Ministry News

ພິທີປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງລັດຖະຕີກະຊວງ ຍທຂ

2021-04-12 - Administrator

ໃນຕອນເຊົ້າຂອງວັນທີ 12 ເມສາ 2021 ກະຊວງ ຍທຂ ໄດ້ຈັດພິທີປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງລັດຖະມົນຕີ, ໂດຍການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ, ມີຫ້ອງ ການ, ກົມ, ກອງ, ລັດວິສາຫະກິດ ອ້ອມຂ້າງກະຊວງ ຍທຂ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ.




ດໍາລັດຂອງນາຍົກລັດຖະມົນຕີ, ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຍທຂ, ໂດຍອີງຕາມກົດ  ໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ ສະບັບເລກທີ 04/ສພຊ, ລົງວັນທີ 19 ພະຈິກ 2016, ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 29 ມີນາ 2021 ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 114/ຄຈສພ, ລົງວັນທີ 1 ເມສາ 2021, ໃນມາດຕາ 1 ແຕ່ງຕັ້ງ ທ່ານ ລັນ ແສງອາພອນ ເປັນຮອງລັດຖະມົນຕີ ກະຊວງ ຍທຂ.




ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ, ວ່າດ້ວຍການຍົກຍ້າຍ ພະນັກງານການນໍາໄປຮັບໜ້າທີ່ໃໝ່, ອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 0 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 29 ມີນາ 2021 ແລະ ອີງຕາມໜັງສືສະເໜີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 116/ຄຈສພ, ລົງວັນທີ 1 ເມສາ 2021, ຄະນະເລຂາທິການສູນກາງພັກ ອອກຄໍາສັ່ງ ຍົກຍ້າຍ ສະຫາຍ ສັນຕິສຸກ ສິມມາລາວົງ ກໍາມະການຄະນະພັກ ກະຊວງ ຍທຂ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250