ຂ່າວຕ່າງແຂວງ

ແຂວງອຸດົມໄຊ ກັບວຽກງານພື້ນຖານໂຄງລ່າງ

2012-10-24 - Administrator



ແຂວງອຸດົມໄຊ ເປັນອີກແຂວງໜຶ່ງທີ່ໄດ້ສຸມໃສ່ວຽກງານພື້ນຖານໂຄງລ່າງ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ ເນື່ອງໃນແຕ່ລະປີເປັນຕົ້ນແມ່ນ: ລະບົບຊົນລະປະທານ, ນໍ້າປະປາ, ນໍ້າລິນ ແລະຕາໜ່າງເສັ້ນທາງ ນັບແຕ່ຕົວເມືອງ ເຖິງຊົນນະບົດ. ປັດຈຸບັນແຂວງອຸດົມໄຊ ມີເສັ້ນທາງເຂົ້າເຖິງບ້ານ 404 ບ້ານ ກວມເອົາ 14,40% ໃນນີ້ໃຊ້ທາງນໍ້າ ຈໍານວນ 25 ບ້ານ. ໃນ 7 ເມືອງມີ ນໍ້າປະປາໃຊ້ແລ້ວ 3 ເມືອງ, ຍັງ 4 ເມືອງບໍ່ທັນມີນໍ້າປະປາ ໃຊ້.


ທົ່ວແຂວງອຸດົມໄຊ ມີເສັ້ນທາງຍາວທັງໜົດ 2.092.19 ກມ ໃນນີ້ປະກອບມີ:


-    ທາງຫຼວງແຫ່ງຊາດມີ 327.00 ກມ. ໃນນີ້ປູແອັສຟານ 75.00 ກມ, ທາງປູຢາງ 252.00 ກມ, ປູແຮ່: 0.00 ກມ, ທະລຸ 0.00 ກມ.


-    ທາງຫຼວງຂອງເມືອງ 476.21 ກມ, ໃນນີ້ປູແອັສຟານ 0.00 ກມ, ທາງປູຢາງ 0.00 ກມ, ປູແຮ່ 326.81 ກມ, ທະລຸ 149.4 ກມ.


-    ທາງເທດສະບານ 78.86 ກມ, ໃນນີ້ປູແອັສຟານ 0.00 ກມ, ທາງປູຢາງ 17.61 ກມ, ປູແຮ່ 165.70 ກມ, ທະລຸ 516.57 ກມ.


-    ທາງສະເພາະ 66.60 ກມ, ໃນນີ້ປູແອັສຟານ 0.00 ກມ, ທາງປູຢາງ 2.60 ກມ, ປູແຮ່ 26.70 ກມ, ທະລຸ 37.30 ກມ.


-    ທາງເຂົ້າສູ່ກຸ່ມບ້ານພັດທະນາຂອງແຂວງມີ 62.75 ກມ. ໃນນີ້ປູແອັສຟານ 0.00 ກມ, ທາງປູຢາງ 0.00 ກມ, ປູແຮ່ 0.00 ກມ, ທະລຸ 62.75 ກມ.


-    ທາງເພິ່ມຂຶ້ນຈາກປີ 2010 ມີ 278.89 ກມ, ທາງປູຢາງເພິ້ມຂຶ້ນ 23,46 ກມ, ທາງທະລຸເພິ້ມຂຶ້ນ 256.14 ກມ. ໃນນັ້ນຍັງບໍ່ມີເສັ້ນທາງເຂົ້າເຖິງບ້ານມີ 68 ບ້ານ ກວມເອົາ 14,40% ໃນນັ້ນໃຊ້ທາງນໍ້າໃນການເຂົ້າ-ອອກ ບ້ານມີຈໍານວນ 25 ບ້ານ.


ທົວແຂວງອຸດົມໄຊ ມີຂົວທັງໜົດຢູ່ 93 ແຫ່ງ ເຊິ່ງນອນໃນແຕ່ລະປະເພດດັ່ງນີ້: ຂົວທາງຫຼວງແຫ່ງຊາດມີ 26 ແຫ່ງ, ຂົວທາງຫຼວງຂອງແຂວງມີ 35 ແຫ່ງ, ຂົວທາງຫຼວງຂອງເມືອງມີ 19 ແຫ່ງ, ຂົວທາງຊົນນະບົດມີ 8 ແຫ່ງ, ຂົວທາງສະເພາະມີ 2 ແຫ່ງ ແລະຂົວເທດສະບານມີ 3 ແຫ່ງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250