ້າຮ່ວມຂະບວນຄາຣາວານ ຢ່າງພ້ອມພຽງ. ໃນພິທີເປີດຂະບວນຄາຣາວານ, ທ່ານ ສຈ.ດຣ. ບໍ່ແສງຄໍາ ວົງດາລາ ໄດ້ກ່າວບາງຕອນສໍາຄັນວ່າ: ການຈັດຂະບວນຄາຣາວານຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ (20/01/1949- 20/01/2014) ເຊີ່ງເປັນການຫວນຄືນມູນເຊື້ອ ປະຫວັດສາດອັນພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະວິລະກໍາອັນລໍ້າເລີດ ຂອງປະຊາຊົນ ແຂວງຊຽງຂວາງ ແລະ ແຂວງຫົວພັນ ພາຍໃຕ້ການຊີ້ນໍາ-ນໍາພາອັນປີຊາສາມາດຂອງບັນດາທ່ານຜູ້ນໍາໃນເມື່ອກ່ອນ, ພ້ອມທັງເປັນການເຜີຍແຜ່ ສປປ ລາວ ເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ສໍາລັບປີ 2013 ເຊີ່ງເປັນລາງວັນທີ່ໜ້າພາກພູມໃຈ ແລະ ເປັນອັນຊົງກຽດ ທີ່ສະພາການທ່ອງທ່ຽວ ແລະ ການຄ້າຂອງສະຫະພາບເອີລົບ ໄດ້ມອບໃຫ້ປະເທດລາວເຮົາ, ນອກຈາກນີ້ກໍ່ເປັນການໂຄສະນາ ການທ່ອງທ່ຽວຕາມເສັ້ນທາງວົງຈອນໃໝ່ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ “ ລາວທ່ອງລາວ” ຂະບວນຄາຣາວານໃນຄັ້ງນີ້ ໄດ້ອອກເດີນທາງແຕ່ນະຄອນຫຼວງວຽງຈັນ-ແຂວງວຽງຈັນ-ຊຽງຂວາງ-ຫົວພັນ-ຊຽງຂວາງ-ບໍລິຄໍາໄຊ-ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 1.340 ກມ ໂດຍໃຊ້ເວລາ 5 ຄືນ 6 ວັນ ແຕ່ວັນທີ 8-13 ມັງກອນ 2014, ນອກຈາກນີ້ບັນດາຂະບວນຄາຣາວານຍັງຈະໄດ້ ທ່ຽວຊົມ ແລະ ສຶກສາຮຽນຮູ້ ບັນດາແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດທີ່ໂດດເດັ່ນ ແລະ ມີຄວາມໝາຍສໍາຄັນຈໍານວນໜື່ງຄື: ວັດເພຍວັດ ເມືອງຄູນ ເຊີ່ງເປັນວັດເກົ່າແກ່ທີ່ສຸດຂອງເມືອງພວນ ແຂວງ ຊຽງຂວາງ ເຊີ່ງຍັງເຫຼືອແຕ່ຊາກ ສະຫຼັກຫັກພັງຂອງອຸໂບສົດ ພ້ອມດ້ວຍພຣະພຸດທະຮູບໃຫຍ່ (ພະອົງພະທາດ) ແລະ ພະທາດຝຸ່ນທີ່ເພພັງຍ້ອນສົງຄາມທໍາລາຍ, ຢ້ຽມຢາມແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງ ແຂວງຊຽງຂວາງຄື: ທົ່ງໄຫຫີນ 1, ທົ່ງໄຫຫີນ 2, ບ່ອນຜະລິດໄຫຫີນພູເກັງ, ເສັ້ນທາງຜ່າວົງປິດລ້ອມຂອງກອງພັນທີ 2, ຖໍ້າປິວເມືອງຄໍາ. ຢູ່ແຂວງຫົວພັນຈະໄດ້ຢ້ຽມຢາມ ແລະ ທ່ຽວຊົມບັນດາຖໍ້າຜູ້ນໍາ 7 ທ່ານ ທີ່ເມືອງວຽງໄຊ ຖີ່ນກໍາເນີດຂອງ ກອງທັບປະຊາຊົນລາວ ແລະ ຫັດຖະກໍາຕໍ່າຜ່າໄໝທີ່ລືຊ່າຂອງແຂວງຫົວພັນ. ຈາກນັ້ນ, ຂະບວນຄາຣາວານກໍ່ໄດ້ກັບຄືນສູ່ນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ.
ຫໍພິພິຕະພັນ ປະຫວັດສາດ ກອງທັບປະຊາຊົນປະຕິວັດລາວ
- Details
- Published on ຈັນ, 20 ມັງກອນ 2014 04:29
ໃນຕອນເຊົ້າວັນທີ 17/01/2014 ໂດຍການນຳພາຂອງ ທ່ານ ພູແກ້ວ ທຳມະວົງ ຮອງຫົວໜ້າຫ້ອງການ ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ, ໄດ້ເຂົ້າຢ້ຽມຊົມຫໍພິພິຕະພັນ ປະຫວັດສາດກອງທັບປະຊາຊົນລາວ ເພື່ອຫວນຄືນປະຫວັດສາດການຕໍ່ສູ້ກູ້ຊາດອັນພິລະອາດຫານຂອງກອງທັບປະຊາຊົນປະຕິວັດລາວ. ເຊຶ່ງໃນການເຂົ້າຢ້ຽມຊົມຫໍພິພິຕະພັນໃນຄັ້ງນີ້ຜູ້ບັນລະຍາຍໄດ້ເວົ້າເຖິງປະຫວັດຄວາມເປັນມາຂອງວັນກອງທັບ ແລະ ມູນເຊື້ອການຕໍ່ສູ້ກູ້ຊາດຂອງກອງທັບປະຊາຊົນປະຕິວັດລາວ ໃນແຕ່ລະຍຸກ ແຕ່ລະສະໄໝເພື່ອໃຫ້ຜູ້ເຂົ້າຊົມເຂົ້າໃຈເຊັ່ນ:
- ປະຫວັດສາດການຕໍ່ສູ້ຕ້ານສັກດີນາຕ່າງດ້າວ ເພື່ອປົກປັກຮັກສາ ແລະ ເຕົ້າໂຮມປະເທດຊາດປີ 757-1893;
- ການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນບັນດາຊົນຊາດຊົນເຜົ່ລາວຕ້ານພວກລ່າເມືອງຂື້ນຝລັ່ງ ມາຮຸກຮານ ປີ 1893-1954;
- ກອງທັບປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂື້ນແບບໃໝ່(ຈັກກະພັດອາເມລິກາ ປີ 1955-1975);
- ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
- ການພົວພັນຮ່ວມມືມິດຕະພາບ ກັບກອງທັບ ບັນດາປະເທດຕ່າງໆໃນໂລກ
- ການວາງສະແດງອາວຸດ ແລະ ຍຸດໂທປະກອນ.
ນອກຈາກນັ້ນ ເພີ່ນຍັງໄດ້ວາງສະແດງຜະລິດຕະພັນທາງດ້ານສະບຽງອາຫານ, ກະສິກຳ, ເຄື່ອງ ນຸ່ງຫົມ, ອຸປະກອນຮັບໃຊ້ຕ່າງໆຂອງໂຮງງານກອງທັບຢູ່ບໍລິເວນດ້ານຂ້າງຂອງຫໍພິພິຕະພັນ ປະຫວັດສາດກອງທັບປະຊາຊົນລາວ.
ຄະນະກຳມະບານຮາກຖານ ຫ້ອງການ ຍທຂ ສ້າງກິດຈະກຳຮ່ວມ ກັບພະແນກ ຍທຂ ນະຄອນຫລວງ
- Details
- Published on ອັງຄານ, 23 ກໍລິກົດ 2013 09:30
ເພື່ອສ້າງຂະບວນການກະກຽມໃຫ້ແກ່ກອງປະຊຸມໃຫ່ຍຄະນະພັກຮາກຖານ ຫ້ອງການກະຊວງ ຄັ້ງທີ IV ແລະ ຂ່ຳນັບ ຮັບຕ້ອນວັນສຳຄັນຂອງຊາດ ຄະນະກຳມະບານຮາກຖານຫ້ອງການ ກະຊວງ ຈຶ່ງໄດ້ຈັດກິດຈະກຳແຂ່ງຂັນກິລາ ມິດຕະ ພາບປະເພດເປຕັງ (ບູ່ນ) ກັບ ຄະນະກຳມະບານຮາກຖານ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນ ຂື້ນ ໃນວັນສຸກ ວັນທີ 19 /07/ 2013 ທີ່ສະໜາມກິລາເປຕັງ ພະແນກ ຍທຂ ນະຄອນຫລວງ, ຊຶ່ງໄດ້ເລີ່ມ ການແຂ່ງຂັນແຕ່ເວລາ 16:00 ໂມງ ແລະ ໄດ້ແບ່ງທີມຕີບູ່ນດັ່ງລາຍລະອຽດ ຄື: ທີມຄະນະນຳຫ້ອງການ ກະຊວງ ພົບກັບ ທີມຄະນະນຳຂອງພະແນກ ຍທຂ ນະຄອນຫລວງວຽງຈັນ ຜົນການແຂ່ງຂັນ ແມ່ນທີມຄະນະນຳພະແນກ ຍທຂ.ນວ ເອົາຊະນະທີມຄະນະນຳຫ້ອງການ ກະຊວງ, ທີມທີ 2 ແມ່ນທີມຄະນະກຳມະບານຮາກຖານ ຫ້ອງການ ພົບກັບທີມຄະນະກຳມະບານຮາກຖານ ພະແນກ ຍທຂ.ນວ ຜົນການ ແຂ່ງຂັນແມ່ນທີມຄະນະກຳມະບານຮາກຖານ ພະແນກ ຍທຂ.ນວ ເອົາຊະນະທີມຄະນະກຳມະບານ ຮາກຖານ ຫ້ອງການ ແລະ ອີກທີມສຸດທ້າຍ ເປັນການພົບກັນ ລະຫວ່າງທີມສະຫະພັນແມ່ຍິງຮາກຖານ ຫ້ອງການ ກັບທີມ ສະຫະພັນແມ່ຍິງ ພະແນກ ຍທຂ.ນວ ຜົນການແຂ່ງຂັນ ສະຫະພັນແມ່ຍິງ ຫ້ອງການ ສາມາດເອົາຊະນະທີມ ສະຫະພັນແມ່ຍິງ ພະແນກ ຍທຂ.ນວ ໄດ້, ແລະກິດຈະກຳດັ່ງກ່າວ ນີ້ ຍັງເປັນການສ້າງຄວາມສາຍສຳພັນອັນດີ ລະຫວ່າງ ຫ້ອງການກະຊວງ ໂຍທາທິການ ແລະຂົນສົ່ງ ກັບພະແນກ ໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ດີຂື້ນເລື່ອຍໆ.