ຂ່າວກິດຈະກຳຕ່າງໆ
ກອງປະຊຸມເຈລະຈາ ການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ອົດສະຕາລີ
- Details
- Published on ຈັນ, 23 ເມສາ 2012 08:02
ໃນລະຫວ່າງວັນທີ 27-28 ກຸມພາ 2012 ກອງປະຊຸມພົບປະເຈລະຈາ 2 ຝ່າຍ ລະຫວ່າງ ເຈົ້າໜ້າທີ່ການບິນຂອງ ສປປ ລາວ ແລະ ປະເທດອົດສະຕຣາລີ ກ່ຽວກັບ ຮ່າງສັນຍາການຂົນສົ່ງທາງອາກາດ ໄດ້ຈັດຂື້ນ ທີ່ ຫ້ອງປະຂຸມທັນສະໄໝ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໂດຍ ການເປັນປະທານ ຂອງ ທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ Gilon Smith ຮອງຫົວໜ້າກົມເຈລະຈາຂົນສົ່ງທາງອາກາດ, ກະຊວງ ພື້ນຖານໂຄງລ່າງ ແລະ ຂົນສົ່ງແຫ່ງອົດສະຕຣາລີ ພ້ອມດ້ວຍຄະນະຜູ້ແທນ ຈາກຫ້ອງການກະຊວງ ຍທຂ, ກົມແຜນການ ແລະ ການຮ່ວມມື, ກະຊວງ ຍທຂ, ກົມສົນທິສັນຍາ ແລະ ກົດໝາຍ, ກົມອາຊີ-ປາຊິຟິກ ແລະ ອາຟຣິກກາ ກະຊວງການຕ່າງປະເທດ, ລັດວິສາຫະກິດການບິນລາວ, ສາຍການບິນ Qantas Airways (ສາຍການບິນອົດສະຕຣາລີ) ເຂົ້າຮ່ວມ. ໃນນີ້ ເຈົ້າໜ້າທີ່ຂອງທັງ 2 ຝ່າຍ ໄດ້ຕົກລົງເຫັນດີຫຼາຍບັນຫານຳກັນເຊັ່ນ:ການແຕ່ງຕັ້ງສາຍການບິນ, ການໃຫ້ສິດທິການບິນ, ປະລິມານຄວາມຖີ່ຂອງຖ້ຽວບິນ, ຊະນິດຂອງເຮືອບິນ ແລະ ເສັ້ນທາງບິນ ຊຶ່ງສາຍການບິນທີ່ຖືກແຕ່ງຕັ້ງຂອງທັງ 2 ຝ່າຍ ສາມາດບິນ ລະຫ່ວາງ ສປປ ລາວ ແລະ ອົດສະຕຣາລີ ແລະ ບິນໄປປະເທດທີ 3 ຕາມຈຸດທີ່ໄດ້ກຳນົດໄວ້. ພ້ອມດຽວກັນ ພິທີເຊັນຫຍໍ້ ແລະ ລົງນາມໃສ່ ຮ່າງສັນຍາຂົນສົ່ງທາງອາກາດ 2 ຝ່າຍ ແລະ ບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂື້ນ ທີ່ ໂຮງແຮມ ລາວພຣາຊາ ຊຶ່ງລົງນາມໂດຍ ຫົວໜ້າຄະນະຜູ້ແທນທັງສອງຝ່າຍ. ການພົບປະເຈລະຈາດັ່ງກ່າວ ເວົ້າລວມແລ້ວແມ່ນເພືອເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມື ລະຫ່ວາງ 2 ປະເທດ ລາວ-ອົດສະຕຣາລີ ໂດຍສະເພາະແມ່ນສົ່ງເສີມການຄ້າ-ການທ່ອງທ່ຽວໃຫ້ນັບມືນັບແໜ້ນແຟ້ນຂື້ນກ່ວາເກົ່າ ຊຶ່ງຜົນສຳເລັດຂອງກອງປະຊຸມ ໃນຄັ້ງນີ້ເປັນຂີດໝາຍ ແລະ ບາດກ້າວອັນໜຶ່ງທີ່ສຳຄັນເປັນພື້ນຖານໃນການອຳນວຍຄວາມສະດວກ ໃຫ້ການຂົນສົ່ງທາງອາກາດ ລະຫ່ວາງ ສປປ ລາວ ແລະ ອົດສະຕຣາລີ ໃນອະນາຄົດ.
ການແຂ່ງຂັນເຕະບານມິດຕະພາບ ລະຫວ່າງ ຫ້ອງການກະຊວງ ກັບ ກົມເຄຫາຜັງເມືອງ
- Details
- Published on ຈັນ, 19 ທັນວາ 2011 09:54
ໃນຕອນແລງຂອງວັນສຸກ ທີ 09/9/2011 ຢູ່ທີ່ເດີນບານເຕະ ແວວປະດິດ ໄດ້ມີການແຂ່ງຂັນກິລາບານເຕະນັດພິເສດ ເຊິ່ງມິດຕະ ພາບ ລະຫ່ວາງທິມຈາກຫ້ອງການກະຊວງ ແລະ ທິມຈາກສະຖາບັນໂຍທາ ເພື່ອເປັນການສ້າງຄວາມສາມັກຄີໃນໝູ່ພະນັກງານ ຂອງທັງສອງ ພາກ ສ່ວນ, ການແຂງຂັນໄດ້ດໍາເນີນໄປພາຍໃຕ້ບັນຍາກາດແຫ່ງຄວາມເບີກ ບານມ່ວນຊື່ນ ແລະ ດຸເດືອດຕະຫລອດ ໄລຍະ ເວລາ ຂອງການ ແຂ່ງ ຂັນ. ພອ້ມນັ້ນຍັງມີບັນດາທ່ານຄະນະຫ້ອງການ,ຫົວໜ້າສະຖາບັນໂຍທາ ແລະ ແຂກທີ່ຖືກເຊີນຕະຫລອດເຖິງພະນັກງານ ວິຊາການຈາກທັງ ສອງພາກ ສ່ວນເຂົ້າຮ່ວມຊົມ, ຮ່ວມເຊຍຫລາຍກ່ວາ 50 ຄົນ. ຜົນຂອງການແຂ່ງຂັນປະກົດວ່າທິມຈາກຫ້ອງການກະ ຊວງກຽມມາດີ ຈຶ່ງເປັນຝ່າຍເອົາ ຊະນະ ທິມຈາກ ສະຖາບັນໂຍທາ ໄປແບບວຸດວິດ 4 ປະຕູຕໍ່ 2.