Ministry News

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍທ່າບົກ

2020-10-20 - Administrator

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍທ່າບົກໄດ້ຈັດຂື້ນໃນວັນທີ 14-15 ຕຸລາ 2020 ທີ່ຫ້ອງປະຊຸມລ້ອງງື່ມວິວຣີສອດ, ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີກະຊວງ ຍທຂ, ມີຫ້ອງການກະຊວງ, ບັນດາກົມທີ່ກ່ຽວຂ້ອງ, ຜູ້ຕ່າງໜ້າຈາກ ສນຍ, ສະພາແຫ່ງຊາດ, ກະຊວງພາຍໃນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ມີບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນ ອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມ.



ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍທ່າບົກ ເພື່ອໃຫ້ມີຄວາມສອດຄ່ອງ, ເປັນເອກະພາບໃນການຮ່າງດຳລັດສະບັບນີ້, ກຳນົດຫຼັກການ, ລະບຽບການ, ມາດຕະການໃນການຄຸ້ມຄອງ ແລະ ຕິດຕາມກວດກາທ່າບົກ, ຊື່ແມ່ນເຂດໂລຊິດສະຕິກທີ່ມີທີ່ຕັ້ງຢູ່ທ່າບົກ ທີ່ເຊື່ອມຕໍ່ກັບໜຶ່ງ ຫຼື ຫຼາຍຮູບແບບການຂົນສົ່ງ ແນ່ໃສ່ນຳໃຊ້ທ່າແຮງ ແລະ ທີ່ຕັ້ງຂອງ ສປປ ລາວ, ເພື່ອສົ່ງເສີມການນຳເຂົ້າ ແລະ ສົ່ງອອກສິນຄ້າລະຫວ່າງປະເທດ ແລະ ຜ່ານແດນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງເຮັດໃຫ້ການບໍລິການດ້ານຄົມມະນາຄົມ-ຂົນສົ່ງ ມີຄວາມສະດວກ, ວອງໄວ, ປອດໄພ, ໂລ່ງລ່ຽນ, ທັນສະ   ໄໝ, ລາຄາສົມເຫດສົມຜົນ, ເປັນມິດຕໍ່ສິ່ງແວດລ້ອມ, ສາມາດດຶງດູດ, ສົ່ງເສີມການລົງທືນພາຍໃນ ແລະ ຕ່າງປະເທດ, ພ້ອມທັງຮັບປະກັນການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ.



ທ່າບົກໃນຄວາມໝາຍການຮ່ວມມືລະຫວ່າງປະເທດ ແມ່ນເຂດໂລຊິດສະຕິກທີ່ມີທີ່ຕັ້ງຢູ່ເທິງບົກ ຊຶ່ງເຊື່ອມຕໍ່ກັບໜຶ່ງ ຫຼື ຫຼາຍຮູບແບບການຂົນສົ່ງ ສຳລັບການຄວບຄຸມ, ເກັບຮັກສາ ຄວາມຖືກຕ້ອງຂອງສິນຄ້າທີ່ເຄື່ອນຍ້າຍ ໃຫ້ສອດຄ່ອງ ກັບລະບົບການຄ້າສາກົນໂດຍເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ທີ່ກ້ຽວຂ້ອງ. ທ່າບົກໃນຄວາມໝາຍແຄບ ແມ່ນສູນກາງຄ່ຽນຖ່າຍສິນຄ້າທີ່ເປັນລະບົບ ຮັບ-ສົ່ງ, ເຕົ້າໂຮມ, ແຈກຢາຍ, ຝາກສາງ, ເປີດ ແລະ ບັນຈຸເຂົ້າຕູ້ສິນຄ້າໄດ້ ຕາມເງື່ອນໄຂຂອງສົນທິສັນຍາ ແລະ ສັນຍາສາກົນ. ນອກຈາກນີ້, ຍັງມີຄວາມໝາຍໜຶ່ງອີກເອີ້ນວ່າດ່ານສາກົນ ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດແລະຜ່ານແດນ (ຊື່ພາສີສາກົນ ເອີ້ນວ່າ Dry Port).



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250