Ministry News

ກອງປະຊຸມຝຶກອົບຮົມວຽກງານກວດກາຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ

2021-03-01 - Administrator

ກອງປະຊຸມຝຶກອົບຮົມວຽກງານກວດກາຂອງຂະແໜງ ຍທຂ, ໄດ້ຈັດຂື້ນໃນວັນທີ 01 ມີນາ 2021, ທີ່ຫ້ອງປະຊຸມກອງຄຸ້ມຄອງສະໜາມບິນລາວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ຍທຂ, ມີຫ້ອງການ, ກົມ, ກອງ, ຍທຂ ທົ່ວປະເທດ, ລັດວິສາຫະກິດ ທີ່ຂື້ນກັບກະຊວງ ຍທຂ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.




ການຈັດຝຶກອົບຮົມວຽກງານກວດກາໃນຄັ້ງນີ້ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ, ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງ ໃຫ້ປະກົດຜົນເປັນຈິງ, ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານກວດກາ ນັບແຕ່ຂັ້ນກະຊວງລົງຮອດພະແນກ ຍທຂ ແຂວງ ໃຫ້ສູງຂື້ນຕື່ມອີກບາດກ້າວໜຶ່ງ, ໂດຍສະເພາະຄວາມຮູ້ດ້ານທິດສະດີກັບພຶດຕິກຳຕົວຈິງ, ໃນວຽກງານຕິດຕາມກວດການັບມື້ນັບມີບາດກ້າວອັນພົ້ນເດັ່ນ ແລະ ມີປະສິດທິຜົນ.




ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ແລ້ວ, ເຫັນວ່າຈະຕ້ອງໄດ້ສືບຕໍ່ເອົາ ໃຈໃສ່ສຶກສາອົບຮົມ, ຕິດຕາມ, ກວດກາ, ແກ້ໄຂບັນຫາໃຫ້ທັນເວລາ ແລະ ເຂັ້ມງວດ ຈຶ່ງສາມາດປົກປັກຮັກສາສິດ, ອໍານາດຂອງພັກໄວ້ໄດ້ ແລະ ຖືກຕ້ອງເປັນທຳ ຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມສັກສິດ ຕາມກົດໝາຍ ແລະ ລະບຽບການໄດ້ວາງໄວ້, ສະນັ້ນ, ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ: ສະເໜີບັນດານິຕິກຳກ່ຽວກັບຄວາມຮູ້ພື້ນຖານວຽກງານຕິດຕາມກວດກາພັກ, ວຽກງານກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ວຽກງານຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ຄຳສະເໜີ, ວຽກງານສະກັດກັ້ນການສໍ້ລາດບັງຫຼວງ, ວຽກງານການປະມູນຈັດຊື້-ຈັດຈ້າງ, ການຄຸ້ມຄອງສັນຍາ, ບົດຮຽນກ່ຽວກັບຄູ່ມືອີກຈໍານວນໜຶ່ງ ແລະ ບົດຮຽນກ່ຽວກັບວຽກງານກວດສອບ ແລະ ເອກະສານສໍາຄັນອື່ນໆ ລວມແລ້ວມີ 10 ກວ່າຫົວຂໍ້, ຈະມີການແລກປ່ຽນບົດຮຽນ ແລະ ປະກອບຄຳຄິດເຫັນຂອງນັກສຳມະນາກອນໃສ່ແຕ່ລະຫົວຂໍ້, ເນື້ອໃນຕາມວາລະກອງປະຊຸມຝຶກອົບຮົມຄັ້ງນີ້ທີ່ໄດ້ກຳນົດໄວ້.




ໃນບັ້ນດຳເນີນກອງປະຊຸມຝຶກອົບຮົມ ຈະດໍາເນີນເປັນເວລາ 5 ວັນ, ນັບແຕ່ວັນທີ 1-5 ມີນາ 2021, ຕາມວາລະຂອງກອງປະຊຸມ, ສະນັ້ນ ເພື່ອບັນລຸຈຸດປະສົງຄາດໝາຍທີ່ວາງໄວ, ນັກສໍາມະນາກອນທຸກທ່ານ ຕ້ອງໄດ້ຍົກສູງສະຕິຄວາມຮັບຜິດຊອບເຂົ້າໃນການຕິດຕາມຮັບຟັງ, ຄົ້ນຄວ້າ, ເຊື່ອມຊືມ ແລະ ປະກອບຄຳຄິດເຫັນຢ່າງສັດຈະວິພາກຕໍ່ເນື້ອໃນເອກະສານຕ່າງໆ, ພ້ອມກັນຊອກໃຫ້ເຫັນຂໍ້ຄົງຄ້າງ ແລະ ປຶກສາຫາລືຊອກວິທີ ແລະ ມາດຕະການແກ້ໄຂຕໍ່ການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ຖືເອົາການຕິດຕາມ, ກວດກາພັກ-ລັດ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກຄົນໃນຂະແໜງ ຍທຂ ແລະ ນຳໄປເຜີຍແຜ່ໃຫ້ທົ່ວເຖິງ ແລະ ເຂົ້າໃຈເລິກເຊິ່ງຕໍ່ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສໍາເລັດເປັນກ້າວໆໄປ, ຮັບປະກັນໄດ້ເຖິງຄວາມຖືກຕ້ອງຕໍ່ກົດໝາຍ ແລະ ລະບຽບການ, ການຝຶກອົບຮົມ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250