Ministry News

ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈັດພິທີປະກາດ ການຈັດຕັ້ງ

2021-12-30 - Administrator


ໃນວັນທີ 30 ທັນວາ 2021 ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປະກາດ ການຈັດຕັ້ງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ບັນດາສະຫາຍຮອງເລຂາ, ຄະນະປະຈຳພັກ, ກຳມະການພັກກະຊວງ ພ້ອມດ້ວຍບັນດາທ່ານຫົວໜ້າ, ຮອງຫວົຫນ້າກົມ,ຫ້ອງການ, ກອງ, ສະຖາບັນ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມໃນພິທີ.

ໃນພິທີໄດ້ປະກາດແຕ່ງຕັ້ງ ສະຫາຍ ງາມປະສົງ ເມືອງມະນີ ເປັນຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົງ (ຍທຂ);ໃນພິທີສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ໂອ້ລົມຕໍ່ພິທີ ບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ເຊິ່ງຈະຕ້ອງໄດ້ມີການປັບປຸງ ໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການປຸກລະດົມໃຫ້ຖັນແຖວພະນັກງານໄດ້ສືບຕໍ່ ຕັ້ງໜ້າເຝິກຝົນຫລໍ່ຫລອມຕົນເອງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ແບບແຜນວິທີ່ນໍາພາປະຕິບັດວຽກງານ, ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຈາກຂັ້ນເທິງສູງຍິ່ງຂຶ້ນ. ສະນັ້ນ ສໍາລັບຜູ້ທີ່ບໍ່ທັນໄດ້ຮັບການແຕ່ງຕັ້ງໃນເທື່ອນີ້ ກໍຢ່າຟ້າວໜ້ອຍໝົກຕົກໃຈເທື່ອ, ໃຫ້ສືບຕໍ່ສ້າງຜົນງານ ແລະ ປັບປຸງຕົນເອງຂຶ້ນໄປເລື້ອຍໆ.

ໃນໂອກາດເຂົ້າຮ່ວມພິທີປະກາດການຈັດຕັ້ງ ໃນຄັ້ງນີ້, ເປັນໄລຍະເວລາ ທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ວາລະແຫ່ງຊາດ 2 ສະບັບ, ໂດຍສະເພາະແມ່ນວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຊິ່ງມີກໍານົດເວລາປະຕິບັດຮອດປີ 2023 ເຊິ່ງໄດ້ເລັ່ງທວງໃຫ້ພວກເຮົາຕ້ອງໄດ້ທຸ້ມເທເສຍສະຫຼະ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງຍິ່ງຂຶ້ນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250