Ministry News

ຄະນະຊາວໜຸ່ມ ປປລ ກະຊວງ ຍທຂ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021)

2021-04-06 - Administrator

ຄະນະຊາວໜຸ່ມ ປປລ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021) ໃນຕອນບ່າຍຂອງວັນທີ 5 ເມສາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍພາຍໃຕ້ການເປັນປະທານ ແລະ ເປັນກຽດຂຶ້ນປາຖະກະຖາໂດຍ ສະຫາຍ ທອງຈັນ ພູມີພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ມີບັນດາຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການ, ກົມ, ກອງ, ສະຖາບັນ, ລັດວິສາຫະກິດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ຄະນະໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນກະຊວງ ຍທຂ.






ໃນພິທີທ່ານປະທານໄດ້ເລົ່າເຫດການຕົວຈິງ ແລະ ຍົກໃຫ້ເຫັນຜົນງານອັນອົງອາດກ້າຫານຂອງຊາວໜຸ່ມແຕ່ລະຮຸ່ນມາສະເໜີເຊັ່ນ ຕົ້ນກໍາເນີດ ແລະ ທາດແທ້ຂອງຊາວໜຸ່ມ ຮຸ່ນໄລຍະທີ່ເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງ ແລະ ຕໍ່ສູ້ກັບສັກດີນາຜູ້ຮຸກຮານ ເຊິ່ງຊາວໜຸ່ມຮຸ່ນກ່ອນກໍ່ໄດ້ມີບົດບາດສໍາຄັນໃນການຕໍ່ສູ້ຢ່າງອົງອາດກ້າຫານເຖິງບໍ່ມີພັກນຳພາ ປະຊາຊົນລາວຈະຖືກຈັກກະພັດຝະລັ່ງກົດຂີ່ຂູດຮີດຢ່າງ  ໜັກໜ່ວງ ເກນແຮງງານຊາວໜຸ່ມໄປເປັນທະຫານ ເປັນກຸລີໂດຍບໍ່ໄດ້ຮັບຄ່າແຮງງານ ແຕ່ຊາວໜຸ່ມລາວກໍ່ບໍ່ຍອມກົ້ມຫົວຕໍ່ຄວາມໂຫດ ຮ້າຍປ່າເຖື່ອນຂອງສັກດີນາ ແລະ ຈັກກະພັດຕ່າງດ້າວ ເມື່ອເຫັນຄວາມໂຫດຮ້າຍຄືແນວນັ້ນ ຊາວໜຸ່ມລາວກໍ່ໄດ້ຫາທາງເພື່ອຕໍ່ສູ້ກູ້ຊາດ ເປັນຕົ້ນຂະບວນຕໍ່ສູ້ນຳພາໂດຍອົງແກ້ວ ອົງກົມມະດໍາ ພໍ່ກະດວດ ແລະ ອື່ນໆ ແຕ່ເປັນການຕໍ່ສູ້ພໍໃຜພໍລາວບໍ່ມີພັກນຳພາຈຶ່ງເຮັດໃຫ້ຂະບວນດັ່ງກ່າວປະລາໄຊລົງ. ພາຍຫຼັງທີ່ພັກປະຊາຊົນລາວຖືກສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ ຄວາມສາມາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ພັກໄດ້ສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນວັນທີ 14 ເມສາ 1955 ເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມໃຫ້ມີບົດບາດປະຈັນບານໃນທຸກສະໜາມຮົບ ດ້ວຍມານະຈິດທີ່ວ່າ: ຍອມຕາຍດີກ່ວາຍອມເສຍເອກະລາດ ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ, ມາໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງການຈັດຕັ້ງຊາວໜຸ່ມໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕົ້າໂຮມເອົາຄວາມສາມັກຄີຊາວໜຸ່ມລາວແຕ່ເໜືອຮອດໃຕ້ ເຂົ້າມາຢູ່ໃຕ້ຮົ່ມທຸງອັນດຽວກັນ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວຢ່າງສົມກຽດ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250