Ministry News

ກອງປະຊຸມດຳເນີນຊີວິດການເມືອງຂອງຄະນະພັກ ກະຊວງ ຍທຂ ສະໄໝທີ IV

2020-09-21 - Administrator


   

 ກອງປະຊຸມດຳເນີນຊີວິດການເມືອງຂອງຄະນະພັກ ກະຊວງ ຍທຂ ສະໄໝທີ IV, ໄດ້ຈັດຂື້ນໃນວັນທີ 21 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໂດຍການເປັນປະທານຂອງ ສະຫາຍ ປອ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະການລົງທືນ, ມີບັນດາສະຫາຍຕ່າງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ ຍທຂ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມຄັ້ງນີ້ ຈະໃຊ້ເວລາຢູ່ 2 ວັນ, ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນຫລາຍ ເພາະຈະໄດ້ພ້ອມກັນສໍາຫຼວດກວດກາ ຕີລາຄາຄວາມຮັບຜິດຊອບລວມຂອງຄະນະພັກກະຊວງ ແລະບຸກຄົນຄະນະພັກກະຊວງ ສະໄໝທີ IV ທີ່ໄດ້ປະຕິບັດໜ້າທີ່ວຽກງານນຳພາ ໃນໄລຍະ 5 ປີ ຜ່ານມາ (ແຕ່ປີ 2016-2020) ເພື່ອຊອກໃຫ້ເຫັນຜົນສຳເລັດດ້ານດີ ແລະບັນດາດ້ານອ່ອນຂໍ້ຄົງຄ້າງ ໃນການນໍາພາລວມ ແລະຂອງບຸກຄົນຄະນະພັກ ແຕ່ລະສະຫາຍຕະຫຼອດໄລຍະສະໄໝກອງປະຊຸມ; ເພື່ອຕີລາຄາຄຸນທາດການເມືອງ, ຄວາມເຊື່ອໝັ້ນຕໍ່ການນຳພາ ແລະຜົນສຳເລັດຂອງແຕ່ລະສະຫາຍ, ພ້ອມທັງຕີລາຄາຈັດແບ່ງເປັນປະເພດຂອງຄະນະພັກແຕ່ລະສະຫາຍຄື: ແຂງ, ກາງ ແລະອ່ອນ, ເພື່ອເປັນເປັນຂໍ້ມູນບ່ອນອີງ ໃຫ້ແກ່ຜູ້ແທນສົມບູນຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຍ​ທ​ຂ ຕັດສິນໃຈເລືອກເຟັ້ນບຸກຄະລາກອນ ປະກອບເຂົ້າເປັນຄະນະພັກກະຊວງ ຍທຂ ສະໄໝທີ V.




ເນື່ອງຈາກວ່າກອງປະຊຸມໃນຄັ້ງນີ້ ມີເນື້ອໃນສຳຄັນດັ່ງທີ່ໄດ້ກ່າວມານັ້ນ ແລະດ້ວຍເວລາທີ່ຈຳກັດ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຄະນະປະຈຳພັກ ແລະຄະນະພັກກະຊວງ, ຈົ່ງເຊີດຊູ ແລະຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ມີເຫດມີຜົນຕໍ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງ ແລະການປະກອບຄຳເຫັນຕໍ່ບົດສຳຫລວດຂອງບຸກຄົນ ໃນຄະນະພັກກະຊວງ ໃຫ້ຖືກກັບສະພາບຕົວຈິງ ທີ່ໄດ້ເຄື່ອນໄຫວນຳພາຈັດຕັ້ງປະຕິບັດໃນ 5 ປີ ຜ່ານມາ ພ້ອມກັນຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະຈຸດອ່ອນຂໍ້ຄົງຄ້າງ ເພື່ອນຳໄປປັບປຸງຄົ້ນຄວ້າແກ້ໄຂ; ອັນນີ້ແມ່ນຫລັກການ, ອຸດົມການ ແລະມູນເຊື້ອທີ່ດີຂອງພັກເຮົາ ທີ່ໄດ້ຈັດຕັ້ງປະຕິບັດຕະຫລອດມາ, ເພື່ອສ້າງໃຫ້ພັກເຮົາມີຄວາມປອດໃສ ເຂັ້ມແຂງ ແລະໜັກແໜ້ນ.


   ເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍດັ່ງກ່າວນັ້ນ, ຂໍຮຽກຮ້ອງມາຍັງບັນດາສະຫາຍຄະນະປະຈຳພັກ ແລະຄະນະພັກກະຊວງທັງໝົດ ຈົ່ງໄດ້ຄົ້ນຄວ້າຄິດຫງຳ ແລະມີຄວາມຮັບຜິດຊອບການເມືອງສູງ ໃນການປະກອບຄໍາຄິດຄໍາເຫັນ ຕໍ່ການສໍາຫຼວດແຕ່ລະສະຫາຍ ບົນພື້ນຖານຄວາມເປັນຈິງທີ່ມີເຫດມີຜົນ, ກົງໄປກົງມາ, ພ້ອມດຽວກັນນີ້ ກໍ່ຂໍຮຽກຮ້ອງມາຍັງບັນດາສະຫາຍທັງໝົດ ຈົ່ງພ້ອມກັນຕີຖອຍ ແລະຫຼີກລ້ຽງແນວຄິດອັກຄະຕິ ຕໍ່ກັນດ້ານໃດດ້ານໜຶ່ງ, ຊຶ່ງຈະນໍາໄປສູ່ຕົ້ນເຫດ ກໍ່ໃຫ້ເກີດຄວາມບໍ່ເຂົ້າໃຈກັນ, ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນຄະນະພັກກະຊວງ, ສ້າງເງື່ອນໄຂເຮັດໃຫ້ຄົນບໍ່ດີ ແຊກຊຶມເຂົ້າແບ່ງແຍກພາຍໃນຄະນະພັກກະຊວງ.


   ຈຸດປະສົງຄາດໝາຍ ການດຳເນີນຊີວິດການເມືອງຂອງພັກເຮົາຢາກໄດ້ ແມ່ນຢາກເຮັດໃຫ້ພັກມີຄວາມປອດໃສ ເຂັ້ມແຂງ ແລະໜັກແໜ້ນ; ພາຍຫລັງດຳເນີນກອງປະຊຸມ ດຳເນີນຊີວິດການເມືອງສຳເລັດແລ້ວ, ເຮັດໃຫ້ພາຍໃນຄະນະພັກມີບັນຍາກາດໃໝ່, ແຕ່ລະສະຫາຍມີຄວາມເບີກບານມ່ວນຊື່ນ, ມີຄວາມສະມັກຄີຮັກແພງກັນແໜ້ນຂຶ້ນ ແລະວຽກງານມີຜົນສຳເລັດຫລາຍຂຶ້ນ ແລະແຕ່ລະສະຫາຍມີຄວາມກ້າວໜ້າໃນ​ໜ້າ​ທີວ​ຽກ​ງານ​ທີ​ຕົນ​ເອງ​ຮັບ​ຜິດ​ຊອບ.


   ຢາກເຮັດໄດ້ແນວນັ້ນ ກ່ອນອື່ນໝົດພາຍໃນຄະນະປະຈຳພັກ ແລະຄະນະພັກ ຕ້ອງເປັນເອກະພາບກັນສູງທາງດ້ານທັດສະນະ ແລະຄວາມຮັບຮູ້ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ, ລະບຽບການ ແລະກົດໝາຍຂອງລັດຢ່າງເຂັ້ມງວດ, ພ້ອມກັນຕັ້ງໜ້າແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະສິ່ງຫຍໍ້ທໍ້ທັງໝົດ ທີ່ເກີດຂຶ້ນຢູ່ໃນກະຊວງ ຍ​ທ​ຂ ໃຫ້ໝົດໄປເທື່ອລະກ້າວ; ໃນນີ້ກ່ອນອື່ນໝົດຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸທີ່ພັກເຮົາກໍານົດໃຫ້ມີຜົນສໍາເລັດ ໂດຍສະເພາະແມ່ນການບຸກທະລຸດ້ານແນວຄິດຈິນຕະນາການ, ທັງໝົດນັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ແຕ່ລະສະຫາຍມີຄວາມກ້າວໜ້າ ປະກອບສ່ວນເຮັດໃຫ້ກະຊວງ ຍ​ທ​ຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ, ໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງເຮັດໃຫ້ ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂຶ້ນ ຕາມແນວທາງນະໂຍບາຍຂອງພັກເຮົາວາງອອກ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250