Ministry News

ພິທີ ມອບ-ຮັບ ໂຄງການນໍ້າປະປາ ແລະ ສຸຂາພິບານ ເມືອງລອງ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ

2021-03-06 - Administrator

ພິທີ ມອບ-ຮັບ ໂຄງການນໍ້າປະປາ ແລະ ສຸຂາພິບານ ເມືອງລອງ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 4 ມີນາ 2021 ທີ່ເມືອງລອງ ແຂວງຫຼວງນໍ້າທາ, ໃຫ້ກຽດເປັນປະທານໂດຍ ທ່ານ      ນ ວິໄລຄຳ ໂພສາລາດ ຄະນະພັກປະຈຳກະຊວງ, ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ອ່ອນຈັນ ຄຳພາວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງນໍ້າທາ, ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງບໍ່ແກ້ວ, ມີບັນດາເຈົ້າເມືອງ, ຫົວໜ້າກົມ, ຮອງກົມ ຈາກກະຊວງ ຍທຂ ແລະ ກະຊວງທີ່ກ່ຽວຂ້ອງ, ຫົວໜ້າພະແນກ ຍທຂ ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ແລະ ອໍານາດການປົກຄອງຂັ້ນແຂວງ ເມືອງ ທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.




ໂດຍສືບຕໍ່ຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ກໍ່ຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊູມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ໂຍທາທິການແລະ ຂົນສົ່ງ ພ້ອມທັງປະຕິບັດພັນທະຂອງ ລັດຖະບານ ຕໍ່ມະຕິຂອງ ສະຫະປະຊາຊາດ ເພື່ອບັນລຸເປົ້າຫມາຍການພັດທະນາ ແບບຍືນຍົງ ແລະ ລົບລ້າງ ສປປ ລາວ ອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ ໃນປີ 2023, ການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ການຫຍັບຊ່ອງຫວ່າງລະດັບຊີວິດການ, ຄວາມເປັນຢູ່ລະຫວ່າງ ປະຊາຊົນອາໄສຢູ່ຕົວເມືອງ ແລະ ຊົນນະບົດ ໃຫ້ໃກ້ຄຽງກັນ ແລະ ປະຕິບັດຍຸດທະສາດແຫ່ງການເຕີບໂຕ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດ, ກະຊວງ ຍທຂ ຈຶ່ງໄດ້ມີແຜນການພັດທະນາຂະແໜງການນ້ຳປະປາ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮອ້ງຕອ້ງການຂອງສັງຄົມ ຕາມແຜນການທີ່ໄດ້ວາງໄວ້ ຮອດປີ 2030 ໃຫ້ໄດ້ 90%, ນ້ຳປະປາ ແມ່ນປັດໃຈໜຶ່ງທີ່ຈຳເປັນຕໍ່ການຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ, ການຊົມໃຊ້ນໍ້າປະປາ ໃນຕົວເມືອງ ແລະ ຊົນນະບົດ ຍັງແມ່ນຕົວຊີ້ບອກພື້ນຖານອັນໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງ ປະເທດເຮົາ. ສະນັ້ນ, ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ພັດທະນາ, ປັບປຸງ ແລະ ຂະຫຍາຍ ລະບົບນ້ຳປະປາໃຫ້ທົ່ວເຖິງທັງໃນຕົວເມືອງ ແລະ ຊົນນະບົດ ໃນທົ່ວປະເທດ.






ໂຄງການນໍ້າປະປາ ແລະ ສຸຂະພິບານ ຢູ່ເມືອງລອງ ແຂວງ ຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB Loan 3041-Lao), ໂຄງການດັ່ງກ່າວໄດ້ເຊັນສັນຍາກູ້ຢືມລະຫວ່າງກະຊວງການເງິນ ແລະ ທະນາຄານພັດທະນາອາຊີ ໃນຄັ້ງວັນທີ 11 ຕຸລາ 2013 ແລະ ໄດ້ເຊັນສັນຍາວ່າຈ້າງບໍລິສັດທີ່ປຶກສາ ລາວຄອນຊາວຕິງກຸບ ເປັນທີ່ປຶກສາປະຈໍາໂຄງການ, ຄັ້ງວັນທີ 9 ກໍລະກົດ 2015, ໂຄງການໄດ້ກໍານົດ ເອົາຕົວເມືອງໂຄງການເພື່ອ ກໍ່ສ້າງ-ປັບປຸງຂະຫຍາຍລະບົບນໍ້າປະປາຢູ່ 4 ເມືອງເອກ ແລະ 5 ຕົວເມືອງນ້ອຍ ຢູ່ໃນ 6 ແຂວງ 9 ຕົວເມືອງ ເຊິ່ງແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1ມີ: ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ (ປັບປຸງ ແລະ ຂະຫຍາຍ), ເມືອງລອງ ແຂວງຫຼວງນໍ້າທາ (ກໍ່ສ້າງໃໝ່) ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ (ກໍ່ສ້າງໃໝ່), ໄລຍະທີ 2ມີ: ເມືອງໄຊຍະບູລີ ແຂວງໄຊຍະບູລີ (ປັບປຸງ ແລະ ຂະຫຍາຍ), ເມືອງບໍ່ແຕນ ແຂວງໄຊຍະບູລີ (ກໍ່ສ້າງໃໝ່), ເມືອງປາກຊັນ ແຂວງບໍລິຄຳໄຊ (ປັບປຸງ ແລະ ຂະຫຍາຍ), ເມືອງປາກກະດິງ ແຂວງບໍລິຄຳໄຊ (ກໍ່ສ້າງໃໝ່) ແລະ ໄລຍະທີ 3: ເມືອງດາກຈິງ ແຂວງເຊກອງ (ກໍ່ສ້າງໃໝ່), ເມືອງສະໜາມໄຊ ແຂວງອັດຕະປື (ກໍ່ສ້າງໃໝ່), ສໍາລັບໜ້າວຽກໃນການກໍ່ສ້າງຢູ່ 2 ຕົວເມືອງປະກອບມີ: ການກໍ່ສ້າງລະບົບນໍ້າປະປາແບບຄົບຊຸດ ແລະ ຮ່ອງລະບາຍນໍ້າ, ພ້ອມທັງວຽກປັບປຸງສະພາບແວດລ້ອມບ້ານ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ສໍາເລັດທັງມົດ, ພ້ອມທັງໄດ້ມີການແຕ່ງຕັ້ງຄະນະກໍາມະການ ເພື່ອກວດກາຜົນສໍາເລັດໂຄງການ ແລະ ການນໍ້າໃຊ້ທືນ ເຊິ່ງຄະນະກໍາມະການຈາກສູນກາງ ໄດ້ລົງສົມທົບກັບ ຄະນະກໍາມະການແຕ່ລະແຂວງ ລົງກວດກາຜົນສໍາເລັດ, ພ້ອມທັງເປັນເອກະພາບກັນເຊັນບົດບັນທຶກ.




ໂຄງການດັ່ງກ່າວນີ້ ກໍ່ແມ່ນໜຶ່ງໃນບັນດາໂຄງການ ທີ່ທາງລັດຖະບານ ໄດ້ສຸມໃສ່ຊອກຫາແຫຼ່ງທຶນຊ່ວຍເຫຼືອຈາກອົງການສາກົນຕ່າງໆເວົ້າລວມ   ເວົ້າສະເພາະແມ່ນ ທະນາຄານພັດທະນາອາຊີ ເຊິ່ງເປັນຄູ່ຮ່ວມພັດທະນາທີ່ສໍາຄັນ ໃນນາມຕາງໜ້າໃຫ້ລັດຖະບານກໍ່ຄື ເຈົ້າຂອງໂຄງການ ຜູ້ຈັດຕັ້ງປະຕິບັດຕົວຈິງ, ທະນາຄານພັດທະນາອາຊີ ທີ່ຍາມໃດກໍ່ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງ ສປປ ລາວ ພວກເຮົາ ຊ່ວຍເຫຼືອດ້ານແຫຼ່ງທຶນເພື່ອພັດທະນາພື້ນຖານໂຄງລ່າງດ້ານຕ່າງໆເວົ້າລວມ, ເວົ້າສະເພາະແມ່ນຂະແໜງນໍ້າປະປາ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າທີ່ສະອາດ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບສະໜັບສະໜູນຊ່ວຍເຫຼືອໃນຕໍ່ໜ້າຕື່ມ.







About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250