Ministry News

ງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈໍາປີ 2021

2021-04-05 - Administrator

ໃນຕອນເຊົ້າຂອງວັນທີ 03 ເມສາ 2021, ກະຊວງ ຍທຂ ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພ ທາງຫຼວງປະຈໍາປີ 2021 ຂື້ນ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ຂັບ “ຂີ່ປອດໄພ ຕ້ອງໃສ່ສາຍຮັດນິລະໄພ ປູກຈິດສໍານຶກໃຫ້ສັງຄົມກໍ່ຄືນັກຂັບຂີ່ໃຫ້ສັງຄົມກໍ່ຄືນັກຂັບຂີ່ປອດໄພ ຕ້ອງໃສ່ສາຍເຮັດນິລະໄພ ປູກຈິດສໍານຶກ ໃຫ້ສັງຄົມກໍ່ຄືນັກຂັບຂີ່ໃຫ້ມີສະຕິ ແລະ ປະຕິບັດຕາມກົດລະບຽບຂອງການສັນຈອນ ສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ”


          ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີພະນັກງານ, ທະຫານ, ຕຳຫລວດ, ນັກຮຽນດ ນັກສຶກສາ, ຕະຫຼອດຮອດພໍ່ແມ່ປະຊາຊົນທຸກຖ້ວນໜ້າທີ່ເຂົ້າຮ່ວມງານໃນງານຄັ້ງນີ້.






ບັນຫາການເກີດອຸບປະຕິເຫດທາງຫຼວງໃນທົ່ວໂລກ ໄດ້ມີອັດຕາການເພີ່ມຂຶ້ນຢ່າງໄວ ໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາ ຊຶ່ງສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນລວມທັງ ສ້າງຄວາມເສຍຫາຍທາງດ້ານເສດຖະກິດ ແລະ ການພັດທະນາຂອງຫຼາຍປະເທດ, ອີງຕາມການສະຫຼຸບລາຍງານ ຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ ໃນແຕ່ລະປີທົ່ວໂລກ ມີຜູ້ເສຍຊີວິດຈາກການເກີດອຸບປະຕິເຫດທາງຫຼວງ ຫຼາຍກວ່າ 1.3 ລ້ານຄົນ, ບາດເຈັບຫຼາຍກວ່າ 23 ລ້ານຄົນ ລວມມູນຄ່າການເສຍຫາຍກວມ 3% ຂອງ GDP ໂລກ ຫຼື ປະມານ 2.5 ພັນ ຕື້ໂດລາສະຫະລັດ.






ສຳລັບ ສປປລາວ ການເກີດອຸບປະຕິເຫດທາງຫລວງ ໄດ້ສ້າງຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນລາວໃນແຕ່ລະປີ ຄິດເປັນມູນຄ່າມະຫາສານ ຖ້າຄິດໄລ່ຕາມການກໍານົດ ຂອງອົງການອະນາໄມໂລກ ຜູ້ເສຍຊີວິດໜຶ່ງຄົນ ຈະມີມູນຄ່າເທົ່າກັບ 70 ເທື່ອຂອງ  GDP ແລະ ຜູ້ບາດເຈັບໜຶ່ງຄົນເທົ່າກັບ 17 ເທື່ອຂອງ GDP ປະຈຸບັນລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີຂອງ ສປປ ລາວ ປະມານ 2.500 ໂດລາສະຫະລັດ, ສະຖິຕິການເກີດອຸບປະຕິເຫດຕາມການລາຍງານຂອງຕໍາຫຼວດຈະລາຈອນ ແຕ່ລະປີມີຜູ້ເສຍຊີວິດປະມານ 1.000 ຄົນ ແລະ ບາດເຈັບຫຼາຍກ່ວາ 8.000 ຄົນ ສະນັ້ນມູນຄ່າການສູນເສຍທາງເສດຖະກິດຈາກການເກີດອຸບປະຕິເຫດທາງຫລວງ ຈະມີຫຼາຍກວ່າ 500 ລ້ານໂດລາສະຫະລັດຕໍ່ປີ.


          ຍ້ອນເຫັນໄດ້ຄວາມສຳຄັນຕໍ່ບັນຫາດັ່ງກ່າວ, ອົງການສະຫະປະຊາຊາດຈຶ່ງໄດ້ມີ ມະຕິສະບັບເລກທີ A/RES/60/5, ລົງວັນທີ 26 ຕຸລາ 2005 ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ ໂດຍມອບໝາຍ ໃຫ້ຫ້ອງການອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກປະຈໍາພາກພື້ນ ສົມທົບກັນຈັດສັບປະດາຄວາມປອດໄພທາງຫຼວງສາກົນຂຶ້ນ ໂດຍຈັດໃຫ້ມີກິດຈະກຳຕ່າງໆ  ເພື່ອຍົກສູງສະຕິຕໍ່ຄວາມປອດໄພທາງຫຼວງ, ຊຶ່ງມາຮອດປັດຈຸບັນໄດ້ຈັດມາແລ້ວ 5 ຄັ້ງ ແລະ ແຕ່ລະປີ ແຕ່ລະປະເທດສາມາດເລື່ອງເອົາຂໍຫົວຂໍ້ ທີ່ເໝາະສົມກັບສະພາບຂອງປະເທດຕົນເອງ.




ພ້ອມດຽວກັນນີ້ ກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ ປີ 2012 ກໍໄດ້ກໍານົດໃຫ້ມີການຈັດສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ຂຶ້ນທຸກປີ ໃນອາທິດທໍາອິດ ຂອງເດືອນເມສາ. ດັ່ງນັ້ນ, ການຈັດງານດັ່ງກ່າວ ຈຶ່ງມີຄວາມໝາຍສໍາຄັນ ເພາະພວກເຮົາຈະໄດ້ພ້ອມໃຈກັນເຂັ້ມງວດ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກແລ້ວ ຍັງໄດ້ປະຕິິບັດພັນທະຂອງຕົນຕໍ່ສາກົນ ກໍ່ຄືອົງການສະຫະປະຊາຊາດ ທີ່ ສປປລາວ ເປັນສະມາຊິກ







About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250