Ministry News

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 13 ສະໄໝທີ V

2023-10-05 - Sayphone


ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 13 ສະໄໝທີ V ໄດ້ໄຂຂຶ້ນໃນວັນທີ 5 ຕຸລາ 2023 ທີ່ກະຊວງ ຍທຂ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫາງານພັກ, ລັດຖະມົນຕີກະຊວງ ຍທຂ; ມີສະຫາຍຮອງເລຂາຄະນະພັກ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ ເຂົ້າຮ່ວມ.

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 13 ສະໄໝທີ V ນີ້, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ເພາະວ່າຈະໄດ້ພ້ອມກັນສະຫຼຸບຕີລາຄາ ປຶກສາຫາລື ແລະ ພິຈາລະນາຮັບຮອງຫຼາຍວຽກງານດັ່ງນີ້: ບົດສະຫຼຸບຕີລາຄາການນຳພາເຄື່ອນໄຫວຂອງຄະນະບໍລິຫານງານພັກກະຊວງ 3 ເດືອນ (7-9/2023) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (10-12/2023); ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ທາງລົດໄຟ ໃນໄລ ຍະຜ່ານມາ ແລະ ກຳນົດແຜນໃນຕໍ່ໜ້າ; ແລະ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ເຄຫາ ແລະ ຜັງເມືອງ ໃນໄລຍະຜ່ານມາ ແລະ ກຳນົດແຜນໃນຕໍ່ໜ້າ.

ກອງປະຊຸມໃນຄັ້ງນີ້,  ມີຫຼາຍວຽກງານທີ່ສໍາຄັນ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ດ້ວຍເວລາອັນເຄັ່ງຮ້ອນ  ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຄະນະປະຈຳພັກ,  ກໍາມະການພັກກະຊວງ ຈະຕ້ອງພ້ອມກັນເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ເນື້ອໃນເອກະສານຕ່າງໆຂອງກອງປະຊຸມ ຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກກະຊວງ ຍທຂ, ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ, ຜົນກະທົບຈາກ ບັນຫາໄພເງິນເຟີ ແລະ ບັນຫາທີ່ເກີດຂຶ້ນຈາກສະພາບການຂອງສາກົນມີການຜັນແປ, ເຊຶ່ງໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ທາງດ້ານເສດຖະກິດ, ​ວັດທະນະທໍາ-ສັງຄົມ ແລະ ການດໍາລົງຊີວິດຂອງພະນັກງານ. ຕໍ່ສະພາບການດັ່ງກ່າວໄດ້ເປັນສິງທ້າທາຍຕໍ່ກັບວຽກງານຂະແໜງການ ຍທຂ ທີ່ຈະຕ້ອງໄດ້ເພີ່ມທະວີ ແລະ ຄວາມເອົາໃຈໃສ່ ໃນການວາງມາດຕະການໃນຕໍ່ໜ້າຢ່າງເຂັ້ມງວດ.

ຢາກເຮັດໄດ້ແນວນັ້ນ ກ່ອນອື່ນໝົດ ພາຍໃນຄະນະບໍລິຫານງານພັກ ຍທຂ ແລະ ບັນດາສະມາຊິກພັກ ແລະ ພະນັກງານທັງໝົດ ຕ້ອງເປັນເອກະພາບກັນສູງທາງດ້ານທັດສະນະ ແລະ ຄວາມຮັບຮູ້ ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບການ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ທັງໝົດ ທີ່ເກີດຂຶ້ນຢູ່ໃນກະຊວງ ຍທຂ ໃຫ້ໝົດໄປເທື່ອລະກ້າວ,​ ຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸ ທີ່ພັກເຮົາກໍານົດໃຫ້ມີຜົນສໍາເລັດ, ທັງໝົດນັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ, ຕາມຄຳຂວັນຂອງຂະ  ແໜງ ຍທຂ ທີ່ວ່າ: ພັດທະນາໂຍທາທິການ ແລະຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະ   ໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250