Ministry News

ກະຊວງ ຍທຂ ຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

2021-04-12 - Administrator

   ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ໃນວັນທີ 9 ເມສາ 2021 ທີ່ຫ້ອງປະຊຸມໃຫຍ່ກະຊວງ ຍທຂ ເປັນກຽດປາຖະກະຖາໂດຍທ່ານ ພົນຕີ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ), ມີບັນດາຄະນະປະຈຳ, ກຳມະການພັກກະຊວງ, ຄະນະພັກຮາກຖານ, ຄະນະຫນ່ວຍພັກຮາກຖານ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫ້ອງການ, ສະຖາບັນ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ແລະ ພະນັກງານ-ລັດຖະກອນອ້ອມຂ້າງກະຊວງເຂົ້າຮ່ວມ.




ທ່ານ ພົນຕີ ບົວວັນ ວົງສາວັນທອງ ໄດ້ຍົກໃຫ້ເຫັນວ່າ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ເຊິ່ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ ນຳພາເດັດຂາດ ໂດຍກົງຮອບດ້ານ ເປັນກໍາລັງທີ່ມາຈາກປະຊາຊົນ ແລະ ເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ; ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ ມີນ້ຳໃຈເສຍສະຫຼະເດັດດ່ຽວບໍ່ຍອມຈໍານົນ ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ ນັບແຕ່ມື້ກໍາເນີດເກີດຂື້ນ ກໍາລັງປ້ອງກັນຄວາມສະຫງົບ ທັງມີມູນເຊື້ອຕໍ່ສູ້ ທັງປັບປຸງກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມສັ່ງສອນຈາກພັກປະຊາຊົນປະຕິວັດລາວ ແລະ ການອຸ້ມຊູຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ກຳລັງປ້ອງກັນຄວາມສະຫງົບ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະ ອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່ ສ້າງໄດ້ມູນເຊື້ອອັນສະຫງ່າງາມ.




 ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກຳລັງ ປກສ ກໍຍັງສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ ເປັນຕົ້ນແມ່ນເປັນເຈົ້າການຮຽນຮູ້ ກໍາແໜ້ນສະພາບກົນອຸບາຍຂອງສັດຕູ ມີວິທີການ ແລະ ມາດຕະການອັນເດັດຂາດ ໃນການແກ້ໄຂ ບັນດາປັດໄຈ ໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບ ວຸ່ນວາຍ ເລີກຮື້ກຳລັງໃຕ້ດິນ ນັກສອດແນມ ພວກກອງປຸ້ນ ແກ້ໄຂນັກເລງອັນຕະພານຕ່າງໆ ແລະ ເປັນກໍາລັງຫຼັກແຫຼ່ງໃນການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ດ້ວຍຜົນ ແລະ ຄຸນງາມຄວາມດີຂອງກຳລັງ ປກສ ພັກ-ລັດຖະບານ ແລະ ປະຊາຊົນຈຶ່ງໄດ້ຍ້ອງຍໍສັນລະເສີນຢ່າງສົມກຽດ ແລະ ມອບນາມມະຍົດໃຫ້ກໍາລັງ ປກສ ວ່າ ກໍາລັງ ປະກອບອາວຸດທີ່ໜັກແໜ້ນ ແຫຼມຄົມ ແລະ ໄວ້ເນື້ອເຊື່ອໃຈທີ່ສຸດຂອງພັກ ຈົງຮັກພັກດີຕໍ່ພັກ ຕໍ່ປະຊາຊົນບັນດາເຜົ່າ ສົມແລ້ວທີ່ ເປັນກໍາລັງປະກອບອາວຸດວິລະຊົນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250