ຂ່າວ

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ຮ່າງດຳລັດເຈົ້າໜ້າທີ່ລົດໄຟ

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງດຳລັດເຈົ້າໜ້າທີ່ລົດໄຟ ໄດ້ຈັດຂື້ນໃນວັນທີ 13-14 ຕຸລາ 2020 ທີ່ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ມີບັນດາຜູ້ຕ່າງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການ ສນຍ, ກົມ, ກອງອ້ອມກະຊວງ ຍຸຕິທຳ, ກະຊວງ ຍທຂ, ກະຊວງ ປກສ, ກະຊວງພາຍໃນ, ບັນດາທ່ານຄະນະຮັບຜິດຊອບການຮ່າງດຳລັດວ່າດ້ວຍເຈົ້າໜ້າທີ່ລົດໄຟທັງໝົດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມເປີດກ້ວາງກວດກາຄວາມສອດຄອງທາງດ້ານກົດໝາຍຂອງດຳລັດ ວ່າດ້ວຍເຈົ້າໜ້າທີ່ທາງລົດໄຟໃນຄັ້ງນີ້ ເພື່ອເປັນການຮັບປະກັນຄຸນະພາບ, ຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້, ໃຫ້ໄດ້ເນື້ອໃນໃຈຄວາມທີ່ສຳຄັນ, ສອດຄອງ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ດຳລັດສະບັບນີ້ແມ່ນນິຕິກຳຮ່ວມ ຂອງກະຊວງ ຍທຂ ແລະ ກະຊວງ ປກສ, ຈະຕ້ອງໄດ້ປັບປຸງ ແລະ ຮຽບຮຽງ ເພື່ອໃຫ້ມີຄວາມເປັນເອກະພາບກ່ອນ ສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມລັດຖະບານ ປີ 2020 ຊຶ່ງຕາມວາລະ ຈະນຳເຂົ້າສະເໜີລັດຖະບານໃນເດືອນ 11 ປີ 2020.

ສະນັ້ນ, ເພື່ອຮັບປະກັນໃນການຈັດຕັ້ງຄຸ້ມຄອງບໍລິຫານດ້ວຍກົດໝາຍ ເພື່ອເຮັດໃຫ້ການຂົນສົ່ງທາງລົດໄຟ ເປັນລະບົບທີມີປະສິດທິພາບ ແລະ ປະສິດທິຜົນສູງ. ຈຳເປັນຕ້ອງກຳນົດຫຼັກການ,ລະບຽບ, ຂັ້ນຕອນ ແລະ ມາດຕະການຄຸ້ມຄອງ, ກຳນົດພາລະບົດບາດ, ສິດ, ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຢ່າງຈະແຈ້ງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ລົດໄຟ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການເຊື່ອມຈອດ, ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ປອດໄພ. ຜ່ານມາຄະນະຮັບຜິດຊອບສ້າງຮ່າງດຳລັດວ່າດ້ວຍເຈົ້າໜ້າທີລົດໄຟ ສະບັບນີ້, ໄດ້ປະຕິບັດຕາມຂັ້ນຕອນຄື: ໄດ້ຈັດກອງປະຊຸມທາບທາມຄຳຄິດເຫັນຂື້ນໃນວັນທີ 24-28 ສິງຫາ 2020 ທີ່ ເມືອງວັງວຽງ ແຂວງວຽງຈັນ ແລະ ຕໍ່ມາຄະນະຮັບ ຜິດຊອບກໍ່ໄດ້ປັບປຸງເນື້ອໃນ ຮ່າງດັ່ງກ່າວໃຫ້ຖືກຕ້ອງເໝາະສົມ ຕາມຄຳຄິດເຫັນຂອງກອງປະຊຸມເປີດກ້ວາງເປັນທີ່ຮຽບຮ້ອຍແລ້ວ. ສະນັ້ນ, ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂື້ນເພື່ອກວດກາ ຄວາມສອດຄ່ອງດ້ານກົດໝາຍ ເພື່ອໃຫ້ດຳລັດສະບັບນີ້ມີຄວາມຖືກຕ້ອງ ແລະ ສາມາດນຳໃຊ້ໄດ້.

ລາວ ກຽມສຳຫລວດທາງລົດໄຟ ຄຳມ່ວນ-ສະຫວັນນະເຂດ-ສາລະວັນ-ວັງເຕົ່າ ແຂວງຈຳປາສັກ

 

ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ. ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວັນໄຊ ອິນທະລາເຊດ ປະທານບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ, ມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ ທ່ານ ສຸເນດ ກ້ອນພັນທະວົງ ທີ່ປຶກສາບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫລວດພາຍຫລັງທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫລວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ, ຖ້າໂຄງການນີ້ສຳເລັດ ປະເທດລາວ ແລະ ປະເທດອ້ອມຂ້າງ ຈະສາມາດຫລຸດຕົ້ນທຶນໃນການຂົນສົ່ງທາງດ້ານໂລຈິສຕິກ, ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ບັນດາພື້ນທີ່ ທີ່ລົດໄຟຜ່ານກໍຈະໄດ້ຮັບການພັດທະນາ; ຖ້າໂຄງການນີ້ສຳເລັດ ຍັງຈະເຮັດໃຫ້ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ, ກຳໄລຂອງທຸລະກິດພາຍໃນປະເທດກໍຈະສູງຂຶ້ນ ແລະ ລັດຖະບານກໍຈະມີລາຍຮັບທີ່ສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍຈະດີຂຶ້ນ ເຊິ່ງສ່ວນຫລາຍປະເທດເຮົາສົ່ງສິນຄ້າກະສິກຳອອກໄປຕ່າງປະເທດ. ສຳລັບແຮງງານແມ່ນໝູນໃຊ້ແຮງງານລາວ ທຸກຢ່າງຕາມຄວາມສາມາດ ແລະ ຖ້າບໍ່ພຽງພໍຈຶ່ງນຳເຂົ້າຈາກຈາກປະເທດໃກ້ຄຽງ.

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍທ່າບົກ

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍທ່າບົກໄດ້ຈັດຂື້ນໃນວັນທີ 14-15 ຕຸລາ 2020 ທີ່ຫ້ອງປະຊຸມລ້ອງງື່ມວິວຣີສອດ, ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີກະຊວງ ຍທຂ, ມີຫ້ອງການກະຊວງ, ບັນດາກົມທີ່ກ່ຽວຂ້ອງ, ຜູ້ຕ່າງໜ້າຈາກ ສນຍ, ສະພາແຫ່ງຊາດ, ກະຊວງພາຍໃນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ມີບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນ ອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍທ່າບົກ ເພື່ອໃຫ້ມີຄວາມສອດຄ່ອງ, ເປັນເອກະພາບໃນການຮ່າງດຳລັດສະບັບນີ້, ກຳນົດຫຼັກການ, ລະບຽບການ, ມາດຕະການໃນການຄຸ້ມຄອງ ແລະ ຕິດຕາມກວດກາທ່າບົກ, ຊື່ແມ່ນເຂດໂລຊິດສະຕິກທີ່ມີທີ່ຕັ້ງຢູ່ທ່າບົກ ທີ່ເຊື່ອມຕໍ່ກັບໜຶ່ງ ຫຼື ຫຼາຍຮູບແບບການຂົນສົ່ງ ແນ່ໃສ່ນຳໃຊ້ທ່າແຮງ ແລະ ທີ່ຕັ້ງຂອງ ສປປ ລາວ, ເພື່ອສົ່ງເສີມການນຳເຂົ້າ ແລະ ສົ່ງອອກສິນຄ້າລະຫວ່າງປະເທດ ແລະ ຜ່ານແດນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງເຮັດໃຫ້ການບໍລິການດ້ານຄົມມະນາຄົມ-ຂົນສົ່ງ ມີຄວາມສະດວກ, ວອງໄວ, ປອດໄພ, ໂລ່ງລ່ຽນ, ທັນສະ   ໄໝ, ລາຄາສົມເຫດສົມຜົນ, ເປັນມິດຕໍ່ສິ່ງແວດລ້ອມ, ສາມາດດຶງດູດ, ສົ່ງເສີມການລົງທືນພາຍໃນ ແລະ ຕ່າງປະເທດ, ພ້ອມທັງຮັບປະກັນການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ທ່າບົກໃນຄວາມໝາຍການຮ່ວມມືລະຫວ່າງປະເທດ ແມ່ນເຂດໂລຊິດສະຕິກທີ່ມີທີ່ຕັ້ງຢູ່ເທິງບົກ ຊຶ່ງເຊື່ອມຕໍ່ກັບໜຶ່ງ ຫຼື ຫຼາຍຮູບແບບການຂົນສົ່ງ ສຳລັບການຄວບຄຸມ, ເກັບຮັກສາ ຄວາມຖືກຕ້ອງຂອງສິນຄ້າທີ່ເຄື່ອນຍ້າຍ ໃຫ້ສອດຄ່ອງ ກັບລະບົບການຄ້າສາກົນໂດຍເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ທີ່ກ້ຽວຂ້ອງ. ທ່າບົກໃນຄວາມໝາຍແຄບ ແມ່ນສູນກາງຄ່ຽນຖ່າຍສິນຄ້າທີ່ເປັນລະບົບ ຮັບ-ສົ່ງ, ເຕົ້າໂຮມ, ແຈກຢາຍ, ຝາກສາງ, ເປີດ ແລະ ບັນຈຸເຂົ້າຕູ້ສິນຄ້າໄດ້ ຕາມເງື່ອນໄຂຂອງສົນທິສັນຍາ ແລະ ສັນຍາສາກົນ. ນອກຈາກນີ້, ຍັງມີຄວາມໝາຍໜຶ່ງອີກເອີ້ນວ່າດ່ານສາກົນ ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດແລະຜ່ານແດນ (ຊື່ພາສີສາກົນ ເອີ້ນວ່າ Dry Port).

ກອງປະຊຸມສັບປະດາວັນເຄຫາສະຖານໂລກ ພາຍໃຕ້ຄຳຂວັນເຮືອນຢູ່ສຳລັບທຸກຄົນ ອານາຄົດຂອງຕົວເມືອງທີ່ດີກວ່າ

 

 

ກອງປະຊຸມສັບປະດາ, ວັນເຄຫາສະຖານໂລກ ພາຍໃຕ້ຄຳຂວັນ: ເຮືອນຢູ່ສຳລັບທຸກຄົນ, ອານາຄົດຂອງຕົວເມືອງທີ່ດີກວ່າ, ໄດ້ຈັດຂື້ນໃນວັນທີ 8 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ອປ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ; ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນວຽງຈັນ ແລະ ທ່ານ ອາວີ ຊາກາ ຫົວໜ້າອົງການ UN Habitat ​ປະ​ຈຳ ​ສ​ປ​ປ ລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນເດືອນຕຸລາຂອງທຸກໆປີ ໄດ້ມີການເຕົ້າໂຮມກັນ ເພື່ອສະເຫລີມສະຫລອງ ວັນເຄຫະສະຖານໂລກ ຮ່ວມກັບບັນດາປະຊາຊາດໃນທົ່ວໂລກ ຊຶ່ງເປົ້າໝາຍຕົ້ນຕໍແມ່ນ ເພື່ອຍົກລະດັບຄວາມຮັບຮູ້ ແລະຄວາມເຂົ້າໃຈຂອງປວງຊົນ ຕໍ່ກັບການພັດທະນາທີ່ຢູ່ອາໄສ, ການພັດທະນາຕົວເມືອງທີ່ຍືນຍົງ ແລະພ້ອມນີ້ກໍ່ເພື່ອປຸກລະດົມກຳລັງແຮງທາງດ້ານການເມືອງ ແລະນະໂຍບາຍ ໃນການແກ້ໄຂບັນຫາເຮືອນຢູ່ອາໃສ, ການສະເຫລີມສະຫລອງໃນປີ 2020 ນີ້ ແມ່ນພາຍໃຕ້ຄຳຂວັນທີ່ວ່າ “ເຮືອນຢູ່ສຳລັບທຸກຄົນ: ອານາຄົດຂອງຕົວເມືອງທີ່ດີກວ່າ”. ອີງຕາມການລາຍງານຂອງອົງການສະຫະປະຊາຊາດ ເຫັນວ່າ ໃນປັດຈຸບັນນີ້ ພົນລະເມືອງຂອງຕົວເມືອງຢູ່ໃນໂລກ ຫລາຍກວ່າ 20% ຫລື ປະມານ 1,8 ຕື້ຄົນ ຍັງຂາດທີ່ຢູ່ອາໄສທີ່ໝັ້ນຄົງຖາວອນ, ຊຶ່ງໃນນັ້ນ 1 ຕື້ຄົນ ແມ່ນອາໄສຢູ່ໃນຊຸມຊົນແອອັດ ຫລື ສະລຳ ແລະ ຫລາຍກ່ວາ 100 ລ້ານຄົນ ແມ່ນບຸກຄົນທີ່ບໍ່ມີເຮືອນຢູ່ (Homeless), ຄາດຄະເນວ່າໃນປີ 2030 ຈຳນວນຕົວເລກຜູ້ທີ່ຂາດທີ່ຢູ່ອາໄສ ອາດຈະເພີ່ມຂຶ້ນເຖິງ 3 ຕື້ຄົນ. ສະຖານະການຄືດັ່ງກ່າວນີ້ ໄດ້ຮຽກຮ້ອງໃຫ້ບັນດາປະເທດຢູ່ໃນໂລກ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການສະໜອງເຮືອນຢູ່ທີ່ໝັ້ນຄົງຖາວອນ, ມີຄວາມປອດໄພ, ເຂົ້າເຖິງລະບົບໂຄງລ່າງ, ການບໍລິການພື້ນຖານ ແລະ ພ້ອມດຽວກັນນັ້ນ ກໍຕ້ອງໄດ້ຄົ້ນຄິດສ້າງທີ່ຢູ່ອາໃສທີ່ມີລາຄາເໝາະສົມສຳລັບທຸກກຸ່ມຄົນ.

ສຳລັບ ສປປ ລາວ ເຖິງວ່າຈະຖືກຈັດເປັນປະເທດທີ່ຍັງມີລາຍໄດ້ຕ່ຳປານກາງ, ແຕ່ກໍເປັນໜື່ງໃນບັນດາປະເທດ ທີ່ຖືໄດ້ວ່າບໍ່ມີຜູ້ຄົນທີ່ຂາດທີ່ຢູ່ອາໄສຈຳນວນຫລາຍ ແລະ ບໍ່ມີຄຸ້ມຊຸມຊົນແອອັດ ຫລືສະລຳ ທີ່ຢູ່ໃນເງື່ອນໄຂສະພາບແວດລ້ອມຊຸດໂຊມ ດັ່ງທີ່ພົບເຫັນໃນຂົງເຂດອື່ນຂອງພາກພື້ນ ແລະໃນໂລກ ໂດຍສະເພາະແມ່ນປະເທດກຳລັງພັດທະນາ. ເຖິງແນວໃດກໍ່ຕາມ ຍ້ອນການຂະຫຍາຍຕົວຂອງຕົວເມືອງທີ່ວ່ອງໄວ ແລະ ການພັດທະນາທີ່ຢູ່ອາໄສ ທີ່ຍັງບໍ່ມີຄວາມຍືນຍົງໃນໄລຍະທີ່ຜ່ານມາ, ເຖິງວ່າປະຊາຊົນລາວ ທີ່ອາໄສຢູ່ເຂດນອກຕົວເມືອງ ຍັງມີສະພາບແວດລ້ອມທຳມະຊາດ ແລະທັດສະນິຍະພາບຂອງບ່ອນຕັ້ງຖິ່ນຖານທີ່ດີກ່ວາ, ປະຊາຊົນທີ່ອາໄສໃນເຂດຕົວເມືອງ ແມ່ນມີທ່າອ່ຽງທີ່ຈະປະເຊີນກັບລາຄາທີ່ຢູ່ອາໄສທີ່ນັບມື້ນັບແພງຂື້ນ ແລະມີຂະໜາດທີ່ ນັບມື້ນັບແຄບລົງ, ນອກນັ້ນ, ເຖິງວ່າຍັງບໍ່ທັນມີຂໍ້ມູນຊັດເຈນ ຈາກການສຶກສາຄົ້ນຄ້ວາສະເພາະ, ແຕ່ຄົງຈະປະຕິເສດບໍ່ໄດ້ວ່າ ບັນຫາການຂະຫຍາຍຂອງຕົວເມືອງ ທີ່ແຜ່ລາມໂດຍບໍ່ມີການຄວບຄຸມຢ່າງ ຮອບດ້ານຢູ່ໃນບັນດາຕົວເມືອງໃຫຍ່ຂອງປະເທດໃນປັດຈຸບັນ ແມ່ນມີຕົ້ນເຫດມາຈາກການນຳໃຊ້ ທີ່ດິນ ແລະ ການພັດທະນາທີ່ຢູ່ອາໄສ ທີ່ຍັງບໍ່ສອດຄ່ອງກັບຂໍ້ກຳນົດ ແລະ ກົດລະບຽບ ຂອງແຜນຜັງຕົວເມືອງທີ່ໄດ້ວາງອອກ. ພ້ອມນັ້ນ, ພວກເຮົາກໍສາມາດເວົ້າໄດ້ວ່າ ບັນຫາການຈະລາຈອນແອອັດໃນໄລຍະເລັ່ງດ່ວນ, ການເກີດນ້ຳຂັງ ແລະນ້ຳຖ້ວມຢູ່ໃນຕົວເມືອງ ລວມເຖິງຄວາມຕ້ອງການໃຫ້ມີງົບປະມານມະຫາສານ ເພືີ່ອກໍ່ສ້າງໂຄ່ງລ່າງພື້ນຖານ ສະໜອງໃຫ້ແກ່ຊຸມຊົນ ເປັນຕົ້ນແມ່ນຖະໜົນຫົນທາງ, ລະບົບນ້ຳປະປາ, ລະບົບລະບາຍນ້ຳເປື້ອນ, ການສະໜອງພະລັງງານ  ແມ່ນອາດສາມາດຫລຸດຜົນກະທົບລົງໄດ້ ຖ້າມີການວາງແຜນ ແລະ ການຈັດຕັ້ງປະຕີບັດໂຄງການການພັດທະນາທີ່ຢູ່ອາໄສ ແລະ ເຮືອນຢູ່ ທີ່ສາມາດຕອບສະໜອງກັບຄວາມຕ້ອງການຂອງທຸກກຸ່ມຄົນ, ສິ່ງສຳຄັນອີກອັນໜຶ່ງ, ຈາກການສັງເກດຕົວເລກຈຳນວນຫລັງຄາເຮືອນ ທີ່ຖືກກໍ່ສ້າງຢູ່ໃນຕົວເມືອງໃນແຕ່ລະປີ ພວກເຮົາສາມາດເຊື່ອໝັ້ນໄດ້ວ່າ ທ່າແຮງທາງດ້ານການເງິນຂອງຂະແໜງການດ້ານນີ້ສາມາດຊ່ວຍປະກອບສ່ວນ ແກ້ໄຂບັນຫາຂອງຕົວເມືອງ ໃນລະດັບທ້ອງຖິ່ນ ແລະ ລະດັບຊາດຢ່າງເຕັມສະມັດຕະພາບ. ສິ່ງທ້າທາຍຕົ້ນຕໍ ທີ່ຈະເປັນຂໍກະແຈ ໃຫ້ພວກເຮົາໄຂເຂົ້າໄປນຳໃຊ້ທ່າແຮ່ງດັ່ງກ່າວນັ້ນ ແມ່ນຄວາມສາມາດໃນການຊອກຫາມາດຕະການ ແລະ ແນວທາງດຳເນີນການ ເພື່ອຫັນໃຫ້ຂະບວນການກໍ່ສ້າງ ແບບກຸ້ມຕົນເອງພໍໃຜພໍມັນ ມາເປັນແບບທີ່ມີການຈັດຕັ້ງ ແລະ ເປັນລະບົບຕາມກົດໝາຍ.

ເພື່ອເປັນການສ້າງເງື່ອນໄຂ ໃຫ້ແກ່ການຮ່ວມມື, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ທັງເປັນກົນໄກໃນການດືງດູດເອົາການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວິຊາການ ທີ່ເປັນຮູບປະທຳໃນການສືບຕໍ່ປະກອບສ່ວນ ເຂົ້າໃນການຄຸ້ມຄອງການກາຍເປັນຕົວເມືອງ ແລະ ການພັດທະນາຕົວເມືອງໃຫ້ມີຄວາມ ໜ້າຢູ່ ແລະ ຍືນຍົງ ຊ່ວຍຍູ້ໜູນການຂະຫຍາຍໂຕທາງດ້ານເສດຖະກິດ-ສັງຄົມຂອງຊາດ ໃຫ້ໄປຕາມທິດສີຂຽວ ແລະ ການພັດທະນາແບບຍືນຍົງ.

Additional information