ຂ່າວຕ່າງແຂວງ

ໂຄງການກໍ່ສ້າງສ້ອມແປງທາງ 2E ເມືອງຂວາ-ໄຕຈາງ

2012-10-29 - Administrator


ເພື່ອ​ເຮັດ​ໃຫ້​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ ບັນລຸ​​ຜົນ​ສໍາ​ເລັດ​ຕາມລະດັບຄາດໝາຍທີ່​ວາງເອົາໄວ້ນັ້ນ, ການ​ບູລະນະສ້ອມແປງ ​ແລະ​ກໍ່ສ້າງ​ ບັນດາ​ເສັ້ນທາ​ງຄົມມະນາຄົມ​-ຂົນ​ສົ່ງຕ່າງໆນັ້ນ ​ແມ່ນ​ມີ​ຄວາມ​ຈໍາ​ເປັນໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໃຫ້​ດີ​ຂື້ນ. ໃນ​ການກໍ່ສ້າງສ້ອມແປງເສັ້ນທາງ 2E ທີ່​ເມືອງຂວາ-ດ່ານ ໄຕຈາງ ແຂວງຜົ້ງສາລີ ​ເພື່ອ​ເປັນ​ການເຊື່ອມຕໍ່ຕົວເມືອງອອກສູ່ຊົນນະບົດ, ຈາກ​ເມືອງ​ຫາ​ເມືອງ ແລະ ການລໍາລຽງ ຂົນສົ່ງສິນຄ້າເຂົ້າ-ອອກປະ​ເທດ ໃຫ້​ມີ​ຄວາມ​ສະດວກ​ໃນການ​ເຊື່ອມ​ໂຍງ​ເຂົ້າຫາ​ກັນ. ເສັ້ນທາງ 2E ມີຄວາມສໍາຄັນ ຫຼາຍຕໍ່ແຂວງຜົ້ງສາລີ ກໍຄືການພັດທະນາ ພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ ຖືເປັນອີກວຽກໜຶ່ງໃນບູລິມະສິດ ທີ່ສໍາຄັນຂອງແຂວງ ກໍຄືການລໍາລຽງ ຂົນສົ່ງສິນຄ້າທາງພາກເໜືອຂອງລາວ. ເສັ້ນທາງ 2E ເປັນເສັ້ນທາງ ຍຸດທະສາດໜຶ່ງທີ່ສໍາຄັນໃນການ ເຊື່ອມຕໍ່ກັບດ່ານໄຕຈາງ (ສສ ຫວຽດນາມ) ໂດຍຜ່ານເມືອງຂວາ, ເມືອງໃໝ່. ນອກຈາກນີ້ເສັ້ນທາງຍັງເຊື່ອມຕໍ່ກັບ ແຂວງອຸດົມໄຊ. ມີຫຼາຍທາງເຊື່ອມຕໍ່ກັບເສັ້ນທາງ 13 ເໜືອ ແລະເສັ້ນທາງ 2W ອອກສູ່ ຊາຍແດນໄທ. ເສັ້ນທາງສາຍນີ້ຖືວ່າມີຄວາມສໍາຄັນຫຼາຍຕໍ່ກັບການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ ສປປ ລາວ-¦¦ຫວຽດນາມ ໂດຍຜ່ານດ່ານໄຕຈາງ.


      ເສັ້ນທາງ 2E ໄດ້ເຊັນສັນຍາ ໃນວັນທີ 26 ມີນາ 2009 ແລະໄດ້ລົງມືກໍ່ສ້າງສ້ອມແປງຕົວ¥òງໃນວັນທີ 22 ພຶດສະພາ 2009. ຄາດວ່າຈະໃຫ້ສໍາເລັດໃນວັນທີ 22 ²½¥ò¡ 2012 ນີ້. ເສັ້ນທາງດັ່ງກ່າວມີຄວາມຍາວທັງໜົດ 68.2 ກມ ແລະມີຂົວຢູ່ 8ແຫ່ງ ຄື: ຂົວນໍ້າພາກ, ຂົວນໍ້າອູú, ຂົວຫ້ວຍຍາງ, ຂົວສົບອັດ, ຂົວນໍ້າງາ, ຂົວຫ້ວຍເຫັດ, ຂົວສົບຮຸນ ແລະຂົວຫ້ວຍເຢີຍ. ການກໍ່ສ້າງສ້ອມແປງໄດ້ແບ່ງອອກເປັນສອງ¦ñນ¨¾ຄື: ສັນ­¨¾ທີ 1 ມີຄວາມຍາວ 30 ກມ »ñ®ÀÏö¾ ©¨ ®ðìò¦ñ©¯½¦ö´ì¾¸»È¸´¡Ò¦É¾¤ (LCC) íນ´øນ­£È¾16.834.288.43 USDແລະ ¦ñນ­¨¾ທີ 2 ມີ ຄວາມ ຍາວຢູ່ 38.2 ກມ.»ñ®ÀÏö¾Â©¨ ®ðìò¦ñ© ¦½¹½²ñນ­Àì¡êó 18 (CEI 18) ¦¦¹¸¼©ນ­¾´ Ãນ­´øນ­£È¾ 23.248.655.57 USDໃນການກໍ່ສ້າງສ້ອມແປງທາງເສັ້ນນີ້ ແມ່ນອີງຕາມເງື່ອນໄຂ ແລະ ຄວາມເປ່ເພ ຂອງເສັ້ນທາງ ຊຶ່ງເປັນເສັ້ນທາງຄົດໂຄ້ງ, ຄວາມບໍ່ປອດໄພ ແລະ ການສັນຈອນບໍ່ສະດວກໃນລະດູຝົນ. ດັ່ງນັ້ນ ການສ້ອມແປງເສັ້ນທາງ 2E ຈຶ່ງຖືວ່າເປັນສິ່ງທີ່ຈໍາເປັນ ເພື່ອພັດທະນາ ແລະ ເສີມສ້າງສາຍພົວພັນຮ່ວມມື ແບບ ພິເສດ ລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250