ຂ່າວ
ຄໍາເຫັນ ຂອງ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເນື່ອງໃນໂອກາດວັນເຄຫາສະຖານໂລກ ວັນທີ 7 ຕຸລາ 2019
- Details
- Category: ຂ່າວພາຍໃນກະຊວງ
- Published on ສຸກ, 04 ຕຸລາ 2019 08:17
ຄໍາເຫັນ ຂອງ ທ່ານ ປອ. ບຸນຈັນ ສິນທະວົງ
ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ
ເນື່ອງໃນໂອກາດວັນເຄຫາສະຖານໂລກ
ວັນທີ 7 ຕຸລາ 2019
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ.
ມື້ນີ້ ພວກເຮົາພ້ອມກັບບັນດາປະຊາຊາດ ໃນທົ່ວໂລກ ຈັດຕັ້ງສະເຫຼີມສະຫຼອງ ວັນເຄຫາສະຖານໂລກ ທີ່ໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງ. ການສະເຫຼີມສະຫຼອງໃນປີນີ້ແມ່ນຢູ່ພາຍໃຕ້ ຫົວຂໍ້ທີ່ວ່າ: “ ນໍາໃຊ້ວິທະຍາການແຖວໜ້າ ເປັນເຄື່ອງມືປະດິດສ້າງຢ່າງໜຶ່ງ ເພື່ອຫັນປ່ຽນສິ່ງເສດເຫຼືອ ໃຫ້ເປັນສົມບັດລໍ້າຄ່າ ”. ເປັນຫົວຂໍ້ທີ່ລຽບງ່າຍ ແຕ່ເຕັມໄປດ້ວຍຄວາມໝາຍສຸດທີ່ສໍາຄົນ ເພາະໃນປະຈຸບັນການວາງແຜນໃນເຂດຕົວເມືອງເກືອບທົ່ວໂລກ ແມ່ນເນັ້ນໜັກໃສ່ການພັດທະນາໂຄງລ່າງພື້ນຖານດ້ານຕ່າງໆ ແຕ່ການຄຸ້ມຄອງ, ການກໍາຈັດ ພ້ອມທັງ ການຄົ້ນຄວ້ານໍາໃຊ້ສິ່ງເສດເຫຼືອໃນຕົວເມືອງ ໃຫ້ເກີດປະໂຫຍດທາງດ້ານເສດຖະກິດ ຍັງຢູ່ໃນຂອບເຂດທີ່ຈໍາກັດ. ໃນພາກປະຕິບັດ ວິທີການວາງແຜນຜັງເມືອງມັກຈະໄປແກ້ໄຂບັນຫາທີ່ເກີດຂຶ້ນໃນຕົວເມືອງ, ແທນທີ່ຈະເປັນເຄື່ອງມື ໃນການປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ປົກປັກຮັກສາສິ່ງແວດລ້ອມຕົວເມືອງ ແລະ ນໍາໃຊ້ຊັບພະຍາກອນ ໃຫ້ມີຄວາມຍືນຍົງ. ເພື່ອຈຸດປະສົງດັ່ງກ່າວ, ການຄົ້ນຄວ້າວາງແຜນຜັງຕົວເມືອງລວມໃນປັດຈຸບັນ ຕ້ອງໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອລະກ້າວ.
ຕະຫຼອດໄລຍະຜ່ານມາ, ຄຽງຄູ່ກັບການພັດທະນາຂະແໜງການອື່ນ, ລັດຖະບານໄດ້ເອົາໃຈໃສ່ ພັດທະນາໂຄງລ່າງພື້ນຖານ ທາງດ້ານເຕັກນິກ ແລະ ສັງຄົມ ຕົວເມືອງ ຢ່າງບໍ່ລົດລະ ໂດຍນໍາໃຊ້ທຶນຮ່ວມຂອງລັດຖະບານ ແລະ ການຮ່ວມມືຂອງປະຊາຊົນ ບວກກັບທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກສະຖາບັນການເງິນ, ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ຊຶ່ງໄດ້ສໍາເລັດໂຄງການພັດທະນາ ຕົວເມືອງນະຄອນຫຼວງວຽງຈັນ, ຕົວເມືອງນະຄອນ, ຕົວເມືອງເທດສະບານແຂວງ, ໂຄງການຄຸ້ມຄອງຂີ້ເຫຍື້ອ, ໂຄງການນໍ້າປະປາຕົວເມືອງນ້ອຍ ແລະ ວາງແຜນຜັງຕົວເມືອງລວມ ສໍາເລັດ 148 ຕົວເມືອງ ໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ, ພວກເຮົາ ກໍໄດ້ສ້າງນິຕິກໍາຈໍານວນໜຶ່ງ ເພື່ອເປັນເຄື່ອງມືໃນການຄຸ້ມຄອງຕົວເມືອງ ໃຫ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ມີສຸຂະອານາໄມ, ຮັກສາໄດ້ ມູນເຊື້ອວັດທະ ນະທໍາ ແລະ ສິ່ງແວດລ້ອມທີ່ດີ.
ຜົນສໍາເລັດດັ່ງກ່າວ ເຮັດໃຫ້ຕົວເມືອງໄດ້ມີໃບໜ້າໃໝ່ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ ແລະ ພວກເຮົາກໍາລັງຈັດຕັ້ງປະຕິບັດໂຄງການປັບປຸງສິ່ງແວດລ້ອມຕົວເມືອງ, ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ ຈໍານວນໜຶ່ງ ຕິດພັນກັບການກໍາຈັດສິ່ງເສດເຫຼືອໃນຕົວເມືອງ. ພ້ອມກັນນັ້ນ ພວກເຮົາກໍາລັງປັບປຸງຄູ່ມືວາງແຜນຜັງບ້ານພັດທະນາ ບ້ານໃຫຍ່ ແລະ ຕົວເມືອງນ້ອຍ ໃນຊົນນະບົດ ເພື່ອເປັນບ່ອນອີງ ໃນການສ້າງເຄື່ອງມືເພື່ອການລົງທຶນພັດທະນາ ໂຄງລ່າງພື້ນຖານທາງດ້ານ ເຕັກນິກ ແລະ ສັງຄົມ ຊຸມຊົນຕົວເມືອງ.
ຫົວຂໍ້ຂອງການສະເຫຼີມສະຫຼອງວັນເຄຫາສະຖານໂລກໃນປີນີ້ ແມ່ນສອດຄ່ອງກັບ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຊຶ່ງໄດ້ກໍານົດໄວ້ວ່າ:
- “ ປົກປັກຮັກສາສະພາບແວດລ້ອມ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ: ເອົາໃຈໃສ່ການຄຸ້ມຄອງ-ນໍາໃຊ້ ຊັບພະຍາກອນທໍາມະຊາດ ( ດິນ, ປ່າໄມ້, ແຮ່ທາດ, ນໍ້າ ແລະ ຊີວະນາໆພັນ ) ຢ່າງປະຫຍັດ ແລະ ມີປະສິດທິຜົນ ເພື່ອປະຕິບັດ ການພັດທະນາຕາມທິດສະດີສີຂຽວ ແລະ ຍືນຍົງ, ການພັດທະນາຕົວເມືອງ ແລະ ຊົນນະບົດສີຂຽວ ເປັນມິດກັບສິ່ງແວດລ້ອມ, ມີຄວາມສະອາດ ແລະ ສວຍງາມ ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ, ມີສຸຂະພາບແຂງແຮງ ແລະ ປອດໄພຈາກມົນລະພິດ ”.
- “ ສົ່ງເສີມຄວາມຮູ້ພູມປັນຍາ ເຂົ້າໃນການຄົ້ນຄວ້າ, ການພັດທະນາວິທະຍາສາດ, ການຄຸ້ມຄອງ ແລະ ການນໍາໃຊ້ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສື່ສານ ສຸມໃສ່ ຄົ້ນຄວ້າ ແລະ ນໍາໃຊ້ ຜົນຂອງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ທີ່ທັນສະໄໝຂອງ ພາກພື້ນ ແລະ ສາກົນ ເຂົ້າໃນຂົງເຂດຕ່າງໆ ໃຫ້ຫຼາຍຂຶ້ນ, ສ້າງໃຫ້ມີຜູ້ປະກອບການທີ່ເຂັ້ມແຂງ ແລະ ແຂ່ງຂັນກັບພາກພື້ນ, ຄຽງຄູ່ກັນນັ້ນກໍຕ້ອງໄດ້ຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີຕາມທ່າແຮງຂອງປະເທດ.
ເພື່ອຜັນຂະຫຍາຍເນື້ອໃນ ຫົວຂໍ້ທີ່ວ່າ: “ ນໍາໃຊ້ວິທະຍາການແຖວໜ້າ ເປັນເຄື່ອງມືປະດິດສ້າງຢ່າງໜຶ່ງ ເພື່ອຫັນປ່ຽນສິ່ງເສດເຫຼືອ ເປັນສົມບັດລໍ້າຄ່າ “ ຢ່າງເລິກເຊິ່ງ ແລະ ມີໝາກຜົນຕົວຈິງຢູ່ປະເທດເຮົານັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ທຸກພາກສ່ວນເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບ ການນໍາໃຊ້ຄວາມຮູ້ພູມປັນຍາ ເຂົ້າໃນການຄົ້ນຄວ້າວາງແຜນພັດທະນາໂຄງລ່າງພື້ນຖານຕົວເມືອງ ຕິດພັນກັບການປົກປັກຮັກສາສິ່ງແວດ ລ້ອມ ແລະ ການນໍາໃຊ້ຊັບພະຍາກອນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ໃຫ້ກາຍເປັນຕົວເມືອງທີ່ ໜ້າຢູ່, ຍືນຍົງ, ອັດສະລິຍະ ແລະ ຖືກຕາມທິດຫັນເປັນຕົວເມືອງສີຂຽວເປັນມິດກັບສິ່ງແວດລ້ອມ.
ການວາງແຜນຜັງຕົວເມືອງລວມຢ່າງເປັນລະບົບຄົບຊຸດ ແລະ ຮອບດ້ານ ໃນຕໍ່ໜ້າ ເປັນບົດບາດໃໝ່ທີ່ສໍາຄັນອີກອັນໜຶ່ງ ທີ່ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ. ສະນັ້ນ, ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າ ແລະ ປັບປຸງ ແຜນຜັງຕົວເມືອງລວມ, ສ້າງແຜນຜັງລະອຽດຂອງຕົວເມືອງ ນັບແຕ່ ລະດັບ ຕົວເມືອງຂອງນະຄອນຫຼວງ, ນະຄອນ, ເທດສະບານ, ເມືອງ ແລະ ຊຸມຊົນເມືອງ ກໍຄື ບ້ານພັດທະນາ, ສ້າງບ້ານໃຫຍ່ ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ເປັນລະບົບຄົບຊຸດ ແລະ ຮອບດ້ານ ແນໃສ່ໃຫ້ການພັດທະນາຕົວເມືອງໄປຕາມທິດສີຂຽວ ຍືນຍົງ ແລະ ໃຫ້ຖືກຕາມທິດທາງທີ່ລັດຖະບານໄດ້ກໍານົດໄວ້ ໃຫ້ປະກົດເປັນຈິງ.
ຂໍສະເໜີມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ສະຖາບັນການເງິນສາກົນ ຈົ່ງໄດ້ສືບຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດພວກຂ້າພະເຈົ້າ ໃນການວາງແຜນ ສ້າງ ແລະ ພັດທະນາ ຕົວເມືອງທີ່ມີ ສະພາບແວດລ້ອມທີ່ຍືນຍົງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ເປັນກ້າວໆ.
ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ 50 ວັນ, ຊຸດທີ XXII ແລະ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ
- Details
- Category: ຂ່າວພາຍໃນກະຊວງ
- Published on ຈັນ, 30 ກັນຍາ 2019 07:17
ໃນຕອນເຊົ້າຂອງວັນທີ 27 ກັນຍາ 2019 ທີ່ສະຖາບັນຝຶກອົບຮົມ ຍທຂ ໄດ້ມີພິທີປິດບັ້ນຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ 50 ວັນ, ຊຸດທີ XXII ຊິ່ງການຝຶກອົບຮົມໄດ້ດຳເນີນມາແຕ່ວັນທີ 22 ກໍລະກົດ ຫາ 27 ກັນຍາ 2019 ຈິ່ງສຳເລັດ ແລະ ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ສໍາເລັດການຝຶກອົບຮົມໃນຫຼັກສູດດັ່ງກ່າວ, ໃນພິທີດັ່ງກ່າວໃຫ້ກຽດເປັນປະທານໂດຍ ສະຫາຍ ລັດຕະນະມະນີ ຄູນນີວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງ ຍທຂ ແລະ ສະຫາຍ ປອ ນາງ ໄກສອນ ຈັນສີນາ ວ່າການຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ມີທ່ານຫົວໜ້າ, ຄະນະສະຖາບັນຝຶກອົບຮົມ ຍທຂ, ມີບັນດາທ່ານຮອງຫົວໜ້າກົມ, ຄູອາຈານມາຈາກ ສມປຊ, ມີບັນດາແຂກທີ່ຖືກເຊີນ ແລະ ບັນດານັກສຳມະນາກອນທັງໜົດເຂົ້າຮ່ວມ.
ພິທີ່ດັ່ງກ່າວໄດ້ຮັບຟັງບົດສະຫຼຸບການຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງ ໄລຍະ 50 ວັນ, ໂດຍສະຫາຍ ສິລິພອນ ອິນທິລາດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນ ຝຶກອົບຮົມ ຍທຂ, ໃນການຝຶກອົບຮົມໃນຄັ້ງນີ້ ນອກຈາກການຮໍ່າຮຽນທາງດ້ານທິດສະດີແລ້ວ ຍັງມີການໄປຢ້ຽມຢາມຖອດຖອນບົດຮຽນ, ມີທັງການເຄື່ອນໄຫວສ້າງກິດຈະກໍາທາງດ້ານກິລາ, ສິນລະປະ ແລະການອອກແຮງງານອານາໄມລວມ; ນັ້ນໝາຍວ່າຮໍ່າຮຽນໄປພ້ອມ ສ້າງບັນຍາກາດຟົດຟື້ນມ່ວນຊື່ນໄປນໍາ, ນັກຝຶກອົບຮົມໄດ້ຮັດແໜ້ນຄວາມສາມັກຄີ, ຮັກແພງກັບໝູ່ເພື່ອຮ່ວມຫ້ອງ ແລະບັນດາຄູອາຈານ, ຜ່ານການຝຶກອົບຮົມໄລຍະ 50 ວັນ ທາງຄະນະຮັບຜິດຊອບຂອງສະຖາບັນຝຶກອົບຮົມສາມາດຕີລາຄາຄວາມຕັ້ງໃຈ ແລະການເກັບກໍາເອົາບົດຮຽນ ຂອງເອກະສານທີ່ບັນດາຄູອາຈານ ແລະວິທະຍາກອນແຕ່ລະສະຫາຍ ໄດ້ນໍາສະເໜີຕໍ່ນັກຝຶກອົບຮົມທັງຫມົດ ບວກໃສ່ກັບການເຂົ້າຮ່ວມຕິດຕາມຮັບຟັງການຜ່ານບົດເກັບກ່ຽວ ຂອງນັກຝຶກແຕ່ລະສະຫາຍທີ່ຜ່ານໃນລະດັບໜ່ວຍ ແລະລະດັບຫ້ອງຂອງຄະນະຮັບຜິດຊອບສະຖາບັນຝຶກອົບຮົມ ຍທຂ, ສະຫຼຸບຕີລາຄາໄດ້ນັກຝຶກອົບຮົມມີຄວາມຮັບຮູ້ອັນໃໝ່ຫຼາຍຂຶ້ນ ແລະມີຄວາມເຂົ້າໃຈຢ່າງເປັນລະບົບຫຼາຍຂຶ້ນກວ່າເກົ່າ, ຄວາມຮັບຮູ້ກ່ອນການຝືກອົບຮົມ ແມ່ນຢູ່ໃນລະດັບປານກາງ ແລະ ພາຍຫຼັງການຝຶກອົບຮົມແມ່ນເຫັນວ່າສາມາດຮັບຮູ້ ແລະ ເຂົ້າໃຈດີຕໍ່ກັບແນວທາງນະໂຍບາຍຂອງພັກ.
ຜົນສໍາເລັດທີ່ຍາດມາໄດ້ໃນບັ້ນຝຶກອົບຮົມຄັ້ງນີ້ ແມ່ນໄດ້ມາຈາກຫຼາຍປັດໄຈ ແຕ່ປັດໄຈສໍາຄັນຕົ້ນຕໍ່ ແມ່ນມາຈາກການສະໜັບສະໜູນຈາກຄະນະພັກ, ຄະນະນໍາກະຊວງ, ມາຈາກຄວາມສາມັກຄີ, ຄວາມຕັດສິນໃຈສູ້ຊົນບຸກບືນ, ຜ່ານຜ່າຄວາມຫຍຸ້ງຍາກຂອງນັກຝຶກອົບຮົມ ແລະມາຈາກບັນດາຄູອາຈານ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມາຈາກການເປັນເຈົ້າການ ແລະການເອື້ອອໍານວຍ ຄວາມສະດວກຂອງຄະນຮັບຜິດຊອບ ແລະປະສານງານຫຼັກສູດຂອງສະຖາບັນຝຶກອົບຮົມ ຍທຂ.
ໃນພິດັ່ງກ່າວໂດຍເປັນກຽດມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ສໍາເລັດການຝຶກອົບຮົມ ຫຼັກສູດທິດສະດີການເມືອງ ແລະການປົກຄອງ 50 ວັນ, ຊຸດທີ XXII ນີ້ ໂດຍ ສະຫາຍ ປອ ນາງ ໄກສອນ ຈັນສີນາ ວ່າການຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີນັກສໍາມະນາກອນທີ່ຈົບຫຼັກສູດທັງມົດ 30 ສະຫາຍ, ຍິງ 10 ສະຫາຍ, ນີ້ສະແດງໃຫ້ເຫັນໄດ້ວ່າຄະນະພັກຄະນະນໍາຂອງກະຊວງ ຍທຂ ໄດ້ໃຫ້ຄວາມສໍາຄັນຕໍ່ການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານ ທິດສະດີການເມືອງ-ການປົກຄອງ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະພະນັກງານສືບທອດ ຂອງຕົນເປັນສໍາຄັນຍິ່ງ.
ພິທີເປີດຊຸດຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ຊຸດທີ 18
- Details
- Category: ຂ່າວພາຍໃນກະຊວງ
- Published on ຈັນ, 30 ກັນຍາ 2019 09:12
ພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໄລຍະ 10 ວັນຊຸດທີ 18 ໃຫ້ກັບພະນັກງານຫຼັກແຫຼ່ງຂອງກະຊວງ ຍທຂ, ໄດ້ຈັດຂື້ນໃນວັນທີ 30 ກັນຍາ 2019 -11 ຕຸລາ 2019 ທີ່ສະຖາບັນຝຶກອົບຮົມ ຍທຂ, ໃຫ້ກຽດເປັນປະທານໂດຍສະຫາຍ ສີລິພອນ ອິນທິລາດ ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ສະຫາຍ ນາງ ບົວລີ ບັນຊາລິດ ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມໂຄສະນາ, ມີບັນດາທ່ານຮອງຫົວໜ້າກົມ, ຖາບັນຝຶກອົບຮົມ ຍທຂ, ຄູອາຈານ, ແຂກທີ່ຖືກເຊີນ ແລະນັກຝຶກອົບຮົມເຂົ້າຮ່ວມ.
ໃນໄລຍະຜ່ານມາກະຊວງ ຍທຂ ໄດ້ຈັດຕັ້ງຫຼັກສູດຝຶກອົບຮົມດັ່ງກ່າວມາກ່ອນແລ້ວ 17 ຊຸດ, ລວມແລ້ວພວກເຮົາມີນັກປາຖະກະຖາຂອງກະຊວງທັງໝົດປະມານ 510 ຄົນ, ໃນຫຼັກສູດນີ້ມີຜູ້ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 11 ທ່ານ, ມີອາຈານເຂົ້າຮ່ວທັງໝົດ 6 ທ່ານ, ຍິງ 4 ທ່ານ ມາຈາກຄະນະໂຄສະນາ ອົບຮົມສູນກາງພັກ ແລະຈາກສະຖາບັນຝຶກອົບຮົມ ຍທຂ, ໃນຫຼັກສູດວຽກງານໂຄສະນາ-ປາຖະກະຖາຄັ້ງນີ້ ຈະໄດ້ຮ່ຳຮຽນຜ່ານບັນດາ ເອກະສານ ການຝຶກອົບຮົມທີ່ເປັນຫຼັກການ ແລະ ເປັນທີ່ໜ້າສົນໃຈເຊັ່ນ: ບັນຫາພື້ນຖານຂອງວຽກງານໂຄສະນາ, ຝຶກຝົນຄວາມສາມາດໃນການຂຽນເອກະສານ, ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າຂອງນັກປາຖະກະຖາ, ບັນດານິຕິກຳ ແລະບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາປາຖະກະຖາ ແລະວຽກງານໂຄສະນາຜ່ານສື່ອື່ນໆ.
ນອກຈາກຈະໄດ້ຮ່ຳຮຽນສຶກສາຄົ້ນຄວ້າເອກະສານດັ່ງກ່າວມານັ້ນແລ້ວ, ນັກຝຶກອົບຮົມຍັງຈະໄດ້ຂຽນບົດທົດລອງ ແລະຂຶ້ນຫ້ອງປາຖະກະຖາທົດລອງ ດ້ວຍຕົນເອງຢ່າງຕັ້ງໜ້າ ແລະມີຄວາມກະຕືລືລົ້ນ ພາຍໃນໝ່ວຍ ແລະພາຍໃນຫ້ອງຕໍ່ໜ້າຄະນະຄູອາຈານ ແລະຄະນະສະຖາບັນ, ໃນການຝຶກອົບຮົມການປາຖະກະຖາແມ່ນການໂຄສະນາ, ມັນແມ່ນການເຄື່ອນໄຫວເຜີຍແຜ່ຄວາມຮູ້, ສະຕິປັນຍາ, ສະພາບການ ແລະຄຸ່ນຄ່າທາງດ້ານຈິດໃຈ, ເພື່ອກະທົບໃສ່ເປົ້າໝາຍແນ່ໃສ່ເຮັດໃຫ້ມີຄວາມຮັບຮູ້ໃຫ້ມີການປ່ຽນແປງ ສ້າງໃຫ້ມີຄວາມເຊື່ອໝັ້ນ, ບຳລຸງກໍ່ສ້າງອາລົມຈິດ, ມານະຈິດປຸກລະດົມ ແລະຂົນຂວາຍມະຫາຊົນໃຫ້ມີຄວາມ ຕື່ນຕົວໃນການຈັດຕັ້ງປະຕິບັດ ຕາມຄວາມຮຽກຮ້ອງຕ້ອງການ ພ້ອມທັງໜ້າທີ່ການເມືອງແຕ່ລະໄລຍະ.
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ກົມທາງລົດໄຟ
- Details
- Category: ຂ່າວພາຍໃນກະຊວງ
- Published on ຈັນ, 23 ກັນຍາ 2019 04:42
ກອງປະຊຸມໃຫຍ່ ຄັ້ງທີ IVຂອງໜ່ວຍພັກຮາກຖານກົມທາງລົດໄຟ ໄດ້ເປີດຂຶ້ນໃນຕອນເຊົ້າຂອງ ວັນທີ 18/09/2019 ແລະ ດໍາເນີນໄປເປັນເວລາເຄິ່ງວັນ, ໂດຍການເປັນປະທານຂອງ ສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ສະຫາຍ ລັນ ແສງອາພອນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ສະຫາຍ ແສງທະວີໃສ ມະລີວັນ ຮອງເລຂາພັກກົມທາງລົດໄຟ, ຫົວໜ້າກົມທາງລົດໄຟ, ມີບັນດາສະຫາຍແຂກທີ່ຖືກເຊີນຈາກກົມ, ກອງ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງກໍ່ໃຫ້ກຽດເຂົ້າຮ່ວມ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 09 ສະຫາຍ, ຍິງ 02 ສະຫາຍ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງລາຍງານການເມືອງ, ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ 5 ປີ ນັບແຕ່ປີ 2019-2024, ເຊິ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:
- ສືບຕໍ່ນໍາພາພະນັກງານ-ສະມາຊິກພັກ ເຂົ້າຮ່ວມການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງພັກ ແລະ ເອກະສານການເມືອງອື່ນໆ ທີ່ກະຊວງຈັດຂຶ້ນ ແລະ ນໍາມາຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງ; ສຶກສາອົບຮົມນຳພາແນວຄິດພະນັກງານ, ສະມາຊິກພັກ ຢ່າງເປັນປະຈຳ.
- ເອົາໃຈໃສ່ຊີ້ນໍາການຄົ້ນຄວ້ານໍາສະເໜີວຽກງານຂະຫຍາຍພັກໃຫ້ວ່ອງໄວທັນເວລາ, ເອົາໃຈໃສ່ຕິດຕາມ, ຊຸກຍູ້ການຕີລາຄາປະເມີນຜົນວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມແຜນການ;
- ສືບຕໍ່ຈັດຕັ້ງປະຕິບັດວຽກງານການລົດໄຟ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ທັນເວລາກັບສະພາບການພັດທະນາ;
- ເອົາໃຈໃສ່ຂຽນແຜນຍຸດທະສາດການພັດທະນາເສັ້ນທາງລົດໄຟ ຂອງຂະແໜງ ຍທຂ ໃຫ້ສໍາເລັດ;
- ຄົ້ນຄວ້າການບັນຈຸຊັບຊ້ອນພະນັກງານ ແລະ ປັບປຸງການກຳນົດຕຳແໜ່ງງານ ແລະ ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງບັນດາພະແນກການຕ່າງໆພາຍໃນກົມ ໃຫ້ທັນກັບສະພາບການ, ກະທັດຮັດ, ເຂັ້ມແຂງ ສັກສິດ; ສືບຕໍ່ນໍາພາຄົ້ນຄວ້າການປະຕິບັດນະໂຍບາຍ, ສະຫວັດດີການສັງຄົມຕ່າງໆ ຕໍ່ພະນັກງານບຳນານ ແລະ ພະນັກງານປະຈຳການ ໃຫ້ເປັນປົກກະຕິ; ຄົ້ນຄວ້າສະເໜີຍ້ອງຍໍສັນລະເສີນ ຖັນແຖວພະນັກງານ-ສະມາຊິກພັກ, ພາຍໃນກົມ ໃຫ້ເໝາະສົມ ແລະ ທັນກັບສະພາບການຕົວຈິງຂອງວຽກງານ;
- ເອົາໃຈໃສ່ນໍາພາຊຸກຍູ້ສາມອົງການຈັດຕັ້ງມະຫາຊົນຂອງກົມໃຫ້ມີການເຄື່ອນໄຫວຕາມພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນ;
- ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພພາຍໃນກົມພ້ອມທັງປົກປັກຮັກສາວັດຖຸສີ່ງຂອງສ່ວນລວມຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ;
- ສູ້ຊົນສ້າງໜ່ວຍພັກກົມທາງລົດໄຟ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ມີການແບ່ງງານໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກຢ່າງຈະແຈ້ງ; ນໍາພາບໍາລຸງສ້າງພະນັກງານຂອງກົມທາງລົດໄຟ ໃນດ້ານຕ່າງໆ ເທົ່າທີ່ມີເງື່ອນໄຂ ຕາມແຜນການກຳນົດພະນັກງານ ນຳພາ-ຄຸ້ມຄອງຂອງກົມ.
ກອງປະຊຸມໄດ້ຟັງລາຍງານ ແລະ ປະກອບຄໍາຄິດເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ເຊິ່ງແຕ່ລະພາກສ່ວນລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ, ການລາຍງານ ແລະ ປະກອບຄໍາຄິດເຫັນ ໄດ້ລົງເລິກລາຍງານຜົນສຳເລັດການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ເຂົ້າໃນວຽກງານຂອງຕົນ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.
ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົດພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກຕັ້ງໄດ້ 03 ສະຫາຍ:
1) ສະຫາຍ ແສງທະວີໃສ ມະລີວັນ
2) ສະຫາຍ ກິດສະໜາ ຈັນທະວຽງ
3) ສະຫາຍ ຈັນທອນ ໄຊຍະກອນ
4) ສະຫາຍ ຫິນເພັດ ຫຼ້າຄອນວົງ
5) ສະຫາຍ ນາງ ແສງຈັນ ບຸດດາໄຊ
- ກອງປະຊຸມຄັ້ງປະຖົມມະລຶກຂອງໜ່ວຍພັກຮາກຖານກົມທາງລົດໄຟ ສະໄໝທີ IV ໄດ້ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາ, ປະທານກວດກາ ຂອງໜ່ວຍພັກດັ່ງນີ້:
1) ສະຫາຍ ແສງທະວີໃສ ມະລີວັນ ເປັນເລຂາ
2) ສະຫາຍ ຈັນທອນ ໄຊຍະກອນ ເປັນຮອງເລຂາ
3) ສະຫາຍ ຫິນເພັດ ຫຼ້າຄອນວົງ ເປັນກໍາມະການ, ທັງເປັນຜູ້ກວດກາພັກ
ນອກຈາກນັ້ນ, ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 06 ສະຫາຍ (ຍິງ 01ສະຫາຍ )ຄື:
1) ສະຫາຍ ແສງທະວີໃສ ມະລີວັນ
2) ສະຫາຍ ກິດສະໜາ ຈັນທະວຽງ
3) ສະຫາຍ ຈັນທອນ ໄຊຍະກອນ
4) ສະຫາຍ ຫິນເພັດ ຫຼ້າຄອນວົງ
5) ສະຫາຍ ນາງ ແສງຈັນ ບຸດດາໄຊ
6) ສະຫາຍ ພາສຸກ ພຸດທະວົງ
ຜ່ານການປ່ອນບັດເລືອກຕັ້ງຄັດເລືອກໄດ້ຜູ້ແທນສົມບູນ ຈໍານວນ 04 ສະຫາຍ ແລະ ຜູ້ແທນສໍາຮອງ 01 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງຄັ້ງທີ V ຄື:
- ສະຫາຍ ແສງທະວີໃສ ມະລີວັນ
- ສະຫາຍ ຈັນທອນ ໄຊຍະກອນ
- ສະຫາຍ ກິດສະໜາ ຈັນທະວຽງ
- ສະຫາຍ ຫິນເພັດ ຫຼ້າຄອນວົງ
ຜູ້ແທນສໍາຮອງ 01 ສະຫາຍ ຄື:
5. ສະຫາຍ ນາງ ແສງຈັນ ບຸດດາໄຊ
ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ. ບຸນຈັນ ສິນທະວົງ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຊີ້ນໍາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນໍາ-ນຳພາ ພະນັກງານ, ສະມາຊິກພັກ, ລັດຖະກອນ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ, ສຸດທ້າຍ ສະຫາຍຍັງມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມທາງລົດໄຟ ໃຫ້ຍາດໄດ້ຜົນງານອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ.
ກອງປະຊຸມຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ລັດຖະກອນ ຂອງກົມທາງລົດໄຟ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ນໍາເອົາມະຕິກອງປະຊຸມໃຫຍ່ ທີ່ໄດ້ຮັບຮອງເອົາແລ້ວນີ້, ໄປຄົ້ນຄວ້າຈັດຕັ້ງຜັນຂະຫຍາຍດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນວຽກງານຂອງຕົນໃຫ້ມີຜົນສຳເລັດຕາມຄາດໝາຍ ເພື່ອເຮັດໃຫ້ວຽກງານ, ກໍ່ສ້າງພັກ-ພະນັກງານ ຫັນປ່ຽນໃໝ່ກ້າວເຂົ້າສູ່ເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.
More Articles...
- ຫລາຍພາກສ່ວນມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກໄພພິບັດ (ນ້ຳຖ້ວມ) ປີ 2019 ຢູ່ບັນດາແຂວງພາກໃຕ້ ຂອງ ສປປ ລາວ
- ກອງປະຊຸມຝຶກອົບຮົມ ເຕັກນິກການສ້າງນິຕິກໍາ ແລະປະເມີນຜົນກະທົບຂອງຮ່າງນິຕິກໍາ
- ຜົນກະທົບຈາກໄພພິບັດທາງທໍາມະຊາດ(ນໍ້າຖ້ວມ) ຢູ່ແຂວງພາກໃຕ້ ເຮັດໃຫ້ເສັ້ນທາງຫລວງແຫ່ງຊາດ, ທາງຫຼວງທ້ອງ ຖິ່ນຖືກເປ່ເພ ແລະ ມາດຕະການແກ້ໄຂ ຮອດ ວັນທີ 10 ກັນຍາ 2019
- ກອງປະຊຸມກອງເລຂາໜ່ວຍປະຕິບັດງານເສັ້ນທາງລົດໄຟ ສິງກະໂປ-ຄຸນມິງ ຄັ້ງທີ 21 ທີ່ ສປປ ລາວ