Ministry News

ພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງ ຍທຂ ຜູ້ເກົ່າ ແລະ ຜູ້ໃໝ່

2021-03-30 - Administrator

ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີ ລະຫວ່າງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ຜູ້ເກົ່າ ແລະ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ມາເປັນລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່, ພິທີໄດ້ຈັດຂື້ນໃນວັນທີ 29 ມີນາ 2021 ທີກະຊວງ ຍທຂ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກ, ກົມ, ກອງ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫຼັກແຫຼ່ງ ຍທຂ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.




ໃນໂອກາດດັ່ງກ່າວ ທ່ານ ນາງ ວົງຄຳ ສຸທຳມະວົງ ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ, ໄດ້ຂຶ້ນຜ່ານ ບັນດານິຕິກໍາຕ່າງໆ ກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີ ກະຊວງ ຍທຂ ເປັນຕົ້ນແມ່ນ ມະຕິຂອງກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 9/ສພຊ, ລົງວັນທີ 22 ມີນາ 2021, ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກລັດຖະບານ, ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີ ກະຊວງ ຍທຂ ຜູ້ໃໝ່ ແລະ ດໍາລັດຂອງປະທານປະເທດ ສປປລາວ, ເລກທີ 116/ປປທ, ລົງວັນທີ 24 ມີນາ 2021 ວ່າດ້ວຍການ ພັກການ-ຮັບອຸດໜູນ ບໍານານ, ໂດຍໄດ້ອະນຸມັດໃຫ້ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ (ຜູ້ເກົ່າ) ອອກພັກ-ຮັບອຸດໜູນບໍານານ.




ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມໃນພິທີດັ່ງກ່າວ, ໂດຍມີເນື້ອໃນບາງຕອນວ່າ “ໄດ້ມອບໃຫ້ບັນດາສະຫາຍຄະນະພັກ, ການນໍາທຸກຂັ້ນ ເປັນເອກະພາບນໍາສູນກາງພັກ, ລັດຖະບານຕໍ່ການສັບປ່ຽນໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານການນໍາຂັ້ນສູງໃນຄັ້ງນີ້ ບົນພື້ນຖານນັ້ນ, ໃຫ້ບັນດາສະຫາຍສືບຕໍ່ນໍາພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະແນກການໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການສັບປ່ຽນພະນັກງານການນໍາໃນເທື່ອນີ້, ເພື່ອພ້ອມກັນຜ່ານຜ່າທຸກອຸປະສັກນາໆ ປະການ ໃຫ້ໄດ້ຮັບຜົນດີຂື້ນເລື່ອຍໆ ສືບຕໍ່ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສ້າງຄວາມເປັນເອກະພາບພາຍໃນ ເພື່ອສືບຕໍ່ປົກປັກຮັກສາມູນ ເຊື້ອອັນດີງາມ, ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ, ສະໜັບສະໜູນລັດຖະມົນຕີຄົນໃໝ່ ເພື່ອຮ່ວມມືໃນການພັດທະນາວຽກງານ ໃຫ້ມີຄວາມໜັກແໜ້ນ, ປະຕິບັດແບບແຜນວິທີການເຮັດວຽກງານ ຍທຂ ໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ ໃຫ້ສົມກັບຄໍາຂວັນຂອງຂະແໜງ ຍທຂ ຕາມວິໄສທັດຮອດປີ 2030, ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250