ຂ່າວຕ່າງແຂວງ
ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ມຽນມາ
- Details
- Published on ອັງຄານ, 26 ສິງຫາ 2014 05:09
ໂຄງການກໍ່ສ້າງຂົວມິດຕະພາບລາວ-ມຽນມາ ແມ່ນໂຄງການຮວ່ມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ມຽນມາ, ເປັນໂຄງການທີ່ຂື້ນກັບ ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ. ໂຄງການນີ້ມີມູນຄ່າ 26 ລ້ານໂດລາສະຫະລັດ (ສະເພາະຂົວ) ຊຶ່ງນຳໃຊ້ງົບປະມານພາຍໃນ ຂອງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ມຽນມາ.
ຂົວມິດຕະພາບລາວ-ມຽນມາ ມີທີ່ຕັ້ງຢູ່ບ້ານຫ້ວຍກຸ່ມ ປະມານ 15 ກິໂລແມັດ ຫ່າງຈາກ ບ້ານຊຽງກົກໄປທາງທິດເໜືອ, ຂື້ນກັບເມືອງລອງ, ແຂວງຫຼວງນ້ຳທາ ສປປ ລາວ ແລະ ປະມານ 500 ແມັດ ທາງໃຕ້ ຂອງບ້ານຊຽງລາບ, ເມືອງທ່າຂີ້ເຫຼັກ, ລັດສານ, ສສ ມຽນມາ.
ຂົວມິດຕະພາບລາວ-ມຽນມາ ມີຄວາມຍາວທັງໝົດ 691,6 ແມັດ, ກວ້າງ 10,9 ແມັດ, ມີ 2 ຊອງທາງຈາລະຈອນ, ກວ້າງ 8,5 ແມັດ, ທາງຍ່າງ 2 ເບື້ອງ ເບື້ອງລະ 1,2 ແມັດ. ເປັນຂົວທີ່ມີຂາງປະສົມ ເຊິ່ງມີຂາງເຫຼັກຍາວ 360 ແມັດ ສູງ 12 ແມັດ ຢູ່ທາງກາງ (ຢູ່ວັງ) ແລະ ຂາງເບຕົງອັດແຮງ ຍາວ 330 ແມັດ ຢູ່ທາງຝັ່ງ. ໃນນີ້ເບື້ອງລາວຮັບຜິດຊອບແມ່ນ 330,8 ແມັດ ແລະ ຝ່າຍມຽນມາຮັບຜິດຊອບ 360,8 ແມັດ.
ທີ່ປຶກສາໂຄງການເບື້ອງລາວແມ່ນ: ລັດວິສາຫະກິດ ວິສາວະກຳ ຄົມມະນາຄົມ ຮ່ວມກັບ ລັດວິສາຫະກິດ ສຳຫຼວດ ອອກແບບ ແລະ ທົດລອງວັດສະດຸກໍ່ສ້າງ ແລະ ບໍລິສັດ ລາວຄອນຊາວຕີງ ຈຳກັດ. ໃນມູນຄ່າ ສັນຍາ: 500,000 ໂດລາສະຫະລັດ.
ທີ່ປຶກສາໂຄງການເບື້ອງມຽນມາ: ບໍ່ມີ
ຜູ້ຮັບເໝົາກໍ່ສ້າງເບື້ອງລາວແມ່ນ: ບໍລິສັດປະສົມລາວຮ່ວມກໍ່ສ້າງ ຈຳກັດ ໃນມູນຄ່າສັນຍາ: 9,999,901.05 ໂດລາສະຫະລັດ.
ຜູ້ຮັບເໝົາເບື້ອງມຽນມາແມ່ນ: ກອງກໍ່ສ້າງຂົວເລກ 9 ຂອງກະຊວງ ກໍ່ສ້າງ ສສ ມຽນມາ ໃນມູນຄ່າສັນຍາ: 6 ລ້ານໂດລາສະຫະລັດ (ບໍ່ລວມລາຄາຊື້ຂາງເຫຼັກ).
ຜູ້ຮັບເໝົາຜະລິດ ແລະ ສະໜອງຂາງເຫຼັກແມ່ນ: ບໍລິສັດອຸດສາຫະກຳ ຮາຊອນ ຂອງ ສປ ຈີນ ໃນມູນຄ່າສັນຍາ: 1,982,000 ໂດລາສະຫະລັດ ສຳລັບເບື້ອງລາວ ແລະ 1,982,000 ໂດລາສະຫະລັດ ສຳລັບເບື້ອງມຽນມາ.
ໄລຍະເວລາປະຕິບັດສັນຍາ 30 ເດືອນ, ເລີ່ມແຕ່ ວັນທີ 16 ກຸມພາ 2013 ເປັນຕົ້ນໄປ ຫາ ວັນທີ 15 ສິງຫາ 2015 ໄດ້ດັດ ແກ້ໃໝ່ ໃຫ້ສຳເລັດກ່ອນແຜນການ 5ເດືອນ ຄືໃຫ້ສຳເລັດໃນເດືອນ ມິີນາ 2015.
ການຈັດຕັ້ງປະຕິບັດໜ້າວຽກຕ່າງໆ ແຕ່ວັນທີ 1 ກໍລະກົດ 2014 - 31 ກໍລະກົດ 2014 ນີ້ ສາມາດສະຫຼຸບສັງລວມຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າວຽກຄື: ວຽກຕັດດິນທາງເຂົ້າຫົວຂົວໄດ້ 87,74%; ວຽກຖົມດິນທາງເຂົ້າຫົວຂົວໄດ້ 55,35%; ກໍ່ສ້າງທໍ່ລ່ຽມສຳເລັດ 100%; ກໍ່ສ້າງເຂັມຮາກຖານ ສຳເລັດແລ້ວ 100%; ກໍ່ສ້າງຕີນ ແລະ ເສົາຂົວ ສຳເລັດແລ້ວ 100%; ຜະລິດຂາງຂົວເບຕົງເສີມເຫຼັກ ສຳເລັດ 30 ຂາງໃນ 30 ຂາງ; ປະກອບຂາງຂົວເບຕົງເສີມເຫຼັກ ສຳເລັດ 2 ຊ່ວງ ໃນຈຳນວນທັງໝົດ 5 ຊ່ວງ; ປະກອບຂາງຂົວເຫຼັກ 150 ແມັດ (ເຮັດຮ່ວມກັນ); ຜະລິດແຜ່ນເບຕົງໜ້າຂົວ ສຳເລັດ 3 ແຜ່ນໃນຈຳນວນ 72 ແຜ່ນ ເທົ່າກັບ 4,16%. ຄວາມຄືບໜ້າການຈັດຕັ້ງປະຕິບັດໜ້າວຽກຕົວຈິງທັງໝົດມາຮອດປະຈຸບັນ: ປະຕິບັດໄດ້ 81,14%.
ນອກຈາກວຽກທີຈັດຕັ້ງປະຕິບັດໄດ້ ທີ່ກ່າວມາຂ້າງເທິງນັ້ນ ກໍຍັງມີ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຄື: ການນຳກະຊວງ ຍທຂ ແລະ ແຂວງຫຼວງນ້ຳທາ ໄດ້ເອົາໃຈໃສ່ໃຫ້ທິດຊີ້ນຳ ແລະອຳນວຍຄວາມສະດວກເປັນຢ່າງດີ, ຝ່າຍມຽນມາໄດ້ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອເປັນພິເສດ ທີ່ປຶກສາ ແລະ ຜູ້ຮັບເໝົາມີຄວາມຕັ້ງໃຈ ໃນການ ຈັດຕັ້ງປະຕິບັດໜ້າວຽກຂອງຕົນ, ເອກະສານເງິນກູ້ (Loan Agreement) ລະຫວ່າງທະນາຄານ ແລະ ກະຊວງການເງິນ ໄດ້ເຊັນຮັບຮອງແລ້ວ, ໄດ້ມີແຈ້ງການໃຫ້ຍົກເວັ້ນພາສີ-ອາກອນຈາກຫ້ອງການລັດຖະບານ ແລະ ສະພາແຫ່ງ ສປປ ລາວ ແລ້ວ. ແຜນນຳເຂົ້າວັດສະດຸ ແລະ ກົນຈັກ ໄດ້ຮັບການຮັບຮອງຈາກ ກະຊວງແຜນການ ແລະ ການລົງທຶນ ແລ້ວ, ທີ່ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງ ໄດ້ຮັບເງິນງວດທີ່ 6 ແລ້ວ, ໄດ້ສຳເລັດການເປີດບັນຊີສິນເຊຶ່ອ (Loan of Credit) ໃຫ້ຜູ້ຜະລິດ ແລະ ຜູ້ສະໜອງຂາງຂົວເຫຼັກແລ້ວ, ຂາງຂົວເຫຼັກໄດ້ມາຮອດສະໜາມ ແລະ ໄດ້ຊຳລະໃຫ້ໝົດແລ້ວ. ຄຽງຄູ່ກັບຂໍ້ສະດວກກໍ່ຍັງມີຂໍ້ຫຍຸ້ງຍາກ ຄື: ຂາດແຄນແຮງງານສຳລັບວຽກກໍ່ສ້າງຂົວ ແລະ ປະກອບຂາງຂົວ ແລະ ສະພາບດິນຟ້າອາກາດກໍ່ບໍ່ເອື້ອຍອຳນ່ວຍ ມີຝົນຕົກຫລາຍ ແລະ ລະດັບນ້ຳຂອງຂື້ນສູງ, ພ້ອມດຽວກັນນັ້ນກໍ່ຍັງມີຂໍ້ສະເໜີ ແລະວິທີແກ້ໄຂ ຄື: ຈັດສັນແຮງງານ ແລະ ທີມງານເຂົ້າໃນວຽກປະກອບຂາງຂົວເຫຼັກຕື່ມອີກ ແລະ ກະກຽມ ອຸປະກອນເພີ້ມເຕີມ ເພື່ອເຮັດວຽກໃນລະດູຝົນນີ້.
ຄວາມຄືບໜ້າຂອງໂຄງການກໍ່ສ້າງຂົວຂ້າມນໍ້າຂອງປາກແບງ-ເມືອງເງິນ
- Details
- Published on ສຸກ, 01 ສິງຫາ 2014 03:44
ໂຄງການຂົວຂ້າມນໍ້າຂອງລະຫວ່າງເມືອງປາກແບງ ແຂວງອຸດົມໄຊ ຫາ ເມືອງເງິນ ແຂວງໄຊຍະບູລີ ຈະເປັນຂົວຕໍ່ທີ່ອໍານວຍຄວາມສະດວກດ້ານການຄົມມະນາຄົມ-ຂົນສົ່ງ ເຊິ່ງມີໄລຍະທາງທີ່ສັ້ນ, ປະຢັດເວລາ ຊ່ວຍຫລຸດຕົ້ນທຶນດ້ານການຄ້າໄດ້ດີກວ່າເກົ່າ ແລະ ຊ່ວຍໃຫ້ການຄ້າຂາຍແລກປ່ຽນ ສິນຄ້າຂອງປະຊາຊົນ ແລະ ການບໍລິການຈະຂະຫຍາຍ ຕົວຍິ່ງຂື້ນ, ປະຈຸບັນໂຄງການກໍ່ສ້າງຂົວດັ່ງກ່າວ ມີຄວາມຄືບໜ້າຫລາຍກວ່າເຄິ່ງໜຶ່ງ.
ທ່ານ ໂນລະສັກ ສີສຸພັນ ຫົວໜ້າໂຄງການຂົວຂ້າມນໍ້າຂອງປາກແບງ-ເມືອງເງິນ ກ່າວວ່າ: ໂຄງການຂົວຂ້າມນໍ້າຂອງລະຫວ່າງເມືອງປາກແບງ ແຂວງອຸດົມໄຊ ຫາ ເມືອງເງິນ ແຂວງໄຊຍະບູລີ ເປັນໂຄງການເຊື່ອມຕໍ່ກັບທາງ 2W ແຂວງໄຊຍະບູລີ ແລະ ທາງ 2E ແຂວງອຸດົມໄຊ ເປັນເສັ້ນທາງເສດຖະກິດຂອງບັນດາປະເທດ ທີ່ມີຊາຍແດນຕິດກັບບັນດາແຂວງພາກເໜືອ ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ສປ ຈີນ. ເປັນເສັ້ນທາງໃໝ່ໃນການຄົມມະນາຄົມ-ຂົນສົ່ງ ເປັນຕົ້ນແມ່ນຈະເຮັດໃຫ້ການກະຈາຍສິນຄ້າຂອງທັງສອງແຂວງ ແລະ ບັນດາແຂວງພາກເໜືອໄດ້ມີການພັດທະນາອີກບາດກ້າວໜຶ່ງ ທີ່ສໍາຄັນຈະຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວສູງຂື້ນກວ່າເກົ່າ.
ໂຄງການກໍ່ສ້າງຂົວດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 23 ທັນວາ 2012 ຕາມແຜນຈະໃຫ້ສໍາເລັດໃນເດືອນມີນາ 2015 ໄລຍະການກໍ່ສ້າງ 36 ເດືອນ ດັດແກ້ມາເປັນ 28 ເດືອນ, ຂົວມີຄວາມຍາວ 379 ແມັດ, ກວ້າງ 13 ແມັດ, ລວງຍາວທາງເຂົ້າຂົວທັງສອງເບື້ອງ 321 ແມັດ, ມີເສົາທັງໝົດ 8 ຕົ້ນ, ມູນຄ່າການກໍ່ສ້າງທັງໝົດ 30,8 ລ້ານກວ່າໂດລາສະຫະລັດ, ໃນນັ້ນເປັນເງິນກູ້ຢືມຈາກທະນາຄານເອັກຊິມແບ້ງ EXIMBANK ແຫ່ງ ສປ ຈີນ 95% ແລະ ເງິນສົມທົບລັດຖະບານລາວ 5% ໂດຍແມ່ນບໍລິສັດ CRBC ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ທ່ານ ໂນລະສັກ ກ່າວຕື່ມອີກວ່າ: ການກໍ່ສ້າງທັງໝົດແມ່ນຊັກຊ້າກວ່າແຜນການປະມານ 2% ເນື່ອງຈາກການນໍາເຂົ້າອຸປະກອນບໍ່ທ່ວງທັນຕາມເວລາ ລະດັບນໍ້າຂອງຂື້ນລົງຜິດປົກກະຕິ ເຊິ່ງປະຈຸບັນມີຄວາມຄືບໜ້າທັງໝົດ 53% ຄາດຈະໃຫ້ສໍາເລັດໃນເດືອນ ມີນາ 2015. ໜ້າວຽກທີ່ປະຕິບັດໄດ້ຄື: ສໍາເລັດການກໍ່ສ້າງເສົາ, ສໍາເລັດເທເບຕົງທາງຄົນຍາງ ແລະ ວຽກດິນກັນເຈື່ອນໄດ້ຈໍານວນໜຶ່ງ. ປະຈຸບັນການຈັດຕັ້ງປະຕິບັດໜ້າວຽກແມ່ນສຸມໃສ່ວຽກໂຄງສ້າງພາກສ່ວນເທິງຈໍານວນໜຶ່ງ, ກຽມກໍ່ສ້າງຂາງຂົວ, ກຽມອອກແບບທາງເຂົ້າຂົວທັງສອງເບື້ອງຄືນໃໝ່. ທ່ານ ແພງ ດວງເງິນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ກ່າວວ່າ: ຂົວຂ້າມນໍ້າຂອງ ປາກແບງ-ເມືອງເງິນ ມີເສັ້ນທາງ 2W ເປັນເສັ້ນທາງເຊື່ອມກັບຂົວ ແລະ ໂຄງການກໍ່ສ້າງຂົວດັ່ງກ່າວ ມີຄວາມໝາຍຄວາມສໍາຄັນ ຕໍ່ການພັດທະນາເສດຖະກິດ ຂອງສອງແຂວງ ລວມ ບັນດາແຂວງພາກເໜືອ ແລະ ອອກສູ່ປະເທດໄທ, ສປ ຈີນ ແລະ ສສ ຫວຽດນາມ ເພາະຈະເປັນເສັ້ນທາງທີ່ສໍາຄັນ ແລະ ເປັນທາງເລືອກໃໝ່ໃນການຂົນສົ່ງສິນຄ້າ ໂດຍແມ່ນ ສປປ ລາວ ເປັນຈຸດເຊື່ອມ ຫລື ປະເທດທາງຜ່ານ ທີ່ບໍ່ໄດ້ຂ້າມເຮືອບັກຄືດັ່ງທີ່ຜ່ານມາ ທີ່ມີຄວາມສ່ຽງ ແລະເສຍເວລາໃນການລໍຖ້າຂ້າມເຮືອບັກອີກແລ້ວ.
ຂໍ້ມູນຈາກໜັງສືພິມເສດຖະກິດ-ການຄ້າ, ສະບັບລົງວັນທີ 31 ກໍລະກົດ 2014
ໂຄງການກໍ່ສ້າງສະໜາມບິນອັດຕະປື ສ້າງໄດ້ເກືອບ 70%
- Details
- Published on ສຸກ, 22 ສິງຫາ 2014 09:16
ໂຄງການກໍ່ສ້າງສະໜາມບິນອັດຕະປື ພາຍຫຼັງໄດ້ເລີ່ມລົງມືກໍ່ສ້າງໃນເດືອນພຶດສະພາປີແລ້ວນີ້ມາຮອດປະຈຸບັນໜ້າວຽກໂດຍລວມມີຄວາມຄືບໜ້າເກືອບ 70% ແລ້ວ ຮອດ 2015 ແຂວງອັດຕະປື ຈະມີສະໜາມບິນທີ່ສາມາດຮອງຮັບສາຍການບິນທັງພາຍໃນ ແລະ ຕ່າງປະເທດໄດ້.
ທ່ານ ໂກແມັກ ແກ້ວຈຳປາ ຫົວໜ້າໂຄງການກໍ່ສ້າງສະໜາມບິນອັດຕະປື ບອກໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະໜາມບິນອັດຕະປື ທີ່ມີມູນຄ່າການກໍ່ສ້າງທັງໝົດ 289 ຕື້ກວ່າກີບ ຫຼື ປະມານ 36,19 ລ້ານໂດລາສະຫະລັດ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 10 ພຶດສະພາ 2013 ມາຮອດປະຈຸບັນວຽກກໍ່ສ້າງສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 66,80%, ລື່ນແຜນການ 9,19% ຕາມສັນຍາໂຄງການຈະໃຫ້ສຳເລັດໃນເດືອນພຶດສະພາ 2015.
ໂຄງການກໍ່ສ້າງສະໜາມບິນອັດຕະປື ແມ່ນໂຄງການໜຶ່ງຂອງລັດຖະບານ ເພື່ອຮອງຮັບເຮືອບິນທັງພາຍໃນ ແລະ ຕ່າງປະເທດ ທັງເປັນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະການທ່ອງທ່ຽວ ຂອງແຂວງອັດຕະປື ກໍຄືຂອບເຂດທົ່ວປະເທດ ໂດຍສະເພາະແມ່ນວຽກງານຂົນສົ່ງທາງອາກາດ ທັງນີ້ ໃນໄລຍະຍາວເພື່ອຜັນຂະຫຍາຍແຜນ ເສດຖະກິດສັງຄົມຂອງລັດຖະບານລາວ ປີ 2010-2020
ຕາມທິດນະໂຍບາຍຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດບໍລິການທາງຜ່ານ ແລະ ມີຄວາມມຸ່ງໝັ້ນ ເພື່ອນຳພາປະເທດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.
ເປົ້າໝາຍໂຄງການກໍ່ສ້າງສະໜາມບິນອັດຕະປື ແມ່ນກໍ່ສ້າງໃຫ້ໄດ້ມາດຕະຖານຂອງກົມການບິນພົນລະເຮືອນ (MOS2009) ແລະ ມາດຕະຖານສາກົນ (ICAO) ວາງອອກກໍຄືສະໜາມບິນປະເພດ 3C ຊຶ່ງສາມາດຮອງຮັບເຮືອບິນຂະໜາດ 70100 ບ່ອນນັ່ງເຊັ່ນ: ເຮືອບິນ ATR72, Fokker70, MA 60, Fokker100 ຫຼື ທຽບເທົ່າ.
ໂຄງການກໍ່ສ້າງສະໜາມບິນແມ່ນມີຫຼາຍໜ້າວຽກທີ່ໄດ້ຮັບ ການຈັດຕັ້ງປະຕິບັດ ໃນນັ້ນມີຄວາມຄືບໜ້າຫຼາຍກວ່າໝູ່ແມ່ນວຽກກໍ່ສ້າງສະໜາມບິນ 15,86 %, ກໍ່ສ້າງອາຄານຜູ້ໂດຍສານ 12,46 %, ກໍ່ສ້າງຫໍບັນຊາການບິນ, ສ້າງສະຖານີເກັບມ້ຽນພາຫະນະຮັບໃຊ້ສະໜາມບິນ, ລະບົບນ້ຳໃຊ້, ສ້າງເສັ້ນທາງລານຈອດລົດໂຄງສ້າງຕ່າງໆນອກອາຄານສະໜາມບິນ, ກໍ່ສ້າງຕິດຕັ້ງລະບົບໄຟຟ້າ, ທາງເຂົ້າສະໜາມບິນສ້າງລານຈອດລົດສ້າງເສັ້ນທາງອ້ອມສະໜາມບິນ ລະບົບລະບາຍນ້ຳ, ລະບົບໄຟສະໜາມບິນ, ສະຖານີວິທະຍຸ, ສະຖານີໄຟຟ້າສະໜາມບິນ, ສະຖານີອຸຕຸນິຍົມ, ຮົ້ວອ້ອມສະ ໜາມບິນ ແລະ ຕິດຕັ້ງອຸປະກອນຕ່າງໆຮັບໃຊ້ສະໜາມບິນກໍ່ກຳລັງມີຄວາມຄືບໜ້າ ຢ່າງຕໍ່ເນື່ອງ.
ຂໍ້ມູນຈາກໜັງສືພິມເສດຖະກິດ-ສັງຄົມ, ສະບັບລົງວັນທີ 20 ສິງຫາ 2014
ຂົວນ້ຳຂອງ ນາສັກ-ໂຄກເຂົ້າດໍ ຄາດ ເດືອນໜ້າເທເສົາ ເຂັມໃຫ້ສຳເລັດ
- Details
- Published on ພຸດ, 30 ກໍລິກົດ 2014 04:16
ໂຄງການກໍ່ສ້າງຂົວແຕ່ບ້ານນາສັກ ເມືອງປາກລາຍ ແຂວງໄຊຍະບູລີ ຫາ ບ້ານໂຄກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນເມສາ ປີ 2012 ຮອດປະຈຸບັນມີຄວາມຄືບໜ້າເກືອບ 40% ຂອງໜ້າວຽກທັງໝົດ, ຄາດເດືອນໜ້າເທເສົາເຂັມສຳເລັດ.
ໂຄງການກໍ່ສ້າງຂົວຂ້າມນ້ຳຂອງນາສັກ-ໂຄກເຂົ້າດໍ ກໍແມ່ນໜຶ່ງໃນໂຄງການບຸລິມະສິດຂອງລັດຖະບານ ຊຶ່ງໄດ້ເຊື່ອມຕໍ່ເມືອງປາກລາຍ ແຂວງໄຊຍະບູລີ ເຂົ້າກັບເມືອງຊະນະຄາມ ແຂວງວຽງຈັນ ຕາມແນວທາງຍຸດທະສາດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແລວທາງເສດຖະກິດ ຊຶ່ງຂົວແຫ່ງນີ້ເປັນຂົວແຫ່ງທຳອິດທີ່ກໍ່ສ້າງໂດຍຄົນລາວ ແລະແລວຂົວຂອງການກໍ່ສ້າງຕົກຢູ່ໃນແລວນ້ຳເລີກບໍ່ຫລຸດ 20 ແມັດ.
ຂົວດັ່ງກ່າວມີຄວາມຍາວທັງໝົດ 365 ແມັດ ແບ່ງເປັນ 4 ຊ່ວງ ຍາວ 100 ແມັດ ກວ້າງ 12 ແມັດທາງລົດແລ່ນ 2 ແລນມີ 2 ຊ່ອງຈະລາຈອນ ຊ່ອງລະ 4 ແມັດ ທາງຄົນຍ່າງ 1,5 ແມັດ ຊຶ່ງເປັນຂົວຍາວທີ່ສຸດໃນ ສປປ ລາວ ມີພຽງຕີນຂົວເທົ່ານັ້ນທີ່ສ້າງດ້ວຍເປຕົງເສີມເຫຼັກທີ່ໃຊ້ທຶນໃນການກໍ່ສ້າງທັງໝົດ 189 ພັນຕື້ກີບ ໃນນີ້ ເປັນທຶນລັດຖະບານລາວແມ່ນ 161 ພັນຕື້ກ່າວກີບ ນອກຈາກນັ້ນ ແມ່ນທຶນຊ່ວຍເຫຼືອລ້າຂອງລັດຖະບານໂຮນລັງ ຈຳນວນ 2.343.870 ເອີໂຣ ຫລື ປະມານ 28,12 ພັນຕື້ກວ່າກີບ ໂດຍແມ່ນບໍລິສັດທອງພູພານອຸດົມສິນກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດ ເປັນຜູ້ຮັບເໝົາພ້ອມລົງທຶນກ່ອນໃນກຳນົດ 6 ປີ ລັດຖະບານ ຈະຊຳລະຄືນຄາດວ່າຈະໃຫ້ສຳເລັດໃນຕົ້ນເດືອນມີນາ 2015.
ໂຄງການດັ່ງກ່າວນີ້, ມາຮອດປະຈຸບັນການປະຕິບັດໜ້າວຽກແມ່ນຍັງມີຄວາມຊັກຊ້າຕາມແຜນທີ່ກຳນົດ ໃວ້ປະມານ 45,34% ນອກນັ້ນ ຍັງມີໜ້າວຽກທີ່ສຳເລັດໄດ້ກໍ່ສ້າງເທຄິງເສົາກາງນ້ຳເບີ 1 ແລະ ເທເສົາເຂັມກາງນ້ຳ P3 ສຳເລັດແລ້ວໃນເດືອນກໍລະກົດ ແລະ ຄາດວ່າຈະສືບຕໍ່ເທເສົາຄິງກາງນ້ຳເບີ 4 ໃຫ້ສຳເລັດຕາມແຜນທີ່ວາງໃວ້ໃນເດືອນສິງຫາ 2014 ໃຫ້ສຳເລັດ.
ຂໍ້ມູນຈາກໜັງສືພິມເສດຖະກິດ-ສັງຄົມ, ສະບັບລົງວັນທີ 29 ກໍລະກົດ 2014