Ministry News

ສສຊ ເຂດ I ນະຄອນຫລວງວຽງຈັນ ພົບປະ ກະຊວງ ຍທຂ

2012-09-18 - Administrator

ໃນວັນທີ່ 14 ກັນຍາ 2012 ຢູ່ທີ່ກະຊວງໂຍທາທິການ ​ແລະຂົນສົ່ງ ຄະນະສະມາຊິກສະພາ​​ແຫ່ງຊາດຊຸດທີ VII ປະຈຳ​​ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ​ໄດ້ລົງພົບປະໂອ້ລົມກັບພະນັກງານ ກະຊວງ ຍທຂ, ​ໂດຍແມ່ນທ່ານ ດຣກິແກ້ ​ໄຂຄຳພິທູນ ກຳມະການສູນກາງພັກຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ພ້ອມດ້ວຍສະມາຊິກສະພາ​​ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ​ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກລັດຖະມົນຕີວ່າການ​, ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີຊ່ວຍວ່າການ ທັງ​​ເປັນ ສສຊ ​ເຂດເລືອກຕັ້ງທີ 13 ​ແຂວງສະຫວັນນະເຂດພ້ອມດ້ວຍພະນັກງານຫລັກແຫ່ລງຂອງກະຊວງ ຍທຂ ​ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 150 ທ່ານ.

     ໃນການພົບປະໂອ້ລົມພະນັກງານຂອງ ສສຊ ​ເຂດເລືອກຕັ້ງທີ 1 ​ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ​ແລະເນື້ອໃນຈິດໃຈຄຳສັ່ງແນະນຳສະບັບເລກທີ 02, 03 ຂອງເຈົ້າຄອງນະຄອນຫລວງວຽງຈັນ ​ເພື່ອປຸກລະດົມຂະບວນການຂ່ຳນັບຮັບຕ້ອນກອງປະຊຸມຄູ່ຮ່ວມລັດຖະສະພາອາຊີ-​ເອີລົບ (ASEP 7), ກອງປະຊຸມສຸດຍອດອາຊີ-​ເອີລົບ (ASEM 9) ​ແລະງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 16 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບໃນທ້າຍປີ 2012.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250