ຂ່າວ
ອອກແຮງງານວັນເສົາແດງ ແລະ ສ້າງຄວາມສະອາດສວຍງາມ
- Details
- Category: ຂ່າວກິດຈະກຳຕ່າງໆ
- Published on ຈັນ, 28 ພຶດສະພາ 2012 04:28
ການອອກແຮງງານວັນເສົາແດງ ແລະ ສ້າງຄວາມສະອາດສວຍງາມ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມສຸດຍອດ ອາຊີ-ເອີຣົບ ( ອາເຊັມ ) ຄັ້ງທີ IX ເດືອນ 11 ປີ 2012 ອີງຕາມແຈ້ງການ ສະບັບເລກທີ 07358/ຍທຂ.ຫກ ລົງວັນທີ 09 ພຶດສະພາ 2012 ໂດຍໃຫ້ແຕ່ລະພາກສ່ວນ ອອກ ແຮງງານວັນເສົາແດງ ສ່ວນກະຊວງ ຍທຂ ແມ່ນຮັບຜິດຊອບ ຕັ້ງແຕ່ ສົ້ນກຳປພງເບື້ອງກະຊວງກຳສິກຳ ເຖິງສາມແຍກຖະໜົນເຣນູ ເຖິງສາມ ແຍກໂຮງແຮມໂພນໄຊເກົ່າ ໂດຍສົມທົບກັບປະຊາຊົນ ໜ່ວຍ ບ້ານໂພນໄຊ ສ່ວນການຂົນຂີ້ເຫຍື້ອໄປຖີ້ມ ແມ່ນພາກສ່ວນ ອພບ ແລະ ການ ອອກແຮງງານ ເລີ່ມແຕ່ 7:00 ໂມງ ເຊິ່ງມີແຜນການອອກ ດັ່ງລຸ່ມນີ້ :
ຊາວໜຸ່ມຫ້ອງການແຂ່ງຂັນກິລາ
- Details
- Category: ຂ່າວກິດຈະກຳຕ່າງໆ
- Published on ສຸກ, 27 ເມສາ 2012 08:43
ແຂ່ງຂັນກິລາຊາວໜຸ່ມຫ້ອງການກັບຊາວໜຸ່ມກົມແຜນການ
- Details
- Category: ຂ່າວກິດຈະກຳຕ່າງໆ
- Published on ຈັນ, 28 ພຶດສະພາ 2012 02:17
ໃນເວລາ 16:30 ນາທີຂອງວັນທີ 25 ພຶດສະພາ 2012 ທີ່ຜ່ານມາ ໄດ້ມີການແຂ່ງຂັນເຕະບານມິດຕະພາບຂຶ້ນລະຫວ່າງ ທີມຊາວໜຸ່ມຫ້ອງການ ແລະຊາວໜຸ່ມກົມແຜນການ ແລະການຮ່ວມມືທີ່ເດີ່ນຄຳພວງເພັດ (ຂ້າງໂຮງຮຽນມສລາວຫວຽດ) ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມຍທຂທົ່ວະເທດ ແລະວັນປູກຕົ້ນໄມ້ແຫ່ງຊາດພ້ອມດຽວກັນນັ້ນກໍເພື່ອເປັນການສ້າງຄວາມສາມັກຄີໃຫ້ມີຄວາມຮັດແໜ້ນ ລະຫວ່າງຫ້ອງການກະຊວງ ແລະກົມກອງມີຄວາມໝາຍຍິ່ງຂື້ນ.
ການແຂ່ງຂັນໄດ້ດຳເນີນໄປໄດ້ເຄິ່ງເວລາທຳອິດທັງສອງທີມໄດ້ພັດປ່ຽນກັນບຸກ ແລະຮັບ ແຕ່ກໍບໍ່ສາມາດຍິງປະຕູຂອງຄູ່ຕໍ່ສູ່ໄດ້ຈຶ່ງສະເໝີກັນຢູ່ສູນປະຕູຕໍ່ສູນ. ຕໍ່ມາເຖິງເຄິ່ງເວລາສຸດທີສອງຂອງການແຂ່ງຂັນທີມຫ້ອງຊາວໜຸ່ມຫ້ອງການກະະຊວງ ກໍສາມາດຍິງຂື້ນນຳໄປກ່ອນເຖິງ3ປະຕູຫລັງຈາກນັ້ນ ທີມຊາວ ໜຸ່ມກົມແຜນການ ແລະການຮ່ວມມື ກໍ່ສາມາດຍິງຕາມຫລັງໄດ້ 2 ປະຕູແລະ ໃນຊ່ວງທ້າຍເກມທີມ ຊາວໜຸ່ມຫ້ອງການກໍ່ສາມາດຍິງໄດ້ຕຶ່ມອີກ 2 ປະຕູ ແລະ ຜົນຂອງການແຂ່ງຂັນລະຫວ່າງທີມຊາວໜຸ່ມ ຫ້ອງການກະຊວງ ກໍ່ສາມາດເອົາຊະນະທີມຊາວໜຸ່ມກົມແຜນການ ແລະການຮ່ວມມື ໄດ້ເຖິງ 5 ປະຕູຕໍ່ 2. ການແຂ່ງຂັ້ນເຕັມໄປດ້ວຍບັນຍາກາດທີ່ຝົດຟື້ນໄປດວ້ຍກອງເຊຍຂອງທັງສອງທີມມີຄວາມຮັກແພງສາມັກຄີກັນຍິ່ງຂື້ນພາຍໃນກະຊວງຍທຂ ແລະການແຂ່ງຂັນຈົບລົງດ້ວຍຄວາມມ່ວນຊື່ນ.
ກອງປະຊຸມເຈລະຈາ ການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ອົດສະຕາລີ
- Details
- Category: ຂ່າວກິດຈະກຳຕ່າງໆ
- Published on ຈັນ, 23 ເມສາ 2012 08:02
ໃນລະຫວ່າງວັນທີ 27-28 ກຸມພາ 2012 ກອງປະຊຸມພົບປະເຈລະຈາ 2 ຝ່າຍ ລະຫວ່າງ ເຈົ້າໜ້າທີ່ການບິນຂອງ ສປປ ລາວ ແລະ ປະເທດອົດສະຕຣາລີ ກ່ຽວກັບ ຮ່າງສັນຍາການຂົນສົ່ງທາງອາກາດ ໄດ້ຈັດຂື້ນ ທີ່ ຫ້ອງປະຂຸມທັນສະໄໝ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໂດຍ ການເປັນປະທານ ຂອງ ທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ Gilon Smith ຮອງຫົວໜ້າກົມເຈລະຈາຂົນສົ່ງທາງອາກາດ, ກະຊວງ ພື້ນຖານໂຄງລ່າງ ແລະ ຂົນສົ່ງແຫ່ງອົດສະຕຣາລີ ພ້ອມດ້ວຍຄະນະຜູ້ແທນ ຈາກຫ້ອງການກະຊວງ ຍທຂ, ກົມແຜນການ ແລະ ການຮ່ວມມື, ກະຊວງ ຍທຂ, ກົມສົນທິສັນຍາ ແລະ ກົດໝາຍ, ກົມອາຊີ-ປາຊິຟິກ ແລະ ອາຟຣິກກາ ກະຊວງການຕ່າງປະເທດ, ລັດວິສາຫະກິດການບິນລາວ, ສາຍການບິນ Qantas Airways (ສາຍການບິນອົດສະຕຣາລີ) ເຂົ້າຮ່ວມ. ໃນນີ້ ເຈົ້າໜ້າທີ່ຂອງທັງ 2 ຝ່າຍ ໄດ້ຕົກລົງເຫັນດີຫຼາຍບັນຫານຳກັນເຊັ່ນ:ການແຕ່ງຕັ້ງສາຍການບິນ, ການໃຫ້ສິດທິການບິນ, ປະລິມານຄວາມຖີ່ຂອງຖ້ຽວບິນ, ຊະນິດຂອງເຮືອບິນ ແລະ ເສັ້ນທາງບິນ ຊຶ່ງສາຍການບິນທີ່ຖືກແຕ່ງຕັ້ງຂອງທັງ 2 ຝ່າຍ ສາມາດບິນ ລະຫ່ວາງ ສປປ ລາວ ແລະ ອົດສະຕຣາລີ ແລະ ບິນໄປປະເທດທີ 3 ຕາມຈຸດທີ່ໄດ້ກຳນົດໄວ້. ພ້ອມດຽວກັນ ພິທີເຊັນຫຍໍ້ ແລະ ລົງນາມໃສ່ ຮ່າງສັນຍາຂົນສົ່ງທາງອາກາດ 2 ຝ່າຍ ແລະ ບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂື້ນ ທີ່ ໂຮງແຮມ ລາວພຣາຊາ ຊຶ່ງລົງນາມໂດຍ ຫົວໜ້າຄະນະຜູ້ແທນທັງສອງຝ່າຍ. ການພົບປະເຈລະຈາດັ່ງກ່າວ ເວົ້າລວມແລ້ວແມ່ນເພືອເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມື ລະຫ່ວາງ 2 ປະເທດ ລາວ-ອົດສະຕຣາລີ ໂດຍສະເພາະແມ່ນສົ່ງເສີມການຄ້າ-ການທ່ອງທ່ຽວໃຫ້ນັບມືນັບແໜ້ນແຟ້ນຂື້ນກ່ວາເກົ່າ ຊຶ່ງຜົນສຳເລັດຂອງກອງປະຊຸມ ໃນຄັ້ງນີ້ເປັນຂີດໝາຍ ແລະ ບາດກ້າວອັນໜຶ່ງທີ່ສຳຄັນເປັນພື້ນຖານໃນການອຳນວຍຄວາມສະດວກ ໃຫ້ການຂົນສົ່ງທາງອາກາດ ລະຫ່ວາງ ສປປ ລາວ ແລະ ອົດສະຕຣາລີ ໃນອະນາຄົດ.